ເຣີ່ມເປີດລະບົບ ເຮັດບັດປະຈຳໂຕ ປະຊາຊົນ ຄືນໃໝ່
2023.01.24
ກົມຄຸ້ມຄອງສັມມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສງົບ ໄດ້ອອກແຈ້ງການ ສບັບເລຂທີ 5297/ຄກຖ ລົງວັນທີ 13 ກັນຍາ 2022 ທີ່ຜ່ານມາວ່າ ໃຫ້ປະຊາຊົນນໍາໃຊ້ປື້ມສັມມະໂນຄົວ ໃນການເຮັດທຸຣະກັມຕ່າງໆ ແທນບັດປະຈໍາໂຕ ປະຊາຊົນຊົ່ວຄາວກ່ອນ ແລະສິ່ງນັ້ນ ຖືວ່າເປັນເຣື່ອງທີ່ຫຍຸ້ງຍາກ ຕໍ່ປະຊາຊົນ, ແຕ່ປັດຈຸບັນ ກົມຄຸ້ມຄອງສັມມະໂນຄົວ ແລະກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສງົບ ໄດ້້ມີແຈ້ງການໃໝ່ວ່າ ລະບົບການອອກບັດປະຈໍາໂຕ ທີ່ເປັນລະບົບຊອບແວຣ໌ ຖານຂໍ້ມູນ ຄຸ້ມຄອງຂໍ້ມູນ ສ່ວນບຸກຄົນ ຫຼື PIM ແລະ ລະບົບໄຟຟ້າສໍາຮອງ ຂອງໜ່ວຍງານຕ່າງໆ ທີ່ຂຶ້ນກັບກົມຄຸ້ມຄອງສັມມະໂນຄົວ ແລະກໍ່ສ້າງຮາກຖານ ໃນເມືອງ ແລະແຂວງຕ່າງໆ ທົ່ວປະເທດ ສາມາດກັບມາເຮັດບັດປະຈໍາໂຕໄດ້ແລ້ວ ຮວມເຖິງການບໍຣິການ ພິມປື້ມສັມມະໂນຄົວ ກໍສາມາດເຮັດໄດ້ແລ້ວເຊັ່ນກັນ ໂດຍເຣີ່ມຕັ້ງແຕ່ວັນທີ 18 ມົກກະຣາ 2023 ເປັນຕົ້ນໄປ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 24 ມົກກະຣາ ນີ້ວ່າ:
“ຜ່ານມາເຄື່ອງເພິ່ນມັນເຮັດບໍ່ໄດ້ ມາຮອດດຽວນີ້ ລະບົບສານຍານແມ່ນຫຍັງ ມັນໄດ້ໝົດ ເຄື່ອງເຂົາເຈົ້າກໍແປງໄດ້ແລ້ວ ກະຖືວ່າເພິ່ນເປີດໃຊ້ບໍຣິການແລ້ວ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ການເຮັດປື້ມສັມມະໂນຄົວ ແລະການອອກບັດປະຈໍາໂຕໃໝ່ ສາມາດເຮັດໄດ້ຢູ່ທີ່ ປກສ ເມືອງ ພາຍໃນເມືອງຂອງຕົນອາສັຍຢູ່ ສ່ວນລາຄານັ້ນ ຕ້ອງປະສານກັບທາງເມືອງເອງ ທ່ານບໍ່ສາມາດຕອບໄດ້.
“ດຽວນີ້ຫັ້ນ ມັນຂຶ້ນກັບແຕ່ລະເມືອງນ່າ ໄປປະສານເລີຍ ຫ້ອງການ ປກສ ເມືອງ ດຽວນີ້ຂະເຈົ້າເຮັດ ມັນຈະບໍ່ເປັນປື້ມໃຫຍ່ເນາະ ມັນຈະເປັນປື້ມນ້ອຍນ່າ ເຮົາກໍບໍ່ສາມາດຕອບໄດ້ ວ່າດຽວນີ້ລາຄາເທົ່າໃດແລ້ວ.”
ປະຈຸບັນ ຊາວລາວຫຼາຍຄົນ ຈະຖືບັດປະຈໍາໂຕປະຊາຊົນ 2 ແບບ ຄື ບັດສີຂາວ ແລະບັດສີຂຽວ ສໍາລັບບັດສີຂາວ ເປັນບັດປະຈໍາໂຕແບບເກົ່າ ຖ້າຫາກໝົດອາຍຸ ແລ້ວໄປຕໍ່ໃໝ່ ທາງເຈົ້າໜ້າທີ່ ກົມຄຸ້ມຄອງສັມມະໂນຄົວ ແລະກໍ່ສ້າງຮາກຖານ ກໍຈະປ່ຽນບັດດັ່ງກ່າວນີ້ ໃຫ້ເປັນສີຂຽວແທນ ເພາະມີຄວາມສະທັນສໄມ ແລະ ສາມາດລະບຸໂຕບຸກຄົນ ໄດ້ຢ່າງຈະແຈ້ງກວ່າ ບັດປະຈໍາໂຕແບບເກົ່າ.
ສໍາລັບການເຮັດປື້ມສັມມະໂນຄົວໃໝ່ ໃນປັດຈຸບັນ ຖ້າຍັງເປັນຄອບຄົວນ້ອຍ ບໍ່ໄດ້ມີເກີນ 10 ຄົນຂຶ້ນໄປ ລາຄາກໍປະມານ 2-3 ແສນກີບ ສ່ວນລາຄາການເຮັດບັດປະຈໍາໂຕໃໝ່ ກໍປະມານ 1 ແສນກີບ ຕໍ່ຄົນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:
“ປື້ມສັມມະໂນຄົວນ້ອຍ ເປັນບັດສັມມະໂນຄົວທັນສໄມ ມັນໜ້ອຍເຂົ້າ ລະມັນກໍມີລະບົບ ສາມາດຄິວອາໂຄດຢູ່ຫັ້ນຕິ ເຮັດໃໝ່ນິ່ ຄັນຄອບຄົວນ້ອຍ ບໍ່ເກີນ 2-3 ແສນກີບນ່າ ບັດປະຈໍາໂຕປະມານ 1 ແສນກີບຕໍ່ບຸກຄົນ.”
ສໍາລັບເຣື່ອງດັ່ງກ່າວນີ້ ຊາວລາວຫຼາຍຄົນ ກໍຮູ້ສຶກດີໃຈ ທີ່ທາງການສາມາດແກ້ໄຂບັນຫາ ລະບົບການອອກບັດປະຈໍາໂຕ ໃຫ້ສາມາດກັບມາໃຊ້ງານໄດ້ປົກກະຕິ ເພາະວ່າຫຼາຍຄົນບໍ່ສະດວກ ຈະເອົາປື້ມສັມມະໂນຄົວ ໄປເຮັດທຸຣະກັມປານໃດ ເພາະບາງຄົນ ກໍຍັງໃຊ້ປື້ມສັມມະໂນຄົວແບບເກົ່າ ກໍຍັງມີຢູ່.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ດີໃຈ ຕ່າງແຕ່ວ່າ ມັນຕອນນັ້ນມັນຫຼົ້ມ ເພາະວ່າ ສ່ວນໃຫຍ່ ເຮັດພາສປອຣ໌ຕມັນກໍຍາກເດ້ ບໍ່ມີສັັມມະໂນຄົວນ້ອຍ ບໍ່ມີບັດປະຈໍາໂຕ ມັນຍາກ ບັດປະຈໍາໂຕໄປເຮັດນີ້ກະຕົກຢູ່ ແສນນຶ່ງ ແສນຊາວ ດຽວນີ້ນ່າ.”
ຂະນະດຽວກັນ ຊາວລາວໃນແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ເປັນເຣື່ອງທີ່ດີ ທີ່ທາງການ ແກ້ໄຂ ລະບົບການອອກບັດປະຈໍາໂຕ ແລະປື້ມສັມມະໂນຄົວໄດ້ ເປັນປົກກະຕິ ເພາະເຫັນຫຼາຍຄົນ ເວລາໄປເຮັດທຸຣະກັມ ກໍບໍ່ສະດວກປານໃດ ຖ້າມີແບບໃໝ່ ກໍຈະສະດວກຫຼາຍຂຶ້ນ ບໍ່ຕ້ອງໃຊ້ເອກກະສານຫຼາຍໃບ.
“ກະດີໃຈຫັ້ນແຫຼ້ວ ເພາະວ່າເປັນແບບໃໝ່ ແລ້ວມັນສະດວກ ເວລາເຮົາເອົາໄປອັນດຽວ ຄົບໝົດເລີຍໄປໃສກໍໄດ້ ເວລາເອົາໄປ ບໍ່ໄດ້ຫຼາຍໃດ ກະເປົາໜ່ວຍນຶ່ງ ຄົບຈົບຢູ່ຫັ້ນເລີຍ.”
ຢ່າງໃດກໍຕາມ ອີງຈາກຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວເພີ່ມຕື່ມວ່າ ສໍາລັບຄົນທີ່ຕ້ອງການເຮັດບັດປະຈໍາໂຕໃໝ່ ກໍສາມາດນໍາເອົາປື້ມສັມມະໂນຄົວ ແລະໃບຢັ້ງຢືນອື່ນໆ ຕາມລະບຽບເກົ່າ ໄປຍື່ນທີ່ ປກສ ເມືອງຂອງຕົນເອງໄດ້ ແລະອາຈລໍຖ້າປະມານ 1 ສັປດາ ສ່ວນຜູ້ທີ່ຕ້ອງການ ຕໍ່ບັດປະຈໍາໂຕທີ່ໝົດອາຍຸ ກໍສາມາດໄປຕິດຕໍ່ ຢູ່ ປກສ ເມືອງຂອງຕົນເອງໄດ້ເຊັ່ນກັນ ອັນນີ້ລໍຖ້າບໍ່ດົນ.
ອີງຕາມການແຈ້ງການ ຂອງກົມຄຸ້ມຄອງສັມມະໂນຄົວ ແລະກໍ່ສ້າງຮາກຖານ ກະຊວງປ້ອງກັນຄົວສງົບ ກ່າວເພີ່ມຕື່ມວ່າ ໄດ້ແຈ້ງການໄປຍັງຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ໃຫ້ຮູ້ວ່າ ປັດຈຸບັນ ການປັບປຸງ ສ້ອມແປງລະບົບຊອບແວຣ໌ ຖານຂໍ້ມູນ PIM ແລະລະບົບໄຟຟ້າສໍາຮອງ ຢູ່ກົມສັມມະໂນຄົວ ແລະກໍ່ສ້າງຮາກຖານ ໄດ້ສ້ອມແປງ ສໍາເຣັດແລ້ວ.
ຈຶ່ງຂໍໃຫ້ທຸກເມືອງທຸກແຂວງ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງຕົນ ເປີດໃຫ້ບໍຣິການ ພິມປື້ມສັມມະໂນຄົວ ແລະອອກບັດປະຈໍາໂຕ ໃຫ້ພໍ່ແມ່ປະຊາຊົນລາວ, ບັນດາຊົນເຜົ່າ, ພະນັກງານ, ທະຫານ, ຕໍາຣວດ ໃນຂອບເຂດທົ່ວປະເທດ ເຣີ່ມຕັ້ງແຕ່ ວັນທີ 18 ມົກກະຣາ 2023 ເປັນຕົ້ນໄປ ໂດຍໃຫ້ເຣີ່ມປ້ອນຂໍ້ມູນປະຊາຊົນລາວ ຜູ້ທີ່ມີອາຍຸ 15 ປີຂຶ້ນໄປ ເຂົ້າສູ່ລະບົບຊອບແວ ຖານຂໍ້ມູນ PIM ເພື່ອອອກບັດປະຈໍາໂຕ ປະຊາຊົນ.