ຊາວບ້ານ ເຂດເມືອງບົວລະພາ ຍັງເດືອດຮ້ອນ ຈາກລົດຂົນສົ່ງແຮ່ທາດ
2024.02.27

ປັດຈຸບັນຊາວບ້ານເມືອງ ບົວລະພາ ແຂວງຄໍາມ່ວນ ທີ່ໃຊ້ເສັ້ນທາງບົວລະພາ-ຫຼັງຄັງ ຕັ້ງແຕ່ບ້ານນາພະນັງ ຫາບ້ານຫຼັງຄັງໄດ້ຮັບຜົນກະທົບ ຈາກຂີ້ຝຸ່ນຈຳນວນມະຫາສານ ແລະເສັ້ນທາງເປ່ເພ ຍ້ອນລົດບັນທຸກ ແຮ່ຫຼາຍກ່ວາຮ້ອຍຄັນ ຕໍ່ມື້ ຈາກຫຼາຍບໍລິສັດ ທີ່ເຂົ້າມາຂຸດຄົ້ນແຮ່ທາດ ແລ່ນຜ່ານເສັ້ນທາງດັ່ງກ່າວ ເພື່ອໄປອອກສູ່ຊາຍແດນວຽດນາມ ແຕ່ບໍ່ມີການສ້ອມແປງທາງເປ່ເພນັ້ນ ຢ່າງຈິງຈັງ ແລະປ່ອຍໃຫ້ຊາວບ້ານໄດ້ຮັບຜົນກະທົບ ຢູ່ຕໍ່ໄປ.
ດັ່ງຊາວບ້ານ ທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 20 ກຸມພາ ນີ້ວ່່າ:
“ແມ່ນໆ ມັນແມ່ນລົດແກ່ແຮ່ເຫຼັກຫຼາຍຊ່ວງນີ້ນ່າ ແມ່ນມື້ໜຶ່ງລະດັບເປັນ 100 ພຸ້ນແຫຼະ. ບໍ່ເຫຼັກຢູ່ເມືອງບົວລະພາໃກ້ໆ ຊາຍແດນນີ້ແຫຼະ. ໂອ ຂີ້ຝຸ່ນຫຼາຍເພິ່ນກາມີແຜນແປງ ຢູ່ທາງກະດາຍ ແຕ່ວ່າມັນແປງໄລຍະຫັ້ນນ່າ ມັນກາບໍ່ແມ່ນໄລຍະຍາວ ຄັນແປງກະລະດັບເດືອນ 2 ເດືອນກາມີແຕ່ຂີ້ຝຸ່ນນີ້ລະຫັ້ນນ່າ. ບາງບ່ອນ ກາເປັນຂີ້ຕົມ ເປັນບວກ ເປັນຫຍັງຫັ້ນແຫຼະ.”
ຊາວບ້ານອີກທ່ານໜຶ່ງ ຢືນຢັນວ່າຢູ່ເສັ້ນທາງດັ່ງກ່າວ ເຕັມໄປດ້ວຍລົດບັນທຸກແຮ່ຫຼາຍກ່ວາ 100 ຄັນຕໍ່ມື້ ເຮັດໃຫ້ທາງມີແຕ່ຂີ້ຝຸ່ນ ສົ່ງຜົນໃຫ້ຊາວບ້ານ ທີ່ຂີ່ລົດຈັກບໍ່ສາມາດຂີ້ລົດຈັກ ຜ່ານເສັ້ນທາງໄດ້ ໃນໄລຍະທີ່ມີລົດບັນທຸກແລ່ນຜ່ານ ຍ້ອນເຮັດໃຫ້ເບິ່ງບໍ່ເຫັນທາງ ແລະກໍ່ສ່ຽງອັນຕະລາຍ ແຕ່ກໍຍັງບໍ່ທັນເຫັນວ່າ ຈະມີການສ້ອມແປງທາງ ໃນໄລຍະຍາວເທື່ອ.
ດັ່ງທ່ານ ກ່າວວ່າ:
“ເອີ! ເຂົາແກ່ມື້ໜຶ່ງ 100 ຖ້ຽວ 100 ປາຍຖ້ຽວພຸ້ນໃດລົດຈັກ ມັນກາຖ້າຖືກຊ່ວງເຂົາປ່ອຍລົດອອກ ລະຂີ້ຝຸ່ນຫຼາຍເດ້ ແຊງບໍ່ໄດ້ທາງມັນນ້ອຍຫັ້ນນ່າ ແປງທາງເຂົາເຈົ້າບໍ່ໄດ້ແປງໄດ໋. ໜ້າຈະປີໜ້າພຸ້ນແຫຼະ ຄັນໄປລະໄປເສັ້ນທາງອື່ນ ມັນຈະບໍ່ມີຂີ້່ຝຸ່ນແດ່ຫັ້ນ ໄປເສັ້ນທາງນັ້ນ ລະທາງຂີ້ຝຸ່ນມັນແຊງກາແຊງຍາກ.”
ສ່ວນຜູ້ປະກອບການ ລົດແກ່ເຄື່ອງກ່າວວ່າ ສໍາລັບຢູ່ເສັ້ນທາງດັ່ງກ່າວ ກໍແມ່ນເດີນທາງຍາກແທ້ເພາະນອກຈາກ ບັນຫາເລື່ອງຂີ້ຝຸ່ນແລ້ວ ຍັງຕ້ອງລົບຫຼີກລົດແກ່ແຮ່ ຈຳນວນຫຼາຍຄັນເຊິ່ງແຕ່ລະຄັນກໍແລ່ນລົດດ້ວຍຄວາມໄວ ນໍາດ້ວຍຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫານີ້.
ດັ່ງທ່ານກ່າວວ່າ:
“ຂີ້ຝຸ່ນໄງ່ເດີ້ມັນກາເຫັນຫັ້ນແຫຼະ ເຂົາແກ່ຂ້ອຍກາບໍ່ຈັກເຂົາແກ່, ແກ່ຫຍັງແຫຼະຫຼາຍ. ເຮົາບໍ່ຮູ້ ເຮົາຊິເຫັນມັນແລ່ນອອກ ແລ່ນເຂົ້າ ເພາະວ່າວານນີ້ມື້ຊືນນີ້ ເຮົາໄປສົ່ງລົດໂຄໂບຕ້າເດ້.”
ຊາວບ້ານອີກຫຼາຍຄົນ ໄດ້ປ່ຽນໄປໃຊ້ເສັ້ນທາງປູຢາງແທນ ສໍາລັບເດີນທາງລະຫວ່າງ ເມືອງບົວລະພາໄປເມືອງມະຫາໄຊ ເພື່ອຫຼີກລ້ຽງບັນຫາຂີ້ຝຸ່ນ ແລະລົດບັນທຸກແກ່ແຮ່ ແຕ່ການປ່ຽນເສັ້ນທາງນັ້ນ ເຮັດໃຫ້ເສັຍເວລາເດີນທາງ ເພີ່ມຕື່ມ.
ດັ່ງຊາວບ້ານ ນາງກ່າວວ່າ:
“ແກ່ແຮ່ກາງວັນທາງເຮົາ ກາບໍ່ໄປທາງຂີ້ຝຸ່ນມັນກາມີທາງຢາງ ທາງອັນນັ້ນຮອດເດ້ໄດ້ໆ ບໍ່ເປັນຫຍັງຜ່ານມະຫາໄຊ ມາຈັ່ງຮອດຫຼັງຄັງ.”
ຕໍ່ກັບບັນຫາທີ່ເກີດຂຶ້ນ ທາງອໍານາດການປົກຄອງ ເມືອງບົວລະພາ ກໍາລັງມີການຫາລືກັບແຕ່ລະບໍລິສັດ ທີ່ເຂົ້າມາຂຸດຄົ້ນແຮ່ທາດ ເພື່ອໃຫ້ພວກເຂົາເຈົ້າມີການສ້ອມແປງທາງ ຄືນພາຍຫຼັງຈາກທີ່ໄດ້ເຮັດໃຫ້ເສັ້ນທາງເປ່ເພ ຍ້ອນລົດບັນທຸກຂອງພວກເຂົາເຈົ້າ ໄດ້ແລ່ນຜ່ານເຊິ່ງແຕ່ລະຄັນອາດ ມີນໍ້າໜັກເກີດມາດຕະຖານ.
ດັ່ງເຈົ້າໜ້າທີ່ ເມືອງບົວລະພາ ທ່ານກ່າວວ່າ:
“ເວັນນີ້ກໍທາງເຈົ້າເມືອງເພິ່ນ ກາໄປລວມຢູ່ເນາະເວົ້າເລື່ອງຂີ້ຝຸ່ນ ຫຍັງ. ໂອແກ້ໄຂ ກາຄິດວ່າມັນຍາກ ເພາະມັນຫຼາຍບໍລິສັດເດ້. ຂັ້ນເທິງເພິ່ນໂຕນີ້ ຂີ່ມາທາງມະຫາໄຊນີ້ ດີກ່ວາ.”
ຕໍ່ເຫດການດັ່ງກ່າວ ຊາວບ້ານອີກຈໍານວນໜຶ່ງ ທີ່ໄດ້ຖ່າຍຄລິບວິດີໂອ ເຫດການທີ່ລົດບັນທຸກ ແຮ່ຫຼາຍຄັນທີ່ແລ່ນຜ່ານເສັ້ນທາງດັ່ງກ່າວ ເຊິ່ງລຽນແຖວກັນຍາວຫຼາຍ ແລະບາງເທື່ອລົດບັນທຸກ ແຮ່ບາງຄັນກໍແລ່ນໄວ ແລະພະຍາຍາມຂັບແລ່ນ ແຊງກັນເອັງເຊິ່ງເປັນອັນຕະລາຍ ຕໍ່ຊາວບ້ານທີ່ສັນຈອນໄປມາ.
ສໍາລັບເມືອງບົວລະພາ ເປັນເມືອງໜຶ່ງ ທີ່ມີໂຄງການຂຸດຄົ້ນແຮ່ທາດ ຈໍານວນຫຼາຍໂຄງການ ແລະຫຼາຍສິບບໍລິສັດ ເປັນຕົ້ນການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ຣາຊິຕາ ບໍ່ແຮ່ຈຳກັດ, ໂຄງການຂຸດຄົ້ນແຮ່ຫີນບາລິດ ຂອງບໍລິສັດ ທີ ບໍ່ແຮ່ຈຳກັດຜູ້ດຽວ, ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ໂກເອກໂກ ແຮ່ເຫຼັກ ຈໍາກັດຜູ້ດຽວ ແລະອື່ນໆ. ນອກຈາກ ເມືອງບົວລະພາແລ້ວໃນແຂວງຕ່າງໆ ທີ່ມີການລົງທຶນດ້ານຂຸດຄົ້ນແຮ່ທາດ ເຮັດໃຫ້ເກີດບັນຫາເສັ້ນທາງເປ່ເພ ແລະຂີ້ຝຸ່ນຈາກລົດບັນທຸກແຮ່ເຊັ່ນດຽວກັນ ເປັນຕົ້ນຢູ່ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງສະຫວັນນະເຂດ, ແຂວງເຊກອງ, ແຂວງອັດຕະປື, ແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ.