ຣົຖບັນທຸກ ທີ່ນໍ້າໜັກເກີນ 45 ຕັ່ນ ຈໍານວນນຶ່ງ ຍັງຝ່າຝືນນໍາໃຊ້ເສັ້ນທາງ ພູ 9 ຫຼັກ ລະຫວ່າງ ເມືອງກາສີ ແຂວງວຽງຈັນ ກັບເມືອງນານ ແຂວງຫຼວງພຣະບາງ ເຖິງແມ່ນວ່າ ທາງການໄດ້ສັ່ງຫ້າມ ບໍ່ໃຫ້ຣົຖບັນທຸກໜັກ ແລ່ນຜ່ານເສັ້ນທາງດັ່ງກ່າວອີກກໍຕາມ ຍ້ອນເປັນເຫດເຮັດໃຫ້ເສັ້ນທາງເປ່ເພ ແຕ່ຜູ້ຂັບຣົຖບັນທຸກໜັກ ສ່ວນນຶ່ງ ກໍຍັງຖືໂອກາດ ໃຊ້ເສັ້ນທາງດັ່ງກ່າວຢູ່ ເພາະວ່າເປັນເສັ້ນທາງລັດ ແລະໃຊ້ເວລາເດີນທາງໜ້ອຍ.
ດັ່ງຊາວບ້ານ ທີ່ເຫັນເຫດການດັ່ງກ່າວ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນ 8 ພຶສພາ ນີ້ວ່າ:
“ໂຕນີ້ ຖ້າວ່າມັນເປັນເດິກໆຊີ້ນ່າ ມີບາງຄັນທີ່ສວຍໂອກາດຂຶ້ນ ແຕ່ວ່າດຽວນີ້ ເພິ່ນບໍ່ໃຫ້ຂຶ້ນແລ້ວ ເພິ່ນຕັນທາງພີ້ແລ້ວ ບໍ່ໃຫ້ຂຶ້ນບໍ່ໃຫ້ລົງແລ້ວ ກະໄປໄດ້ຢູ່ຣົຖນ້ອຍ ເພາະວ່າດຽວນີ້ເຂົາຫ້າມບໍ່ໃຫ້ຣົຖໃຫຍ່ໄປ.”
ກ່ອນໜ້ານີ້ ເມື່ອເດືອນເມສາ ທີ່ຜ່ານມາ ຜູ້ຂັບຣົຖຜ່ານເສັ້ນທາງ ພູ 9 ຫຼັກ ທ່່ານນຶ່ງ ໄດ້ຖ່າຍວິດິໂອ້ ເຫດການຣົຖບັນທຸກໜັກ ທີ່ຍັງຝ່າຝືນໃຊ້ເສັ້ນທາງດັ່ງກ່າວ ເຊິ່ງໃນນັ້ນ ຈໍານວນນຶ່ງ ແມ່ນຣົຖບັນທຸກຂອງບໍຣິສັດຈີນ ໂດຍຜູ້ທີ່ຖ່າຍຄລິບວິດິໂອ້ດັ່ງກ່າວ ໄດ້ຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງມາກວດກາຄືນ ແລະແກ້ໄຂບັນຫາຕື່ມ ເພື່ອບໍ່ໃຫ້ເສັ້ນທາງພູ 9 ຫຼັກ ທີ່ຫາກໍ່ສ້ອມແປງ ແລະປູຢາງແລ້ວບາງສ່ວນນັ້ນ ບໍ່ໃຫ້ເປ່ເພຕື່ມອີກ ໃນຂະນະທີ່ ຜູ້ທີ່ໃຊ້ຣົຖຂັບຜ່ານເສັ້ນທາງ ພູ 9 ຫຼັກຢູ່ເລື້ອຍໆ ກໍຢືນຢັນຢ່າງຄັກແນ່ວ່າ ປັດຈຸບັນ ໄດ້ມີການເຂັ້ມງວດ ບໍ່ໃຫ້ຣົຖບັນທຸກໜັກ ສວຍໂອກາດໃຊ້ເສັ້ນທາງແຫ່ງນີ້ອີກ ຈົນເຖິງຂັ້ນມີເຈົ້າໜ້າທີ່ທະຫານ ໄດ້ຕັ້ງປ້ອມຍາມ ຢູ່ທາງຂຶ້ນເສັ້ນທາງແຫ່ງນີ້ ພ້ອມທັງໄດ້ຕັນທາງ ບໍ່ໃຫ້ຣົຖບັນທຸກແລ່ນຜ່ານໄດ້ ແຕ່ກໍຍັງມີຈໍານວນນຶ່ງ ທີ່ຍັງຝ່າຝືນຢູ່.
ດັ່ງທ່ານກ່າວວ່າ:
“ຣົຖບັນທຸກ ອາເປັນ 22 ລໍ້ ປະມານນັ້ນ ບັນທຸກໜັກເນາະ ປະມານສັກ 40 ຕັ່ນນີ້ ບໍ່ໃຫ້ຂຶ້ນມາ ມີທະຫານເຂົາຍາມ ຕັນທາງໄວ້ເລີຍນ່າ ນອນຢູ່ແຄ້ມຫັ້ນເລີຍນ່າ.”
ສໍາລັບຣົຖປະເພດອື່ນໆ ທີ່ນອກເໜືອຈາກຣົຖບັນທຸກໃຫຍ່ ເປັນຕົ້ນ ຣົຖເມໂດຍສານ ແລະຣົຖຕູ້ໂດຍສານ ກໍຍັງໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ເສັ້ນທາງພູ 9 ຫຼັກຢູ່ຕາມປົກກະຕິ ເພາະຖືວ່າ ບໍ່ໄດ້ມີນໍ້າໜັກຫຼາຍເກີນໄປ ທີ່ຈະສົ່ງຜົລກະທົບຕໍ່ເສັ້ນທາງ.
ດັ່ງຜູ້ຂັບຣົຖໂດຍສານ ທ່ານນຶ່ງ ກ່າວວ່າ:
“ບໍ່ໃຫ້ຜ່ານຣົຖບັນທຸກ ທຸກປະເພດ ຈະບໍ່ໃຫ້ຜ່ານ ເພິ່ນຈະບ໋ອກ ບ໋ອກທາງໄວ້ເລີຍ ຣົຖບັນທຸກຈະລ້ຽວເຂົ້າບໍ່ໄດ້ ຣົຖເມອະນຸຍາດຢູ່ ຣົຖເມອະນຸຍາດ ປະເພດຣົຖໂດຍສານ ອະນຸຍາດ ຣົຖຕ່າງສິນຄ້າ ຈະບໍ່ອະນຸຍາດ.”
ທາງດ້ານເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫຼວງພຣະບາງ ທ່ານນຶ່ງ ກໍຢືນຢັນວ່າ ປັດຈຸບັນ ຢູ່ເຂດເສັ້ນທາງ ພູ 9 ຫຼັກ ໄດ້ມີຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງເປັນຜູ້ຄຸ້ມຄອງເບິ່ງແຍງ ແລະຈະໃຊ້ມາຕການ ສໍາລັບຜູ້ຂັບຣົຖບັນທຸກໃຫຍ່ ທີ່ຝ່າຝືນໃຊ້ເສັ້ນທາງດັ່ງກ່າວ.
ດັ່ງທ່ານກ່າວວ່າ:
“ເພິ່ນບໍ່ໃຫ້ຂຶ້ນນ່າຕອນນີ້ ຣາຍລະອຽດ ຂ້ອຍບໍ່ໄດ້ປະຈໍາຢູ່ຫັ້ນແລ້ວ ມັນຈະມີຜູ້ຫົວໜ້າໂຄງການ ປະຈໍາຕ່າງຫາກ ກະບໍ່ຮູ້ຣາຍລະອຽດນໍາເຂົາເຈົ້າ ປານໃດນ່າ.”
ແຕ່ເຖິງຢ່າງໃດກໍຕາມ ມີຜູ້ຂັບຣົຖບັນທຸກ 22 ລໍ້ ຈໍານວນນຶ່ງ ທີ່ບໍ່ເຫັນດີ ກັບການສັ່ງຫ້າມຣົຖບັນທຸກໜັກກວ່າ 45 ຕັ່ນ ໃຊ້ເສັ້ນທາງດັ່ງກ່າວ ເພາະວ່າ ເຈົ້າຂອງຣົຖບັນທຸກເອງ ກໍເສັຍຄ່າທໍານຽມທາງຄືກັນ ອີກທັງ ການສັ່ງຫ້າມໃຊ້ເສັ້ນທາງດັ່ງກ່າວ ເຮັດໃຫ້ຣົຖບັນທຸກ 22 ລໍ້ ຕ້ອງຫັນໄປໃຊ້ເສັ້ນທາງ ກາສີ-ສາລາພູຄູນ ເມືອງຊຽງເງິນ ເຊິ່ງຕ້ອງໃຊ້ເວລາເດີນທາງເພີ່ມຕື່ມ ຈຶ່ງເຮັດໃຫ້ມີຜູ້ຂັບຣົຖບັນທຸກ ຈໍານວນນຶ່ງ ທີ່ຝ່າຝືນນໍາໃຊ້ຢູ່.
ດັ່ງອະດີດຜູ້ຂັບຣົຖ ບັນທຸກ ທ່ານນຶ່ງ ກ່າວວ່າ:
“ແມ່ນລະ ເຂົາປະທ້ວງກັນເດ້ ຄ່າທາງກະເສັຍເທົ່າກັນຫັ້ນນ່າ ພວກໂຍທາເຂົາບໍ່ໃຫ້ທຽວເນາະ 22 ລໍ້ນີ້ ມັນບັນທຸກໜັກເກີນ ຂຶ້ນໄປແລ້ວຫົນທາງມັນເປ່ເພ ເຂົາວ່າ ແຕ່ວ່າຄ່າທາງນີ້ ຣົຖບັນທຸກມັນກະເສັຍຢູ່ຄືກັນຊີ້ນ່າ ເຂົາປະທ້ວງກັນດຽວນີ້.”
ກ່ອນໜ້ານີ້ ເມື່ອວັນທີ 7 ມິນາ ທີ່ຜ່ານມາ ຜແນກໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ ໄດ້ອອກແຈ້ງການ ສັ່ງປິດເສັ້ນທາງ ເລຂທີ 4C ຊ່ວງກາສີ-ເມືອງນານ ຫຼື ພູ 9 ຫຼັກ ເພື່ອໃຫ້ບໍຣິສັດຜູ້ຮັບເໝົາລົງມືສ້ອມແປງ ແລະປູຢາງໃຫ້ສໍາເຣັດ ກ່ອນຮອດຣະດູຝົນ ຈາກນັ້ນ ມາຮອດວັນທີ 11 ເມສາ ປີ 2023 ກໍໄດ້ມີການເປີດນໍາໃຊ້ ເສັ້ນທາງດັ່ງກ່າວອີກຄັ້ງ ແຕ່ບໍ່ອະນຸຍາດໃຫ້ຣົຖບັນທຸກ ທີ່ມີນໍ້າໜັກຫຼາຍກວ່າ 45 ຕັ່ນ ນໍາໃຊ້ເສັ້ນທາງ ໃນລະຫວ່າງ ທີ່ກໍາລັງມີການສ້ອມແປງ ແລະປູຢາງໃນໄລຍະນີ້.
ສໍາລັບເສັ້ນທາງ ພູ 9 ຫຼັກ ກາສີ-ເມືອງນານ ກໍເປັນເສັ້ນທາງ ທີ່ມັກເກີດອຸບັດຕິເຫດ ຢູ່ເລື້ອຍໆເປັນເວລາຫຼາຍກວ່າ 10 ປີ ຍ້ອນສະພາບເສັ້ນທາງບໍ່ດີ ແລະບໍ່ໄດ້ມາຕຖານ ຈຶ່ງເຮັດໃຫ້ມີທັງຣົຖຕໍາກັນ ແລະຣົຖແລ່ນຕົກເຫວ ຢູ່ເສັ້ນທາງແຫ່ງນັ້ນ ເຊິ່ງເມື່ອປີ 2021 ໄດ້ເກີດອຸບັດຕິເຫດຢູ່ເສັ້ນທາງແຫ່ງນີ້ ຫຼາຍກວ່າ 100 ຄັ້ງ ເຮັດໃຫ້ມີຜູ້ເສັຍຊີວິດ ຫຼາຍກວ່າ 50 ຄົນ.