ວຽກງານກວດສອບ ສໍ້ຣາສບັງຫຼວງ ປະຕິບັດບໍ່ໄດ້ແທ້
2023.01.27
ການກວດສອບ ແລະ ກວດກາບັນຫາ ຄວາມບໍ່ໂປ່ງໃສ ໃນໂຄງການຕ່າງໆ ຢູ່ປະເທດລາວ ຍັງເປັນພຽງແຕ່ທິດສະດີເທົ່ານັ້ນ ແຕ່ ພາກປະຕິບັດໂຕຈິງ ຍັງຍາກທີ່ຈະເຮັດໄດ້ ຍ້ອນວ່າ ຍັງເປັນລະບົບຄົນຣັຖກວດຄົນຣັັຖ ດ້ວຍກັນເອງ.
ນັກທຸຣະກິຈ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັ ຽເສຣີ ວ່າ:
“ຄືເກົ່າຫັ້ນ ແລະ ຄົນໂຕເອງກວດຄົນໂຕເອງ ແຕ່ທຸກມື້ນີ້ ສານກະຍັງມີແຕ່ທິດສະດີ ພາກປະຕິບັດ ເຈົ້າໜ້າທີ່ກະຍັງແບບ ບໍປະຕິບັດ ຖ້າຄະດີກ່ຽວພັນໂຄງການຣັຖ.”
ທີ່ຜ່ານມາ ກໍເຫັນໄດ້ວ່າ ໃນເວລາທີ່ຄະນະຣັຖບານ ຊຸດໃໝ່ຂຶ້ນມາ ກໍເຮັດສິ່ງໃໝ່ ມາເພື່ອປົກປິດອັນເກົ່າ.
ນັກທຸຣະກິຈ ທ່ານນີ້ ກ່າວຕື່ມອີກວ່າ:
“ເຂົາກະແກ້ໄຂໃຫ້ກັນຄືເກົ່າ ຕັ້ງຫຍັງຂຶ້ນມາກະເຮັດບໍ່ໄດ້ພໍຊ່ຳໃດ ເຂົາກະຕັ້ງອັນໃໝ່ຂຶ້ນມາປິດອັນເກົ່າ ລະກະແລ້ວໄປ. ພະນັກງານຢູ່ນຳກັນ ຜູ້ບໍ່ໄດ້ກິນຍ້າຍໄປກວດກາ ກວດກະກວດຄົນຢູ່ນຳກັນ ລະມັນຊິເຮັດຫຍັງໄດ້.”
ພັກເປັນຜູ້ແຕ່ງຕັ້ງ ພະນັກງານ ກວດກາຂຶ້ນມາ ແລະ ຜູ້ທີ່ຖືກແຕ່ງຕັ້ງ ກໍຕ້ອງເຮັດຕາມທິດທາງ ແລະ ການຊີ້ນຳຂອງພັກ.
ນັກທຸຣະກິຈທ່ານນີ້ ກ່າວຕື່ມວ່າ:
“ຜູ້ທີ່ຈະເອົາຜິດໝູ່ ຈະໃສ່ໂທດໝູ່ ກະອີງຕາມພັກ. ຜູ້ສໍ້ໂກງ ກະອີງຕາມການຊີ້ນຳຂອງພັກ. ຜູ້ຈັບໝູ່ເຂົ້າຄຸກ ກະອີງໃສ່ການຊີ້ນຳຂອງພັກ. ຜູ້ຕັດສິນຄະດີ ກະຕ້ອງໄປຕາມການຊື້ນຳຂອງພັກ. ຈະເປັນໄປແບບນີ້ອີກດົນ.”
ປັດຈຸບັນ ສື່ສັງຄົມອອນລາຍນ໌ ເຂົ້າມາມີບົດບາດ ໃນການກວດກາ ເຈົ້າໜ້າທີ່ຣັຖທີ່ສໍ້ໂກງ. ປະຊາຊົນໃຊ້ສື່ສັງຄົມ ອອນລາຍນ໌ ໃນການກວດກາສອບ ແລະ ທັກທ້ວງຣັຖບານ ໃນບັນຫາການສ້ຳຣາສບັງຫຼວງ, ແຕ່ ຣັຖບານ ບໍ່ມີຄວາມເດັດຂາດ ໃນການບັງຄັບໃຊ້ກົດໝາຍ.
ນັກກົດໝາຍ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ພັກ ແລະ ຣັຖບານ ບໍ່ມີຄວາມເດັດຂາດ ໃນການນຳໃຊ້ມາຕການ ໃນການແກ້ໄຂ ສະກັດກັ້ນ ແລະ ລົງໂທດຜູ້ກະທຳຜິດ. ຍັງມີການປົກປິດ, ປົກປ້ອງເຊື່ອງອຳ ຄັງຄົມ ແລະ ປະຊາຊົນ.”
ນັກກົດໝາຍທ່ານນີ້ ຍັງກ່າວຕື່ມອີກວ່າ:
“ບັນຫາຄວາມບໍ່ໂປ່ງໃສ ມັນຢູ່ໃນອົງກອນຂອງຣັຖ ຢ່າງກວ້າງຂວາງ. ບັນຫາຄົນເຈົ້າ ຄົນຂ້ອຍ ກໍເປັນສິ່ງທີ່ທ້າທາຍ ອີກຢ່າງນຶ່ງ ເຮັດໃຫ້ວຽກງານ ກວດກາຂອງຣັຖບານ ໄປບໍ່ຮອດໃສ, ກວດພົບແລ້ວບໍ່ແກ້, ຊອກເຫັນແຕ່ບໍ່ປາບປາມ, ກົດໝາຍມີແຕ່ບໍ່ນຳໃຊ້. ບັນຫານີ້ ມັນເປັນກຸ່ມເປັນກ້ອນ ແລະ ເປັນເຄືອຂ່າຍ.”
ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ໄດ້ຍົກບັນຫາ ການກວດສອບ ແບບບໍ່ເອົາຈິງ ເອົາຈັງກັບຜູ້ກະທຳຜິດວິໄນ ການເງິນ ຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ໃນທ້າຍປີ 2022 ທີ່ຜ່ານມາ.
ສະມາຊິກ ສະພາແຫ່ງຊາຕ ທ່ານນຶ່ງ ໄດ້ອະພິປາຍຕອນນຶ່ງວ່າ:
“ມາຕການຕໍ່ຜູ້ລະເມີດ ຍັງມີທ່າອ່ຽງການບໍຣິຫານ ແກ້ໄຂທາງບໍຣິຫານ ແບບເບົາບາງ ພາກສ່ວນການຈັດຕັ້ງ ຜູ້ກະທຳຜິດກະຍັງລອຍນວນຢູ່ ບຸກຄົນທີ່ລະເມີດກໍຍັງຄືເກົ່າຢູ່ ຕົກຕັ່ງນັ່ງຊະໂລ້ງ ນັ່ງໂຊຟາ ກໍຍັງມີປະກົດການນີ້ຢູ່ ພາກທຸຣະກິຈ ພາກເອກຊົນ ທີ່ລະເມີດວິໃນການເງິນ ທີ່ລະເມີດກົດໝາຍ ກະຍັງມີລັກສະນະເບົາບາງຢູ່ ໃນການແກ້ໄຂໂຕນີ້.”
ການສ້ຳຣາສບັງຫຼວງ ຫຼື ຄວາມບໍ່ໂປ່ງໃສໃນໂຄງການ ຕ່າງໆມີຫຼາຍ ແລະ ຍັງມີລາຍຮັບມີຕົກຄ້າງຫຼາຍ ເຊິ່ງຄ້າຍກັນກັບຄົນເຈັບທີ່ດື້ຢາ.
ສະມາຊິກສະພາແຫ່ງຊາຕ ທ່ານນີ້ ໄດ້ກ່າວຕື່ມວ່າ:
“ທີ່ວ່າ ຢາກສເນີໃຫ້ທາງເບື້ອງ 2 ອົງການນີ້ ທີ່ເປັນທາງດອກເຕີ້ຣ໌, ເປັນທັງແພດຊ່ວຍ ວາງຢາໃຫ້ມັນເຂັ້ມກ່ອນເກົ່າ. ຂ້າພະເຈົ້າຄິດວ່າ ຢາມັນເບົາຫຼາຍແລ້ວ ເປັນຄົນເຈັບດື້ຢາລະຊູ່ມື້ນີ້ນ່າ ກະທຳຜິດກະລັກແທ້ແກ້ແມ່ນໄປ ຂ້າພະເຈົ້າວ່າ ອັນນີ້ ຕ້ອງໄດ້ເບິ່ງຄືນ. ການປະຕິບັດພັນທະ ລາຍຮັບງົບປະມານຕ່າງໆ ທີ່ໄດ້ຖືກເກັບກູ້ຄືນມານັ້ນ ມອບເຂົ້າຄັງຫຼວງຖືວ່າໜ້ອຍຫຼາຍທ່ານປະທານ. ຜ່ານມານີ້ໜ້ອຍຫຼາຍ ວ່າງກີ້ນີ້ ບົດຣາຍງານ ຄືວ່າ ມີແຕ່ 3 ກວ່າເປີຊັນ ສ່ວນວ່າ ຊິໄປຕົກຄ້າງ ຫຼື ລາຍຮັບທີ່ຕົກຄ້າງ ທີ່ຄວນຈະເກັບຄືນ ໂອ້ຍັງຫຼາຍ.”
ການດໍາເນີນການກາ ແລະ ກວດສອບ ຂອງອົງການກວດກາຣັຖບານ ແລະ ອົງການກວດສອບແຫ່ງຣັຖ ກໍຍັງບໍ່ມີຫຍັງປ່ຽນແປງ ຍ້ອນວ່າ ອົງການດັ່ງກ່າວ ພົບເຫັນແລ້ວ ກໍຍັງບໍ່ສາມາດເຮັດຫຍັງໄດ້.
ສະມາຊິກສະພາແຫ່ງຊາຕ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:
“ແຕ່ວ່າຕິດຕາມການດຳເນີນ ການກວດກາ ຕິດຕາມຂອງອົງການກວດກາ ອົງການກວດສອບມາຫຼາຍສໄມລະກະ ຖືວ່າ ມີແຕ່ບັນຫາດຽວນີ້ ເຫັນລະກະກູ້ບໍ່ໄດ້ເຮັດຈັ່ງໃດ ວ່າງກີ້ນີ້ ທ່ານປະທານ ກະເຈາະຈີ້ມຂ້າພະເຈົ້າ ເຮັດຈັ່ງໃດ ຈັ່ງຊິມີປະສິດທິພາບກູ້ງົບປະມານ ເຂົ້າຄັງຫລວງແຫ່ງຊາຕ. ບັນຫາທີ 2, ບັນຫາຄວາມບໍ່ໂປ່ງໃສຂອງພາກທຸຣະກິຈ. ບັນຫາດາວິສາຫະກິຈນຳເຂົ້າ-ສົ່ງອອກ. ບັນດາວັດຖຸດິບ, ແຮ່ທາດ.”
ໂດຍທົ່ວໄປແລ້ວ ປະຊາຊົນ ຍັງບໍ່ມີຄວາມເຊື່ອໝັ້ນວ່າ ບັນຫາການສໍ້ຣາສບັງຫຼວງ ມັນຈະຫຼຸດລົງ ຍ້ອນວ່າມັນຍັງມີລະບົບເຄືອຂ່າຍກັນໄປ.
ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສໍພາດຕໍ່ວິທຍຸ ເອເຊັຽ ເສຣີວ່່າ:
“ເຮົາເປັນປະຊາຊົນ ຊິເວົ້ານ້ຳເພິ່ນກະເວົ້າບໍ່ໄດ້ນ່າ ຄື ປະຊາຊົນເຂົາວ່າ ເວົ້ານຳເພິ່ນບໍ່ໄດ້ ມັນເປັນໄປບໍ່ໄດ້ນະ ເພາະວ່າ ເຈົ້າກະເອົາ, ຂ້ອຍກະເອົາ. ຊິກວດກາໃຜ.”
ໃນວັນທີ 12 ທັນວາ 2022 ທີ່ຜ່ານມາ ໜ່ວຍງານສ່ວຍສາອາກອນ ນະຄອນຫຼວງວຽງຈັນ ອອກແຈ້ງການ ວ່າ ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ຍັງບໍ່ມາຈ່າຍພາສີ-ອາກອນໃຫ້ແກ່ຣັຖ ເປັນໄລຍະເວລາ 1 ປີ ຂຶ້ນໄປ ປະມານ 1,400 ບໍຣິສັດ ແມ່ນໃຫ້ຮີບຮ້ອນເຂົ້າມາພົວພັນ ກັບພາກສ່ວນທີ່ກ່ຽວຂ້ອງ ພາຍໃນໄລຍະເວລາທີ່ກໍານົດ ຂະນະທີ່ ກໍມີບາງວິສາຫະກິຈ ບໍ່ມີການເຄື່ອນໄຫວແນວໃດ.
ນອກຈາກນນີ້, ກອງປະຊຸມສະພາແຫ່ງຊາຕ ໃນກາງປີ 2022 ທີ່ຜ່ານມາ ໄດ້ມີການອະພິປາຍ ບັນຫາຄວາມບໍ່ໂປ່ງໃສ ແລະ ງົບປະມານ 30% ຂອງຣັຖວິສາຫະກິຈ ນ້ຳປະປາ ມີການຮົ່ວໄຫຼ, ນັ້ນບົ່ງບອກເຖິງ ມາຕການກວດສອບ ແລະ ກວດກາ ຍັງບໍ່ມີຄວາມເດັດຂາດ.