ຜູ້ນຳສູງສຸດຂອງລາວ ເພີ່ມທະວີ ຄວາມຮ່ວມມືກັບຈີນ

ຈຳປາທອງ
2023.01.25
ຜູ້ນຳສູງສຸດຂອງລາວ ເພີ່ມທະວີ ຄວາມຮ່ວມມືກັບຈີນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ຢ້ຽມຢາມຈີນ.
ຮູບພາບ: ປກສ

ໃນການໄປຢ້ຽມຢາມຈີນ 3 ມື້, ແຕ່ວັນທີ 29 ພຶສຈິກາ ຫາ ວັນທີ 1 ທັນວາ ທີ່ຫາກໍຜ່ານມານີ້  ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບກັບ ທ່ານ ສີ ຈິ້ນຜິງ, ເລຂາ ທິການໃຫຍ່ ຄະນະກັມມະການ ສູນກາງພັກກອມມູນິສຕ໌ຈີນ, ປະທານປະເທດ ຊຶ່ງໃນນັ້ນໄດ້ເວົ້າກັນເຖິງ ການເສີມຂຍາຍ ສາຍພົວພັນລະຫວ່າງ 2 ພັກ, 2 ຣັຖ ລາວ-ຈີນ, ບັນຫາພາກພື້ນ ແລະສາກົນ ຕາມແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກັມ ລາວ-ຈີນ ທີ່ໄດ້ລົງນາມກັນໃນປີ 2019 ແລະກະກຽມລົງນາມ ໃນແຜນແມ່ບົດ ສະບັບໃໝ່ ດັ່ງທີ່ໄດ້ບົ່ງໄວ້ ຢູ່ໃນຖແລງການຮ່ວມ ໃນໂອກາດຢ້ຽມຢາມຈີນ ຄັ້ງນີ້ ໃນຂະນະທີ່ຣັຖບານ ສປປ ລາວ ຕິດໜີ້ຈີນ ມະຫາ ສານ.

ການໄປຢ້ຽມຢາມຈີນ ຂອງຜູ້ນໍາສູງສຸດ ແຫ່ງ ສປປ ລາວ ມີຂຶ້ນໃນຂະນະທີ່ ສປປ ລາວ ປະເຊີນກັບຫລາຍບັນຫາ ຫຍຸ້ງຍາກໜັກໜ່ວງ ທີ່ຍັງແກ້ໄຂບໍ່ຕົກ ເປັນຕົ້ນບັນຫາເສຖກິຈ-ການເງິນ, ໜີ້ສາທາຣະນະມະຫາສານ, ການສໍ້ຣາສບັງຫຼວງ, ການລະເມີດລະບຽບກົດໝາຍ, ຄ່າຄອງຊີບຖີບໂຕສູງຂຶ້ນ, ຊີວິດການເປັນຢູ່ ຂອງປະຊາຊົນ ຫຍຸ້ງຍາກຂັດສົນ ຊຶ່ງເປັນບັນຫາທີ່ທາງການລາວ ປະເຊີນຢູ່ໃນປັດຈຸບັນ.

ຍ້ອນຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ແລະການເງິນ ຢ່າງໜັກໜ່ວງ ຜູ້ນໍາສປປ ລາວ ຈໍາເປັນຕ້ອງໄດ້ໄປຊອກຫາ ຜູ້ຊ່ອຍ ທີ່ຄິດວ່າ ພໍຈະຊ່ອຍໃຫ້ລາວ ພົ້ນຈາກວິກິຕການ ຄືທີ່ວ່ານັ້ນໄດ້ ເປັນຕົ້ນກໍແມ່ນຈີນ ທີ່ເປັນເຈົ້າໜີ້ລາຍໃຫຍ່ກວ່າໝູ່ ເຮັດໃຫ້ລາວຕົກຢູ່ໃນບ້ວງໜີ້ ຕາມຍຸທສາຕ ຂຍາຍອານາເຂດ, ແພ່ອໍານາດ ຊາດໃຫຍ່ຂອງຈີນ ຢູ່ໃນຂົງເຂດເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະຍອມປະຕິບັດຕາມຈີນບອກທຸກຢ່າງ ຊຶ່ງອັນສໍາຄັນ ຈະເຫັນໄດ້ຢູ່ໃນຖແລງການຮ່ວມ ໃນໂອກາດ ທີ່ ທ່ານ ທອງລຸນ ສີສຸລິດ ໄປຢ້ຽມຢາມຈີນຄັ້ງນີ້ ທີ່ເວົ້າເຖິງ ແຜນແມ່ບົດ ວ່າດ້ວຍການສ້າງ ຄູ່ຮ່ວມຊະຕາກັມ ລາວ-ຈີນ ຊຶ່ງໃນນັ້ນໄດ້ເນັ້ນເຖິງ ຫລາຍບັນຫາ ເປັນຕົ້ນ ຜົລສໍາເຣັດ ຂອງການພັທນາເສຖກິຈ-ສັງຄົມ ຂອງຈີນ ທີ່ທ່ານ ທອງລຸນ ເວົ້າວ່າ ເປັນແບບຢ່າງ ໃຫ້ປະເທດທີ່ກໍາລັງພັທນາ; ເວົ້າເຖິງການພົວພັນ ຮ່ວມມື ຮອບດ້ານລະຫວ່າງ 2 ປະເທດ, ລາວ ແລະ ຈີນ ທີ່ເປັນປະເທດສັງຄົມນິຍົມ, ບ້ານໃກ້ເຮືອນຄຽງ, ມີມູນເຊື້ອ ມິຕພາບ ແລະ ການຮ່ວມມື ໂດຍຖືເອົາທາງຣົຖໄຟ ລາວ-ຈີນ ເປັນອັນຊີ້ວັດ. ໃນຖແລງການນັ້ນ ລະບຸວ່າ ຝ່າຍລາວເຫັນດີ ແລະ ຈະປະກອບສ່ວນ ໃນການຈັດຕັ້ງ ປະຕິບັດ ໃນອັນທີ່ທາງການຈີນ ເອີ້ນວ່າ ຂໍ້ລິເຣີ່ມ ຂອງຈີນ ຮວມທັງຂໍ້ລິເຣີ່ມວ່າດ້ວຍການພັທນາ ທົ່ວໂລກ, ຂໍ້ລິເຣີ່ມວ່າດ້ວຍຄວາມໝັ້ນຄົງ ທົ່ວໂລກ.

ໃນການພົວພັນຮ່ວມມື ສາຍພັກ ກໍເວົ້າວ່າ ຈະສືບຕໍ່ ຜັນຂຍາຍ “ແຜນການຮ່ວມມື ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິສຕ໌ຈີນ ແລະ ແຜນການບໍາລຸງ ກໍ່ສ້າງພະນັກງານ ພັກ ໄລຍະ ປີ 2021-2025. 2 ຝ່າຍຈະຮ່ວມມືດ້ານກົດໝາຍ ໃນການຕ້ານການສໍ້ຣາສ ບັງຫຼວງ,​ ຈະປະ ສານສົມທົບໃ ນຂອບ ສົນທິສັນຍາ ວ່າດ້ວຍການຕ້ານ ການສໍ້ຣາສບັງຫຼວງຂອງ ສະຫະປະຊາຊາດ”, ໃນຂອບຈີນ-ອາຊຽນ ແລະ ໃນຂອບຫລາຍຝ່າຍອື່ນໆ, ຈະພົວພັນຮ່ວມມືກັນ ດ້ານສະພາແຫ່ງຊາດ ແລະແນວໂຮມ, ລະຫວ່າງກະຊວງ ການຕ່າງປະເທດ ຂອງ 2 ປະເທດ, ເພີ່ມທະວີການຮ່ວມມື ທາງດ້ານປ້ອງກັນຊາດ ແລະຄວາມໝັ້ນຄົງ, ດ້ານການປ້ອງກັນ ຄວາມສງົບ, ສ້າງສູນຮ່ວມມື ວຽກງານສັນຕິບານ ເພື່ອຕ້ານອັນທີ່ເອີ້ນວ່າ ການຫັນປ່ຽນໂດຍສັນຕິ, ຕ້ານ ການປະຕິວັດສີ ແລະ ອື່ນໆ ຮວມທັງຊຸກຍູ້ການສ້າງເມືອງແຮກສ່ຽວ ໃຫ້ຫລາຍຂຶ້ນ, ຮ່ວມກັນຮັກສາ ແລະ ຄຸ້ມຄອງສຸສານສະຖານ ຂອງຄົນຈີນ ທີ່ຈີນຖືເປັນວິລະຊົນຈີນ ທີ່ໄດ້ເສັຍສະຣະຊີບຢູ່ລາວ, ຮ່ວມມືໃນຂົງເຂດ ວັທນະທັມ ແລະ ທ່ອງທ່ຽວ, ການຂ່າວ, ຊຸກຍູ້ໂຄງການ ສາຍສົ່ງໄຟຟ້າ ແລະຕາຂ່າຍໄຟຟ້າ ລາວ-ຈີນ, ສົ່ງເສີມບັນດາບໍຣິສັດ ແລະ ອົງການທີ່ກ່ຽວຂ້ອງ ໃນການກໍ່ຕັ້ງບໍຣິສັດ ຮ່ວມທຶນກໍ່ສ້າງ ສາຍສົ່ງໄຟຟ້າລາວ (EDL-T) ແລະການຮ່ວມມືດ້ານອື່ນໆອີກຫລາຍຢ່າງ ລະຫວ່າງ 2 ປະເທດນີ້.
ໃນໄລຍະການຢ້ຽມຢາມຈີນຄັ້ງນີ້, ສອງຝາຍ ໄດ້ລົງນາມ ໃນສັນຍາ ແລະບົດບັນທຶກຄວາມເຂົ້າໃຈ ກັນວ່າດ້ວຍການຮ່ວມມື ຫລາຍສະບັບ ທັງລະຫວ່າງ ສູນກາງພັກ, ສູນກາງຊາວໜຸ່ມ ຂອງ 2 ປະເທດ, ການຮ່ວມມື ພັທນາລຽບຕາມເສັ້ນທາງ ຣົຖໄຟ, ການຮ່ວມມືດ້ານການສຶກສາ, ການສ້າງຕັ້ງຫນ່ວຍງານຮ່ວມມື ດ້ານການລົງທຶນ ແລະ ເສດຖະກິຈ ຕລອດເຖິງອະນຸສັນຍາ ວ່າດ້ວຍຂໍ້ກໍານົດເງື່ອນໄຂ ສຸຂອະນາໄມພືດ, ສໍາລັບການສົ່ງໃບຢາສູບ ລາວ ໄປຈີນ, ວ່າດ້ວຍການສົ່ງງົວ ຈາກລາວໄປຈີນ; ການຮ່ວມມືດ້ານສື່ມວນຊົນ ແລະລະຫວ່າງ ສະພາປະຊາຊົນ 4 ແຂວງຄື ແຂວງຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫລວງພະບາງ ແລະ ສະພາຜູ້ແທນແຂວງຢຸນນານຂອງຈີນ, ການຮ່ວມມືໂຄງການ ແລກປ່ຽນພະລັງງານໄຟຟ້າ ໃນລະດັບແຮງດັນ 500 KV ແລະ ຂໍ້ຕົກລົງອື່ນໆອີກຫລາຍຢ່າງ ໃນການພົວພັນຮ່ວມມືກັນ.

ນັບຕັ້ງແຕ່ ໄດ້ມີການເປີດປະເທດ ແຕ່ທ້າຍຊຸມປີ 1980 ມານີ້, ອີງຕາມຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022, ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ ​ຂອງ​ລາວ ກວມ​ເອົາ 68% ຂອງລວມຍອດມູນຄ່າ​ຜ​ລິ​ຕ​ພັນ​ພາຍ​ໃນ ຫລື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ສະຫະຣັຖ ແລະປີ 2021 ໜີ້​ເພີ່ມຂຶ້ນເປັນ 88% ຂອງ GDP ແລະຂໍ້ມູນລ່າສຸດ ຂອງທະນາຄານໂລກ ກ່ຽວກັບລວມຍອດູນຄ່າພລິຕພັນ ພາຍໃນຂອງລາວ. ສະຖິຕິ ປີ 2022 ຊຶ່ງການຄາດຄະເນ 2023. ປີ 2021 ລວມຍອດ ມູນຄ່າພລິຕພັນພາຍໃນຂອງລາວມີ 18,830 ລ້ານໂດລ້າຣ໌ສະຫະຣັຖ ຄືກວມເອົາ 0.01% ຂອງເສຖກິຈໂລກ ແລະໃນມື້ວັນທີ 21 ພຶສຈິກາ ທີ່ຜ່ານມານີ້ ທະນາຄານໂລກ ປະຈໍາລາວ ກໍຄາດວ່າ ໃນທ້າຍປີ 2022, ໜີ້ສາທາຣະນະ ແລະໜີ້ສິນ ຂອງຣັຖ ຄໍ້າປະກັນໄວ້ ຈະຫລາຍກວ່າ 100% ຂອງລວມຍອດມູນຄ່າ ຜລິຕພັນພາຍໃນ ຊຶ່ງເມື່ອກ່ອນນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ສໄມທີ່ທ່ານເປັນຮອງນາຍົກ ຣັຖມົນຕຣີ ແລະເປັນຜູ້ຊີ້ ນໍາວຽກງານເສຖກິຈ, ຫົວໜ້າຄະນະຊີ້ນໍາ ໂຄງການທາງຣົຖໄຟ ລາວ-ຈີນ ໄດ້ກ່າວຕໍ່ກອງປະຊຸມ ສໄມວິສາມັນ ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຜູ້ນໍາ ພັກປະຊາຊົນ ປະຕິວັດລາວ ສັ່ງໃຫ້ເປີດຂຶ້ນ ກ່ຽວກັບໂຄງການ ເຊື່ຶອມຕໍ່ທາງຣົຖໄຟ ລາວ-ຈີນ ໃນມື້ວັນທີ 18 ສິງຫາ 2012 ວ່າມາເຖິງຂະນະນີ້ ຣັຖບານລາວ ມີໜີ້ສິນເງິນກູ້ຈາກຜູ້ໃຫ້ທຶນ ຕ່າງໆປະມານ 3.5 ຕື້ໂດລ້າຣ໌ສະຫະຣັຖແລ້ວ ພ້ອມກັນນັ້ນກໍເວົ້າວ່າ  ລາວຍັງມີຂໍ້ຈໍາກັດ ໃນການຢືມເງິນຈາກຕ່າງປະເທດ ບໍ່ໃຫ້ເກີນ 45% ຂອງລວມຍອດມູນຄ່າ ຜລິຕພັນພາຍໃນ ຫລື GDP ຂອງປະເທດນໍາດ້ວຍ.

ຜູ້ນໍາພັກກໍຫວັງວ່າ ຖ້າ ສປປ ລາວ ບໍ່ມີເງິນໃຊ້ໜີ້ຄືນ ຈີນກໍອາຈລົບລ້າງໜີ້ໃຫ້ ຄືທີ່ໄດ້ກູ້ຢືມມາຈາກທະນາຄານ Exim Bank ຂອງຈີນ ໃນບາງໂຄງການ.

ດັ່ງທີ່ທ່ານໄດ້ກ່າວຕໍ່ກອງປະຊຸມ ສໄມວິສາມັນ ຂອງສະພາແຫ່ງຊາດນັ້ນ ຕອນນຶ່ງວ່າ:

ໄລຍະຜ່ານມາ ສປ ຈີນ ເຄີຍລົບລ້າງໜີ້ສິນ ສໍາລັບບາງໂຄງການ ຂອງ ສປປ ລາວ.

ສໍາລັບການໃຊ້ໜີ້ ທີ່ລາວຕິດຈີນ, ອີ​ງ​ຕາມຂໍ້ມູນ ຈາກສູນການວິໄຈ ເອດດາຕາ (AidData) ​ວິທະຍາໄລ ວິລລຽມ ແອນດ໌ ແມຣີ (William & Mary) ທີ່ສະຫະຣັອາເມຣິກາ, ຕາມໂຕເລກຢ່າງເປັນທາງການ, ແຕ່ປີ 2000-2017 ລາວເປັນໜີ້ຈີນ 5.57 ຕື້ໂດລ້າຣ໌ແຕ່ຍັງມີໜີ້ ທີ່ບໍ່​​ເປັນທາງການ ຕື່ມອີກ ຮວມທັງໝົດເປັນ 6.69 ຕື້ໂດລ້າຣ໌.            

ເວົ້າເຖິງໜີ້ສິນຕ່າງປະເທດ ຂອງລາວ ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ກໍຣາຍງານວ່າ ໜີ້ສາທາຣະນະ ແລະໜີ້ສິນ ທີ່ຂອງຣັຖບານ ສປປ ລາວ ຄໍ້າປະກັນໄວ້ ຊຶ່ງສ່ວນໃຫຍ່ແມ່ນໜີ້ ທີ່ກູ້ຢືມມາຈາກປະເທດຈີນ ແລະໄທຍ ທີ່ເມື່ອ ປີ 2020 ມີໜີ້ສູງເຖິງ 72% ຂອງ GDP ແລ້ວ ແລະໜີ້ນັ້ນເພີ່ມຂຶ້ນນໍາເລື້ອຍໆ ຈະເກີນ 100% ຂອງ GDP.

ເມື່ອເວົ້າເຣື່ອງການໃຊ້ໜີ້ແທນສິນ, ໃນປີ 2022 ຜ່ານມາ ຊຶ່ງມີທັງການຊໍາຣະໜີ້ພາຍໃນ ແລະໜີ້ຕ່າງປະເທດ ທັງໝົດ 7,157 ຕື້ກີບ ແລະ 1.598 ຕື້ໂດລາສະຫະຣັຖ ທີ່ຣັຖບານລາວກໍາລັງຫາເງິນມາຊໍາຣະ ຢ່າງຮີບດ່ວນ ຊຶ່ງທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ກ່າວຕໍ່ກອງປະຊຸມ ສໄມສາມັນຂອງສະພາແຫ່ງຊາດ ທີ່ຜ່ານມານັ້ນວ່າ:

ໜີ້ສິນສາທາຣະນະສະສົມ, ເລີ່ມມີຜົລກະທົບແຮງ. ທີ່ຜ່ານມາ ບັນຫາໃຫຍ່ແມ່ນບໍ່ມີເງິນຊໍາຣະໜີ້ຕ່າງປະເທດ ອັນນີ້ຄືບັນຫາ. ທ່ານເວົ້າວ່າ ວິທີແກ້ໄຂ ແມ່ນພວກເຮົາມີທ່າແຮງຊັພຍາກອນ ທັມມະຊາຕ, ການຜລິດຈໍານວນນຶ່ງ ເປັນທ່າແຮງສໍາລັບຄໍ້າປະກັນ ໃຫ້ແກ່ ສປປ ລາວ ໃນການຊໍາຣະໜີ້ຕ່າງປະເທດ.

ອົງການ Fitch Rating ຊຶ່ງເປັນ​ອົງ​ການ​ຈັດ​ອັນ​ດັບ​ ຄວາມ​ໜ້າ​ເຊື່ອ​ຖື ​ດ້ານການ​ຈ່າຍ​ໜີ້ ທີ່​ຕັ້ງ​ຢູ່ສ​ຫະ​ຣັ​ຖ​ ອາ​ເມ​ຣິ​ກາ ໄດ້​​ຣາຍ​ງານ ໃນມື້​ວັນ​ທີ 9 ສິງ​ຫາ 2021 ວ່າ ສະ​ເພາະ​​ປີ 2021, ປະ​ເທດ​ລາວ​ຍັງ​ຄ້າງ​ຈ່າຍ​ໜີ້ໃຫ້​ຕ່າງ​ປະ​ເທດ ປະ​ມານ 400 ລ້ານໂດ​ລ້າຣ໌ສະຫະຣັຖ ແລະໃນປີ 2022 ຂໍ້​ມູນຂອງທາງການລາວ ລະບຸວ່າ ປະເທດລາວ ຕ້ອງຈ່າຍໜີ້ ມູນຄ່າ 1.2 ຕື້ໂດລາສະຫະຣັຖ ແລະ ປີ 2023 ຕ້ອງໃຊ້ໜີ້ມູນຄ່າ 1.4 ຕື້ໂດລ້າຣ໌ສະຫະຣັຖ. ໃນຈໍານວນໜີ້ທັງໝົດ ຂອງລາວປະມານ 70% ແມ່ນ ໜີ້ມາຈາກເງິນກູ້ຢືມ ແລະໜີ້ຂາຍພັທະບັດ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.