ຣັຖບານ ສເນີແຜນ ຫລຸດຈຳນວນ ຣັຖກອນໃໝ່ລົງ ໃນປີ 2023
2023.01.10
ຣັຖບານລາວສເນີ ໃຫ້ສະພາແຫ່ງຊາຕ ຮັບຮອງແຜນບັນຈຸຣັຖກອນໃໝ່ ປະຈຳປີ 2023 ຈຳນວນ 800 ຄົນ ຕາມການສເນີ ຂອງກະຊວງພາຍໃນ ໂດຍການຈັດສັນຣັຖກອນໃໝ່ ຈຳນວນດັ່ງກ່າວ ແມ່ນຈະໃຫ້ບູຣິມະສິດ ແກ່ຄຣູອາສາສມັກ ແລະ ແພດອາສາສມັກ ທີ່ເຮັດວຽກຢູ່ເຂດຫ່າງໄກ ສອກຫລີກ ແລະທຸລະກັນດານ.
ອີງຕາມຂໍ້ຕົກລົງ ແລະ ທິດຊີ້ນຳ ກອງປະຊຸມ ນາຍົກຣັຖມົນຕຣີ, ຮອງນາຍົກຣັຖມົນຕຣີ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້.
ກ່ຽວກັບເຣື່ອງນີ້ ພະນັກງານ ອາສາສມັກ ໂດຍສະເພາະ ຄຣູອາສາສມັກຫລາຍຄົນ ຮູ້ສຶກເສັຽໃຈ ທີ່ຮູ້ຂ່າວວ່າໃນປີ້ນີ້ ຣັຖບານໄດ້ສເນີແຜນບັນຈຸ ຣັຖກອນໃໝ່ຈຳນວນ 800 ຄົນເທົ່ານັ້ນ ຊຶ່ງມີຈຳນວນຫລຸດລົງຈາກຈຳນວນ ຣັຖກອນໃໝ່ ປະຈຳປີ 2022 ເຖິງ 500 ຄົນ ຊຶ່ງຫລາຍຄົນກໍເຊື່ອວ່າ ໂອກາດທີ່ພວກເຂົາເຈົ້າຈະໄດ້ຜ່ານ ການສອບເສັງ ແລະໄດ້ຮັບການບັນຈຸ ເປັນຣັຖກອນຄຣູນັ້ນ ກໍເຫລືອໜ້ອຍລົງເລື້ອຍໆ.
ດັ່ງຄຣູອາສາສມັກ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ມົກຣານີ້ວ່າ:
“ມາປີນີ້ 800 ຄົນເມືອງນຶ່ງເທ່ົາໃດ 15-16 ເມືອງມັນໜ້ອຍແຫລະເນາະ ປີກາຍນີ້ 1,300 ຄົນຕົກຢູ່ເມືອງນຶ່ງເທົາໃດ 3 ໂຕເລຂໝູ່ຄູ່ ສອນນຳກັນກາໄປແລ້ວ ຜູ້ນຶ່ງຍັງ ຜູ້ນຶ່ງຍັງບໍ່ໄດ້ເຫັນ ເພິ່ນວ່າແນວໃດວ່າຊິໄດ້ເສັງ ຫລື ບໍ່.”
ຄຣູອາສາສມັກ ອີກທ່ານນຶ່ງກ່າວວ່າ ທ່ານເອງ ກໍຮູ້ສຶກເສົ້າໃຈ ທີ່ຮັບຮູ້ວ່່າແຜນບັນຈຸ ຣັຖກອນໃໝ່ ປະຈຳປີນີ້ມີພຽງ 800 ຄົນເທົ່ານັ້ນ ແລະ ໃນຈຳນວນດັ່ງກ່າວ ກໍຍັງບໍ່ທັນຮູ້ເທື່ອວ່າ ຈະແບ່ງໂຄຕ້າ ໃຫ້ແກ່ຣັຖກອນຄຣູໃໝ່ ຈຳນວນຈັກຄົນ ຈຶ່ງເຮັດໃຫ້ທ່ານເອງເຣີ່ມຮູ້ສຶກໝົດຫວັງ ທີ່ຈະໄດ້ຮັບໂອກາດ ບັນຈຸເປັນຣັຖກອນ ແລະ ເຊື່ອວ່າຜູ້ທີ່ຈະໄດ້ຮັບ ບັນຈຸເປັນຣັຖກອນຄຣູ ກໍແມ່ນຜູ້ທີ່ມີເສັ້ນສາຍ.
ດັ່ງທ່ານກ່າວວ່າ:
“ຂນາດໂຕເລຂ 1,000 ປາຍຍັງບໍ່ໄດ້ເລີຍບາງແຂວງຫັ້ນກາ 1,000 ປາຍຄົນເດ້ ຄືເກົ່າເຮັດຈັ່ງໃດກາຄືເກົ່າຫັ້ນແຫລະ ເປັນແບບໃດມັນກາແບບນັ້ນມາ ເພາະວ່າປະເພນີມັນມາໂຕໃດ ມີເສັ້ນສາຍ ມີເງິນແລ້ວກາຈັ່ງໄດ້.”
ສ່ວນອະດີດ ຄຣູອາສາ ຍານາງນຶ່ງ ທີ່ຫາກໍລາອອກ ຈາກຄຣູອາສາສມັກ ເມື່ອທ້າຍປີ 2022 ທີ່ຜ່ານມານີ້ກ່າວວ່າ ນອກຈາກແຜນບັນຈຸຣັຖກອນໃໝ່ ປະຈຳປີນີ້ ຈະມີຈຳນວນໜ້ອຍ ກ່ວາປີຜ່ານມາແລ້ວ ຍານາງເອງເຫັນວ່າ ໂອກາດທີ່ຄຣູອາສາສມັກ ໃນຫລາຍແຂວງ ຈະຜ່ານການສອບເສັງ ເຂົ້າບັນຈຸເປັນຣັຖກອນຄຣູ ມີໜ້ອຍລົງເລື້ອຍໆ ເຊັ່ນດຽວກັນ ຊຶ່ງທາງເຈົ້າໜ້າທີ່ສຶກສາທິການ ແລະກິລາ ຂັ້ນເມືອງ ແລະ ຂັ້ນແຂວງ ພະຍາຍາມລະດົມ ໂອ້ລົມໃຫ້ບັນດາຄຣູອາສາ ສມັກລາອອກ ແບບທາງອ້ອມ ເພາະບໍ່ຢາກໃຫ້ເສັຽເວລາ ໄປລ້າໆ ກັບການລໍຖ້າ ໂອກາດເປັນຣັຖກອນຄຣູ.
ດັ່ງຍານາງກ່າວວ່າ:
“ເພິ່ນມາລົງມາປະເມີນ ເພິ່ນກໍວ່າໂອ ກາຫຍຸ້ງຍາກ ເຣື່ອງນີ້ ເພາະວ່າມັນຂຶ້ນກັບ ກະຊວງໝົດ ເພິ່ນກາເວົ້າແບບ ເພິ່ນລະດົມໃຫ້ອອກ ທາງອ້ອມຫັ້ນແຫລະ ມັນຈະບໍ່ຂຶ້ນກັບສຶກສາເມືອງ ຈະບໍ່ຂຶ້ນກັບສຶກສາແຂວງ ວ່າແມ່ນ ກະຊວງລະບຸມາເລີຍວ່າຊີ້.”
ສຳລັບການບັນຈຸຣັຖກອນໃໝ່ ປະຈຳປີ 2023 ໃນຈຳນວນ 800 ຄົນນັ້ນ ກໍຍັງບໍ່ທັນລະບຸເທື່ອວ່າ ມີການແບ່ງປັນໃຫ້ແຕ່ລະຂແນງການ ຫລື ໜ່ວຽງານຕ່າງໆ ຈຳນວນເທົ່າໃດແດ່. ສຳລັບຣັຖກອນ ໃນປີ 2022 ຜ່ານ ມີທັງໝົດ 1,300 ຄົນ ໃນນັ້ນມີຄຣູຈຳນວນ 340 ຄົນ ແລະ ຣັຖກອນແພດ ຈຳນວນ 320 ຄົນ.
ນອກຈາກນີ້ ຣັຖບານລາວ ກໍໄດ້ສເນີຕໍ່ສະພາແຫ່ງຊາຕ ເພື່ອຮັບຮອງເອົາ ການປະຕິບັດນະໂຍບາຍ ອຸດໜູນຄ່າຄອງຊີພ ໃຫ່ແກ່ພະນັກງນຣັຖກອນ ແລະ ພະນັກງານ ອາວຸໂສບຳນານ ຈຳນວນ 150,000 ກີບຕໍ່ຄົນຕໍ່ເດືອນ ເປັນການທົດລອງ ໃນປີ 2023 ແຕ່ຍັງບໍ່ທັນລະບຸ ຢ່າງຄັກແນ່ວ່າ ຈະເຣີ່ມຈ່າຍເງິນອຸດໜູນດັ່ງກ່າວ ໃນເມື່ອໃດ, ສ່ວນພະນັກງານຣັຖກອນ ຫລາຍຄົນ ລ້ວນແຕ່ລໍຖ້າ ແຈ້ງການເພີ່ມຕື່ມ ສຳລັບການປະຕິບັດໂຕຈິງ. ດັ່ງເຈົ້າໜ້າທີ່ລາວ ນາງນຶ່ງກ່າວວ່າ:
“ກາຍັງບໍ່ທັນຮູ້ເທື່ອ ຄືກັນບໍ່ທັນເປັນທາງການເທື່ອເດີ້ ເພິ່ນເວົ້າອອກມາ ແຕ່ຍັງບໍ່ມີຄຳສັ່ງປະຕິບັດເທື່ອ ຄັນໄດ້ແທ້ກາໜ້າ ຈະແມ່ນ 150,000 ຫັ້ນແຫລະ.”
ທາງດ້ານພະນັກງານອາວຸໂສ ບຳນານທ່ານນຶ່ງ ກ່າວວ່າສຳລັບທ່ານເອງແລ້ວ ກໍຄິດວ່າການທີ່ຣັຖບານ ຈະອຸດໜູນຄ່າຄອງຊີພ ໃຫ້ແກ່ພະນັກງານຣັຖກອນ ແລະ ພະນັກງານອາວຸໂສ ບຳນານ ຈຳນວນ 150,000ກີບຕໍ່ຄົນຕໍ່ເດືອນນັ້ນ ກໍແມ່ນເປັນຈຳນວນໜ້ອຍຢູ່ ຄັນທຽບໃສ່ອັຕຣາເງິນເຟີ້ ໃນປັດຈຸບັນ ແຕ່ກໍຍັງດີກ່ວາບໍ່ໃຫ້ເງິນອຸດໜູນ ຄ່າຄອງຊີພເລີຍ.
ດັ່ງທ່ານກ່າວວ່າ:
“ເພິ່ນເບິ່ງກົນໄກເສຖກິຈ ຕ້ອງໄດ້ເພີ່ມໃຫ້ ພໍໄດ້ຢຽວຢາຫັ້ນແຫລະ ຄັນເອົາມາສົມທຽບໃສ່ກັບ ລາຄາສິນຄ້າ ມັນກໍບໍ່ດຸ່ນດ່ຽງ ແຕ່ວ່າຄືບຄານໄປ ພໍໄດ້ອັນນີ້ ໄປຫັ້ນແຫລະ.”
ນອກຈາກນັ້ນ ໃນແຈ້ງການດັ່ງກ່າວ ຂອງຫ້ອງວ່າການ ສຳນັກງານຍົກ ຣັຖມົນຕຣີ ຍັງໄດ້ແຈ້ງຕື່ມວ່າຣັຖບານ ເຫັນດີ ໃຫ້ຢຸດຕິການຮັບພະນັກງານ ຕາມສັນຍາ ແລະ ອາສາສມັກ ແລະ ອາສາສມັກ ເຮັດວຽກໃໝ່ ໃນທຸກຂົງເຂດວຽກງານ ຂອງຣັຖ ນັບແຕ່ອອກແຈ້ງການ ສະບັບນີ້ເປັນຕົ້ນໄປ ແລະ ເຫັນດີໃຫ້ຫັນການເບີກຈ່າຍເງິນເດືອນ ຜ່ານລະບົບ ເອທີເອັມ ສຳລັບພະນັກງານ ທີ່ເຮັດວຽກບໍຣິຫານ ແລະ ຊ່ອຍໜູນຂອງກະຊວງປ້ອງກັນ ຄວາມສງົບ ແລະ ກະຊວງປ້ອງກັນ ປະເທດ ເພື່ອເຮັດໃຫ້ການເບີກຈ່າຍເງິນເດືອນໄວຂຶ້ນ.