ຄົນກັມພູຊາ ລັກກັບຄືນ ເຂົ້າໄປປະເທດໄທຍ
2021.09.27
ຄາດວ່າ ປະມານຫຼາຍໝື່ນຄົນ ທີ່ຄົນງານກັມພູຊາ ເຮັດວຽກຢູ່ໄທຍ ໄດ້ກັບຄືນ ບ້ານ ໃນໄລຍະ 18 ເດືອນ ຜ່ານມາ ໃນຊ່ວງໂຄວິດ-19 ຣະບາດໃນໄທຍ ໃນນັ້ນ ກຸ່ມດັງກ່າວ ສ່ວນໃຫຍ່ ລັກກັບຄືນມາປະເທດໄທຍ ຍ້ອນບໍ່ມີວຽກເຮັດ ໃນກັມພູຊາ.
ນາງ ເພັນ ວິນ (Pen Vin) ຄົນງານກັມພູຊາ ຜູ້ທີ່ລັກກັບຄືນ ເຂົ້າມາປະເທດໄທຍ ຍ້ອນບໍ່ມີວຽກເຮັດໃນກັມພູຊາ ກ່າວຕໍ່ເອເຊັຽເສຣີ ຜແນກພາສາຂເມວ່າ ນາງລັກເຂົ້າມາ ປະເທດໄທຍ ແບບຜິດກົດໝາຍ ນາງ ແລະ ໝູ່ ຂອງນາງ ສາມຄົນ ໄດ້ພາກັນ ຍ່າງຜ່ານປ່າ ເປັນເວລາຫຼາຍມື້ ກ່ອນຈະຮອດຊາຍແດນໄທຍ ເພື່ອລັກເຂົ້າມາໄທຍ ຊຶ່ງກ່ອນໜ້ານີ້ ນາງໄດ້ພຍາຍາມເເທື່ອນຶ່ງແລ້ວ ແຕ່ ຖືກເຈົ້າໜ້າທີ່ຊາຍແດນ ກັມພູຊາຈັບ ກ່ອນຈະຮອດຊາຍແດນ ໄທຍ ແລະ ນາງກໍພຍາຍາມອີກ ໃນທີ່ສຸດກໍສຳເຣັດ.
ນາງວ່າ ຕອນນາງກັບບ້ານ ໄປຢູ່ກັມພູຊາ ຄອບຄົວຂອງ ນາງບໍ່ມີເງີິນ ສຳລັບຊື້ເຂົ້າກິນ ແລະ ບໍ່ມີດິນສຳລັບເຮັດນາ ບໍ່ມີຫຍັງໝົດ ນາງຈິ່ງຕັດສິນໃຈ ເຂົ້າຮ່ວມກຸ່ມ ຢ່າງປ່າກັບຄືນມາໄທຍ ໃນທີ່ສຸດກໍສຳເຣັດ ຊຶ່ງໃນປັດຈຸບັນ ໃນໄທຍ ນາງເຮັດວຽກ ທຸກຢ່າງຖ້າມີ ຄັນບໍ່ມີວຽກ ນາງກໍໄປຫາເລາະ ເກັບກະປ໋ອງ ກວດປລາສຕິກ ໃນກະຖັງຂີ້ເຫຍື່ອ ຊາວບ້ານ ພໍຂາຍໄດ້ເງິນ ມາຊື້ເຂົ້າ ແລະ ອາຫາກີິນໃນແຕ່ລະມື້ ຢູ່ປະເທດໄທຍ. ຄົນງານກັມພູຊາ ທ່ານນຶ່ງ ທີ່ກັບບ້ານ ແລະ ບໍ່ມີວຽກເຮັດ ໃນກັມພູຊາ ເວົ້າວ່າ:
“ຂ້ອຍບໍ່ມີເງິນ ຈະຊ່ອຍຄອບຄົວ ຂອງຂ້ອຍ ບໍ່ມີເງິນສຳລັບຊື້ອາຫານ ແລ້ວຕ້ອງໄດ້ໄປຊອກຫາວຽກແຕ່ ບໍ່ມີວຽກເຮັດໃນກັມພູຊາ.”
ໃນຂນະດຽວກັນ ຄົນງານກັມພູຊາ ອີກນາງນຶ່ງ ຜູ້ທີ່ຫາກໍກັບຄືນມາ ປະເທດໄທຍ ໃໝ່ທີ່ຍັງບໍ່ມີວຽກເຮັດເໝືອນກັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ພາສາຂເມ ຢູ່ບາງກອກວ່າ ນາງ ແລະ ໝູ່ຂອງນາງ 3 ຄົນ ກໍພາກັນເລາະ ເກັບກະປ໋ອງ ແລະ ກວດປລາສຕິກ ຂາຍເຫມືອນກັນ ຫຼັງຈາກ ທີ່ນາງຫາຍປ່ວຍ ຈາກການຕິດເຊື້ອ ໂຄວິດ-19.
ນາງວ່າ ນາງສ້າງຣາຍໄດ້ ຈາກການເກັບ ສິ່ງເສດເຫຼືອ ປະມານ 50 ໂດລາຣ໌ ຕໍ່ສອງອາທິດ ແລະນາງຈະບໍ່ກັບຄືນໄປ ກັມພູຊາອີກ ເຖິງແມ່ນວ່າ ຈະມີການຣະບາດ ໂຄວິດ-19 ຢູ່ໄທຍ ອີກຮອບໃໝ່ ກໍຕາມ ນອກຈາກນັ້ນ ນາງຍັງໄດ້ ໄປຮັບຈ້າງ ມ້ຽນເຮືອນໃຫ້ຄົນ ຜູ້ຕ້ອງການ ນາງຫວັງວ່າ ຈະໄດ້ເຮັດວຽກແບບຖາວອນ ໃນໄທຍ ໃນອະນາຄົດ ເພື່ອທ້ອນເງິນຊ່ອຍ ຄອບຄົວ ທາງບ້ານ.
ຄົນງານກັມພູຊາ ຫຼາຍຄົນ ທີ່ກັບຄືນມາໄທຍ ເວົ້າວ່າ ພວກເຂົາເຈົ້າ ມີຄວາມສ່ຽງຫຼາຍ ໃນການກັບຄືນມາປະເທດໄທຍ ປາສຈາກ ເອກສານ ແບບຖືຶກຕ້ອງ ເຂົາເຈົ້າໄດ້ຈ່າຍ ເງິນນໃຫ້ກຸ່ມ ທີ່ເອົາຄົນຂ້າມໄປໄທຍຫຼາຍພັນບາດ ບາງລາຍກໍບໍ່ ສຳເຣັດ ບາງລາຍກໍ ຖືກຕົ້ມ ແລະ ຖືກຕົວະຍົວະ ໄປເຮັດຢ່າງອື່ນ.
ໃນໄລຍະ ໂຄວິດ-19 ຣະບາດ ຄາດວ່າ ມີຄົນງານ ກັມພູຊາ ເຮັດວຽກ ຢູ່ໄທຍ ປະມານ 2 ລ້ານປາຍຄົນ ໃນນັ້ນ ເຄິ່ງນຶ່ງ ແມ່ນບໍ່ມີໜັງສື ເຮັດວຽກ ແລະ ເຂົ້າປະເທດ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຊຶ່ງຣາຍໄດ້ຕໍ່ຫົວຕໍ່ຄົນ ໃນໄທຍ ສູງກວ່າ ກັມພູຊາ ປະມານ 7,300 ໂດລາຣ໌ ຕໍ່ຄອບຄົວ ຫຼາຍກວ່າ 5 ເທົ່າ ໃນກັມພູຊາ ແລະ ວຽກທີ່ແຮງງານ ກັມພູຊາ ເຮັດໃນໄທຍ ສ່ວນໃຫຍ່ແມ່ນ ການກະເສດ, ປະມົງ ແລະ ການກໍ່ສ້າງ ຊຶ່ງເປັນບ່ອນທີ່ ມີຄວາມສ່ຽງ ຕໍ່ການຄ້າມະນຸດ ແລະ ຄ້າແຮງງານສູງ.
ອົງການແຮງງານ ຄົນຍ້າຍຖິ່ນ ສາກົນ ຫຼື The International Maritime Organization (IMO) ຖແລງວ່າ ຈາກເດືອນ ມີນາ ຫາ ເດຶອນ ກັນຍາ ປີນີ້ ມີແຮງງານກັມພູຊາ ທີ່ເຮັດວຽກຢູ່ໄທຍ ກັບບ້ານ ເກືອບຮອດ 240,000 ຍ້ອນ ໂຄວິດ-19 ຣະບາດໃນໄທຍ ແລະ ໂຮງຈັກໂຮງງານ, ທຸຣະກິຈ ຕ່່າງໆ ກໍປິດໝົດ.
ໃນກາງເດືອນ ສິງຫາ ປີນີ້ ມີຄົນງານ ກັມພູຊາ ໃນໄທຍປະມານ 1,000 ປາຍ ຄົນຕິດເຊື້ອ ໂຄວິດ-19 ສາຍພັນ ແດລຕາ (Delta Variant) ຊຶ່ງເປັນສາຍພັນ ທີ່ເປັນອັນຕຣາຍ ແຜ່ຂຍາຍ ໄດ້ງ່າຍ ແລະ ວ່ອງໄວ.
ທີ່ກັມພູຊາ ມາຮອດ ມື້ວັນພຸດ ອາທິດນີ້ ມີຜູ້ຕິດເຊື້ອ ໂຄວດິ-19 ສະສົມ ເກືອບຮອດ 1 ແສນ 6 ພັນຄົນ ເຣິ່ມແຕ່ ການຣະບາດ ຂອງໂຄວິດ-19 ເປັນຕົ້ນມາ ໃນນັ້ນ ມີຜູ້ຕິດເຊື້ອໃໝ່ 637 ຄົນ ແລະ 2,154 ຄົນ ເສັຽຊີວິດ ໃນນີ້ 14 ຄົນແມ່ນ ເສັຽຊີວິດໃໝ່ ອີງຕາມຂໍ້ມູນ ຈາກກະຊວງ ສາທາຣະນະສຸກ ກັມພູຊາ. ເຈົ້າໜ້າທີ່ ຈາກອົງການ ຊ່ອຍເຫຼືອ ຕ່າງຊາດ ຜູ້ທີ່ເຫັນ ເຫດການ ໃນສູນກັກໂຕ ຜູ້ກັບບ້ານໃນກັມພູຊາເວົ້າວ່າ:
“ທ່ານວ່າ ປະຊາຊົນຜູ້ກັບບ້ານຫຼາຍຄົນ ອຶດຫິວ ຫຼັງຈາກ ເດີນທາງໄກ ແຕ່ເຈົ້າໜ້າທີ່ ເມີນເສີຍ ພວກທ່ານຈິ່ງ ເຂົ້າໄປຍຸ້ງກ່ຽວ ຊອ່ຍເຫຼືອ ພວກເຂົາເຈົ້າ.”
ເຫດການ ການຕິດເຊື້ອ ໃນກັມພູຊາ ຍັງບໍ່ຮ້າຍແຮງກວ່າ ໃນໄທຍ, ຢູ່ປະເທດໄທຍ ຊຶ່ງເປັນປະເທດເພື່ອນບ້ານ ກັບກັມພູຊາ ມີຜູ້ຕິດເຊື້ອ ໂຄວິດ-19 ແລ້ວ 1 ລ້ານ 5 ແສນ ຄົນ ໃນນັ້ນ 11 ພັນ 252 ຄົນ ແມ່ນຜູ້ ຕິດເຊື້ອໃໝ່ ແລະ ມີຜູ້ເຊັຽຊີວິດ ແລ້ວ 15 ພັນ 8 ຮ້ອຍຄົນ ອີງຕາມ ການຣາຍງານ ຂອງ ກະຊວງ ສາທາຣະນະສຸກໄທຍ.
ທ່ານ ຊູຊີຮາ ປະທານ ຄນະກັມມະການ ຄົນງານເຄື່ອນ ທີ່ໃນກັມພູຊາ ກ່າວວ່າ ຄົນງານກັມພູຊາທີ່ກັບບ້ານ ໄດ້ໂທລະສັບ ໄປຫາໝູ່ເພື່ອນ ຜູ້ທີ່ຍັງເຮັດວຽກ ຢູ່ໄທຍຢູ່ ໃນເວລານີ້ ໃຫ້ຊອກວຽກໃຫ້ ແລ້ວເຂົາ ຈະພຍາຍາ ລັກເຂົາໄປ ໄທຍອີກ.
ທ່ານໄດ້ຮຽກຮ້ອງໃຫ້ ຣັຖບານກັມພູຊາ ສ້າງວຽກເຮັດງານທຳໃນ ກັມພູຊາຫຼາຍຂຶ້ນ ແທນທີ່ຈະກີດກັ້ນ ບໍ່ໃຫ້ຄົນງານຂ້າມໄປ ປະເທດໄທຍ.
ທ່ານວ່າ ຣັຖບານ ກັມພູຊາ ຕ້ອງເລັ່ງລັດ ໃນການສັກ ວັກຊີນໃຫ້ ປະຊາຊົນ ໃຫ້ໄວ ແລ້ວເປີດຊາຍແດນ ກັບໄທຍ ແລະ ວ່າ ຣັຖບານຕ້ອງອອກ ໜັງສືໃຫ້ຄົນງານ ກັມພູຊາ ທີ່ຈະຂ້າມໄປໄທຍ ເພື່ອບໍ່ໃຫ້ພວກເຂົາເຈົ້າ ຖືກຕົວະຕົ້ມ ຈາກກຸ້ມ ຄ້າມະນຸດ ແລະ ພຶດຕິກັມ ການຜິດກົດໝາຍ ຄົນເຂົ້າເມືອງໄທຍ.
ທ່ານ ຮຸນເຊນ ນາຍົກ ຣັຖມົນຕຣີ ກັມພູຊາ ໄດ້ອອກຄຳສັ່ງ ວ່າງຫຼັງໆ ມານີ້ໃຫ້ ທ່ານ ອອມ ພອນໂມນີໂຄດ ຣັຖມົນຕຣີ ກະຊວງເສຖກິຈ ແລະ ການການເງິນ ກັມພູຊາ ອະນຸມັດເງີນ 5 ລ້ານໂດລາຣ໌ ສ້າງວຽກເຮັດ ງານທຳ ໃຫ້ແກ່ຄົນ ງານກັມພູຊາ ໃນປະເທດ ຮ່ວມດ້ວຍຄົນງານ ທີ່ກັບມາຈາກ ປະເທດໄທຍ ໃນຂແນງ ການກະເສດ ແລະ ການລ້ຽງປາ ຕາມແຂວງ ທີ່ມີຄົນງານຢູ່ຫຼາຍ.
ທ່ານ Dy Thehoya ເຈົ້າໜ້າທີ່ ຈາກອົງການແຮງງານ ແລະ ສິດທິມະນຸດໃນກັມພູຊາ ເວົ້າວ່າ ຄົນງານກັມພູຊາ ສ່ວນຫຼາຍ ຢາກເຮັດວຽກ ໃນກັມພູຊາ ຖ້າຄ່າຈ້າງແຮງງານສູງ ແທນທີ່ ຈະໄປເຮັດວຽກໃນໄທຍ.
ໃນຂນະທີ່ຫຼາຍຄົນ ພຍາຍາມໃນ ການເຮັດວຽກ ໃນອຸດສາຫະກັມ ການກະເສດ ແລະ ລ້ຽງເປັດ ລ້ຽງໄກ່ ພາຍໃນປະເທດ ແຕ່ລາຍໄດ້ ບໍ່ກຸ້ມໂຕ ຕໍ່ຄ່າຄອງຊີບ ແລະ ການໃຊ້ຈ່າຍ ໃນຄອບຄົວ ຈຶ່ງເຮັດໃຫ້ຫຼາຍຄົນ ກັບຄືນໄປ ປະເທດໄທຍ.
ທ່ານວ່າ ຣັຖບານກັມພູຊາ ຄວນລົງທຶນ ໃນການຝຶກອາຊີບ ໃຫ້ແກ່ຄົນງານ ໃນເຂດທ້ອງຖິ່ນ ຮ່ວມດ້ວຍ ຜູ້ທີ່ກັບມາ ຈາກໄທຍ ຫຼັງຈາກ ໂຄວິດ-19 ສິ້ນສຸດລົງ ເຂົາເຈົ້າ ຈະໄດ້ເຮັດວຽກ ໃນຄ່າຈ້າງແຮງງານສູງ ໃນກັມພູຊາ. ໃນທີ່ສຸດ ຄົນງານ ກັມພູຊາ ຜູ້ກັບບ້ານ ທ່ານນັ້ນເວົ້າວ່າ:
“ລາວວ່າ ເມື່ອກັບບ້ານ ຄົນງານ ກັມພູຊາ ບໍ່ໄດ້ຮັບການ ຊ່ອຍເຫຼືອໃດໆ ຈາກຣັຖບານກັມພູຊາ ເປັນຕົ້ນ ຄ່າເຊົ່າບ້ານ, ຄ່ານ້ຳ, ຄ່າໄຟ ແລະ ອາຫານການກິນ ຖ້າບໍ່ມີບ່ອນຢູ່ອາສັຍ.”
ໃນຂນະດຽວກັນ ກຸ່ມຄົນງານ ກັມພູຊາ ທີ່ກັບບ້ານ ຫຼາຍຄົນກໍປະນາມ ຣັຖບານກັມພູຊາ ວ່າ ກັກໂຕເຂົາເຈົ້າ ໄວ້ໃນສູນກັກກັນ ຕ້ານໂຄວິດ-19 ໃກ້ຊາຍແດນໄທຍ ຫຼາຍມື້ເກີນໄປ ເຮັດໃຫ້ເຊື້ອ ພະຍາໄວຣັສ ຈາກຜູ້ຕິດເຊື້ອແຜ່ລາມ ໄປຕິດຫຼາຍຄົນ ໃນສູນດັ່ງກ່າວ ແຮ່ງເປັນອັນຕຣາຍ ແກ່ເຂົາເຈົ້າ ແທນທີ່ຈະປອດພັຍ ເມື່ອກັບມາບ້ານ.
ຣັຖບານ ກັມພູຊາ ກຳນົດ ໃຫ້ຄົນງານ ກັມພູຊາ ທີ່ກັບມາຈາກ ຕ່າງປະເທດ ຕ້ອງຖືກກັກໂຕ ເປັນເວລາ 21 ວັນ ກ່ອນຈະຖືກ ອະນຸຍາດໃຫ້ ກັບບ້ານເຂົາເຈົ້າ ທາງການ ກັມພູຊາເວົ້າວ່າ ມີຄົນງານ ກັມພູຊາ ທີ່ກັບມາຈາກໄທຍ ປະມານ 23 ພັນຄົນ ຕິດເຊື້ອໂຄວິດ-19 ກ່ອນກັບບ້ານ.
ຄົນງານ ກັມພູຊາ ທ່ານນຶ່ງ ຈາກແຂວງ ກຳປົງທົມ ທີ່ເຄີຍໄປເຮັດວຽກ ຢູ່ໄທຍກັບບ້ານ ກ່າວວ່າ ໃນກຸ່ມ ຂອງລາວ ມີຄົນງານ ກັມພູຊາ 10 ຄົນ ຕິດໂຄວິດ-19 ໃນ ສູນກັກກັນ ທີ່ ທາງການ ກັມພູຊາບັງຄັບໃຫ້ຢູ່.
ລາວປະນາມ ຄວາມບໍ່ສະອາດ ແລະ ຂາດສຸຂອະນາມັຍ ໃນສູນກັກກັນ ໃນຫຼາຍແຫ່ງ ໃນກັມພູຊາ ຊຶ່ງໃນປັດຈຸບັນ ມີຢູ່ 22 ແຫ່ງ ທົ່ວປະເທດ.
ລາວຍັງບອກ ອີກວ່າ ຖ້າລາວຖືກກັກ ໄປດົນອີກຫຼາຍມື້ ຕື່ມ ລາວອາດຈະ ຕິດເຊື້່ອໂຄວິດ-19 ແນ່ນອນ ໂຊກດີ ເພີ່ນປ່ອຍ ອອກກອ່ນ. ລາວວ່າ ບ່ອນທີ່ລາວ ຖືກກັກໂຕນັ້ນ ທຸກຄົນນອນ ຮ່ວມກັນໃນຫ້ອງໃຫຍ່ ຣະຫວ່າງຜູ້ ຕິດເຊື້ອກັບ ຜູ້ບໍ່ຕິດເຊື້ອ ແລະ ບໍ່ຮູ້ວ່າໃຜແດ່ ຕິດເຊື້ອ ແລະ ຫຼາຍຄົນກໍບໍ່ພໍໃຈ ແຕ່ເວົ້າຫຍັງບໍ່ໄດ້ ຍ້ອນຢ້ານຖືກຈັບ ແລະ ຖືກລົງໂທດ ປາສຈາກເງື່ອນໄຂໃດໆ.
ນັກວິເຄາະ ເວົ້າວ່າ ບັນຫາຄົນວ່າງງານ ໃນປະເທດຖິ່ນ ກຳເນີນ ບໍ່ມີວຽກເຮັດ ເມື່ອກັບບ້ານ ມາຈາກຫຼາຍສາເຫດ ໃນນັ້ນ ຮ່ວມດ້ວຍ ການສໍ້ຣາຊ ບັງຫຼວງ ການບໍ່ເອົາໃຈໃສ່ ແລະ ການເຫັນແຕ່ ຜົລປະໂຍດສ່ວນໂຕ ຂອງກຸ່ມຜູ້ນຳ ແລະ ເຈົ້າໜ້າທີ່ ຣະດັບສູງ ໃນປະເທດນັ້ນໆ.
ສບາຍດີ.