ປາໃນໜອງນ້ຳ ຢູ່ບ້ານຄົກເຂົ້າດໍ ເມືອງຊະນະຄາມ ຕາຍຈຳນວນຫຼາຍ

ຈຳປາທອງ
2024.02.07
ປາໃນໜອງນ້ຳ ຢູ່ບ້ານຄົກເຂົ້າດໍ ເມືອງຊະນະຄາມ ຕາຍຈຳນວນຫຼາຍ ນີ້ເປັນພຽງຮູບໂຕຢ່າງປະກອບ ເຫດການປາທີ່ຊາວບ້ານລ້ຽງໄວ້ຕາຍ.
Courtesy Photo

ປາຕາຍຫລາຍແບບຜິດທັມມະຊາຕ ຢູ່ໜອງນໍ້າແຫ່ງນຶ່ງ ໃນເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແຕ່ວັນທີ 2 ຫາວັນທີ 5 ກຸມພານີ້. ຊາວບ້ານ ທີ່ເຫັນປາຕາຍ ຄາດວ່າ ປາຕາຍນັ້ນ ແມ່ນເປັນຍ້ອນໂຮງງານ ຜລິດແປ້ງມັນຕົ້ນແຫ່ງນຶ່ງ ຂອງນັກລົງທຶນຈີນ ທີ່ຢູ່ໃນເຂດບ້ານດັ່ງກ່າວ ທີ່ໄດ້ປ່ອຍນໍ້າເສັຍ ມີກິ່ນເໝັນ ລົງໜອງນໍ້າທັມມະຊາຕ, ອີງຕາມຄໍາເວົ້າຂອງຊາວ ບ້ານຜູ້ນຶ່ງຕໍ່ວິທຍຸເອເຊັເສຣີໃນມື້ວັນທີ 7 ກຸມພານີ້.

ກໍເຫັນຢູ່ກໍວ່າຊ່ວງນີ້ຢາກວ່າມິດແດ່ແລ້ວ. ຫວ່າງຫລັງນີ້ກະແຫ່ກັນຕາຍແທ້ວ່າ ກະຫລາຍຄົນຄິດວ່າຍ້ອນໂຮງງານແຫລະ. ເໝັນ! ເຂົາປ່ອຍລົງຮ່ອງນໍ້າ ນໍ້າເໝັນນໍ້າເໜົ່າພິລຶກ. ດຽວນີ້ກະຍັງປ່ອຍມາຢູ່ຍັງເໝັນຢູ່ ຄົກເຂົ້າດໍຫັ້ນແຫລະ.

ຊາວບ້ານໃກ້ຄຽງອີກຜູ້ນຶ່ງ ກໍເວົ້າວ່າ ຕົນກໍໄດ້ຍິນຊາວບ້ານຫລາຍຄົນ ເວົ້າເຖິງເຣື່ອງໂຮງງານ ຜລິດແປ້ງມັນຕົ້ນຂອງຈີນ ຢູ່ໃນເຂດບ້ານນັ້ນ ໄດ້ປ່ອຍນໍ້າເສັຍລົງໃສ່ໜອງ ເຮັດໃຫ້ມີກິ່ນເໝັນແທ້. ສ່ວນສາເຫດ ເຣື່ອງປາຕາຍນັ້ນ ຕົນກໍບໍ່ສາມາດເວົ້າໄດ້ວ່າ ເປັນຍ້ອນໂຮງງານນັ້ນແທ້ ຫລືບໍ່, ຕ້ອງໄດ້ລໍຖ້າ ໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ລົງໄປກວດກາ ແລ້ວສລຸບອອກມາກ່ອນ.

ມັນມີໂຮງງານແປ້ງມັນຕົ້ນຢູ່ຫັ້ນ ໂຮງງານນຶ່ງກະບໍ່ແນ່ໃຈ ແຕ່ວ່າໄດ້ຍິນປະຊາຊົນເວົ້າມີກິ່ນເໝັນຢູ່ ຫລືວ່າເຂົາລະບາຍນໍ້າ ລົງຮ່ອງນໍ້ານີ້. ກະຊິມີແທ້ບາງເທື່ອນີ້ ກະບໍ່ແນ່ໃຈຄືກັນ ປາຕາຍນີ້ຍັງບໍ່ທັນຮູ້ຮູ້ແຕ່ວ່າເຣື່ອງປ່ອຍນໍ້າລົງນໍ້າ ກໍອາຈຈະຕ້ອງໂຕນີ້ນ່າ.

ພ້ອມດຽວກັນນີ້ ຊາວກະສິກອນປູກມັນຕົ້ນ ຢູ່ເມືອງຊະນະຄາມ ນາງນຶ່ງ ກໍເວົ້າເຖິງສາເຫດ ຂອງປາຕາຍຢູ່ບ້ານ ຄົກເຂົ້າດໍ ນັ້ນວ່າ ນາງເອງກໍບໍ່ຮູ້ຄັກແນ່, ຮູ້ພຽງແຕ່ວ່າ ໂຮງງານຜລິດແປ້ງມັນຕົ້ນຂອງນັກລົງທຶນຈີນ ແມ່ນຕັ້ງຢູ່ບ້ານນັ້ນແທ້ ແລະໄດ້ທໍາການຜລິດ ມາຕັ້ງແຕ່ປີກາຍ ແລະໄດ້ຜລິດມາເລື້ອຍໆ. ສ່ວນເຣື່ອງທີ່ວ່າ ໂຮງງານ ໄດ້ປ່ອຍນໍ້າເສັຍລົງໃສ່ໜອງນໍ້ານັ້ນ ຕົນເອງກໍບໍ່ທັນເຫັນກັບຕາ ຫລື ຮູ້ຣາຍລະອຽດເທື່ອ.

ເຂົາເຈົ້າຫາກໍ່ເລີ່ມເປີດໄດ້ມາປະມານ ເດືອນ 7, ເດືອນ 8 ທີ່ຜ່ານມານີ້ແຫລະ. ຍັງບໍ່ຮອດປີເທື່ອ ຄົນຈີນຫັ້ນ. ເຂົາເຈົ້າຈະບໍ່ອັນນັ້ນດອກ ເຂົາເຈົ້າມີເຖົ້າແກ່ຄົນລາວເຮົາເນາະ. ເປັນຜູ້ເກັບໃຫ້ເຂົາເຈົ້າຊີ້ນ່າ.

ກ່ຽວກັບເຣື່ອງປາຕາຍ ຢູ່ເຂດບ້ານດັ່ງກ່າວ ເຈົ້າໜ້າທີ່ເມືອງຊະນະຄາມ ຜູ້ນຶ່ງ ເວົ້າຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ທ່ານຍັງບໍ່ທັນໄດ້ຮັບແຈ້ງ ຈາກຊາວບ້ານ ກ່ຽວກັບເຣື່ອງທີ່ວ່ານັ້ນເທື່ອ, ມີແຕ່ຮູ້ຜ່ານທາງສື່ສັງຄົມອອນລາຍ, ແຕ່ກໍຈະແຈ້ງຂໍ້ມູນ ໄປຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ລົງໄປກວດສອບ ຕົວຈິງ.

ຢູ່ບ້ານຄົກເຂົ້າດໍຫັ້ນ ມີປາຕາຍແທ້ຫວາ ຍັງວ່າຫັ້ນລະເດີ. ຂ້ອຍກະຍັງບໍ່ທັນຮູ້ໄດ໋. ໂອ໊ ເບິ່ງເຮົາຊິແຈ້ງເຊົາເຈົ້າເດີ. ແຈ້ງໄປທາງຫ້ອງການພາກສ່ວນທີ່ກ່ຽວຂ້ອງຫັ້ນ.

ທາງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງ ວຽງຈັນ ນາງນຶ່ງ ເວົ້າວ່າ ທາງໜ່ວຍງານ ຂອງພວກນາງ ກໍຍັງບໍ່ທັນໄດ້ຮັບແຈ້ງກ່ຽວກັບເຣື່ອງນີ້ ຈາກທາງເມືອງເທື່ອວ່າ ເປັນແນວໃດກັນແທ້ ແຕ່ກໍຈະສອບຖາມ ໄປຍັງເຈົ້າໜ້າທີ່ເມືອງ ເພື່ອຂໍຮູ້ຣາຍລະອຽດຄັກແນ່ ແລ້ວກໍຈະສົ່ງເຈົ້າໜ້າທີ່ ໄປກວດສອບໂຕຈິງຕາມຂັ້ນຕອນ.

ບໍ່ເຫັນບໍ່ທັນໄດ້ຂ່າວກໍ໋ ໃຫ້ຈຸຜູ້ທີ່ວ່າເພິ່ນຢູ່ໃກ້ຊິດຫັ້ນລົງໄປກ່ອນເນາະ ມັນມີຄວາມຈິງສໍ່າໃດອີ່ຫຍັງຫັ້ນນ່າ ມີມູນຄວາມຈິງແນວໃດ. ຈຸເມືອງເຂົາເຈົ້າສິຣາຍງານມາດອກ ຂັ້ນພື້ນຖານຢູ່ມໍ່ ເຂົາເຈົ້າສິໄປເບິ່ງຫັ້ນນ່າ.

ຢູ່ເຂດບ້ານຄົກເຂົ້າດໍ ມີໂຮງງານຜລິດແປ້ງມັນຕົ້ນຂອງຈີນແຫ່ງນຶ່ງ ຊຶ່ງເປັນຂອງກຸ່ມບໍຣິສັດ LS ການກະເສດ (LS Agricultural Group) ຈໍາກັດຜູ້ດຽວ. ແຕ່ເມື່ອວິທຍຸເອເຊັຽເສຣີ ຕິດຕໍ່ໄປຍັງພະນັກງານຂອງບໍຣິສັດດັ່ງກ່າວ ໄດ້ຄໍາຕອບພຽງແຕ່ວ່າ ບໍ່ຮູ້ເຣື່ອງປາຕາຍທີ່ວ່ານັ້ນ ແລະບໍ່ສະດວກ ທີ່ຈະໃຫ້ຄໍາເຫັນແນວໃດເພີ່ມຕື່ມ.

ກ່ອນໜ້ານີ້ ເມື່ອວັນທີ 6 ກຸມພາ ໜັງສືພິມລາວພັທນາ ໄດ້ນໍາສເນີຂ່າວກ່ຽວກັບເຫດການດັ່ງກ່າວ ຜ່ານທາງສື່ສັງຄົມອອນລາຍນ໌ ແລະກໍມີຊາວບ້ານຫລາຍຄົນ ສະແດງຄວາມຄິດເຫັນ ແລະຫລາຍຄົນເວົ້າວ່າ ໜ້າຈະເປັນຍ້ອນການປ່ອຍນໍ້າເສັຍ ຂອງໂຮງງານຈີນ ແລະຊາວບ້ານທີ່ຢູ່ໃກ້ຄຽງ ກໍໄດ້ສະແດງຄວາມເຫັນເພີ່ມຕື່ມວ່າ ຢູ່ເຂດນັ້ນ ມີກິ່ນເໝັນຈາກນໍ້າເສັຍແທ້.

ແຕ່ເຖິງຢ່າງໃດກໍຕາມ ກ່ອນໜ້າເຫດການນີ້ ຄືແຕ່ວັນນທີ 23 ຫາວັນທີ 25 ມົກກະຣາ ທີ່ຜ່ານມາ ຟາມລ້ຽງໝູ ຂອງນັກລົງທຶນຈີນແຫ່ງນຶ່ງ ຢູ່ເມືອງວຽງໄຊ ແຂວງຫົວພັນ ກໍໄດ້ປ່ອຍນໍ້າເສັຍ ຈາກການລ້າງຄອກໝູລົງໃສ່ນໍ້າງາ ເຮັດໃຫ້ປາຢູ່ສາຍນໍ້າດັ່ງກ່າວ ຕາຍຫລາຍກວ່າ 230 ກິໂລ; ຈົນມາເຖິງວັນທີ 26 ມົກກະຣາ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ເຮັດບົດບັນ ທຶກກັບເຈົ້າຂອງຟາມໝູ ພ້ອມທັງໃຫ້ຈ່າຍເງິນແກ່ປະຊາຊົນ ເປັນຄ່າເກັບປາຕາຍ ອອກຈາກນໍ້າງານັ້ນ ກິໂລນຶ່ງ 15,000 ກີບ ແລະ ຖ້າຍັງເຮັດໃຫ້ເກີດເຫດຄືດັ່ງກ່າວນີ້ ຕື່ມອີກ ຈະຖືກສັ່ງໂຈະ ກິຈການນັ້ນທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.