ຊາວບ້ານ ຢູ່ເມືອງໄຊທານີ ໄດ້ຮັບຄວາມເດືອດຮ້ອນ ຈາກເສັ້ນທາງທີ່ເປັນຂີ້ຝຸ່ນ

ທາງທີ່ເປັນຂີ້ຝຸ່ນເສັ້ນນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນມີນາ ປີ 2023.
ທາງທີ່ເປັນຂີ້ຝຸ່ນເສັ້ນນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນມີນາ ປີ 2023. (ນັກຂ່າວ ພົລເມືອງ)

0:00 / 0:00

ໃນໄລຍະນີ້ ຊາວບ້ານ ທີ່ອາໄສຢູ່ໃກ້ແຄມທາງ ໃນເຂດບ້ານຫ້ວຍເຕີຍ ແລະບ້ານໂນນແສງຈັນ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ແລະຜົລກະທົບເຣື່ອງຂີ້ຝຸ່ນຢ່າງໜັກ ຍ້ອນມີຣົຖບັນທຸກຂົນດິນ ຂອງບໍຣິສັດເອກກະຊົນ ທີ່ແລ່ນຂົນດິນທຸກມື້ ແລ້ວບໍ່ມີການຫົດນໍ້າ ຕາມຖນົນຫົນທາງໃຫ້.

ສົ່ງຜົລເຮັດໃຫ້ ເກີດຂີ້ຝຸ່ນໄງ່ເຕັມຖນົນຫົນທາງ ແລະຂີ້ຝຸ່ນ ກໍເຂົ້າໄປບ້ານເຮືອນຂອງຊາວບ້ານ ທີ່ອາໄສຢູ່ແຄມທາງ ໂດຍບໍ່ມີການແກ້ໄຂ ມາເປັນໄລຍະເວລາ ປະມານ 2 ປີ ແລະທາງຂັ້ນບ້ານ ກໍຮັບຮູ້ມາໂດຍຕລອດ ແຕ່ກໍບໍ່ມີການແກ້ໄຂໃຫ້ດີຂຶ້ນ ຫຼືວ່າ ແຈ້ງໄປຍັງ ເຈົ້າໜ້າທີ່ສິ່ງແວດລ້ອມຂັ້ນເມືອງ ໃຫ້ມາແກ້ໄຂບັນຫາດັ່ງກ່າວນີ້ເທື່ອ, ດັ່ງຊາວບ້ານ ບ້ານໂນນແສງຈັນ ໃນເມືອງໄຊທານີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກຸມພາ ນີ້ວ່າ:

"2 ປີນີ້ ເດືອດຮ້ອນຫຼາຍ ເຣື່ອງການຖົມດິນດອນ ເຮັດໃຫ້ປະຊາຊົນເດືອດຮ້ອນ ຄວາມຈິງແລ້ວເນາະ ໂດຍສະເພາະຂີ້ຝຸ່ນ ຣົຖບັນທຸກ ແກ່ດິນນ່າ ມັນໄປທາງຮ່ອມ ທາງຊອຍ ເປັນຄົນລາວ ຄົນສ່ວນບຸກຄົນນີ້ແຫຼະ ພວກຮັບເໝົາຖົມດິນຖົມດອນນີ້ແຫຼະ ຕາມເບິ່ງສ່ວນຫຼາຍເຂົາບໍ່ຫົດນໍ້າຫັ້ນນ່າ ປະຊາຊົນເຂົາກໍບໍ່ໄດ້ ໂທຫາສິ່ງແວດລ້ອມເດ້ ກໍໂທຫາແຕ່ຄະນະປົກຄອງບ້ານ ຄະນະປົກຄອງບ້ານ ກໍບໍ່ໄດ້ແກ້ໄຂຫຍັງ."

ຂະນະທີ່ ຊາວບ້ານຫ້ວຍເຕີຍ ໃນເມືອງໄຊທານີ ທ່ານນຶ່ງ ກໍກ່າວເຖິງບັນຫາດັ່ງກ່າວນີ້ວ່າ ຊາວບ້ານໃນເຂດນີ້ ທີ່ຢູ່ໃກ້ກັບແຄມທາງ ທີ່ຣົຖບັນທຸກຂົນດິນແລ່ນຜ່ານ ກໍໄດ້ຮັບຜົລກະທົບເຊັ່ນກັນ ເຊິ່ງເປັນມາດົນແລ້ວ ຄາດວ່າ ປະມານ 2 ປີ ຕັ້ງແຕ່ມີໂຄງການຈົກດິນຂາຍ ຊາວບ້ານຕ້ອງອົດທົນ ແລະຕ້ອງເສບກິນຂີ້ຝຸ່ນທຸກມື້ ເພາະມີຣົຖບັນທຸກຂົນດິນແລ່ນຜ່ານທຸກມື້ ໂດຍທາງການ ກໍຍັງບໍ່ທັນມາແກ້ໄຂໃຫ້ດີຂຶ້ນເທືື່ອ ແລະນອກຈາກນີ້ ເດັກນ້ອຍໄປໂຮງຮຽນ ກໍໄດ້ຮັບຜົລກະທົບ ເພາະຕາມເຄື່ອງນຸ່ງ ຕາມຕົນໂຕ ກໍເປື້ອນຂີ້ຝຸ່ນແດງໄປໝົດ.

"ແມ່ນເດືອດຮ້ອນ ດົນແລ້ວ 2 ປີ ແລ້ວລະ ກະຂີ້ໄງ່ວ່າຊັ້ນສ່າ ທັງກິນຂີ້ຝຸ່ນ ທັງອີ່ຫຍັງ ລູກໄປໂຮງຮຽນນີ້ ເຄື່ອງໄປຮອດໂຮງຮຽນນີ້ແດງໝົດເລີຍ ມີທຸກມື້ຣົຖບັນທຸກນ່າ ແກ່ດິນ ເພິ່ນມີໂຄງການຈົກດິນຂາຍແດ່ ອີ່ຫຍັງແຖວນີ້ແຫຼະ."

ພ້ອມດຽວກັນນີ້ ຊາວບ້ານ ບ້ານຫ້ວຍເຕີຍ ອີກຜູ້ນຶ່ງ ກໍກ່າວກ່ຽວກັບເຣື່ອງນີ້ວ່າ ກໍເຫັນຣົຖບັນທຸກ ແລ່ນຫຼາຍຢູ່ທຸກມື້ ເຂົາເຈົ້າຂົນດິນ ເພື່ອເອົາໄປຖົມໃນເຂດດິນຈັດສັນ ທີ່ຈະໃຫ້ບັນດາພວກນັກທຸຣະກິຈ, ນັກລົງທຶນ ເຂົ້າມາລົງທຶນ ພັທນາໃນອະນາຄົດ ເຊິ່ງແນ່ນອນວ່າ ຊາວບ້ານທີ່ອາໄສຢູ່ໃກ້ແຄມທາງ ກໍໄດ້ຮັບຜົລກະທົບຈາກຂີ້ຝຸ່ນກັນໜັກ ເພາະຍາມຣົຖບັນທຸກແລ່ນຜ່ານ ຂີ້ຝຸ່ນນີ້ກໍໄງ່ແຮງ.

"ຣົຖບັນທຸກນີ້ ກໍເຫັນແລ່ນຢ່ ກະຫຼາຍໆ ໂອ້ກະໄງ່ແດ່ຫັ້ນແຫຼະເນາະ ຢູ່ໃກ້ກໍໄດ້ຮັບຜົລກະທົບ ແຫຼະຫັ້ນເນາະ ໄດ້ຍິນວ່າ ເຂົາເຈົ້າເຮັດໂຄງການດິນຈັດສັນ ເຂົາເຈົ້າຈະຂົນດິນຂົນຫຍັງ ໄປຖົມດິນຈັດສັນຫັ້ນນ່າ ຖົມຫັ້ນ ຖົມນີ້ຫັ້ນນ່າ."

ສໍາລັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ສິ່ງແວດລ້ອມ ເມືອງໄຊທານີ ທ່ານນຶ່ງ ກໍກ່າວວ່າ ຍັງບໍ່ຮັບຮູ້ບັນຫາດັ່ງກ່າວ ແຕ່ເບື້ອງຕົ້ນ ໃຫ້ຊາວບ້ານທີ່ໄດ້ຮັບຜົລກະທົບ ຕ້ອງແຈ້ງເຈົ້າໜ້າທີ່ຂັ້ນບ້ານກ່ອນ ເພື່ອໃຫ້ດໍາເນີນການແກ້ໄຂໃນເບື້ອງຕົ້ນ ໂດຍໃຫ້ໄປແຈ້ງ ໄປເຕືອນບັນດາຄົນຂັບຣົຖບັນທຸກໃຫ້ແກ້ໄຂ ເຊິ່ງເບື້ອງຕົ້ນ ກໍຕ້ອງໃຫ້ເຂົາເຈົ້າຫົດນໍ້າ ເພື່ອຫຼຸດບັນຫາຂີ້ຝຸ່ນ.

“ຈັກເດີ້ ບໍ່ຮູ້ຄືກັນນໍາເຂົາເດ້ ເຮົາບໍ່ຮູ້ໃດ໋ ແຈ້ງບ້ານກ່ອນ ເຂົ້າຫາບ້ານເດ້ກ່ອນນ່າ ນາຍບ້ານກໍໄປແຈ້ງໄປເຕືອນ ເຂົາກໍຈະໄປໃຫ້ຫົດນໍ້າ ຫົດຫຍັງຫັ້ນແຫຼະ ທັມມະດາເຂົາແລ່ນກາຍບ້ານ ມັນກໍຕ້ອງໄດ້ແກ້ຕົ່ວະ ມັນກໍໄງ່າ ຫົດນໍ້າຫົດຫຍັງຕົ່ວະ.”

ສ່ວນຣາຍລະອຽດ ບໍຣິສັດຣົຖບັນທຸກຂົນດິນ ທີ່ແລ່ນຜ່ານເຂດບ້ານດັ່ງກ່າວ ເຈົ້າໜ້າທີ່ສິ່ງແວດລ້ອມຂັ້ນເມືອງ ກໍຍັງບໍ່ຮູ້ຣາຍລະອຽດເທື່ອ ວ່າແມ່ນຂອງບໍຣິສັດໃດ.

ຢ່າງໃດກໍຕາມ ບັນຫາຣົຖບັນທຸກແລ່ນຜ່ານເສັ້ນທາງ ບ້ານຊາວບ້ານໃນລາວ ເພື່ອຂົນສົ່ງດິນ, ຂົນສົ່ງແຮ່ທາດ ແລ້ວສົ່ງຜົລກະທົບເຣື່ອງຂີ້ຝຸ່ນ ຕໍ່ສຸຂພາບປະຊາຊົນ ໄດ້ເກີດຂຶ້ນຫຼາຍແຫ່ງ ມາຕໍ່ເນື່ອງ ສ່ວນນຶ່ງກໍຍ້ອນວ່າ ຖນົນຫົນທາງໃນລາວ ຕາມເຂດບ້ານຂອງຊາວບ້ານ ສ່ວນໃຫຍ່ ຍັງເປັນທາງດິນແດງ ຍັງບໍ່ທັນໄດ້ເປັນທາງປູຢາງເທື່ອ ແລະຍັງມີຂຸມ ມີບວກຫຼາຍ ບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນໃນໄລຍະຍາວເທື່ອ ມີແຕ່ແກ້ໄຂສະເພາະໜ້າ ເມື່ອເຂົ້າສູ່ຣະດູແລ້ງ ກໍເຮັດໃຫ້ຊາວບ້ານ ຮັບຜົລກະທົບໜັກ ໃນເຣື່ອງບັນຫາຂີ້ຝຸ່ນ ແລະເມື່ອເຂົ້າສູ່ຣະດູຝົນ ກໍເກີດບັນຫາທາງເປັນຂີ້ຕົມ ຣົຖແລ່ນສັນຈອນ ໄປ-ມາ ຍາກ.

ກ່ອນໜ້ານີ້ ຊາວບ້ານ 19 ບ້ານ ໃນເມືອງບົວລະພາ ແຂວງຄໍາມ່ວນ ເຊັ່ນ: ບ້ານປາກພະນັງ, ບ້ານຫຼັງຄັງ, ບ້ານແສນພັນ ກໍໄດ້ຮັບຜົລກະທົບ ເຣື່ອງຂີ້ຝຸ່ນໜັກ ຈາກຣົຖບັນທຸກຂົນແຮ່ທາດ ຂອງບໍຣິສັດວຽດນາມ ແລະບໍຣິສັດຂອງລາວ ມາຫຼາຍປີແລ້ວເຊັ່ນກັນ ເພາະມີຣົຖບັນທຸກແລ່ນທຸກມື້ ທັງຍາມກາງເວັນ ແລະກາງຄືນ ທີ່ຜ່ານມາ ຊາວບ້ານກໍຮຽກຮ້ອງໃຫ້ທາງການແກ້ໄຂ ເບື້ອງຕົ້ນ ແກ້ໄຂໂດຍການຫົດນໍ້າ ແຕ່ວ່າ ການຫົດນໍ້າໜ້ອຍເກີນໄປ ຫຼາຍຄົນ ຕ້ອງອົດທົນຢູ່ກັບ ສະພາບແວດລ້ອມດັ່ງກ່າວ ແລະຍັງມີບັນຫາສຸຂພາບ ເປັນຫວັດ, ເປັນໄອ, ເປັນພຍາດກ່ຽວກັບປອດອີກ.

ແລະໃນຕົ້ນເດືອນມົກກະຣາ ປີ 2024 ທີ່ຜ່ານມານີ້ ຊາວບ້ານ ໃນເຂດບ້ານຂັນໝາກ, ບ້ານໂພນຊູ ທີ່ຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ແຂວງວຽງຈັນ ກໍໄດ້ຮັບຜົລກະທົບເຣື່ອງຂີ້ຝຸ່ນ, ມົລພິດທາງອາກາດ ຈາກຣົຖບັນທຸກແກ່ຫິນ-ແກ່ຊາຍຕ່າງໆ ທີ່ເຂົ້າ-ອອກໂຮງງານ ໂດຍສະເພາະ ຊາວບ້ານ ທີ່ອາໄສຢູ່ໃກ້ແຄມທາງ ຂີ້ຝຸ່ນກໍເຕັມເຊັ່ນກັນ ເຊິ່ງທາງບໍຣິສັດ ກໍບໍ່ເຄີຍມາຫົດນໍ້າ ຕາມເສັ້ນທາງທີ່ຣົຖບັນທຸກແລ່ນຜ່ານ ແລະຍາມກາງຄືນ ກໍຈະໄດ້ຍິນສຽງດັງຣົບກວນ ຈາກການຜລິດໃນໂຮງງານ ນໍາດ້ວຍ.