ເຣື້ອງທີ່ເກັບບັນທຶກໄວ້
2023-01-31
ປະຊາຊົນຊາວລາວ ໃຫ້ທັດສະນະ ທາງຄວາມຄິດ ຕໍ່ການປັບປ່ຽນໂຍກຍ້າຍ ຄະນະຣັຖມົນຕຣີ ຈາກ 3 ກະຊວງ ແລະ ຫລາຍຄົນໄດ້ພຽງແຕ່ຫວັງວ່າ ຄະນະຣັຖມົນຕຣີຊຸດໃໝ່ ໂດຍສະເພາະຣັຖຕຣີ ກະຊວງການເງິນ ທີ່ເປັນລູກຊາຍ ຂອງອະດີດ ປະທານປະເທດ ຈະສາມາດປັບປຸງ ເສຖກິຈລາວໃຫ້ດີຂຶ້ນ.
2023-01-30
ສະມາຄົມຈີນ ຫລວງພຣະບາງ ເປີດອາຄານຫລັງຮຽນຫຼັງໃໝ່ ຂອງໂຮງຮຽນ ມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ຢູ່ແຂວງຫລວງພຣະບາງ ຢ່າງເປັນທາງການ, ຂະນະທີ່ຊາວລາວ ເປັນຫ່ວງ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.
2023-01-30
ຫຼັງຈາກ ທ່ານ ດຣ. ສອນໄຊ ສີພັນດອນ ຂຶ້ນເປັນນາຍົກຣັຖມົນຕຣີ, ໃນນາມຫົວໜ້າຄະນະຣັຖບານ ໄດ້ມີການປັບປຸງ ຄະນະຣັຖມົນຕຣີ 3 ຕຳແໜ່ງ ໃນ 3 ກະຊວງທີ່ສຳຄັນ ແລະ ສະພາແຫ່ງຊາຕ ປະກາດຮັບຮອງ ຢ່າງເປັນທາງການ.
2023-01-27
ນັກວິຊາການ ແລະ ນັກກົດໝາຍ ຍັງບໍ່ເຊື່ອໝັ້ນ ຕໍ່ວຽກງານກວດສອບ ການສໍ້ຣາສບັງຫຼວງ ຍ້ອນວ່າ ຄົນຣັຖ ກວດຄົນຣັຖດ້ວຍກັນເອງ ສຸດທ້າຍກໍປ່ອຍກັນໄປ ຊຶ່ງປະຊາຊົນ ແລະ ນັກວິຊາການ ເຫັນວ່າ ເປັນເຣື່ອງແກ້ໄຂ ບໍ່ໄດ້.
2023-01-25
ຜູ້ນໍາສູງສຸດ ຂອງພັກປະຊາຊົນ ປະຕິວັດລາວ ໄປຢ້ຽມຢາມຈີນ 3 ມື້, ພົບກັນຜູ້ນໍາສູງສຸດ ຂອງພັກຄອມມູນິສຕ໌ຈີນ, ໄດ້ເວົ້າກັນເຖິງຫລາຍບັນຫາໃນ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກັມ ລາວ-ຈີນ ໃນຂະນະທີ່ລາວ ຍັງຕິດໜີ້ຈີນ ຢ່າງມະຫາສານ.
2023-01-24
ປະຊາຊົນທີ່ຕ້ອງການ ເຮັດບັດປະຈຳໂຕປະຊາຊົນ ສາມາດເຮັດໄດ້ແລ້ວ ຫຼັງຈາກທີ່ ມີແຈ້ງການລະງັບການເຮັດບັດປະຈຳໂຕ ປະຊາຊົນ ຕັ້ງແຕ່ ປີ 2022 ເນື່ອງຈາກ ລະບົບເຮັດບັດ ແລະ ລະບົບໄຟສຳຮອງ ເປ່ເພ, ຂະນະທີ່ຊາວບ້ານຫຼາຍຄົນ ຕ້ອງໃຊ້ປື້ມສັມມະໂນຄົວແທນ ຊຶ່ງກໍມີຄວາມຫຍຸ້ງຍາກຫຼາຍ.
2023-01-20
ອະດີດເຈົ້າແຂວງ ແຂວງຊຽງຂວາງ ໄດ້ລະເມີດສັນຍາ ການລົງທຶນກິຈການສວນພູຄຳ ດ້ວຍການລຶບລ້າງສັນຍາ ສັມປະທານທີ່ລົງທຶນ ໃນໄລຍະ 50 ປີ ຊຶ່ງການຍົກເລີກດັ່ງກ່າວ ເຮັດໃຫ້ກິຈການລົ້ມລະລາຍ ແລະ ເຈົ້າຂອງໂຄງການ ຍັງຖືກຕັ້ງຂໍ້ກ່າວຫາ ຮ້າຍແຮງນຳດ້ວຍ.
2023-01-20
ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນຊຸດທີ 2 ໄດ້ປິດລົງໃນມື້ວັນທີ 19 ມົກກະຣານີ້ ແຕ່ຍັງມີບັນຫາ ທີ່ຈຳເປັນຕ້ອງແກ້ໄຂຫຼາຍຢ່າງ ເຊັ່ນຄ່າຊົດເຊີຽທີ່ດິນ ບໍ່ເປັນທັມ ກັບຊາວ ນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການຕ່າງໆ ຂອງຣັຖ.
2023-01-18
ກອງປະຊຸມຄັ້ງທີ 45 ຂອງຄະນະກັມມະການ ຮ່ວມມື 2 ຝ່າຍ ລະຫວ່າງຣັຖບານ ສປປ ລາວ ແລະວຽດນາມ ປະຈໍາປີ 2023 ເພື່ອເຮັດໃຫ້ການພົວພັນ ຮ່ວມມືລະຫວ່າງ 2 ປະເທດຂຍາຍຕົວຂຶ້ນຕື່ມ, ແລະມີຫລາຍບັນຫາ ຈະຕ້ອງໄດ້ຮັບການແກ້ໄຂ ເຊັ່ນບັນຫາຊາຍແດນ, ຄົນວຽດນາມຢູ່ລາວ ແບບຜິດກົດໝາຍຫລາຍຂຶ້ນ.
2023-01-16
ມີເຫດຜົລຫຍັງແດ່ ທີ່ເຮັດໃຫ້ ນາຍົກ ພັນຄຳ ຕ້ອງລາອອກ ຈາກຕຳແໜ່ງ ກາງເທີມ ທັ້ງໆທີ່ ທ່ານກໍເປັນຜູ້ນຳຄົນນຶ່ງ ທີ່ກ້າຕຳນິ ກ່ຽວກັບ ຄວາມບົກຜ່ອງ ຂອງເຈົ້າໜ້າທີ່ ລະດັບສູງ ແລະ ສະມາຊິກພັກ.
2023-01-12
ນາຍົກຣັຖມົນຕຣີ ສສ ວຽດນາມ ຢ້ຽມຢາມ ສປປ ລາວ ແລະ ທັງ 2 ໄດ້ເຊັນສັນຍາ ຮ່ວມມືລາວ-ວຽດນາມ ຈຳນວນ 10 ສບັບ ເປັນຕົ້ນ ບົດບັນທຶກຄວາມເຂົ້າໃຈ ກົນໄກວຽກງານການທູຕ ແລະ ຄົ້ນຄົ້ວຝຶກອົບຮົມ ໃຫ້ແກ່ນັກການທູຕ ແລະ ພະນັກງານ ກະຊວງຕ່າງປະເທດ ລາວ-ວຽດນາມ.
2023-01-11
ນັກວິຊາການລາວ ແລະ ຕ່າງປະເທດ ຍັງບໍ່ແນ່ໃຈວ່າ ການປ່ຽນນາຍົກ ຂອງ ສປປ ລາວ ຈະສາມາດແກ້ໄຂບັນຫາ ເສຖກິຈ ແລະ ໄພເງິນເຟີ້ໄດ້ ເນື່ອງວ່າ ການປ່ຽນນາຍົກ ອາດເປັນພຽງ ການປັບປ່ຽນໜ້າທີ່ ແລະ ທີ່ຜ່ານມາກໍມີການປັບປ່ຽນ ຣັຖມົນຕຣີຫຼາຍຄົນ ແຕ່ບໍ່ສາມາດ ແກ້ໄຂບັນຫາເສຖກິຈໄດ້.
2023-01-10
ແນວທາງສາມສ້າງ ຂອງຣັຖບານ ຄື ສ້າງແຂວງ ເປັນຫົວໜ່ວຍຍຸທສາຕ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງ ບ້ານເປັນເປັນໜ່ວຍພັທນາ ຍັງບໍ່ເຫັນຫຍັງອອກມາ ເປັນຮູບປະທັມ.
2023-01-10
ແຜນບັນຈຸ ຣັຖກອນໃໝມ່ 800 ຄົນ ໂດຍການຈັດສັນຣັຖກອນໃໝ່ ຈຳນວນດັ່ງກ່າວ ແມ່ນຈະໃຫ້ບູຣິມະສິດ ແກ່ຄຣູອາສາສມັກ ແລະ ແພດອາສາສມັກ ທີ່ເຮັດວຽກຢູ່ເຂດຫ່າງໄກ ສອກຫລີກ ແລະທຸລະກັນດານ ແຕ່ຫຼາຍຄົນເຫັນວ່າ 800 ຄົນແມ່ນຈຳນວນໜ້ອຍທີ່ສຸດ ເມື່ອທຽບໃສ່ປີ 2022.
2023-01-09
ໃນປີ 2022 ທີ່ຜ່ານມາ ປະເທດລາວ ມີເຫດການ ທີ່ສຳຄັນເກີດຂຶ້ນຫຼາຍຢ່າງ ເຊັ່ນ ການຄາຕກັມ ແລະການລາອອກ ຢ່າງຫຼວງຫຼາຍ ຂອງຄຣູອາສາສມັກ ເຫດການເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງ ປະຊາຊົນ ຍັງຖືກຄຸກຄາມຫຼາຍຮູບແບບ ແລະ ຄວາມບໍ່ໂປ່ງໃສ່ໃນພາກຣັຖ.