ເຈົ້າໜ້າທີ່ຕັກເຕືອນ ເຈົ້າຂອງຟາມໄກ່ ທີ່ປ່ອຍສານເຄມີ ລົງໃສ່ຫ້ວຍນໍ້ານາແທ່ນ
2024.02.28

ເຈົ້າໜ້າທີ່ ເຮັດບົດບັນທຶກ ກ່າວເຕືອນເຈົ້າຂອງຟາມໄກ່ລາວ ບໍ່ໃຫ້ໃຊ້ນ້ຳຢາອີເອັມ ທີ່ເປັນນໍ້າຢາດັບກິ່ນຂີ້ໄກ່ ແລ້ວປ່ອຍນໍ້າເສັຽ ຈາກຟາມໄກ່ ລົງໃສ່ ຫ້ວຍທໍາມະຊາດ. ທ່ານ ໃຈເພັດ ທອງໄຊສີ ຮອງຫົວໜ້າໜ່ວຍງານວິຊາການ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ໄດ້ອະທິບາຍຊີ້ແຈງ ຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 16 ກຸມພາ ວ່າ ໄດ້ກ່າວເຕືອນເຈົ້າຂອງຟາມໄກ່ລາວ ບໍ່ໃຫ້ໃຊ້ນໍ້າຢາອີເອັມ ເພື່ອດັບກິ່ນເໝັນຂອງຂີ້ໄກ່ ແລ້ວປ່ອຍນໍ້າໃສ່ສວນຂອງຕົນ ເຮັດໃຫ້ນໍ້າໄຫຼລົງສູ່ຫ້ວຍນໍ້າທໍາມະຊາດ ເປັນຄວາມຍາວ 10 ກິໂລແມັດ ກວມເອົາ 3 ບ້ານ ຄື ບ້ານນາແທ່ນ, ບ້ານ ວັງໄຮ ແລະ ບ້ານ ນາລຸ້ງ ໃນຕໍ່ໜ້າອີກ.
ຫ້ວຍນໍ້ານາແທ່ນ ກາຍເປັນສີຂຽວ ນັບແຕ່ວັນທີ 12-15 ກຸມພາ 2024 ຫຼັງຈາກທີ່ຟາມໄກ່ ໄດ້ປ່ອຍນໍ້າລົງໃສ່.
ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງຫົວພັນ ໄດ້ກ່າວເຕືອນ ແລະ ອອກຂໍ້ຫ້າມ ໃຫ້ເຈົ້າຂອງຟາມໄກ, ແລະ ຖ້າມີຄັ້ງຕໍ່ໄປ ເຈົ້າຂອງຟາມຕ້ອງໄດ້ຟື້ນຟູ ທໍາມະຊາດຄືນ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫົວພັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຊ້ວງ 2-3 ປີ ມື້ກ່ອນ ມັນມີ ມັນມີກິ່ນເໝັນ ຊື່ໆ ເນາະ ນໍ້າເປື້ອນ ແຕ່ຕອນນີ້ ກໍບໍ່ມີບັນຫາແລ້ວ ໃຊ້ໄດ້ປົກກະຕິໝົດແລ້ວ ເຮັດໝົດແລ້ວ ເຮັດບົດບັນທຶກໝົດແລ້ວ ຕ້ອງໄດ້ເຮັດຕາມລະບຽບ ພວກເຮົາ ກໍເຮັດຂໍ້ຫ້າມຢູ່ ຄົບໝົດແລ້ວ ແມ່ນໆ ພໍດີ ເຮົາເຮັດບົດບັນທຶກກ່າວເຕືອນເນາະ ກ່າວເຕືອນ ແລ້ວກໍຫ້າມເຮັດຕໍໄປອີກ ຖ້າມີເຮັດຕໍ່ໜ້າ ຕ້ອງໄດ້ເວົ້າເລື່ອງການປັບປຸງ ຟື້ນຟູທໍາມະຊາດຄືນຫັ້ນແຫຼະ ຊິມີບັນຫາແນວນັ້ນແຫຼະ.”
ເຈົ້າໜ້າທີ່ ແຂວງຫົວພັນ ທ່ານນີ້ ກ່າວຕື່ມວ່າ:
“ບໍ່ເປັນຫຍັງ ເພາະວ່າ ເປັນຢາ ເຂົາຫັ້ນນ່າ ມັນຂ້າເຊື້ອ ດັບກິ່ນເໝັນ ນໍ້າອີເອມ ຊື່ໆ ດັບກິ່ນພວກລ້ຽງສັດຫັ້ນນ່າ ມັນເປັນນໍ້າຊີວະພາບຊື່ໆ ນ່າ ເຂົາດັບກິ່ນເໝັນອັນໃດນີ້ນ່າ.”
ສີນໍ້າກໍເລີ່ມກັບມາເປັນສີນໍ້າ ຕາມທໍາມະຊາດແລ້ວ ແລະ ຊາວບ້ານກໍຫັນມາໃຊ້ຫ້ວຍນໍ້າດັ່ງກ່າວແລ້ວ. ຊາວບ້ານນາແທ່ນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຕອນນີ້ ຖືວ່າ ສີນໍ້າທາງທໍາມະຊາດໝົດແລ້ວ ເຮົາໃຊ້ກໍຖື່ວ່າ ແຫຼະເນາະ. ນໍ້າລິນເນາະ ນໍ້າກອກຂອງບ້ານນາ ມັນລະໜ້ອຍ ຈໍາເປັນແທ້ ກໍມັນໃສຂຶ້ນມາແນວນີ້ ກໍຄືວ່າ ອາບຕໍ່ ຕໍ່ຟາມໄກ່ຫັ້ນນ່າ. ຄັນວ່າຫາກລະບົບຂອງຟາມໄກ່ຫັ້ນນ່າ ບໍ່ມີນໍ້າໄຫຼລົງມານີ້ ກໍບໍ່ເປັນຫຍັງ. ຄືວ່າ ມີນໍ້າໄຫຼລົງມາ ນີ້ ກໍຢາກໃຫ້ລະງັບໄປ, ເຂົາມາອ້າງອີງວ່າ ເປັນຢາອັນນີ້ ແຕ່ວ່າ ບໍ່ເປັນພິດ ເປັນໄພ ແຕ່ກໍບໍ່ກ້າສ່ຽງໄດ້ວ່າ ຢາໂຕນີ້ ຊິບໍ່ສ້າງຄວາມມີພິດ ມີໄພໃຫ້ຄົນທີ່ໃຊ້ນໍາຢູ່ລຸ່ມນີ້ນ່າ.”
ປະຊາຊົນ ກໍເລີ່ມໃຊ້ນໍ້າຫ້ວຍແທ່ນແລ້ວ ແລະ ມີການຕິດຕາມວ່າ ເຈົ້າຂອງຟາມຈະໃຊ້ນໍ້າຢາອີກ ຫຼືບໍ່. ປະຊາຊົນບ້ານນາແທ່ນ ໄດ້ກ່າວວ່າ:
“ແຕ່ມື້ວານນີ້ ເລີ່ມໃສແລ້ວ ປະຊາຊົນເຂົາກໍຈໍານວນນຶ່ງ ບໍ່ມີນໍ້າ ບໍ່ໄດ້ເອົານໍ້າປະາເຂົ້າ ເຂົາກໍລົງໄປໃສ່ຢູ່ຫ້ວຍໄປຊັກເຄື່ອງ, ຊັກນັ້ນ. ລ້າງຜັກ ລ້າງຫຍັງ ແຕ່ກໍບໍ່ໄດ້ວາງໃຈຫຼາຍ ເພາະວ່າ 2-3 ວັນ ຫຼື ວ່າ ອາທິດນຶ່ງ ແລ້ວເປັນແນວນີ້ນ່າ. ເຮັດບົດບັນທຶກແລ້ວ ບໍ່ໃຫ້ເພິ່ນປ່ອຍລົງໃສ່ອີກ ແລ້ວກໍປະຊາຊົນ ເຂົາກໍດີໃຈນໍາ. ຕິດຄາມຕື່ມອີກ ຕໍ່ໄປຄັນເປັນ ຖືວ່າ ບົດບັນທຶກບໍ່ສໍາຄັນ ຖືວ່າ ເຂົາບໍ່ຟັງຄວາມເນາະ.”
ຊາວບ້ານນາແທ່ນ ອີກຄົນນຶ່ງ ກໍຍັງກັງວົນວ່າ ປົກກະຕິແລ້ວສານອີເອັມ ຈະໃສ່ໃນປະລິມານທີ່ໜ້ອຍ ແຕ່ ເຂົາເຈົ້າຢ້ານວ່າ ເຈົ້າຂອງຟາມໄກ່ ຈະໃສ່ສານອີເອັມ ໃນປະລິມານທີ່ຫຼາຍ.
ຊາວບ້ານນາແທ່ນ ທ່ານນີ້ ໄດ້ກ່າວວ່າ:
“ໃຊ້ໄດ້ແລ້ວ ໄດ້ປະມານ 2-3 ມື້ ມາແລ້ວ ເລື່ອງວ່າ ພໍໃຈກໍ ບໍ່ພໍໃຈເນາະ ແຕ່າວ່າ ກໍຈໍາເປັນເຂົາເຈົ້າກໍເລີ່ມເລັດແລ້ວ. ເຮັດບົດບັນທຶກ ກໍມີແຕ່ຕໍ່ໜ້າ ບໍ່ຢາກໃຫ້ເກີດຂຶ້ນອີກ. ເຖິງວ່າ ມັນຈະບໍ່ອັນຕະລາຍຮ້າຍແຮງຢ່າງໃດກໍຕາມ ແຕ່່ວ່າ ມັນກໍຢ້ານມີຜົນກະທົບ ຕໍ່ສິ່ງແວດລ້ອມ. ແລ້ວກໍກະທົບຕໍ່ສຸຂະພາບ ປະຊາຊົນໃນພາຍໃນໜ້າຫັ້ນນ່າ. ອັນນີ້ ມັນກໍໃຊ້ຖ້າວ່າ ເຮົາໃສ່ຫົດພືດຜັກ ເຮົາກໍໃຊ້ໃນຂະໜາດໜ້ອຍເນາະ ແຕ່ວ່າ ອັນນີ້ ຄົງຈະໃຊ້ໃນຂະໜາດທີ່ຈໍານວນຫຼາຍ. ມັນຈັ່ງເກີດສານສີຂຽວປານນີ້ຫັ້ນນ່າ.”
ນອກຈາກນີ້ ທ່ານ ໃຈເພັດ ທອງໄຊສີ ຍັງຢືນຢັນວ່າ ນໍ້າຢາອີເອັມ ບໍ່ແມ່ນສານຕ້ອງຫ້າມ ແຕ່ຢ່າງໃດ ແລະ ມີຂາຍໃນຕລາດກະສິກໍາ ທົ່ວໄປ ເຊິ່ງປະຊາຊົນມັກນໍາມາເພື່ອໃຊ້ກັບພືດຜັກ ແລະ ການດັບກິ່ນເໝັນ ອີກທັງ ນໍ້າໃນຫ້ວນສີຂຽວ ຍັງບໍ່ທັນມີການລາຍງານວ່າ ປ່າຕາຍ ຫຼື ມີຜົລກະທົບອື່ນໆ ເກີດຂຶ້ນແຕ່ຢ່າງໃດ.
ກ່ອນໜ້ານີ້ ຢູ່ເມືອງວຽງໄຊ ໃນວັນທີ 23 ຫາ 25 ມົກກະຣາ ທີ່ຜ່ານມາ, ກໍມີເຫດການ ປາຕາຍຈໍານວນຫຼາຍ ຢູ່ນໍ້າງາ ຈຸດວັງສງວນ ບ້ານວັງໄຮ ຈໍານວນຫຼາຍ 200 ກິໂລກຼາມ ຍ້ອນວ່າ ຟາມໝູປ່ອຍນໍ້າເປື້ອນ ລົງສູ່ຫ້ວຍນໍ້າທໍາມະຊາດ ແບບບໍ່ຕັ້ງໃຈ ແລະ ຟາມໝູ ຊີ້ແຈງວ່າ ມີຄົນລົງປ່ອຍນໍ້າເປື້ອນອອກຈາກອ່າງບໍາບັດ ແລະ ເຈົ້າຂອງຟາມ ຈະຮັບຜິດຊອບ ຄ່າເສັຽຫາຍທັງໝົດທີ່ເກີດຂຶ້ນ.