ຜູ້ຜ່ານການບໍາບັດ ຈາກສູນສົມສະຫງ່າ ກັບໄປເສບ ຢາເສບຕິດຄືນ
2023.05.04
40% ຂອງຊາວໜຸ່ມ ຜູ້ທີ່ຜ່ານການບໍາບັດ ແລະ ປິ່ນປົວຢາເສບຕິດຢູ່ສູນປິ່ນປົວ ແລະ ຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ທີ່ນະຄອນຫຼວງວຽງຈັນ ກັບໄປເສບຢາເສບຕິດ ຄືນອີກຍ້ອນຫຼາຍສາເຫດ ເປັນຕົ້ນບໍ່ມີວຽກເຮັດງານທຳ, ບັນຫາຄອບຄົວ ແລະ ອື່ນໆ ເຮັດໃຫ້ກັບໄປເປັນຜູ້ຕິດຢາເສບຕິດ ໂດຍສະເພາະຢາບ້າ ແລ້ວຈຶ່ງກັບມາບຳບັດ ແລະປິ່ນປົວຢູ່ສູນສົມສະຫງ່າຄືເກົ່າໃນຂະນະທີ່ສູນແຫ່ງນີ້ກໍປະສົບບັນຫາຫຼາຍຢ່າງເປັນຕົ້ນຕຶກອາຄານສຳລັບປິ່ນປົວມີຈຳກັດ ແລະ ແພດ-ໝໍມີບໍ່ພຽງພໍ. ອີງຕາມການຣາຍງານຂອງ ທ່ານ ພັນຕຣີ ທະນົງສັກ ວົງໄກສອນ ຮອງຫົວໜ້າສູນປິ່ນປົວ ແລະຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເມື່ອວັນທີ 02 ພຶສພາ ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາສູນປິ່ນປົວ ແລະ ຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ສົມສະຫງ່າ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄປຍັງສູນດັ່ງກ່າວໄດ້ໂດຍກົງ.
ຜູ້ທີ່ມີຄວາມຮູ້ ດ້ານການບໍາບັດ ແລະ ປິ່ນປົວຜູ້ຕິດຢາເສບຕິດຈຳນວນນຶ່ງ ກໍເຫັນວ່າການບຳບັດ ແລະປິ່ນປົວຜູ້ຕິດຢາເສບຕິດ ຢູ່ສູນປິ່ນປົວ ແລະ ຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ສົມສະຫງ່າ ອາດບໍ່ໄດ້ຜົລດີ ເທົ່າທີ່ຄວນ ເຮັດໃຫ້ຜູ້ທີ່ອອກຈາກສູນ ຍັງບໍ່ເຊົາຈາກອາການຕິດຢາເສບຕິດໄດ້ ແບບ 100%, ດັ່ງນັ້ນເມື່ອກັບໄປບ້ານ ໄປພົບພໍ້ໝູ່ ຈຶ່ງຖືກຊັກຊວນໄປເສບຢາບ້າ ຫຼື ສານເສບຕິດອື່ນໆ ຄືເກົ່າ.
ດັ່ງຜູ້ໃຫ້ຄຳປຶກສາເລີກຢາເສບຕິດ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 04 ເມສາ ນີ້ວ່າ:
“ເຂົາເລີກແລ້ວສຶກສາອົບຮົມ ແລ້ວໄປພົວພັນຄືນ ມັນກາແລ້ວແຕ່ສັງຄົມ ເຂົາເຈົ້າເນາະ ຄັນວ່າຄົນຢາກອອກ ແຕ່ເຂົາອອກບໍ່ໄດ້ ກາກິນ ໂຕນີ້ເຄີຍບຳບັດຢູ່ບ່ອນນັ້ນ ບ່ອນນີ້ ມາບາງຄົນເປັນລູກຕຳຣວດ ເຂົາກາຍັງກິນ ຍັງບໍ່ໄດ້ເດ້.”
ຜູ້ໃຫ້ຄຳປຶກສາເລີກຢາເສບຕິດ ອີກທ່ານນຶ່ງ ກໍເຫັນວ່າ ການບຳບັດ ແລະປິ່ນປົວ ຢາເສບຕິດ ຢູ່ສູນບຳບັດແລະປິ່ນປົວ ຜູ້ຕິດຢາເສບຕິດ ບໍ່ແມ່ນວ່າ ຢູ່ສູນສົມສະຫງ່າ ຫລື ບ່ອນໃດກໍຕາມ ກໍຄືວ່າ ບໍ່ໄດ້ຜົລດີໝົດທຸກຄົນ ໂດຍສະເພາະ ຄົນເປັນຜູ້ທີ່ຕິດຢາເສບຕິດ ເປັນເວລາດົນ ແລ້ວກໍບໍ່ສາມາດເຊົາ ຈາກການຕິດຢາເສບຕິດໄດ້ງ່າຍ.
ດັ່ງທ່ານກ່າວວ່າ:
“ໂຕນີ້ມັນຢາກຍາກຫັ້ນແຫຼະ ຄັນວ່າຄົນໄປສູນບຳບັດ ມາຕີດບໍ່ດົນນີ້ກາຄືເລີກ ໄດ້ຄັນເຮົາຕິດດົນມາ ກໍເລີກບໍ່ໄດ້ຫັ້ນແຫຼະ ສະເພາະຕິດຢາບ້າຍັງບໍ່ທັນເຊົາເທື່ອ.”
ຊາວບ້ານອີກທ່ານນຶ່ງ ກໍເຊື່ອວ່າການບຳບັດ ແລະປິ່ນປົວຜູ້ຕິດຢາເສບຕິດ ຢູ່ສູນສົມສະຫງ່າ ຫຼືສູນບຳບັດອີກຫຼາຍແຫ່ງ ແມ່ນຍັງຂາດຢາບຳບັດທີ່ໄດ້ຜົລ 100% ແລະບາງເທື່ອຜູ້ເຂົ້າຮັບການບຳບັດກໍມີການຊອກຫາ ຊື້ຢາເສບຕິດພາຍໃນ ສູນບຳບັດ ນັ້ນເອງ ຈຶ່ງເຮັດໃຫ້ເມື່ອອກມາຈາກສູນ ແລ້ວກໍໄດ້ກັບໄປເສບຢາເສບຕິດ ອີກຄືເກົ່າ.
ດັ່ງທ່ານກ່າວວ່າ:
“ຢາບຳບັດໃຫ້ກິນຫັ້ນ ມັນເບື່ອມັນເມົາແທ້ ແນວນັ້ນເຂົາກາຊິຫຼາບຢູ່ອັນນີ້ ໄປແບບວ່າບໍ່ມີຢາບຳບັດ ມີແຕ່ໄປຕັດບໍ່ໃຫ້ກິນຊື່ໆ ລະເຂົາເຈົ້າກາລັກຊື້ລັກຂາຍກັນ ຢູ່ໃນຫັ້ນບາງເທື່ອໄປບຳບັດອອກມາ ກາກິນຄືເກົ່າ.”
ເຖິງແມ່ນວ່າສູນປິ່ນປົວ ແລະຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ຈະມີການຝຶກວິຊາຊີບ ໃຫ້ແກ່ຜູ້ເຂົ້າຮັບການບຳບັດ ເປັນຕົ້ນຫັດຖະກຳຈັກສານ, ສ້ອມແປງໄຟຟ້າ, ແກະສະລັກ ແລະ ອື່ນໆ ກໍຕາມ ແຕ່ເມື່ອຫຼາຍຄົນໄດ້ອອກຈາກສູນ ສົມສະຫງ່າ ໄປແລ້ວ ກໍຊອກວຽກເຮັດງານທຳ ໃນສັງຄົມໄດ້ຍາກ ເພາະບໍຣິສັດແລະຜູ້ປະກອບການ ສ່ວນໃຫຍ່ບໍ່ມັກຮັບເອົາ ຜູ້ທີ່ເຄີຍມີປວັດ ຕິດຢາເສບຕິດ ເຂົ້າວຽກເຮັດວຽກພາຍໃນບໍຣິສັດ ຫຼື ໂຮງງານ ຍ້ອນຢ້ານວ່າອາດຖືກລັກຊັບສິນ ຈຶ່ງເຮັດໃຫ້ກຸ່ມຄົນເລົ່ານີ້ ຊອກຫາວຽກງານໄດ້ຍາກແລະກໍັບໄປເສບຢາເສບຕິດຄືເກົ່າ.
ດັ່ງເຈົ້າໜ້າທີ່ ບໍຣິສັດຈັດຫາງານນາງນຶ່ງ ກ່າວວ່າ:
“ແມ່ນເພິ່ນບໍ່ເອົາຄັນສົມມຸດວ່າ ກໍຣະນີເສບຢາເສບຕິດທຸກຢ່າງ ເພາະວ່າມາກວດເຮົາ ກໍຕ້ອງໄດ້ກວດໂຣກ, ກວດໄປ ບໍ່ຜ່ານກໍ ຄືບໍ່ໄດ້ໄປຢູ່ດີຢາກຍາກໜ້ອຍນຶ່ງແຫຼະ ຖ້າສົມມຸດວ່າ ເຂົາເຈົ້າຮູ້ເຂົາເຈົ້າ ກາບໍ່ຢາກໄດ້ປານໃດ.”
ກ່ອນໜ້ານີ້ວັນທີ 8 ທັນວາ 2022 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານກ່ຽວກັບການແກ້ໄຂ ບັນຫາຢາເສບຕິດໃນລາວ ຕໍ່ກອງປະຊຸມສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນຕອນນຶ່ງວ່າ ປັດຈຸບັນຜູ້ຕິດຢາເສບຕິດ ໃນລາວມີເພີ່ມຂຶ້ນຫຼາຍ ຈົນເຮັດໃຫ້ເກີດບັນຫາຜູ້ຕິດຢາເສບຕິດ ລົ້ນສູນປິ່ນປົວ ແລະບຳບັດ ໃນຫຼາຍບ່ອນໂດຍການອົບຮົມ ແລະ ຝຶກວິຊາຊີບ ໃຫ້ແກ່ບັນດາຜູ້ຕິດຢາເສບຕິດ ກໍຍັງບໍ່ທັນໄດ້ເຮັດຢ່າງຈິງຈັງ ເທື່ອ.
ດັ່ງທ່ານກ່າວຕອນນຶ່ງວ່າ:
“ບາດນີ້ສະຖານທີ່ກັກ ຂອງແອອັດເນາະ ກາເຄີຍໄດ້ເວົ້າເມື່ອກ່ອນ ແອອັດແທ້ວິຊາຊີບ ນີ້ກາໄດ້ຝຶກດອກບໍ່ມີດອກວ່າ ຊິສອນເຈົ້າມາຈອດເຫຼັກ ເຮັດນັ້ນເຮັດນີ້ຄັນຊິໃຫ້ຝຶກຈົບ ມີວາຊາຊີບເຂົ້າເຮັດວຽກປະກອບອາຊີບຕ່າງໆ ໄດ້ນີ້ແມ່ນຍາກບາດນີ້ ຜູ້ຕິດໜັກນີ້ຊິເອົາມາຝຶກນີ້ ແລ້ວທາງນັ້ນມັນບໍ່ເຂົ້າໃຈ ນຳເຈົ້າມີແຕ່ມັນຊິຮ້າຍຊິຫືນບາງເທື່ອກາຕີ.”
ປັດຈຸບັນຢູ່ສູນປິ່ນປົວ ແລະຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ສົມສະຫງ່າ ມີຜູ້ເຂົ້າຮັບການບຳບັດ ແລະປິ່ນປົວທັງໝົດ 1,500 ຄົນ ສ່ວນຫຼາຍແມ່ນຊາວໜຸ່ມ ອາຍຸລະຫວ່າງ 20-35 ປີ ຊຶ່ງມາຈາກຕ່າງແຂວງ ປະມານ 40% ໂດຍສຳລັບການບຳບັດ ແລະປິ່ນປົວຢູ່ສູນ ສົມສະຫງ່າ ໃຊ້ເວລາປະມານ 3-6 ເດືອນ ຕໍ່ຄົນຕໍ່ເທື່ອ. ອີງຕາມການຣາຍງານເພີ່ມຕື່ມ ຂອງສູນປິ່ນປົວ ແລະ ຝຶກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.
ເມື່ອປີ 2017 ອົງການສິ້ງຊອມ ສິດທິມະນຸດ ສາກົລ ຫຼື Human Rights Watch ກໍເຄີຍຣາຍງານວ່າຢູ່ສູນ ສົມສະຫງ່າ ມີການລະເມີດ ແບບນັກໂທດ ໂດຍບໍ່ມີການໄຕ່ສວນ ລວມເຖິງຖ້າພົບວ່າຜູ້ໃດພະຍາຍາມລົບໜີ ອອກຈາກສູນ ຈະຖືກທຳຮ້າຍຮ່າງກາຍ ແລະລົງໂທດຢ່າງໜັກ.