ຢາບ້າ 4 ລ້ານປາຍເມັດ ຖືກຍຶດໄດ້ ຢູ່ບໍຣິຄຳໄຊ

ຈຳປາທອງ
2023.05.01
ຢາບ້າ 4 ລ້ານປາຍເມັດ ຖືກຍຶດໄດ້ ຢູ່ບໍຣິຄຳໄຊ ເຈົ້າໜ້າທີ່ຕຳຣວດ ຍຶດຢາບ້າໄດ້ ຈາກການຄົ້ນເຮືອນເປົ້າໝາຍ 4,000,000 ກວ່າເມັດ. ແຂວງບໍຣິຄຳໄຊ ວັນທີ 25 ເມສາ 2023.
ຮູບພາບ: ປກສ

ເຈົ້າໜ້າທີ່ຕໍາຣວດ ຜແນກສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງບໍຣິຄໍາໄຊ ໄດ້ກວດຄົ້ນເຮືອນເປົ້າໝາຍ ທີ່ມີການພົວພັນ ກັບການຄ້າຢາເສບຕິດລາຍໃຫຍ່ ຢູ່ບ້ານປາກທວາຍ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ໃນມື້ວັນທີ 25 ເມສາທີ່ຫາກໍຜ່ານມານີ້ ພາຍຫລັງທີ່ໄດ້ຮັບຣາຍງານ ຈາກປະຊາຊົນ. ໃນການກວດຄົ້ນນັ້ນ ເຈົ້າໜ້າທີ່ໄດ້ພົບຢາບ້າຈໍານວນ 4,009,000 ເມັດ, ແຕ່ຜູ້ຕ້ອງສົງສັຍຫລົບໜີໄປໄດ້. ໃນເບື້ອງຕົນ ເຈົ້າໜ້າທີ່ຕໍາຣວດ ຍັງບໍ່ຮູ້ວ່າ ຢາບ້າຈໍານວນດັ່ງກ່າວ ຖືກນໍາມາຈາກໃສ ແລະຈະຂົນສົ່ງຕໍ່ໄປໃສ. ຂະນະນີ້ ຢູ່ໃນລະຫວ່າງການສືບສວນ ຫາໂຕຄົນຮ້າຍ ທີ່ຄ້າຂາຍຢາເສບຕິດນັ້ນ ເພື່ອນໍາມາດໍາເນີນຄະດີ ແລະລົງໂທດ ຕາມລະບຽບກົດໝາຍ.

ດັ່ງເຈົ້າໜ້າທີ່ ຕໍາຣວດທີ່ກ່ຽວຂ້ອງ ຢູ່ແຂວງ ບໍຣິຄໍາໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ພຶສພານີ້ວ່າ:

ຍຶດໄດ້ຢູ່ບ້ານເຂົາ ເຂົາເອົາໂຕຫລົບໜີ ພວກນີ້ເປັນພວກຮັບຈ້າງຜູ້ຄ້າໃໝ່ຊື່ໆ ມັນຫລາຍເສັ້ນທາງ ເອົາມືອນະຄອນຫລວງກະໄດ້ ຂ້າມໄທຍກໍໄດ້ ກໍຍັງຂຶ້ນເປົ້າໝາຍ ຍັງສືບສວນສອບສວນຢູ່ ຕິດຕາມ ໄລ່ຊອກ ເພາະວ່າ ພວກນີ້ເປັນຜູ້ຮັບຂົນສົ່ງໃຫ້ຊື່ໆ ມັນກໍບໍ່ໝົດ ມັນກໍມີຄົນເອົາຕລອດນໍ ມີແຕ່ເຮົາສະກັດກັ້ນໃຫ້ມັນຫລຸດຜ່ອນລົງໜ້ອຍທີ່ສຸດ.”  

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ບ້ານປາກທວາຍຜູ້ນຶ່ງ ເວົ້າວ່າ ປີນີ້ກໍຫາກໍ່ໄດ້ເຫັນທາງເຈົ້າໜ້າທີ່ ຕໍາຣວດແຂວງບໍຣິຄໍາໄຊ ຍຶດຢາບ້າລາຍໃຫຍ່ໄດ້ເປັນເທື່ອທໍາອິດ ເພາະທີ່ຜ່ານມາ ກໍເຫັນເຈົ້າໜ້າທີ່ຕໍາຣວດເພິ່ນ ລົງມາກວດກາເຣື່ອງຢາເສບຕິດ ໃນຊຸມຊົນ ປີລະຄັ້ງ ນອກນັ້ນບໍ່ເຫັນພວກເພິ່ນມາກວດກາ ຖ້າບໍ່ມີພົລເມືອງດີແຈ້ງໄປ ແລະວ່າ ເຂດບ້ານນີ້ ສາມາດລັກລອບຂົນສົ່ງ ຢາເສບຕິດໄດ້ງ່າຍ ຍ້ອນມີເສັ້ນທາງ ໄປເຖິງນະຄອນຫລວງວຽງຈັນ ແລະລົງໄປທາງພາກໃຕ້ໄດ້ງ່າຍ, ນອກ ຈາກນັ້ນ ບ້ານປາກທວາຍນີ້ ຍັງຢູ່ກົງກັນຂ້າມກັບແຂວງບຶງການ ປະເທດໄທນໍາດ້ວຍ.

ດັ່ງທີ່ທ່ານ ກ່າວໃນມື້ດຽວກັນນີ້ວ່າ:

“ໂຕນີ້ຫວະ ເຂົາເຈົ້າຫາກວ່າຈັບໄດ້ນີ້ແຫລະ ແຕ່ວ່າກໍຈັບຄົນບໍ່ໄດ້ ຕໍາຣວດ ລົງມາກວດປີລະເທື່ອ ມັນຕິດຂຶ້ນໄປນະຄອນຫລວງ ແລ້ວກໍລົງໄປພາກໃຕ້ຊີ້ນະ ມັນຕິດກັບໄທຍ ຕິດກັບບຶງການ.

ປະຊາຊົນຢູ່ແຂວງບໍຣິຄໍາໄຊ ອີກຜູ້ນຶ່ງກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ພຶສພານີ້ວ່າ ການທີ່ເຈົ້າໜ້າທີ່ຕໍາຣວດ ບໍ່ສາມາດຈັບຜູ້ຕ້ອງສົງສັຍໄດ້ນັ້ນ ເປັນ ເຣື່ອງອັນຕະລາຍ ເພາະຂະເຈົ້າຄົງຈະເຮັດເປັນຂະບວນການ, ຈະຕ້ອງມີການຂົນສົ່ງຢາເສບຕິດ ມາອີກແນ່ນອນ, ມີຄວາມເປັນຫ່ວງນໍາພວກລູກຫລານ ໂດຍສະເພາະ ເດັກນ້ອຍນັກຮຽນ ທີ່ມັກຈະຕິດຢາເສບຕິດໄດ້ງ່າຍ ແລະເມື່ອເມົາຢາເສບຕິດແລ້ວ ກໍບໍ່ມີສະຕິ, ທໍາຮ້າຍໄດ້ແມ້ກະທັງພໍ່ແມ່, ກາຍເປັນຄົນຂີ້ລັກງັດເງາະເອົາເຄື່ອງຂອງ ໄປຂາຍເອົາເງິນຊື້ຢາເສບຕິດເສບກໍມີຫລາຍ ເຮັດໃຫ້ສັງຄົມມີຄວາມຫຍຸ້ງຍາກ ຊຶ່ງທີ່ຜ່ານມາ ເຈົ້າໜ້າທີ່ໄດ້ລົງມາກວດກາ ຕາມບ້ານປີລະຄັ້ງ ແລະເມື່ອກວດພົບກໍມີແຕ່ ເຮັດບົດບັນທຶກ ແລະປັບໃໝເທົ່ານັ້ນ.

ດັ່ງທີ່ທ່ານກ່າວວ່າ:

“ຈັບຄົນຮ້າຍບໍ່ໄດ້ ໜີໄປ ກໍມີໂຕການໃຫຍ່ ເອົາໄປປ່ອຍ ໄປແພ່ຣະບາດ ໜ້າເປັນຫ່ວງ ຜົລຮ້າຍມັນເສບຫລາຍແລ້ວມັນເມົາ ບໍ່ຮູ້ຈັກພໍ່ຈັກແມ່ ມັນທໍາຮ້າຍ ຕິດຮອດນັກຮຽນພຸ້ນນະດຽວນີ້ນະ ເຮັດບົດບັນທຶກໄວ້ 2-3 ຄັ້ງ ກັນນ່າ ພໍດົນໄປເຂົາລັກເສບລັກກິນຄືເກົ່າ ຫັ້ນນະ”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດໄທຍ ທ່ານນຶ່ງ ເວົ້າວ່າ ເຈົ້າໜ້າທີ່ຕໍາຣວດ ຕະເວນຊາຍແດນຂອງໄທຍ ກໍຈັບພວກຂົນສົ່ງຢາເສບຕິດໄດ້ ເປັນໄລຍະໆ, ພວກເຂົາຈະລ່ອງເຮືອ ມາຈາກຝັ່ງລາວ ແລະມາຖິ້ມຢາເສບຕິດໄວ້ແຄມຂອງ, ບາງ ເທື່ອກໍຈັບພວກຂົນມານັ້ນໄດ້, ບາງເທື່ອກໍຈັບບໍ່ໄດ້ ແລະວ່າ ທີ່ຜ່ານມາ ເຖິງຈະມີໜ່ວຍທະຫານເຮືອ ລາດຕະເວນຢູ່ຕລອດ ແຕ່ບາງເທື່ອການລາດຕະເວນ ກໍບໍ່ທົ່ວ ເຖິງທຸກຈຸດ, ມີຄວາມຫຍຸ້ງຍາກຫລາຍ.

ດັ່ງເຈົ້າໜ້າທີ່ໄທຍ ຄົນນີ້ໄດ້ກ່າວວ່າ:

“ບາງທີມັນກໍຈັບໄດ້ ບາງທີກໍຈັບບໍ່ໄດ້, ເຮົາລາດຕະເວນ ປະຈໍາຢູ່ຕລອດ ແຕ່ບັນຫາມີຢູ່ວ່າ ບາງຈຸດລ່ອງເຮືອເຂົ້າໄປໃນ ລຽບຊາຍຝັ່ງກໍບໍ່ໄດ້ ມັນມີໂງ່ນຫີນ, ພວກຄ້າຢາເສບຕິດອາສັຍການຮ່ວມມື ຈາກຊາວບ້ານ ຈາກເຄືອຂ່າຍຊາວບ້ານ.”

ເຈົ້າໜ້າທີ່ຕໍາຣວດ ແຂວງບຶງການຂອງໄທຍ ຈັບພໍ່ຄ້າຂາຍປານິນໄດ້ 2 ຄົນ ໃນມື້ວັນທີ 8 ເມສາ ທີ່ຜ່ານມາ, ເປັນຄົນໄທຍ ຮັບຈ້າງຂົນຢາບ້າຈໍານວນ 90,000 ເມັດ, ມູນຄ່າປະມານ 5 ລ້ານບາທ, ເອົາຢາບ້າເຊື່ອງໄວ້ໃນຣົຖກະບະ.
ຕໍາຣວດແຂວງບຶງການ ໄດ້ຖແລງຂ່າວໃນມື້ວັນທີ 3 ກຸມພາທີ່ຜ່ານມາ ກ່ຽວກັບການຍຶດຢາບ້າໄດ້ 4 ລ້ານເມັດ, ມູນຄ່າ 120 ລ້ານບາທ ຊຶ່ງທະຫານພານ ຈັບໄດ້ຢູ່ບໍຣິເວນແຄມນໍ້າຂອງ ໃນເຂດບ້ານໜອງຄັງຄາ ເມືອງບຸ່ງຄລ້າ ແຂວງບຶງການ, ຂຍາຍຜົລຈັບຜູ້ຮ່ວມຂະບວນການໄດ້ 1 ຄົນ ທີ່ສາລະພາບວ່າ ຮັບຈ້າງ 20,000 ບາດ ແລະໃນມື້ວັນທີ 17 ກຸມພາທີ່ຜ່ານມາ ຕໍາຣວດແຂວງບຶງ ກໍໄດ້ຖແລງຂ່າວວ່າ ສາມາດຍຶດຢາບ້າໄດ້ຈໍານວນ 3 ລ້ານເມັດ, ມູນຄ່າ 150 ລ້ານບາທ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈັບຜູ້ຕ້ອງຫາໄດ້ 1 ຄົນ ເປັນຄົນແຂວງຂອນແກ່ນ ປະເທດໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.