ເຣື້ອງທີ່ເກັບບັນທຶກໄວ້
2024-02-28
ເຈົ້າຂອງຟາມໄກ່ ທີ່ປ່ອຍສານເຄມີທີ່ໃຊ້ໃນຟາມໄກ່ ຖືກເຈົ້າໜ້າທີ່ ເຮັດບົດບັນທຶກ ກ່າວເຕືອນ ແລະຫ້າມໃຊ້ນໍາຢາອີເອັມ ທີ່ເປັນນໍ້າຢາດັບກິ່ນຂີ້ໄກ່ ແລ້ວປ່ອຍລົງໃສ່ ຫ້ວຍນໍ້າທໍາມະຊາດ ສ້າງຜົນກະທົບຕໍ່ທັງສິ່ງແວດລ້ອມ ແລະ ຊາວບ້ານໃນເຂດດັ່ງກ່າວ ອີກ.
2024-02-27
ປັດຈຸບັນຊາວບ້ານເມືອງ ບົວລະພາ ແຂວງຄໍາມ່ວນ ທີ່ໃຊ້ເສັ້ນທາງບົວລະພາ-ຫຼັງຄັງ ຕັ້ງແຕ່ບ້ານນາພະນັງ ຫາບ້ານຫຼັງຄັງໄດ້ຮັບຜົນກະທົບ ຈາກຂີ້ຝຸ່ນຈຳນວນມະຫາສານ ແລະເສັ້ນທາງເປ່ເພ ຍ້ອນລົດບັນທຸກ ແຮ່ຫຼາຍກ່ວາຮ້ອຍຄັນ ຕໍ່ມື້ ຈາກຫຼາຍບໍລິສັດ ທີ່ເຂົ້າມາຂຸດຄົ້ນແຮ່ທາດ.
2024-02-23
ປັດຈຸບັນ ຊາວບ້ານຢູ່ບ້ານໂຄກກ່ອງ ເມືອງຈໍາປາສັກ ແຂວງຈໍາປາສັກ ໄດ້ຮັບຜົນກະທົບຈາກກິ່ນຂີ້ໝູຮຸນແຮງ ຂອງຟາມລ້ຽງໝູ ຂະໜາດໃຫຍ່ແຫ່ງໜຶ່ງ ຂອງນັກລົງທຶນຈາກປະເທດໄທຍ ເຮັດໃຫ້ໄດ້ຮັບຄວາມເດືອດຮ້ອນຫຼາຍ ໂດຍສະເພາະຕອນກາງຄືນ ນອນບໍ່ລັບເພາະເໝັນກິ່ນຂີ້ໝູແຮງ.
2024-02-22
ການລັກລອບປູກຝິ່ນ ໃນເຂດຫ່າງໄກສອກຫຼີກ ຖືວ່າເປັນບັນຫາທີ່ທາງການ ປາປາມບໍ່ສຳເລັດ ການຂາດເຂີນບຸກຄະລາກອນ ພ້ອມງົບປະມານໜ້ອຍ ເຖິ່ງແມ່ນວ່າ ເຈົ້າໜ້າຂັ້ນເມືອງຕ່າງໆ ໄດ້ທຳລາຍສວນຝິ່ນ ຕາມນະໂຍບາຍ ຂອງລັດຖະບານກໍຕາມ.
2024-02-21
ພຽງໄລຍະເວລາ 1 ເດືອນ ຂອງປີ 2024 ທົ່ວປະເທດລາວ ມີຜູ້ເສັຽຊີວິດ ຈາກອຸບັດຕິເຫຕ ຕາມທ້ອງຖນົນ ເພີ່ມຂຶ້ນ
2024-02-20
ບຸກຄະລາກອນ ການແພດລາວ ບາງຄົນ ຍັງບໍ່ຢຶດໝັ້ນ ໃນຈາຣິຍາທັມ
2024-02-17
ສາດສະດາຈານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເວົ້າເຖິງ ສາເຫດ ທີ່ພະນັກງານແພດ ບໍ່ພຽງພໍກັບຄວາມຕ້ອງການ ແລະ ວິໄສທັດທາງການແພດ ໃນລາວ.
2024-02-13
ກອງປະຊຸມຮ່ວມກັບ ສູນສຶກສາ ແລະຄົ້ນຄວ້າ ກ່ຽວກັບແມ່ຍິງ ໃນເຂດເອເຊັຍປາຊິຝິກ ປຶກສາຫາລື ເຣື່ອງເພດສຶກສາ ເພື່ອຊ່ອຍໄວໜຸ່ມລາວ ໃຫ້ມີຊີວິດທີ່ປອດໄພ ຈາກພຍາດເອດ, ພຍາດຕິດຕໍ່ທາງເພດສັມພັນ, ການຖືພາບໍ່ໄດ້ຕັ້ງໃຈ, ຄວາມຮຸນແຮງທາງເພດ ແລະຄວາມບໍ່ສເມີພາບ ລະຫວ່າງ ຍິງ-ຊາຍ.
2024-02-13
ໃນໄລຍະນີ້ ຊາວບ້ານ ທີ່ອາໄສຢູ່ໃກ້ແຄມທາງ ໃນເຂດບ້ານຫ້ວຍເຕີຍ ແລະບ້ານໂນນແສງຈັນ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ແລະຜົລກະທົບເຣື່ອງຂີ້ຝຸ່ນຢ່າງໜັກ ຍ້ອນມີຣົຖບັນທຸກຂົນດິນ ຂອງບໍຣິສັດເອກກະຊົນ ທີ່ແລ່ນຂົນດິນທຸກມື້.
2024-02-12
ຊາວບ້ານ ຢູ່ ເມືອງໄຊບູລີ ແຂວງສວັນນະເຂດ ແລະ ເມືອງໄຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບກິ່ນເໝັນ ຈາກໂຮງງານຜລິດແປ້ງມັນຕົ້ນ ຂອງວຽດນາມ ທີ່ມີຜົລກະທົບ ຕໍ່ລະບົບຫາຍໃຈ ຢ່າງຮ້າຍແຮງ.
2024-02-09
ຣົຖຕູ້ໂດຍສານ ທີ່ມີຄົນລາວໃຊ້ບໍຣິການ ຕຳທ້າຍກັບຣົຖບັນທຸກ 10 ລໍ້ ຢູ່ທາງຫຼວງເລຂທີ 304 ເຂດບ້ານທຸ່ງຣວງທອງ ຕາແສງເມືອງໃໝ່ ເມືອງຣາຊະສານ ແຂວງສະເຊິງເຊົາ ປະເທດໄທຍ ເຮັດໃຫ້ມີຜູ້ບາດເຈັບ 16 ຄົນ ເຊິ່ງຈຳນວນ 15 ຄົນເປັນຄົນລາວ ແລະ ນຶ່ງໃນນັ້ນເສັຽຊີວິດ.
2024-02-09
ການປູກຝິ່ນໃນລາວ ຍັງມີຢູ່ຫລາຍ ເປັນຕົ້ນຢູ່ແຂວງພາກເໜືອ ຊຶ່ງໃນຕົ້ນ ປີ 2024 ມີການທໍາລາຍສວນຝິ່ນ ຢູ່ພູແຊວ ເມືອງພູກູດ ແຂວງຊຽງຂວາງ ເກືອບເຖິງ 11,000 ຕາແມັດ ແລະ ຢູ່ເຂດເມືອງຫລວງນໍ້າທາ ປະມານ 2,600 ຕາແມັດ.
2024-02-08
ພົບສົບຊາຍນິຣະນາມ ຢູ່ໃນກົງເຫລັກ ໃນສະພາບຖືກເຊືອກຮັດຄໍ ໄຫຼຢູ່ກ້ອງຂົວນໍ້າຄານ ໃນເຂດບ້ານວັງເງິນ ນະຄອນຫລວງພຣະບາງ, ຂະນະນີ້ ເຈົ້າໜ້າທີ່ກຳລັງດຳເນີນການ ສືບສວນ, ສອບສວນຢູ່ ແຕ່ບາງຄຳເຫັນໃຫ້ເຫດຜົລວ່າ ອາດເປັນກຸ່ມຄົນຈີນ ເນື່ອງຈາກຄົນຈີນ ເຂົ້າມາເຮັດທຸຣະກິຈ ໃນລາວຫຼາຍຂຶ້ນ.
2024-02-08
ຂີ້ເຫຍື້ອ ຈາກຕລາດລາວ 450 ປີ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົ່ງກິນເໝັນ ລົບກວນຊາວບ້ານໃກ້ຄຽງ ແລະ ປະຊາຊົນ ໄດ້ສ່ອງແສງ ໄປຫາເຟສບຸກເພຈ “ເຫດການບ້ານເມືອງ” ໃນວັນທີ 7 ກຸມພາ ທີ່ຜ່ານມາ ຂະນະນີ້ ພາກສ່ວນທີ່ຮັບຜິດຊອບ ກຳລັງດຳເນີນການ ແກ້ໄຂ.
2024-02-07
ປາຕາຍຫລາຍຢູ່ໜອງນໍ້າ ໃນເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແຕ່ຍັງບໍ່ທັນຮູ້ສາເຫດຄັກແນ່, ມີແຕ່ສົງໄສວ່າ ອາດເປັນຍ້ອນໂຮງງານ ຜລິດແປ້ງມັນຕົ້ນ ຂອງຈີນ ທີ່ຢູ່ໃນເຂດບ້ານດັ່ງກ່າວ ປ່ອຍນໍ້າເສັຍທີ່ເປັນພິດລົງໃສ່.