ມາເຖິງປັດຈຸບັນ ແນວທາງສ້າມສ້າງ ຫຼື ວຽກງານສາມສ້າງ ຂອງຣັຖ ກໍຍັງບໍ່ທັນມີຫຍັງອອກມາເປັນຮູບປະທັມ ແລະ ໃນສາຍຕາຂອງນັກວິຊາການແລ້ວ ວຽກງານສາມສ້າງ ປະສົບຄວາມຫຼົ້ມແຫຼວ.
ນັກວິຊາການ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີ ກ່ຽວກັບເຫດຜົນ ທີ່ວຽກງານສາມສ້າງ ຂອງຣັຖບານ ບໍ່ປະສົບຜົລສຳເຣັດ.
ນັກຂ່າວ: ອັນວຽກງານສາມສ້າງເພິ່ນນີ້ ເຮົາເຫັນວ່າ ມັນຊິບັນລຸເປົ້າໝາຍຢູ່ເບາະ ຫຼືວ່າ ມັນເປັນພຽງແຜນການແບບທິສດີ.?
ນັກວິຊາການ: " ວຽກ ງານສາມສ້າງ ຄວາມຈິງມັນອອກມາແຕ່ປີ 2004 ພຸ້ນນະ ແນວຄວາມຄຶດ ວຽກສາມສ້າງນີ້ນ່າ ມັນ 18 ປີ ລະເດ້. ສລຸບວ່າ ມັນບໍ່ປະສົບຜົລສຳເຣັດ ທິສດີ ຫັ້ນຫັ້ນດີ ດີອັນແນວຄວາມຄຶດຫັ້ນນະ ແຕ່ແນວທາງປະຕິບັດ ຂະເຈົ້າເຮັດບໍ່ໄດ້ ແລະ ມັນກະບໍ່ມີອັນໃດທີ່ວ່າ ເປັນຕົວເປັນຕົນເນາະ. ເອົາພະນັກງານລົງໄປສົມມຸດເນາະ. ພະນັກງານສາມສ້າງ ອັນນີ້ຊາ ເວົ້າໂຕຢ່າງ ເອົາຈາກແຂວງ ຈາກເມືອງລົງໄປບ້ານ ໄປຫາກິນນຳບ້ານ. ສູນກາງໄປຢູ່ແຂວງ ກະໄປກິນນຳແຂວງ, ແຂວງໄປຢູ່ນຳເມືອງ ກະໄປກິນນຳເມືອງ, ເມືອງລົງບ້ານ ກະໄປກິນນຳບ້ານ ກະໂອ້ ບໍ່ໄດ້ສ້າງ ບໍ່ໄດສາອີ່ຫຍັງ.
ເວົ້າ ສຸດໆ ວຽກສາມສ້າງ ບໍ່ປະສົບຜົລສຳເຣັດ ບໍ່ມີຫຍັງທີ່ຈະໄປສ້າງໄປສາ ໃຫ້ມັນເປັນສາມສ້າງຄືເວົ້າມາດອກ."
ນັກຂ່າວ: ເຂົາເຈົ້າແມ່ນເອົາລະບຸ ຢູ່ໃນມະຕິ 9 ຂອງພັກ ໂຕວຽກງານສາມສ້າງນີ້ ແຕ່ວ່າ ຊິເອົາມາຜັນຂຍາຍ ຊິເອົາມາປະຕິບັດແທ້ໆ ນີ້ ໃນນາມປະຊາຊົນລະ ເຮົາຫຼຽວເຫັນຫຍັງ ພໍເປັນຮູບປະທັມບໍ່?
ນັກວິຊາການ: " ບໍ່ ເຫັນເປັນຮູບປະທັມ ອັນເວົ້າເຣື່ອງວຽກສາມສ້າງ ນຶ່ງກະຍັງບໍ່ເຫັນເປັນຮູບປະທັມຈັກອັນ ລະກະຍັງຢັ້ງຢືນບໍ່ທັນໄດ້ ອີກວ່າ ອັນໃດວຽກສາມສ້າງເພິ່ນປະສົບຜົລສຳເຣັດ ວຽກສຶກສາ ເບາະ ວຽກສາທາ ເບາະ, ວຽກກະສິກັມເບາະ, ວຽກລຶບລ້າງຄວາມທຸກຍາກ. ອັນໃດທີ່ປະສົບຜົລສຳເຣັດແດ່ ຍັງບໍ່ມີ. ຍັງບໍ່ເຫັນເປັນຊິ້ນ ເປັນຕ່ອນທີ່ວ່າ ປະສົບຜົລສໍາເຣັດໃນວຽກສາມສ້າງ."
ນັກຂ່າວ: ແຜນການໂຕນີ້ ມັນກວ້າງໂພດເບາະ?
ນັກວິຊາການ: "ອັນຊິເວົ້າວ່າ ກວ້າງນີ້ ກະກວ້າງ ຫຼື ບໍ່ມີຈຸດສຸມກະແມ່ນ ຫຼື ບໍ່ມີວິທີການ ກວດກາຕິດຕາມກະແມ່ນ ຍົກໂຕຢ່າງ ເອົາພະນັກງານລົງໄປ ເຮັດວຽກສາມສ້າງສົມມຸດວ່າ ເອົາໄປຢູ່ນຳຫ້ອງການເມືອງ ເອົາໄປຢູ່ນຳບ້ານ ກະໄປເຮັດອີ່ຫຍັງຊ່ອຍເຂົາແດ່. ກະບໍ່ໄດ້ເຮັດອີ່ຫຍັງ ເຂົາກະຢູ່ຕາມຍັດຖາກັມ ອັນນີ້ເຄີຍເຫັນ ໄປຢູ່ເມືອງປາກທາ ສມັຍປີ 2014 ໄປເຮັດວຽກໂຄງການ ພະນັກງານມາເຮັດສາມສ້າງ ກະໄປນອນຢູ່ຫ້ອງການກຸ່ມ. ໄປຢູ່ຫ້ອງການກຸ່ມ ເຮັດອີ່ຫຍັງ ປູກຜັກປູກມີ່. ບາດຍາມມີວຽກຂອງພາກສ່ວນອື່ນທີ່ກ່ຽວຂ້ອງ ເຂົາເຊີນໄປ ກະໄປ ພໍໄດ້ອັດຕຣາກິນ ກະໄປເວົ້າ ໄປແກ້ອີ່ຫຍັງກະບໍ່ໄດ້ ແນວໂຕເອງ ກະບໍ່ໄດ້ເປັນເຈົ້າຂອງວຽກເນາະ. ໄປກະພໍໄດ້ເປັນຊື່ໆ ເອີ ພະນັກງານສາມສ້າງເອີໄປ.
ໄປ ກະເວົ້າບລາບລາ ແລ້ວວຽກອັນນັ້ນລະກະຈົບໄປ ກະບໍ່ໄດ້ຊ່ອຍອີ່ຫຍັງສລຸບແລ້ວ. ເອົາໄປສາມສ້າງ ບາງຄົນກະເຮັດພໍແຕ່ແລ້ວ ຄົບກັມນົດປີລະກະ ຂໍກັບຄືນມາ ເພື່ອໄດ້ຊັ້ນ ໄດ້ຕຳແໜ່ງອີ່ຫຍັງສູງຂຶ້ນໄປຊື່ໆ. ຖາມວ່າ ລົງໄປສ້າງອີ່ຫຍັງຊ່ອຍປະຊາຊົນ No ບໍ່ໄດ້ມີອີຫຍັງ. ຊາທີ່ເຫັນ ຊາທີ່ຮູ້ໄດ໋. ທຸກເມືອງ ທຸກບ້ານ ມີໝົດໄດ໋ ພະນັກງານໄປຢູ່ນຳຣັຖ ພະນັກງານໄປຢູ່ນຳຫ້ອງການກຸ່ມເບາະ ໄປຢູ່ນຳທະຫານ ຕຳຣວດ ເບາະ ຫຼືວ່າ ປກສ ຫຼືວ່າ ກະສິກັມ ອີ່ຫຍັງ. ເຂົາຢາກເຮັດ ແຕ່ວິທີການເຮັດ ແຕ່ວ່າ ຂອດຕິດຕາມວິທີການເຮັດເຈົ້າ ມັນບໍ່ມີຫຍັງ ທີ່ຈະພິສູດໃຫ້ໄດ້ວ່າເອີ. ເຮັດອັນນີ້ລະມັນດີ ມີຜົລງານຄືອັນນີ້ 1,2,3. ເອົາພະນັກງານສາມສ້າງລົງໄປ ມັນຊ່ອຍໃຫ້ບ້ານອັນນີ້ ຫຼຸດພົ້ນອອກຈາກຄວາມທຸກຍາກ ບ້ານອັນນີ້ ເກີດມີການຄ້າຂາຍ ບ້ານອັນນີ້ ເກີດມີຄວາມສງົບສຸກ ບໍ່ໄດ້ມີ. ເພາະວ່າ ກະໂຕຜູ້ສາມສ້າງເອງ ກະຢູ່ແບບທຸກໆ ຍາກໆ ຊິໃຫ້ເຂົາເຈົ້າເອົາເວລາໃດ ໄປຄຶດແກ້ໄຂບັນຫາໃຫ້ບ້ານໃຫ້ເມືອງ."
ນັກຂ່າວ: ສ້າງແຂວງໃຫ້ເປັນຫົວໜ່ວຍຍຸທະສາຕ ເມືອງໃຫ້ເປັນຫົວໜ່ວຍຮອບດ້ານ ບ້ານເປັນຫົວໜ່ວຍພັທນາ?
ນັກວີຊາການ: " ແມ່ນ ທິສດີ ມັນດີແທ້ໆ ເນາະ ແລ້ວບາດນີ້ ບ້ານເປັນຫົວໜ່ວຍພັທນາເຫັນບໍ່ ອັນໃດ ອັນນຶ່ງ ທີ່ເຮົາສາມາດແນມເຫັນໄດ້ ປ້າຍ ປ້າຍບ້ານ ເຮັດຂຶ້ນມາຍ້ອງຍໍຊົມເຊີຍກັນ ໂອ້ ປ້າຍບ້ານ ພັທນາຮອບດ້ານ ບ້ານລຶບລ້າງຄວາມທຸກຍາກ ບ້ານການສຶກສາ, ບ້ານລຶບລ້າງການກຶກໜັງສື, ບ້ານແມ່ຍິງສາມດີ, ບ້ານປ້ອງກັນຄວາມສງົບ, ບ້ານປອດຢາເສບຕິດ, ບ້ານພັທນາອີ່ຫຍັງ ກະວ່າໄປ ບລາ ບລາ.
10-20 ປ້າຍແຕ່ລະບ້ານ ເຕັມເຮັດຂຶ້ນມາ ກ່ອນຊິໄດ້ ກະເຊີນເຈົ້າເມືອງເຈົ້າແຂວງທີ່ເປີດມາ ເຮັດພິທີເສັຽເງິນເສັຽຄຳມະຫາສານ ຖາມວ່າ ໄດ້ຫຍັງລະ ສົມມຸດບ້ານປອດຢາເສບຕິດ ຢາເສບຕິດ ເຕັມບ້ານເຕັມເມືອງ, ບ້ານແມ່ຍິງສາມດີ ຖາມວ່າ ມີບັນຫາຫຍັງເຣື່ອງຄວາມຮຸນແຮງຕໍ່ຄອບຄົວ ເຕັມອຶຍຶອະຍະ, ບ້ານປອດຕະດີ, ບ້ານປ້ອງກັນຄວາມສງົບ, ໂອ້ຍສາລະພັດ ສິ່ງທີ່ເວົ້າມາທັງໝົດ ຄື ທິສດີ ແລະ ບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ.”
ປະຊາຊົນໂດຍທົ່ວໄປ ຍັງບໍ່ເຂົ້າໄປຄວາມໝາຍທີ່ວ່າ ແຂວງເປັນຫົວໜ່ວຍຍຸທະສາຕ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ບ້ານເປັນຫົວໜ່ວຍພັທນາ ນັ້ນມີຄວາມໝາຍວ່າແນວໃດ.
ປະຊາຊົນທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
" ສ່ວນ ໃດບໍ່ຢາກເຊື່ອມຊຶມປານໄດ໋ ກ່ຽວກັບເຣື່ອງພວກນີ້ນ່າ."
ນັກຂ່າວ: ກ່ຽວກັບວ່າ ຊິສ້າງແຂວງໃຫ້ເປັນຫົວໜ່ວຍຍຸທະສາຕ ສ້າງ ເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງ ບ້ານເປັນຫົວໜ່ວຍພທັນາ ຄືເຮົາ ມີຄວາມເຂົ້າໃຈຈັ່ງໃດ ກ່ຽວກັບແນວທາງໂຕນີ້?
ປະຊາຊົນ: " ຄັນ ຊິເວົ້າແລ້ວ ຢູເຂດນອກ ເຂດນາ ສ່ວນຫຼາຍເຂົາກະບໍ່ປານໃດ ຄືໂຕຢ່າງເນາະ ຖນົນຫົນທາງເນາະ ໂຕຢ່າງວ່າ ການຢູ່ການກິນຊິນ່າ ຖນົນຫົນທາງ ນີ້ກະບໍ່ຢາກດີວ່າຊັ້ນຊາເນາະ. ການເບິ່ງແຍງປະຊາຊົນ ພວກທຸກພວກຍາກຫັ້ນນ່າ ຄັນວ່າ ຄັນສ້າງເນາະ ຄືວ່າ ຕ້ອງເອົາ ຕ້ອງຊ່ອຍເຫຼືອນັ້ນ ຊ່ອຍເຫຼືອອັນນີ້ ແຕ່ວ່າ ການປູກຝັງບໍ່ ການລ້ຽງສັດ ບໍ່ ກະບໍ່ມີຊິນ່າ."
ນັກຂ່າວ: ຢູ່ເຂດນອກໆ ຍັງບໍ່ເຫັນໄປລະດົມເຣື່ອງການດຳລົງຊີວິຕ ເຣື່ອງການທຳມາຫາກິນ ການສ້າງອາຊີບເປັນຈັ່ງຊັ້ນເບາະ?
ປະຊາຊົນ: " ແມ່ນໆ ."
ນັກຂ່າວ: ບາດນີ້ ເຮົາເຈົ້າໃຈຈັ່ງໃດ ສ້າງບ້ານໃຫ້ເປັນຫົວໜ່ວຍພັທນາ ນີ້ ໃນຖານະປະຊາຊົນເອົງ?
ປະຊາຊົນ: "ຂ້ອຍກະບໍ່ຮູ້ດີປານໃດ ກະບໍ່ເຄີຍວ່າ ເຫັນຂະເຈົ້າມາ ລະດົມຫັ້ນນ່າ ບໍ່ເຫັນຂະເຈົ້າມາສ້າງ ມາຫຍັງຈັ່ງຊິນ່າ."
ນັກຂ່າວ: ຍັງບໍ່ເຂົ້າໃຈວ່າ ການສ້າງບ້ານເປັນຫົວໜ່ວຍພັທນາ ນິ ມັນແມ່ນຫຍັງ ແລະ ຈະຕ້ອງເຮັດຫຍັງ ເຮົາຍັງບໍ່ທັນໄດ້ເຂົ້າໃຈຈຸດນີ້ ແມ່ນເບາະ?
ປະຊາຊົນ: "ແມ່ນໆລະ."
ນັກຂ່າວ: ຄັນຊັ້ນ ມັນຊິບໍ່ເປັນອຸປະສັກ ຫວະຊັ້ນນະ?
ປະຊາຊົນ: "ເຂົາມາປະຊຸມແບບທົ່ວໄປຊື່ໆນ່າເນາະ. ມີແຈ້ງການທາງຣັຖການ ກະມາປະຊຸມນຳປະຊາຊົນຊື່ໆ ນ່າເນາະ. ເຣື່ອງສ້າງເຣື່ອງຫຍັງສ່ວນຫຼາຍແມ່ນຄຳເວົ້າຊື່ເບາະ ແຕ່ວ່າ ໂຕຈິງ ມັນບໍ່ເປັນຄຳຂັວນຄືເຮົາເວົ້າຫັ້ນນ່າ."
ປະຊາຊົນສ່ວນໃຫຍ່ ຍັງບໍ່ເຂົ້າໃຈເຣື່ອງສາມສ້າງ. ປະຊາຊົນອີກທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:
" ປະ ຊາຊົນສ່ວຍໃຫຍ່ ບໍ່ເຂົ້າໃຈ. ນາຍບ້ານ ບ້ານນອກ ບໍ່ຮູ້ເຣື່ອງດອກ ວ່າ ສາມສ້າງ ມັນແມ່ນອີ່ຫຍັງ ມີແຕ່ວ່າ ເຊັນໄປ ເຊັນຮະໄປ ຜູ້ໃດພໍອ່ານໜັງສືໄດ້ກະຂຶ້ນມາ ເປັນໄປພໍຮູ້ເຣື່ອງ ຮູ້ລາວ. ມັນກະຄວບຄູ່ກັບຄວາມຮູ້ໄດ໋ລະ ຫົວໜ່ວຍພື້ນຖານມັນຂາດຄວາມຮູ້ເວົ້າແຈ້ງໆ ຊາ."
ເຖິງຢ່າງໃດກໍຄາມ, ແນວທາງສາມສ້າງ ຫຼື ນະໂຍບາຍສາມສ້າງ ຄື ການສ້າງແຂວງເປັນຫົວໜ່ວຍຍຸທສາຕ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ້ານ, ສ້າງບ້ານເປັນຫົວໜ່ວຍພັທນາ ແມ່ນສ່ວນນຶ່ງມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ຫຼື ມະຕິ 9 ເພື່ອລຶບລ້າງຄວາມທຸກຍາກ ໃຫ້ປະຊາຊົນ, ເຖິງວ່າ ປະຊາຊົນຈະບໍ່ເຂົ້າໃຈກໍຕາມ.
ທ່ານ ຄຳເຈນ ວົງໂພສີ ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ ໄດ້ຣາຍງານຢູ່ໃນກອງປະຊຸມສະພາແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ພາຍໃນປີ 2025 ຣັຖບານກຳລັງສຸມໃສ່ 91 ເຂດຊົນບົດ ເປັນເປົ້າໝາຍ ເພື່ອລຶບລ້າງຄວາມທຸກຍາກ ແລະ 143 ເຂດເປົ້າໝາຍ ສຳລັບການພັທນາອາຊີບ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.