ເຈົ້າຂອງກິຈການ ສວນພູຄຳ ຮຽກຮ້ອງ ຂໍຄວາມເປັນທັມ

ໄຊຍາ
2023.01.20
ເຈົ້າຂອງກິຈການ ສວນພູຄຳ ຮຽກຮ້ອງ ຂໍຄວາມເປັນທັມ ຕລາດກະສິກັມ ສວນພູຄຳ ແຂວງຊຽງຂວງ.
ນັກຂ່າວ ພົລເມືອງ

ເຈົ້າຂອງກິຈການ ສວນພູຄຳ ອອກມາຮຽກຮ້ອງ ຂໍຄວາມເປັນທັມ ຈາກທາງການລາວ ກ່ຽວກັບອະດີດເຈົ້າແຂວງ ແຂວງຂຽງຂວາງ ຣະເມີດສັນຍາກິຈການສວນພູຄຳ ທີ່ໄດ້ຮັບສັມປະທານ ຈາກຣັຖບານເປັນເວລາ 50 ປີ. ການລະເມີດສັນຍາດັ່ງກ່າວ ໄດ້ເຮັດໃຫ້ກິຈການຂອງລົ້ມລາຍ ແລະສ້າງຄວາມເສັຽຫາຍເຖີງ 19 ລ້ານປາຍໂດລ້າຣ໌ສະຫະຣັຖ.

ນອກຈາກລະເມີດສັນຍາ ອະດີດເຈົ້າແຂວງຊຽງຂວາງ ຍັງຕັ້ງຂໍ້ກ່າວຫາ ຕໍ່ເຈົ້າຂອງກິຈການສວນພູຄຳຢ່າງຮ້າຍແຮງ ຈົນຕ້ອງໄດ້ລົບໜີ ອອກມາຢູ່ຕ່າງປະເທດ. ຜ່ານມາເຈົ້າຂອງກິຈການສວນພູຄຳ ກໍໄດ້ຕໍ່ສູ້ຕາມຂະບວນການຍຸຕິທັມ ແຕ່ຄະດີດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ ໃດຈົນຜ່ານມາໄດ້ 2 ປີແລ້ວ. ເພື່ອຄວາມກະຈ່າງແຈ້ງ ພວກເຮົາໄດ້ມີໂອກາດ ສັມພາດເຣື່ອງດັ່ງກ່າວນີ້ ເພື່ອໃຫ້ເຈົ້າຂອງ ກິຈການໄດ້ຮຽກຮ້ອງ ຄວາມເປັນທັມ ໄປຍັງອົງການປົກຄອງ ເພື່ອພິຈາຣະນາ ໃຫ້ຄວາມເປັນທັມ ຕໍ່ທ່ານ.

ສຽງສັມພາດ: .................

ຄະດີ ສວນພູຄຳ ແຂວງຊຽງຂວາງ ບໍ່ແມ່ນຄະດີດຽວທີ່ນັກທຸຣະກິຈລາວ ຖືກທາງການເອົາລັດ ເອົາປຽບ. ຜ່ານມາ ກໍມີນັກທຸຣະກິຈລາວ ຫລາຍຄົນບໍ່ໄດ້ຮັບຄວາມເປັນທັມ ຈາກເຈົ້າໜ້າທີ່ ທີ່ຫາຜົນປໂຍດ ໂດຍບໍ່ຊອບທັມ ອັນໄດ້ສ້າງຄວາມບໍ່ເຊື່ອໝັ້ນ ຕໍ່ນັກລົງທຶນລາວ ທີ່ດຳເນີນກິຈການ ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.