ເຣື້ອງທີ່ເກັບບັນທຶກໄວ້
2023-05-11
ຍ້ອນມີການປູກມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂຶ້ນ ຈຶ່ງເຮັດໃຫ້ເນື້ອທີ່ດິນ ທຳການກະເສດ ເສື່ອມໂຊມລົງຫຼາຍ ໃນເຂດເມືອງປາກຊ່ອງ ແຂວງຈຳປາສັກ, ຍ້ອນແນວນັ້ນ ອຳນາດການປົກຄອງ ຂອງແຂວງ ຈຶ່ງອອກຂໍ້ຕົກລົງ ຫ້າມປູກພືດກຸ່ມນັ້ນ.
2023-05-10
ໂຮງງານຈີນ ແລະ ວຽດນາມ ຢູ່ເຂດພັທນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ ປ່ອຍນໍ້າເສັຍ ເປັນພິດ ລົງໃສ່ຫ້ວຍ, ໃສ່ຮ່ອງ, ສົ່ງກິ່ນເໝັນຮຸນແຮງ ໃຫ້ຊາວບ້ານມາໄດ້ຫຼາຍປີແລ້ວ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂ ບັນຫາດັ່ງກ່າວ ໃຫ້ຊາວບ້ານໄດ້ເທື່ອ ຂະນະທີ່ຊາວບ້ານ ບໍ່ກ້າຈົ່ມ, ໄດ້ແຕ່ອົດທົນເອົາ.
2023-05-08
ຣົຖບັນທຸກ ທີ່ນໍ້າໜັກເກີນ ຈໍານວນນຶ່ງ ຍັງຝ່າຝືນນໍາໃຊ້ເສັ້ນທາງ ພູ 9 ຫຼັກ ລະຫວ່າງ ເມືອງກາສີ ແຂວງວຽງຈັນ ກັບເມືອງນານ ແຂວງຫຼວງພຣະບາງ ເຖິງແມ່ນວ່າ ທາງການໄດ້ສັ່ງຫ້າມ ບໍ່ໃຫ້ຣົຖບັນທຸກໜັກແລ່ນຜ່ານ ເສັ້ນທາງດັ່ງກ່າວອີກກໍຕາມ.
2023-05-08
ມີບັນຫາຂີ້ລັກ, ປຸ້ນຈີ້ ແລະ ຢາເສບຕິດ ຫຼາຍຂຶ້ນ ຍ້ອນເສຖກິຈຝືດເຄືອງ ຂະນະທີ່ ຊາວລາວຫຼາຍຄົນ ຢາກໃຫ້ເຈົ້າໜ້າທີ່ ລົງໂທດຢ່າງຈິງຈັງ ຕໍ່ຜູ້ກະທໍາຜິດ ເນື່ອງຈາກ ຫຼາຍຄົນກະທຳຜິດຊ້ຳໆ ແລະການລົງໂທດ ກໍມີພຽງແຕ່ສຶກສາອົບຮົມ ຈຶ່ງເຮັດໃຫ້ບໍ່ຫຼາບຈຳ ກັບໄປສ້າງບັນຫາ ໃຫ້ສັງຄົມອີກ.
2023-05-04
ຊາວໜຸ່ມ ຜູ້ທີ່ຜ່ານການບໍາບັດ ແລະ ປິ່ນປົວ ການຕິດຢາເສບຕິດ ຢູ່ທີ່ສູນປິ່ນປົວ ແລະ ຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ທີ່ນະຄອນຫຼວງວຽງຈັນ 40% ກັບໄປເສບຢາເສບຕິດ ຄືນອີກ ຍ້ອນບໍ່ມີວຽກເຮັດງານທຳ, ບັນຫາຄອບຄົວ ແລະ ອື່ນໆ ພາຍຫຼັງ ອອກຈາກການບຳບັດ ແລ້ວ.
2023-05-03
ເກີດອຸປະຕິເຫດ ຣົຖພ່ວງ ຕຳກັບຣົຖເມ ທີ່ແລ່ນມາຈາກ ແຂວງສວັນນະເຂດ ມຸ່ງໜ້າສູ່ນະຄອນຫຼວງວຽງຈັນ ຢູ່ທາງຫຼວງ ເລກ 13 ໃຕ້ ໃກ້ກັບໂຮງຮຽນມັທຍົມ ຕອນປາຍນາໄຊ ບ້ານນາໄຊ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ, ເປັນເຫດໃຫ້ມີຜູ້ເສັຽຊີວິດ 8 ຄົນ ແລະມີຜູ້ບາດເຈັບ ຫຼາຍກວ່າ 20 ຄົນ.
2023-05-03
ທາງການລາວ ຫ້າມບໍ່ໃຫ້ນໍາໝູເປັນ ແລະຜລິຕພັນໝູ ຈາກວຽດນາມ ເຂົ້າມາລາວ ຍ້ອນພະຍາດ ອະຫິວາໝູ ອາຟຣິກາ ກຳລັງຣະບາດ ຢູ່ປະເທດດັ່ງກ່າວ ເຖິງຈະມີແຈ້ງການຫ້າມ ແຕ່ກໍຍັງມີຄົນ ລັກເອົາເຂົ້າມາຢູ່ ເຊັ່ນຢູ່ເມືອງໜອງແຮດ ແຂວງຊຽງຂວາງ.
2023-05-02
ຣັຖບານລາວ ພະຍາຍາມພັທນາ ຫລາຍບ້ານ ແລະ ຫລາຍເມືອງ ໃນທົ່ວປະເທດ ໃຫ້ຫລຸດພົ້ນ ຈາກຄວາມທຸກຍາກ ແຕ່ຍັງມີ ຂໍ້ຫຍຸ້ງຍາກ ຫລາຍຢ່າງ ພາໃຫ້ຊັກຊ້າ ເປັນຕົ້ນປະຊາຊົນ ທີ່ຢູ່ເຂດຫ່າງໄກ ສອກຫຼີກ ຍາກຕໍ່ການເຂົ້າເຖິງ ແລະ ການບໍ່ຮູ້ໜັງສື ກໍເປັນອຸປະສັກ ອີກຢ່າງນຶ່ງ.
2023-05-01
ໃນວັນກັມມະກອນສາກົລ ວັນທີ 1 ພຶສພາ ປີ 2023 ຄົນງານລາວຈຳນວນຫລາຍ ຍັງຖຶກຂູດຮີດຄ່າຈ້າງ, ບໍ່ໄດ້ຮັບສວັດດີການ ແລະ ບໍ່ສາມາດຮຽກຮ້ອງສິດທິຂອງໂຕເອງໄດ້ໃນລາວ
2023-05-01
ຕໍາຣວດ ແຂວງບໍຣິຄໍາໄຊ ຍຶດຢາບ້າໄດ້ 4 ລ້ານປາຍເມັດ ຢູ່ບ້ານປາກທວາຍ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ແຕ່ຜູ້ຕ້ອງສົງສັຍ ຫລົບໜີໄປໄດ້ ຂະນະທີ່ປະຊາຊົນ ຍັງໄດ້ຮັບຄວາມເດືອດຮ້ອນ ຈາກການຣະບາດ ຂອງຢາເສບຕິດໃນເຂດຊຸມຊົນ.