ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງ ສິ້ນສຸດລົງແລ້ວ

ຈຳປາທອງ
2023.01.20
ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງ ສິ້ນສຸດລົງແລ້ວ ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນະຄອນຫຼວງວຽງຈັນ

ກອງປະຊຸມສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫລວງວຽງຈັນຊຸດທີ 2 ໄດ້ປິດລົງໃນມື້ວັນທີ 19 ມົກກະຣານີ້ ໂດຍມີທ່ານ ອະນຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ເປັນປະທານ.

ໃນຕອນທ້າຍຂອງກອງປະຊຸມ ທີ່ໄດ້ດໍາເນີນມາເປັນເວລາ 8 ມື້ນັ້ນ ໄດ້ມີການຮັບຮອງເອົາບົດຣາຍງານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ກ່ຽວກັບຜົລການຈັດຕັ້ງປະຕິບັດແຜນພັທນາເສຖກິຈ-ສັງຄົມ, ແຜນງົບປະມານປະຈໍາປີ 2022 ແລະທິດທາງແຜນການປີ 2023 ຂອງນະຄອນຫລວງວຽງຈັນ.

ນອກຈາກນີ້ ກໍຍັງມີການຮັບຮອງເອົານິຕິກັມ ກົດໝາຍ ຂອງນະຄອນຫລວງ ວຽງຈັນ 2 ສະບັບ ຄືຮັບຮອງເອົາຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດມາຕການ ໃນການສ້າງນະຄອນຫລວງວຽງຈັນ ສະອາດ, ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ຮອບດ້ານ ຂອງນະຄອນຫລວງວຽງຈັນ.

ຄຽງຄູ່ກັນໄປນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າ ປະກອບຄໍາເຫັນ ສນັບສນູນໃນດ້ານຫລັກການ ຮ່າງຣັຖບັນຍັດ ຂອງປະທານປະເທດຈໍານວນ 2 ສະບັບ ຄື ຮ່າງຣັຖບັນຍັດວ່າດ້ວຍ ນະຄອນຫລວງ ແລະຮ່າງຣັຖບັນຍັດວ່າດ້ວຍອາກອນຕົວເມືອງ. ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ໄດ້ກ່າວເຖິງ ຄວາມຈໍາເປັນຂອງຮ່າງຣັຖບັນຍັດນັ້ນ ເມື່ອວັນທີ 18 ມົກກະຣາ ນີ້ວ່າ:

ແລະໃຫ້ອົງການປົກຄອງນະຄອນຫລວງນີ້ ສາມາດເກັບຄ່າບໍຣິການຕົວເມືອງ ເຂົ້າໃສ່ການຄຸ້ມຄອງ ບໍຣິການ ແລະພັທນາຕົວເມືອງ ຊານເມືອງແລະຊົນນະບົດ ຕາມຜັງເມືອງແລະແຜນພັທນາເສຖກິຈ-ສັງຄົມຂອງຕົນໄດ້ຢ່າງມີປະສິດທິພາບແລະ ປະສິດທິຜົນ. ຈະແກ້ໄຂສະພາບດ້ອຍພັທນາ ຂອງນະຄອນຫລວງວຽງຈັນ ເປັນຕົ້ນ ໜີ້ສິນສາທາຣະນະ ຄວາມທຸກຍາກທາງດ້ານພື້ນຖານໂຄງລ່າງ ແລະສາທາຣະນະປໂຍດ. ຫັນເປັນຕົວເມືອງໃຫ້ມີຄວາມໜ້າຢູ່ ຍືນຍົງແລະທັນສມັຍ.

ໂທຣະທັດ ນະຄອນຫລວງ ໄດ້ຣາຍງານວ່າ ສະພາປະຊາຊົນນະຄອນຫລວງວຽງຈັນ ໄດ້ຮິບໂຮມຂໍ້ສເນີຕ່າງໆ ຈາກຊາວນະຄອນຫລວງ 512 ບັນຫາ ຊຶ່ງສ່ວນຫລາຍແມ່ນບັນຫາເສຖກິຈ, ວັທນະທັມ ແລະຄວາມຍຸຕິທັມ ເປັນຕົ້ນແມ່ນເຣຶ່ອງການໃຫ້ຄ່າຊົດເຊີຍ ແກ່ປະຊາຊົນ ທີ່ຍັງຊັກຊ້າ ບໍ່ເໝາະສົມ ຮວມເຖິງຜົນກະທົບອື່ນໆ ຈາກໂຄງການພັທນາຕ່າງໆຂອງຣັຖ.

ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ໄດ້ຖາມໄປຍັງປະຊາຊົນທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ທີ່ໄດ້ຕິດຕາມກອງປະຊຸມ ສະພາປະຊາຊົນນະຄອນ ຫລວງຄັ້ງນີ້. ທ່ານໄດ້ເວົ້າເຖິງຂໍ້ສເນີ ຂອງປະຊາຊົນ ທີ່ໄດ້ສເນີໄປຍັງສະພາປະຊາຊົນ ເປັນຕົ້ນກໍແມ່ນກໍຣະນີໂຄງການກໍ່ສ້າງ ສນາມກັອບແຫ່ງຊາດ ແລະທາງຣົຖໄຟ ລາວ-ຈີນ ທີ່ປະຊາຊົນໄດ້ຮັບຜົນກະທົບ. ແຕ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ, ເຖິງແມ່ນວ່າຈະໄດ້ຮ້ອງທຸກໄປຫາ ສະພາປະຊາຊົນແລ້ວກໍຕາມ ດັ່ງທີ່ທ່ານກ່າວໃນມື້ວັນທີ 20 ມົກກະຣານີ້ວ່າ:

ໂຕທີ່ຢູ່ເບື້ອງຫລັງຂອງສນາມກິລາແຫ່ງຊາດ ຫລັກ 16 ທີ່ວ່າຣັດຫັ້ນຈັບຈອງ ເພື່ອຈະພັທນາເປັນສນາມກັອບແຫ່ງຊາດ ແລ້ວກໍດຽວນີ້ຫັ້ນນ່າ ເສັ້ນທາງຣົຖໄຟລາວ-ຈີນ ນີ້ຫັ້ນນ່າ ປະຊາຊົນຫລາຍຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຄງການໂຕນີ້ ແລະບໍ່ໄດ້ຮັບຄ່າຊົດເຊີຍ ປະຊາຊົນຮ້ອງທຸກໄປຍັງສະພາແລ້ວ ແຕ່ກໍຍັງບໍ່ໄດ້ຮັບການແກ້ໄຂ.

ພ້ອມກັນນັ້ນ ທ່ານຍັງໄດ້ເວົ້າເຖິງບັນຫາການຮ້ອງທຸກ ຂອງປະຊາຊົນໄປຫາສະ ພາປະຊາຊົນວ່າ ຍັງມີຄວາມຫຍູ້ງຍາກຫລາຍ ເນື່ອງຈາກຕ້ອງໄດ້ຜ່ານຫລາຍຂັ້ນຕອນ ຍ້ອນລະບົບການເຮັດວຽກຊັກຊ້າ ແລະການບໍ່ເອົາໃຈໃສ່ຂອງພະນັກ ງານຣັຖບາງຄົນ.

ຮ້ອງຟ້ອງໄປຫາສະພາ ແຕ່ວ່າຄວາມຮັບຜິດຊອບມັນຢູ່ທີ່ເມືອງ ຈັ່ງຊັ້ນ ສົມມຸດວ່າ ຂອບເຂດນີ້ມັນຕົກຢູ່ໃນຄວາມຮັບຜິດຊອບ ຂອງເມືອງໄຊທານີບໍ່ ຂອງເມືອງໄຊເສຖາບໍ່ ສະພາກໍຕ້ອງໄປຫາແຂວງ ແຂວງຈັ່ງຄ່ອຍຈະຕີໄປຫາເມືອງ ຈັ່ງຄ່ອຍແກ້ບັນຫາໄປຕາມລໍາດັບ. ອັນນີ້ຄືບັນຫາອຸປສັກໃນລະບົບ ການເຮັດວຽກ ຂອງຣັດເຮົາ ແລະມັນກໍບໍ່ມີຄວາມສຸຈຣິດ ໃນການກະທໍາ ຂອງພະນັກງານຣັດບາງຄົນ ມັນຈະມີການທີ່ວ່າ ບໍ່ຍຸຕິທັມແກ່ປະຊາຊົນວ່າຊັ້ນສາ.

ປະຊາຊົນລາວນາງນຶ່ງ ທີ່ບໍ່ໄດ້ຕິດຕາມກອງປະຊຸມ ສະພາປະຊາຊົນນະຄອນຫລວງວຽງຈັນ ກໍເວົ້າວ່າ ສະພາບເສຖກິຈຫຍຸ້ງຍາກ, ຄ່າຄອງຊີບຖີບຕົວສູງຂຶ້ນ, ບໍ່ກຸ້ມກິນ ແລະຄົນໄປເຮັດວຽກຢູ່ໄທຍຫລາຍ ຢາກໃຫ້ທາງສະພາຊ່ອຍແກ້ໄຂ.

ອັນນີ້ກໍນ່າຈະແມ່ນກ່ຽວ ສະພາບເສຖກິຈນີ້ ເພາະສ່ວນຫລາຍນີ້ ເພາະວ່າແມ່ນພະນັກງານຈະເປັນ part time ນີ້ຈະແບບເປັນນັກຮຽນ-ນັກສຶກສາຫລາຍກວ່າ ເພາະວ່າສະພາບເສຖກິຈ ມັນກະຂ້ອນຂ້າງບໍ່ດີ ອັນນັ້ນລະ ເພາະວ່າຄ່າຄອງຊີບມັນກໍສູງແນ່.

ນອກຈາກເອກກະສານຕ່າງໆ ທີ່ໄດ້ເວົ້າມານັ້ນ ໃນກອງປະຊຸມສະພາປະຊາຊົນ ນະຄອນຫລວງວຽງຈັນເທື່ອນີ້ ຍັງໄດ້ຮັບຮອງເອົາຂໍ້ຕົກລົງ  2 ສະບັບ ຄືຂໍ້ຕົກ ລົງວ່າດ້ວຍການສ້າງ ນະຄອນຫລວງວຽງຈັນ ສີຂຽວ ແລະຂໍ້ຕົກລົງວ່າດ້ວຍ ນະຄອນຫລວງວຽງຈັນສງົບສຸກ. ໃນນັ້ນຮວມທັງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ມາຕການຫລຸດຜ່ອນອຸບັດຕິເຫດ ແລະການຮັກສາຄວາມປອດພັຍ ຕາມທ້ອງຖນົນທົ່ວນະຄອນຫລວງວຽງຈັນ ລົງວັນທີ 21 ທັນວາ 2018, ອີງຕາມ ຣາຍງານຂ່າວວຽງຈັນໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.