ເຫດການສຳຄັນ ເກີດຂຶ້ນຫຼາຍຢ່າງ ໃນປີ 2022

ອາວະຣີ
2023.01.09
ເຫດການສຳຄັນ ເກີດຂຶ້ນຫຼາຍຢ່າງ ໃນປີ 2022 ແຜ່ນທີ່ ສປປ ລາວ.
ຮູບພາບ: OpenStreetMap contributors/Datawrapper

ໃນປີ 2022 ທີ່ຜ່ານມາ ປະເທດລາວ ມີເຫດການທີ່ສຳຄັນເກີດຂຶ້ນຫຼາຍຢ່າງ ເຊັ່ນ ການຄາຕກັມ ແລະການລາອອກຢ່າງຫຼວງຫຼາຍຂອງຄຣູແລະແພດອາສາສມັກ.

ເຫດການອັນທີ 1 ແມ່ນການຄາຕກັມອາຈານ ສີ ແສງມະນີ ຄຣູສອນສາສນາຄຣິສຕຽນ ທີ່ແຂວງຄຳມ່ວນ. ອາຈານ ສີ ແສງມະນີ ອາຍຸ 48 ປີ ຢູ່ບ້ານດອນແກ້ວ ເມືອງນາກາຍ ແຂວງຄຳມ່ວນ ຫາຍສາບສູນໄປ ແລະ ຂາດການຕິດ ຕໍ່ກັບພີ່ນ້ອງຄອບຄົວເມື່ອວັນທີ່ 20 ເດືອນຕຸລາ ປີ 2022; ແລ້ວຕໍ່ມາ ສົບຂອງຜູ້ກ່ຽວ ຖືກພົບຢູ່ກາງປ່າແຫ່ງນຶ່ງ ໃນເຂດເມືອງທ່າແຂກ ແຂວງຄຳມ່ວນ ແລະຈາກສະພາບສົບ, ເຈົ້າໜ້າທີ່ເຊື່ອວ່າ ອາຈານ ສີ ແສງມະນີ ຖືກທໍຣະມານ ແລະ ຖືກຂ້າຢ່າງໂຫດຮ້າຍ.

ຕໍ່ເຫດການນີ້, ຊາວຄຣິສຕຽນລາວຫຼາຍຄົນ ເຊື່ອວ່າ ອາຈານ ສີ ແສງມະນີ ຖືກຄາຕກັມ ຍ້ອນທ່ານເປັນຜູ້ນຳຄຣິສຕຽນທ້ອງຖິ່ນ ແລະ ຍ້ອນການເຄື່ອນໄຫວ ທາງດ້ານສາສນາຂອງທ່ານ. ກ່ອນຖືກຂ້າ ອາຈານ ສີ ແສງມະນີ ຖືກຕັກເຕືອນຫຼາຍເທື່ອ ຈາກເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ຢຸດຕິການເຄື່ອນໄຫວ ທາງດ້ານສາສນາຄຣິສຕຽນ.

ດັ່ງຊາວຄຣິສຕຽນລາວຜູ້ນຶ່ງ ທີ່ຮູ້ເຫດການ ໄດ້ເລົ່າສູ່ວິທະຍຸ ເອເຊັຽ ເສຣີ ຟັງເມື່ອເດືອນພຶສຈິກາ ທີ່ຜ່ານມາວ່າ:

ກະຍ້ອນເຊື່ອຖືສາສນານີ້ແຫຼະ ໄດ້ຍິນເຂົາເວົ້າ ເພິ່ນໄປງານຂອບຄຸນ ເຂົາກັກໂຕຢູ່ກາງທາງ ຫຼື ວ່າເຂົາໄດ້ຈັບໂຕແລ້ວບໍ່ ຫຼື ວ່າຫຍັງ ບໍ່ຮູ້ຄືກັນຕອນນັ້ນ. ເຂົາບໍ່ມັກເຣື່ອງສາສນາ ເຂົາກະເຮັດແນວນັ້ນ.

ຫຼັງຈາກພົບສົບ, ເຈົ້າໜ້າທີ່ຕຳຣວດແຂວງຄຳມ່ວນ ກໍໄດ້ສືບສວນ ແລະ ສອບສວນ ເພື່ອຊອກຫາຄາຕກອນ ຜູ້ຂ້າ ອາຈານສີ ແສງມະນີ ແລະເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ຂອງເມືອງນາກາຍ ແຂວງຄຳມ່ວນ ກໍໄດ້ຮັບຮູ້ເຫດການຄາຕກັມດັ່ງກ່າວ; ແຕ່ຈົນເຖິງປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ສາມາດຈັບຜູ້ຕ້ອງຫາໄດ້ເທື່ອ ຊຶ່ງໄດ້ເຮັດໃຫ້ຊາວຄຣິສຕຽນ ຄົນອື່ນໆ ວິຕົກກັງວົນ ຢ້ານເຫດການແບບນີ້ ເກີດຂຶ້ນກັບພວກເຂົາເຊັ່ນກັນ ແລະຄອບຄົວຂອງ ອາຈານ ສີ ແສງມະນີ ຊຶ່ງມີລູກເຖິງ 8 ຄົນ ມີຊີວິຕ ການເປັນຢູ່ຢ່າງຍາກລຳບາກ ເພາະຂາດຫົວໜ້າຄອບຄົວ, ຂາດຜູ້ນຳພາ ຫາຢູ່ຫາກິນ.

ເຫດການສຳຄັນທີ 2 ທີ່ເກີດຂຶ້ນຢູ່ລາວເມື່ອປີກາຍ ກໍແມ່ນການຄາຕກັມນັກທຸຣະກິຈຍິງ ແລ້ວຖິ້ມລົງແມ່ນ້ຳຂອງ ຊຶ່ງກໍເປັນການຄາຕກັມ ທີ່ໂຫດຮ້າຍເຊັ່ນດຽວກັນ; ຜູ້ຖືກຄາຕກັມໃນກໍຣະນີນີ້ ແມ່ນ ນາງ ວິພາພອນ ກອນສິນ ອາຍຸ 36 ປີ ເປັນປະທານບໍຣິສັດລາວ ວີໄອພີພັທນາ ການລົງທຶນ ຈຳກັດຜູ້ດຽວໃນນະຄອນຫຼວງວຽງຈັນ. ນັກທຸຣະກິຈຜູ້ນີ້ ຖືກລັກພາໂຕ ແລ້ວຖືກຂ້າ ຍັດໃສ່ກະເປົາເດີນທາງ ແລ້ວຖິ້ມລົງແມ່ນ້ຳຂອງ; ຊຶ່ງຕໍ່ມາ ເຈົ້າໜ້າທີ່ໄທຍ ໄດ້ພົບສົບຂອງນາງຢູ່ແຄມຂອງ ໃນເຂດເມືອງທາດພະນົມ ແຂວງນະຄອນພະນົມ ຂອງໄທຍ ເມື່ອວັນທີ່ 29 ກັນຍາ 2022. ຫຼັງຈາກພິສູດສົບ ເຈົ້າໜ້າທີ່ໄທຍ ສລຸບວ່າ ນາງ ວິພາກອນ ກອນສິນ ຖືກຄາຕກັມ. ຕໍ່ມາໃນເດືອນຕຸລາປີກາຍ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ຂອງລາວ ກໍໄດ້ຕັ້ງຄະນະສະເພາະກິຈ ຮັບຜິດຊອບ ການດຳເນີນຄະດີ ການລັກພາໂຕ ແລະ ການຄາຕກັມ ນາງ ວິພາພອນ ກອນສິນ; ແຕ່ຈົນເຖິງປັດຈຸບັນ ຄະດີນີ້ ກໍຍັງບໍ່ທັນມີຄວາມຂືບໜ້າແນວໃດເທື່ອ.

ຊາວລາວຄົນນຶ່ງ ກໍສເນີໃຫ້ເຈົ້າໜ້າທີ່ ເປີດເຜີຍຂໍ້ມູນ ຫຼື ຄວາມຂືບໜ້າ ຂອງການດຳເນີນຄະດີ ໃຫ້ປະຊາຊົນຊາບ.

ໂອ, ອັນນີ້ ໜ້າຈະຖແລງຂ່າວກັນ ແບບວ່າ ໃຫ້ຮູ້ວ່າເປັນຫຍັງໆເນາະ ດຽວນີ້ເຂົາເຈົ້າຍັງປິດບັງຂໍ້ມູນຢູ່ ຕາມເຂົາເຈົ້າຣາຍງານຢູ່ໃນຂ່າວລາວ ກະໜ້າຈະແມ່ນຄະດີຄາຕກັມນັກທຸຣະກິຈເນາະ. ຊາວລາວຜູ້ນີ້ ກ່າວອີກວ່າ ຊາວລາວຫຼາຍຄົນ ເຊື່ອວ່າ ນາງ ວິພາພອນ ກອນສິນ ມີຄວາມສຳພັນໃກ້ຊິດກັບອາດີດນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ຊຶ່ງຫາ ກໍລາອອກຈາກຕຳແໜ່ງ ຍ້ອນມີບັນຫາສຸຂພາບ.

ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາສັງຄົມຂອງລາວ ກໍຖືວ່າ ເປັນຂ່າວເດັ່ນນຶ່ງ ໃນປີ 2022 ເພາະເປັນການຫາຍສາບສູນໄປ ເປັນເວລາ 10 ປີແລ້ວ. ທ່ານ ສົມບັດ ສົມພອນ ຫາຍສາບສູນໄປໃນ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ່ 15 ທັນວາ 2012 ແລະເມື່ອວັນທີ່ 15 ທັນວາ 2022 ທີ່ຜ່ານມາ ກໍເປັນວັນຄົບຮອບ 10 ປີຂອງການຫາຍສາບສູນ, ເຈົ້າໜ້າທີ່ອົງການສິດທິມະນຸສສາກົລ ກໍໄດ້ຈັດພິທີຮຽກຮ້ອງ ໃຫ້ຣັຖບານລາວ ເປີດເຜີຍຄວາມຄືບໜ້າ ຂອງການສືບສວນ ແລະ ສອບສວນໃນຄະດີລັກພາໂຕທ່ານ ສົມບັດ ສົມພອນ.

ດັ່ງຍານາງ ອຶ້ງຊຸຍເມັ້ງ ພັນຣະຍາ ຂອງທ່ານ ສົມບັດ ສົມພອນ ໄດ້ກ່າວກັບວິທະຍຸ ເອເຊັຽ ເສຣີ ໃນພິທີທີ່ບາງກອກ ປະເທດໄທຍ ເມື່ອເດືອນທີ່ແລ້ວວ່າ:

ຊຸ່ຍເມັ້ງ ກໍມີແຕ່ຄາດຫວັງ ເພິ່ນຍັງມີຊີວິຕຢູ່. ສອງ ຢາກໄດ້ຄຳຕອບວ່າ ເປັນຫຍັງເພິ່ນຈຶ່ງຖືກລັກພາໂຕໄປ. ຖ້າວ່າເພິ່ນບໍ່ມີຊີວິຕຢູ່, ຊຸຍເມັ້ງ ກໍຢາກໄດ້ຄຳຕອບ ຢາກຮູ້ຊັດເຈນວ່າ ເປັນຫຍັງເພິ່ນຈຶ່ງຖືກລັກພາໂຕໄປ ຊຶ່ງກໍຕ້ອງພະຍາຍາມສຸດຂີດ. ຊຸ່ຍເມັ້ງ ຊີວິຕຍັງຢູ່ ມື້ໃດກໍຕ້ອງຖາມຕໍ່ ອັນນີ້ຖືວ່າ ເປັນໜ້າທີ່ຂອງຊຸ່ຍເມັ້ງ ເນາະ ຕໍ່ສົມບັດ.

ບໍ່ເທົ່ານັ້ນ ເຄືອຂ່າຍພາກປະຊາສັງຄົມໃນໄທຍ ກໍໄດ້ໄປທ້ອນໂຮມກັນ ຢູ່ຕໍ່ໜ້າສະຖານທູຕລາວ ທີ່ບາງກອກ ເທດໄທຍ ແລະໄດ້ຍື່ນຈົດໝາຍເປີດຊອງ ຮຽກຮ້ອງໃຫ້ຣັຖບານລາວ ສືບສວນ ແລະ ສອບສວນ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ຢ່າງຈິງຈັງ.

ເຫດການອັນທີ 4 ທີ່ສຳຄັນໃນປີ 2022 ກໍແມ່ນການລາອອກ ຂອງຄຣູອາສາສມັກ ນັບ 1000 ຄົນໃນພາກໃຕ້ຂອງລາວ ຍ້ອນຣັຖບານ ມີໂຄຕ້າຮັບເອົາຣັຖກອນຄຣູໜ້ອຍລົງ. ຢູ່ສະເພາະແຂວງສວັນນະເຂດ, ຄຣູອາສາເຖິງ 1000 ຄົນ ລາອອກໃນໄລຍະເວລາ ພ້ອມໆກັນ ຫຼັງຈາກຮູ້ຂ່າວວ່າ ໃນປີ 2022 ຣັຖບານຈະຮັບເອົາຄຣູອາສາ ເຂົ້າເປັນພະນັກງານຄຣູໃໝ່ ພຽງແຕ່ 318 ຄົນເທົ່ານັ້ນ ໃນທົ່ວປະເທດ. ແນ່ນອນ ການລາອອກ ຂອງຄຣູອາສາ ຫຼາຍເຖິງປານນັ້ນ ໄດ້ເຮັດໃຫ້ໂຮງຮຽນຫຼາຍແຫ່ງ ຂາດເຂີນຄຣູ.

ດັ່ງ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ໄດ້ກ່າວກັບວິທຍຸ ເອເຊັຽ ເສຣີວ່າ:

ຄຣູເຮົາບໍ່ພຽງພໍ! ນັກຮຽນຫັ້ນຫລາຍ. ບ້ານກໍຂຍາຍຫລາຍ ຄຣູບໍ່ພຽງພໍ ຄຣູອາສາ ອອກມັນກໍຕ້ອງໄດ້ໃຊ້ຫ້ອງຄວບເນາະ. ມັນກໍການຮຽນ ມັນກໍບໍ່ເຕັມເມັດເຕັມໜ່ວຍ. ຄົນສອນກໍຄືກັນເນາະ ມັນບໍ່ຄືກັນກັບຫ້ອງດຽວ. ຄຣູປະຖົມ ເຮົາຈະໃຫ້ 30 ຕໍ່ຫ້ອງຫັ້ນນ່າ ຕົວຢ່າງວ່າ ປ.12. ຈະມີ 7-8 ຄົນ ຫັ້ນນ່າ ປ.ກໍ 10 ຄົນແນວນີ້ນ່າ.

ອີກສາເຫດນຶ່ງ ທີ່ເຮັດໃຫ້ຄຣູອາສາລາອອກ ກໍແມ່ນ ພວກເຂົາເບື່ອນ່າຍ ກັບລະບົບການໃຊ້ເສັ້ນ ໃຊ້ສາຍໃນການຮັບເອົາຣັຖກອນຄຣູ. ເບິ່ງຮູບນອກ ຄືວ່າ ມີການສອບເສັງ ເອົາພະນັກງານໃໝ່ ຢ່າງຄັກແນ່ ແຕ່ໃນພາກປະຕິບັດຕົວຈິງແລ້ວ ມີການຊື້ຈ້າງ ຈອບອອຍກັນ ຢ່າງຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.