ຊາວລາວເປັນກັງວົນ ອິດທິພົລຈີນ ຜ່ານການສຶກສາ

ພອນ ພູມມີທອນ
2023.01.30
ຊາວລາວເປັນກັງວົນ ອິດທິພົລຈີນ ຜ່ານການສຶກສາ ກຸ່ມນັກຮຽນ, ນັກສຶກສາ ທີມີຄວາມສົນໃຈເຂົ້າສຶກສາຮຽນຕໍ່ ຕາມມະຫາວິທຍາລັຍ.
RFA

ເມື່ອວັນທີ 24 ມົກຣາ 2023 ທີ່ຜ່ານມາ ສະມາຄົມຈີນ ກໍຄືຊາວລາວ ເຊື້ອສາຍຈີນທີ່ແຂວງຫລວງພຣະບາງ ໄດ້ຈັດພິທີເປີດອາຄານຮຽນ ຫລັງໃໝ່ ໂຮງຮຽນ ມັທຍົມສຶກສາຕອນຕົ້ນ ຊິ່ນຮວາ (ພາສາອັງກິດ ທີ່ຂຽນເທີງປ້າຍໂຮງຮຽນ ຂຽນວ່າ ZinHua) ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຢ່າງເປັນທາງການ. ຂະນະທີ່ ຊາວລາວເປັນຫ່ວງ ອິດທິພົລຈີນ ຈະແຜ່ຂຍາຍໄປໃນຫລາຍດ້ານ ໂດຍສະເພາະ ຄວາມເປັນຫ່ວງ ດ້ານຄວາມເຊື່ອມໂຍງ ລະຫວ່າງພາສາລາວ ກັບ ພາສາສາກົລ ຄື ພາສາລາວ ອັງກິດ ນັບແຕ່ນີ້ ຈົນເຖິງໃນອະນາຄົດ ຈະຄ່ອຍໆ ຫາຍໄປ ເນື່ອງຈາກ ປັດຈຸບັນ ຕັ້ງແຕ່ເດັກນ້ອຍ ຫາ ຜູ້ໃຫຍ່ ມີແນວຄິດທີ່ນິຍົມ ຮຽນພາສາຈີນ ເພື່ອໄປເຮັດວຽກກັບຄົນຈີນ ພາຍຫລັງ ຢູ່ນະຄອນຫລວງພຣະບາງ ມີຄົນຈີນເປັນເຈົ້າຂອງ ກິຈການ ທັງຂນາດນ້ອຍ ແລະ ຂນາດໃຫຍ່ ຈໍານວນຫລວງຫລາຍ.

ອີກທັງ ເອກສານທາງການ ຫລື ບໍ່ເປັນທາງການ ຢູ່ນະຄອນຫລວງພຣະບາງ ຈະເປັນພາສາຈີນ ຫລາຍກວ່າ ພາສາອັງກິດ ແລ້ວຈະເຮັດໃຫ້ ໂອກາດທີ່ຄົນລາວ ໄປເຮັດວຽກກັບບໍຣິສັດສາກົລ ທີ່ໃຊ້ພາສາອັງກິດ ມີໜ້ອຍ ຍ້ອນ ຄົນນະຄອນຫລວງພຣະບາງ ນິຍົມຮຽນພາສາຈີນ ເພື່ອປະກອບອາຊີພ. 

ຕາມຄວາມເວົ້າຂອງ ຜູ້ປົກຄອງນັກຮຽນ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນ ວັນທີ 30 ມົກຣາ ນີ້ວ່າ:

ສະພາບໂຕຈິງ ຄັນສົມມຸດວ່າ ເຮົາ ເຮົາ ໄດ້ແຕ່ພາສາຈີນເນາະ ເຮົາກໍໄປທາງດ້ານອື່ນ ເຮົາກໍບໍ່ຍາກ ຈັ່ງຊີ້ນ່າ ສ່ວນຫລາຍ ເຮົາກໍຮັບເອກກະສານຈີນ ຫລືວ່າ ວຽກໂຄງການຈີນ ຫລືວ່າ ກ່ຽວກັບໄກດ໌ ຈີນເນາະ ປະມານນັ້ນເນາະ ຄັນວ່າ ວຽກໂດຍຕົງເນາະ ມັນກໍຊິເປັນແບບນັ້ນ ແຕ່ວ່າ ພາສາອັງກິດນີ້ ເຮົາກໍໄປໄດ້ຫລາຍດ້ານຢູ່. 

ເມື່ອຊາວລາວ ບໍ່ວ່າເດັກນ້ອຍ ຫລື ຜູ້ໃຫຍ່ ພາຍໃນນະຄອນຫລວງພຣະບາງ ນິຍົມຮຽນພາສາຈີນ ແລະ ພາຍໃນນະຄອນຫລວງພຣະບາງ ມີສູນສອນພາສາຈີນ ແລະໂຮງຮຽນພາສາຈີນ ທະຍອຍເປີດການຮຽນ-ການສອນ ຢ່າງຕໍ່ເນື່ອງ ຈະເຮັດໃຫ້ນະຄອນຫລວງພຣະບາງ ມີຂໍ້ເສັຍປຽບ ຫລື ຂໍ້ໜ້າເປັນຫ່ວງ ຄື ທົ່ວນະຄອນຫລວງພຣະບາງ ຈະເຕັມໄປດ້ວຍ ການເວົ້າພາສາຈີນ ບໍ່ແມ່ນພາສາລາວ ທີ່ເປັນພາສາກໍາເນີດຂອງຄົນລາວ ອີກທັງ ສັງເກດໄດ້ຈາກປັດຈຸບັນ ຄົນລາວໃນແຂວງຫລວງພຣະບາງ ທີ່ຢູ່ໃນຂແນງການທ່ອງທ່ຽວ ຈະເວົ້າໄດ້ 2 ພາສາຢ່າງຕ່ໍາ ແລ້ວທັງພາສາລາວ ແລະ ພາສາຈີນ

ດັ່ງ ຊາວໜຸ່ມ ຢູ່ບ້ານໂພນແພງ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ: 

ຄົນຫລວງພຣະບາງນີ້ ໄປຮຽນພາສາຈີນຫລາຍ ສ່ວນຫລາຍຈະເຣີ່ມຈາກເດັກນ້ອຍ ກໍຮອດຜູ້ໃຫຍ່ ດຽວນີ້ ກໍພາສາຈີນໂດຍຕົງເລີຍ ພາສາອັງກິດ ມີສ່ວນໜ້ອຍຫັ້ນແຫລະ ເຮົາຈະສັຍປຽບວ່າ ເອອ ລາວແບບເວົ້າພາສາລາວ ສ່ວນຫລາຍ ຈະບໍ່ໄດ້ເວົ້າພາສາລາວເລີຍ ຈີນເຂົ້າມາຫລາຍ.

ນອກຈາກນີ້ ໃນອະນາຄົດ ຫາກພາສາຈີນ ກາຍເປັນພາສາທີ່ຄົນລາວ ນິຍົມໃຊ້ໃນການສື່ສານ ເພື່ອເຮັດໃຫ້ໂຕເອງມີວຽກເຮັດ ຢູ່ພາຍໃນປະເທດຂອງໂຕເອງ ກໍຈະເຮັດໃຫ້ ຄົນຈີນ ນິຍົມເຂົ້າມາທ່ຽວລາວ ຍ້ອນຄົນລາວເວົ້າພາສາຈີນໄດ້ ແລ້ວອະນາຄົດ ເຮັດໃຫ້ການດໍາເນີນຊີວິຕປະຈໍາວັນ ຂອງຄົນລາວ ໜ້າເປັນຫ່ວງ ບ່ອນທີ່ວ່າຄົນລາວຈໍານວນນຶ່ງ ຈະມີຄວາມອຶດອັດໃຈ ຕໍ່ຄົນຈີນ ທີ່ມີພຶດຕິກັມບໍເໝາະສົມ ຢູ່ສະຖານທີ່ດ້ານການທ່ອງທ່ຽວ ຫລື ສະຖານທີ່ບັນເທີງ ພາຍໃນລາວ.

ດັ່ງຊາວບ້ານ ຢູ່ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ຊີວິຕປະຈໍາວັນຫັ້ນແຫລະ ບາງທີຄົນລາວ ເຂົາເຈົ້າ ບາງຄົນກໍແບບ ຍັງບໍ່ທັນເປີດໃຈ ອີ່ຫຍັງ ຈັ່ງຊີ້ນ່າ ຄັນມີຄົນຈີນເຂົ້າມາຢູ່ຫລາຍ ມີຫຍັງຈັ່ງຊີ້ ອາຈຊິເຮັດໃຫ້ ຄວາມຄິດ ແບບກຽດຊັງ ຄົນລາວບາງຄົນ ເຂົາເຈົ້າກະບໍ່ມັກ ແບບວ່າ ຄົນຈີນເຂົາເຈົ້າມີເງິນ ມີເງິນຫລາຍໆ ຈັ່ງຊີ້ນ່າ ແລ້ວເຂົາເຈົ້າຊິເຮັດຫຍັງ ເຂົາເຈົ້າກະບໍ່ຄ່ອຍສົນໃຈ ຢາກເຮັດຫຍັງກໍເຮັດຕາມໃຈໂຕເອງ ສົມມຸດວ່າ ເຂົາເຈົ້າໄປເຂົ້າຮ້ານນັ້ນ ຮ້ານນີ້ ແບບວ່າ ບໍ່ໃຫ້ກຽດຮ້ານ ບາງທີ່ເນາະ ສູບຢາ ຫລື ວ່າຖົ່ມນ້ໍາລາຍມີຫຍັງ ຈັ່ງຊີ້ນ່າ.” 

ຊາວລາວທັງ 3 ຄົນ ກ່າວຄືກັນວ່າ ເຖິງແມ່ນວ່າ ພາສາຈີນມີຂໍ້ໜ້າເປັນຫ່ວງ ແຕ່ກໍມີຂໍ້ດີ ທີ່ຈະເຮັດໃຫ້ຊາວລາວ ມີວຽກເຮັດງານທໍາ ເຊິ່ງການຮຽນພາສາຈີນ ຈະຂຶ້ນຢູ່ກັບຄວາມພ້ອມ ຂອງຜູ້ຮຽນ ແລະ ຄອບຄົວ ບາງເທື່ອຊາວລາວ 1 ຄົນ ກໍຮຽນພາສາຈີນ ແລະ ພາສາອັງກິດ ຄວບຄູ່ກັນໄປ ແລະ ການຮຽນພາສາຈີນ ສ່ວນຫລາຍ ຜູ້ຮຽນ ຈະໄດ້ພາສາອັງກິດ ຂັ້ນພື້ນຖານ ທີ່ຮຽນຕາມຫລັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ມາກ່ອນຮຽນພາສາຈີນແລ້ວ.

ອາຄານຮຽນຫລັງໃໝ່ ຂອງໂຮງຮຽນມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ນີ້ໄດ້ເຣີ່ມສ້າງ ແຕ່ປີ 2018-2022 ໂດຍໂຮງຮຽນ ຕັ້ງຢູ່ບ້ານໂພນແພງ ນະຄອນຫລວງພຣະບາງ ພາຍຫລັງ ພໍ່ແມ່ຜູ້ປົກຄອງຂອງນັກຮຽນປະຖົມສຶກສາ ຊິ່ນຮວາ ຕັ້ງຢູ່ບ້ານວຽງໄຊ ນະຄອນຫລວງພຣະບາງ ມີຄວາມສົນໃຈ ຢາກສົ່ງລູກ-ຫລານ ຂອງເຂົາເຈົ້າຮຽນຕໍ່ ລະດັບຊັ້ນມັທຍົມຕອນຕົ້ນ ຊິ່ນຮວາ ຈໍານວນຫລາຍ ແຕ່ວ່າ ເນື້ອທີ່ອາຄານຮຽນ ຫ້ອງຮຽນ ຢູ່ໂຮງຮຽນປະຖົມ ຊິ່ນຮວາ ຄັບແຄບ ທາງຄນະບໍຣິຫານໂຮງຮຽນ ຊິ່ນຮວາ ຈຶ່ງໄດ້ສ້າງອາຄານຮຽນຫລັງໃໝ່ ຢູ່ ໂຮງຮຽນມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ຢູ່ບ້ານໂພນແພງ ເພີ່ມຕື່ມ ຕາມຄຳແນະນໍາ ຂອງກະຊວງສຶກສາທິການ ແລະ ກິລາ.         

ສ່ວນວ່າ ການຮຽນ-ການສອບ ລະດັບຊັ້ນ ມ.1-ມ.4 ຢູ່ໂຮງຮຽນມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ໄດ້ມີການຮຽນ-ການສອນ ມາແຕ່ສົກຮຽນ 2021-2022 ພາຍຫລັງ ອາຄານຮຽນຫລັງໃໝ່ ຂອງໂຮງຮຽນນີ້ ສ້າງສໍາເຣັດ ແຕ່ມາຈັດພິທີເປີດອາຄານຮຽນ ໃນເດືອນ ມົກຣາ 2023 ກໍຍ້ອນວ່າ ທາງໂຮງຮຽນມັທຍົມສຶກສາຕອນຕົ້ນ ຫາກໍດໍາເນີນການ ດ້ານເອກສານສໍາເຣັດ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ເພິ່ນເປີດມາກ່ອນແລ້ວ ມາຈັດພິທີມື້ນັ້ນຊື່ໆ ຄວາມໝາຍນ່າ ເພາະວ່າ ເບື້ອງຕົ້ນເຂົາເປີດສະຖານທີ່ຈຸດນຶ່ງ ແລ້ວຄັບແຄບ ທາງກົງສູນຈີນ ແລ້ວເຂົາເຈົ້າມີດິນ ມີດິນຢູ່ຈຸດນຶ່ງແລ້ວ ເຂົາອີ່ຂໍແຍກຈາກປະຖົມ ມາເປັນ ມັທຍົມຕ່າງຫາກ ພໍ່ແມ່ຜູ້ປົກຄອງ ເຂົາກໍເຫັນດີ ເຫັນຊອບ ຢາກໃຫ້ຕໍ່ ມ. ມັທຍົມ ຊິ່ນຮວາ ຈົນມາແລ້ວອາຄານຫລັງໃໝ່ ແລ້ວຈຶ່ງມາປະກາດໃຊ້ນີ້ ຈັ່ງຊີ້ນ່າ. 

ດ້ານຫລັກສູດ ການຮຽນ-ການສອນ ຂອງໂຮງຮຽນ ມັທຍົມສຶກສາຕອນຕົ້ນ ຊິ່ນຮວາ ຈະເປັນໄປຕາມທີ່ກະຊວງສຶກສາທິການ ແລະ ກິລາກໍານົດ ສ່ວນວ່າ ຫລັກສູດພາສາຈີນນັ້ນ ນັກຮຽນ ຫລື ຜູ້ທີ່ສົນໃຈຮຽນພາສາຈີນ ມີເງື່ອນໄຂ ດ້ານງົບປະມານ ຈະຮຽນຫລັງເລີກຮຽນປະຈໍາວັນ ຫລື ຫລັງ 4 ໂມງແລງ ໂດຍສ່ວນໃຫຍ່ ຮຽນເປັນທັກສະ ພາສາຈີນພື້ນຖານ ບໍ່ໄດ້ຮຽນປວັດສາຕ-ການເມືອງ ຂອງຈີນແຕ່ຢ່າງໃດ. 

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຜູ້ດຽວກັບຂ້າງເທີງ ກ່າວຕື່ມວ່າ:

ເຮົາຕ້ອງໄດ້ເບິ່ງຫັ້ນເປັນຫລັກ ນຶ່ງ ອັນຫລັກສູດຂອງກະຊວງສຶກສາ ເພິ່ນບໍ່ໃຫ້ປະ ແລ້ວອັນທີ່ສອງ ຕ້ອງເຮັດເອກພາບນີ້ ແຕ່ວ່າ ເຂົາເຈົ້າໄປສອນເພີ່ມພາສາຈີນ ຢູ່ໃນຊ່ວງພັກແລງບໍ່ ທີ່ເຂົາເຮັດຜ່ານມາຫັ້ນນ່າ ສໍາລັບ ເອກຊົນ ຜູ້ໃດ ບໍ່ເຮັດຕາມຫລັກສູດ ຂອງກະຊວງແນະນໍາເນາະ ເຮົາກໍບໍ່ອານຸຍາດ ໃຫ້ເຂົາເຈົ້າເປີດ ຄວາມໝາຍເນາະ. 

ເຖິງແມ່ນວ່າ ໂຮງຮຽນມັທຍົມສຶກສາຕອນຕົ້ນ ຊິ່ນຮວາ ເປັນຂອງເອກຊົນ ແຕ່ພາກຣັຖ ກໍໄດ້ປະໂຢດພາຍຫລັງມີໂຮງຮຽນ ມັທຍົມສຶກສາຕອນຕົ້ນ ຊິ່ນຮວາ ຄື ຈະຊ່ວຍໃຫ້ຄຣູ ທົ່ວປະເທດ ທີ່ເປັນຜູ້ຮ່ວມໂຄງການສ້າງຄຣູ ຂອງພາກຣັຖ  ໄດ້ມີໂອກາດເຂົ້າເຮັດວຽກ ຢູ່ໂຮງຮຽນມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ນັ້ນ ເຮັດໃຫ້ພວກເຂົາເຈົ້າ ບໍ່ຫວ່າງວຽກ ອີກທັງນັກຮຽນລາວ ທີ່ຮຽນຢູ່ໂຮງຮຽນມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ມີໂອກາດໄດ້ສອບເສັງ ເອົາທຶນໄປຮຽນຕໍ່ ລະດັບທີ່ສູງຂຶ້ນຢູ່ຈີນອີກດ້ວຍ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ: 

ພາກສ່ວນທີ່ວ່າ ບໍ່ໄດ້ຈົບສ້າງຄຣູ ທີ່ບໍ່ໄດ້ເຮັດວຽກນໍາຣັຖ ກໍສາມາດໄປຢື່ນເອກສານ ເຂົາເຈົ້າກໍຍອມຮັບໃຫ້ສອນນໍາເຂົາເຈົ້າຫັ້ນ ພາກຣັຖ ເຮົາໄດ້ແນວນີ້ ໂຕຢ່າງ ພວກສ້າງຄຣູບໍ່ມີວຽກເຮັດງານທໍາ ແລ້ວເຂົາກໍມີ ນໂຍບາຍ ໃຫ້ແກ່ນັກຮຽນທີ່ວ່າ ຮຽນຈົບຈາກຫັ້ນນ່າ ໂຕຢ່າງວ່າ ມີທຶນໄປຮຽນຕໍ່ຢູ່ຈີນ.

ກ່ຽວກັບການເຂົ້າມາ ຕັ້ງໂຮງຮຽນສອນພາສາຈີນ ແລະ ກະແສການຮຽນພາສາຈີນ ໃນປະເທດລາວ ກໍນັບວ່າ ມີຄວາມກ້າວໜ້າຂຶ້ນ ນັບມື້ ໃນໄລຍະ 5 ປີມານີ້ ດັ່ງຈະສາມາດເຫັນໄດ້ ຜ່ານການເພີ່ມຈໍານວນຄຣູສອນ ໃນສະຖາບັນສອນພາສາຈີນ ແລະ ການສ້າງຕັ້ງໂຮງຮຽນ ສອນພາສາຈີນໃໝ່ໆ ວັນທີ 15 ຕຸລາ 2022 ທີ່ຜ່ານມາ ສະຖາບັນ ຂົງຈື້ ໄດ້ມີການຈັດຕັ້ງ ການຮຽນ-ການສອນ ຊຸດທີ 25 ແລະ ໄດ້ມີເພີ່ມ ຄຣູອາຈານ-ອາສາສະມັກຈີນ ມາປະຈໍາ ສອນຢູ່ ສະຖາບັນ ຂົງຈື້. 

ວັນທີ 9 ສິງຫາ 2022 ທີ່ຜ່ານມາ ໂຮງຮຽນ ນາໆຊາຕ ກຸ້ຍຖິງ ເຊິ່ງເປັນໂຮງຮຽນເອກຊົນ ລະບົບ ນາໆຊາຕ ຖືພາສາຈີນເປັນຫລັກ ທີ່ສາມາດຮອງຮັບນັກຮຽນ ແຕ່ຊັ້ນ ອະນຸບານ, ປະຖົມ ແລະ ມັທຍົມ ໄດ້ເຖິງ 3,000 ຄົນ.

ນອກຈາກນີ້ ຕັ້ງແຕ່ວັນທີ 18 ກໍຣະກະດາ ເຖິງ ວັນທີ 29 ກໍຣະກະດາ 2022 ທີ່ຜ່ານມາ ມະຫາວິທະຍາໄລແຫ່ງຊາຕ ຫລື ມຊ ລະບຸວ່າ ນັກຮຽນ ມ.7 ທົ່ວປະເທດລາວ ຍັງເລືອກສະມັກສອບເສັງ ເຂົ້າມະຫາວິທຍາໄລແຫ່ງຊາຕລາວ ເພື່ອຮຽນຕໍ່ ລະດັບປະຣິນຍາຕຣີ ຄະນະອັກສອນສາຕ ສາຂາ ວິຊາ ພາສາຈີນ ເປັນອັນດັບ 1. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.