ການແກ້ໄຂ ຄວາມທຸກຍາກໃນລາວ ຍັງມີອຸປະສັກ ຫຼາຍຢ່າງ

ພອນ ພູມມີທອນ
2023.05.02
ການແກ້ໄຂ ຄວາມທຸກຍາກໃນລາວ ຍັງມີອຸປະສັກ ຫຼາຍຢ່າງ ເດັກນ້ອຍ ກຳລັງເປ້ເຄື່ອງ ຊ່ວຍພໍ່ແມ່ຫາລ້ຽງຊີບ ໃນເຂດຊົນບົດ ແຂວງນຶ່ງ ໃນພາກເໜືອຂອງລາວ. ວັນທີ 16 ເດືອນຕຸລາ 2022.
RFA

ຣັຖບານລາວ ພະຍາຍາມພັທະນາຫລາຍບ້ານ ແລະ ຫລາຍເມືອງໃນທົ່ວປະເທດ ໃຫ້ຫລຸດພົ້ນຈາກຄວາມຫຍຸ້ງຍາກ, ແຕ່ການປະຕິບັດແຜນການພັທະນາຕ່າງໆ ມີການດໍາເນີນໄປຢ່າງຊັກຊ້າ ຈຶ່ງເຮັດໃຫ້ມີ ບ້ານ ແລະ ເມືອງ ຈຳນວນຫລາຍ ບໍ່ສາມາດຫລຸດພົ້ນ ຈາກຄວາມທຸກຍາກໄດ້ ຕາມເປົ້າໝາຍ.

ດັ່ງ ເຈົ້າໜ້າທີ່ ກອງທຶນຫລຸດຜ່ອນ ຄວາມທຸກຍາກ ແຂວງຫົວພັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ພືສພານີ້ວ່າ: 

“ຕັ້ງແຕ່ 2005 ມາຈົນຮອດປັດຈຸບັນນີ້ເນາະ ຍັງສ່ໍາເກົ່າຢູ່ນ່າ ມີຢູ່ມີກິນແລ້ວກະແລ້ວໄປ ຮອດມື້ອື່ນມາ ກະຊອກໃໝ່ ຊີ້ນ່າ ຈັກຊິລະດົມແນວໃດ ກະບໍ່ຮູ້ຊິວ່າ ຫລາຍໂຄງການມາຊ່ວຍກັນ ແຕ່ວ່າກະຢາກຄ້າຍກັນຄືເກົ່າ ຄືຂະເຈົ້າເອົາເງິນໃຫ້ ກະເອົາເງິນໄປແລ້ວກະຊື້ເຫລົ້າ ຊື້ເບັຍກິນໄປແລ້ວ ກະແລ້ວ.”

ຍານາງກ່າວຕື່ມອີກວ່າ ໄລຍະທີ່ຜ່ານມາ ມີຫລາຍໂຄງການຈັດຕັ້ງ ພາຍໃນ ແລະ ສາກົລ ເຂົ້າມາຊ່ອຍເຫລືອໂຄງການຕ່າງໆ ເປັນຕົ້ນ ການສົ່ງເສີມອາຊີບ ເພື່ອໃຫ້ຊາວບ້ານຜູ້ທຸກຍາກ ໄດ້ມີລາຍໄດ້, ໂຄງການນ້ໍາປາ-ນ້ໍາສະອາດ, ສ້າງໂຮງຮຽນ ແລະ ອື່ນໆ ແຕ່ເມື່ອສິ້ນສຸດ ໂຄງການ ຊາວບ້ານບໍ່ສືບຕໍ່ໂຄງການ. 

ສາເຫດ ຊາວບ້ານບໍ່ສືບຕໍ່ໂຄງການ ເນື່ອງຈາກ ຊາວບ້ານສ່ວນໃຫຍ່ ບໍ່ມີຄວາມຮູ້, ອ່ານ-ຂຽນ ພາສາລາວບໍ່ໄດ້, ບໍ່ເຂົ້າໃຈ ວຽກງານການພັທະນາ, ຍັງຖືຮີດຄອງປະເພນີ ຢ່າງເຄັ່ງຄັດ ຈົນກາຍເປັນອຸປສັກ ໃນການພັທະນາ ບ້ານທຸກຍາກເຫລົ່ານັ້ນ ຮວມເຖິງສະພາບພື້ນທີ່ ມີລັກສະນະເປັນພູສູງ ບໍ່ມີແຫລ່ງນ້ໍາຕາມທັມມະຊາຕ ຂ້ອນຂ້າງເປັນບັນຫາໃຫຍ່ ໃນການປູກຝັງ ແລະ ລ້ຽງສັດຫລາຍສົມຄວນ. 

ເຖິງແນວໃດກໍຕາມ ລະຫວ່າງປີ 2021-2025 ນີ້ ກົມພັທະນາຊົນບົດ ແລະ ກອງທຶນຫລຸດຜ່ອນ ຄວາມທຸກຍາກ ກະຊວງກະຊິກັມ ແລະ ປ່າໄມ້ ວາງແຜນຈະຊຸກຍູ້, ສົ່ງເສີມ ປະຊາຊົນ ໃນການພັທະນາຊົນບົດໃໝ່, ການຈັດສັນພູມລໍາເນົາ ແລະ ການສ້າງອາຊີບ ເຊິ່ງຈະເນັ້ນພັທະນາ 4 ດ້ານ ຄື ໂຍທາທິການ, ການສຶກສາ, ສາທາຣະນະສຸຂ ແລະ ການກະເສດ. ແຜນການພັທະນາຊົນບົດໃໝ່ ກວມເອົາ 109 ບ້ານ ໃນນີ້ ມີບ້ານທຸກຍາກ 49 ບ້ານ ຂອງ 20 ເມືອງ ແລະ ແຜນການຈັດສັນພູມລໍາເນົາ ແລະ ອາຊີບ ກວມເອົາ 158 ບ້ານ ຂອງ 20 ເມືອງໃນຂອບເຂດທົ່ວປະເທດ ເພື່ອບັນລຸຕາມເປົ້າໝາຍ ໃນການຫລຸດຜ່ອນ ຄວາມທຸກຍາກຂອງຄອບຄົວ, ບ້ານເມືອງພົ້ນທຸກ ແລະ ສ້າງບ້ານພັທະນາ, ສ້າງບ້ານໃຫ້ການເປັນໂຕເມືອງຊົນບົດ.

ເຈົ້າໜ້າທີ່ ກອງທຶນຫລຸດຜ່ອນຄວາມທຸກຍາກ ແຂວງຫລວງນ້ໍາທາ ກ່າວວ່າ ຂໍ້ຫຍຸ້ງຍາກ ໃນການພັທະນາບ້ານ ແລະ ເມືອງທຸກຍາກ ຍັງເປັນເຣຶ່ອງທ້າທາຍຫລາຍ ເນື່ອງຈາກມີຫລາຍບັນຫາ ຍັງບໍ່ໄດ້ຮັບການແກ້ໄຂ ໂດຍສະເພາະ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ແມ່ນຍັງບໍ່ທັນເອົາໃຈໃສ່ເທົ່າທີ່ຄວນ ແລະ ເຈົ້າໜ້າທີ່ຣັຖບາງຄົນ ກໍຍັງບໍ່ທັນເຂົ້າໃຈດີ ຕໍ່ແຜນການລົບລ້າງຄວາມທຸກຍາກນີ້.

ດັ່ງ ເຈົ້າໜ້າທີ່ ທ່ານນຶງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຊິພົ້ນຫລືບໍ່ເນາະ ເຂດເຮົາບໍ່ມີການປະເມີນ-ຕດຕາມ ກະຢາກຍາກຢູ່ ເຮັດໄປຕາມໜ້າວຽກ ໄປບາງເທື່ອ ກະຄົນກະປ່ຽນໃໝ່ເລີຍໆ ຂັ້ນເມືອງ, ຂັ້ນແຂວງກະດາຍ ອ້າຍນ້ອງເຂົ້າມາໃໝ່ ກະບໍ່ຮູ້ວຽກປານໃດ ບໍ່ລື້ງກັບສນາມ ບໍ່ລື້ງກັບສະພາບ ເສີຍເວລາ ເສັຍໂອກາດໄປ ປີນຶ່ງ-ສອງປີ.”

ຊາວບ້ານຜູ້ນຶ່ງ ໃນເມືອງຂວາ ແຂວງຜົ້ງສາລີ ກ່າວວ່າ ໄລຍະທີ່ຜ່ານມາ ກໍເຄີຍໄດ້ຮັບທຶນຊ່ວຍເຫລືອ ຈາກທາງການລາວ ແລະ ອົງການຈັດຕັ້ງສາກົລ ເພື່ອສົ່ງເສີມການລ້ຽງສັດ (ແບ້) ປະມານ 20 ໂຕ ແຕ່ຊາວບ້ານເຫລົ່ານັ້ນ ຕ້ອງຫາເງິນມາລ້ຽງ ແລະ ຂຍາຍພັນເອງ ຈຶ່ງເຮັດໃຫ້ມີ ຊາວບ້ານຈໍານວນນຶ່ງ ກໍບໍ່ຍອມຮັບ.

ນອກຈາກນີ້ ກໍຍັງມີບ້ານຊົນເຜົ່າມົ້ງ ແລະ ຊົນເຜົ່າ ອາຄ່າ ເກືອບ 20 ບ້ານ ທີ່ຍັງບໍ່ໄດ້ຮັບການພັທະນາດ້ານໂຄງການພື້ນຖານຈໍາເປັນ ເປັນຕົ້ນ ຖນົນຫົນທາງ, ໄຟຟ້າ, ນ້ໍາປະປາ, ສຸກສາລາ ແລະ ຕລາດສົດ, ສ່ວນຊາວບ້ານ ກໍມີອາຊີບປູກສາລີ ເພື່ອຂາຍໃຫ້ກັບພໍ່ຄ້າ-ແມ່ຄ້າ ຊາວວຽດນາມ. 

ສ່ວນີລາຍໄດ້ ຂອງຊາວບ້ານບາງສ່ວນ ຈະຢູ່ປະມານ 70 ພັນກີບ ຕໍ່ມື້ ຕໍ່ຄົນ ແຕ່ດ້ວຍສະພາບເງິນເຟີ້ສູງ ແລະ ເງິນກີບອອ່ນຄ່າລົງ ຮຸ່ນແຮງ ຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍ ບໍ່ພໍພຽງໃຊ້ໃນແຕ່ລະມື້ ເຖິງວ່າ ເງື່ອນໄຂລາຍຮັບ ໄດ້ກໍານົດໄວ້ 2.4 ໂດລ້າຣ໌ ສະຫະຣັຖ ຫລື ປະມານ 40 ພັນກີບ ຕໍ່ຄົນ ຕໍ່ມື້ ກໍຕາມ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ແນວອຸປະສັກເນາະ ມັນກະເວົ້າເຣື່ອງ 1. ສຖານທີ່ 2. ໃນການປູກໄມ້ ຂະເຈົ້າປູກຢູ່ແຖວນີ້ ມັນຍັງບໍ່ຖືກຕາມຂອງມັນຫັ້ນ່າ, (ລາຍຮັບ) ເຂົາຈ້າງກັນນີ້ ມື້ນຶ່ງ 70 ພັນ ຊິໃຫ້ມັນພົ້ນທຸກ ມັນກະບໍ່ພົ້ນ ຂ້າພະເຈົ້າເອງນີ້ ເວົ້າຄວາມຈິງ ດຽວນີ້ເງິນປະມານ ແສນນຶ່ງ ເຂົ້າຕລາດນີ້ຊື້ຫຍັງບໍ່ໄດ້ຊໍ້ານ່າ.” 

ສ່ວນຊາວບ້ານ ໃນເມືອງຕະໂອ້ຍ ແຂວງສາຣະວັນ ກ່າວວ່າ ຕາມການສັງເກດ ກໍຍັງເຫັນບ້ານທຸກຍາກເປັນຈໍານວນຫລາຍ ເນື່ອງຈາກ ເປັນບ້ານຫ່າງໄກສອກຫລີກ ການເດີນທາງບໍ່ສະດວກ ຈຶ່ງເຮັດໃຫ້ໂຄງການພັທະນາ ດ້ານຕ່າງໆ ບໍ່ສາມາດເຂົ້າເຖິງໄດ້ ຂະນະທີ່ບ້ານທຸກຍາກເຫລົ່ານັ້ນ ກໍຫາຢູ່ຫາກິນຕາມວິຖີຊີວິດ ໂຕເອງ ເປັນຕົ້ນ ຫາຂອງປ່າ ຂອງດົງໄປຂາຍ, ປູກພືດ-ລ້ຽງສັດ ໄວ້ກິນເອງ.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ກະຍັງທຸກຍາກຢູ່ ເພາະວ່າມັນກະຄືຊິຍັງຫລາຍເປີເຊັນ ມັນເພາະວ່າ ຢູ່ຫ່າງໄກສອກຫລີກຍັງຫລາຍ ທາງເຮົາກະບາງເທື່ອ ກະຕົກຍາມແລ້ງ ມັນກະທຽວໄດ້ແດ່ໜ້ອຍນຶ່ງ ບາດຍາມຝົນມັນກະໄປບໍ່ໄດ້ຫັ້ນນ່າ.” 

ດ້ານນັກພັທະນາ ຊຸມຊົນໃນລາວ ທີ່ເຮັດວຽກກ່ຽວກັບຊາວບ້ານຊົນເຜົ່າ ໃນປະເທດ ກ່າວວ່າ ຊາວລາວໃນເຂດຊົນບົດເປັນຈໍານວນຫລາຍ ຍັງຕ້ອງພະເຊີນກັບ ສະພາບຄວາມທຸກຍາກ ເຊິ່ງສົ່ງຜົລ ໃຫ້ເກີດສະພາບຄວາມອຶດຫີວ, ຂາດສານອາຫານ, ແລະ ບໍ່ສາມາດເຂົ້າເຖິງ ໂຄງຮ່າງພື້ນຖານຈໍາເປັນ ເປັນຕົ້ນ ການປິ່ນປົວ, ການສຶກສາ, ໄຟຟ້າ, ນ້ໍາສະອາດ ແລະ ຖນົນຫົນທາງ. 

ຂະນະທີ່ຫລາຍບ້ານ ແລະ ຫລາຍເມືອງ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກໂຄງການພັທະນາ ດ້ານຕ່າງໆ ຈາກທາງການລາວ ແລະ ອົງການຈັດຕັ້ງສາກົລ ໂດຍສະເພາະ ການສົ່ງເສີມອາຊີບ ເພື່ອໃຫ້ມີລາຍໄດ້ໝັ້ນຄົງ ແຕ່ສະພາບໂຕຈິງມີຫລາຍໂຄງການ ທີ່ບໍ່ປະສົບຜົລສໍາເຣັດ ແຕ່ໄປຣາຍງານວ່າ ເປັນບ້ານທີ່ໄດ້ຮັບການພັທະນາໄດ້ແລ້ວ ຊາວບ້ານມີອາຊີບ ແລະ ລາຍໄດ້ໝັ້ນຄົງ ຕາມເງື່ອນໄຂກໍານົດ. 

ດັ່ງ ນັກພັທະນາຊຸມຊົນ ທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຄວາມທຸກຍາກ ມັນຍັງທຸກຍາກຢູ່ ມັນບໍ່ພັທະນາເທົ່າທີ່ຄວນ ເທົ່າທີ່ງົບປະມານ, ມັນລົງໄປ ຫລາຍໆໂຄງການມັນບໍ່ປະສົບຜົລສໍາເຣັດ, ຜົລໄດ້ຮັບມັນເລັກໆຫນ້ອຍໆ ແຕ່ວ່າ ບົດຣາຍງານເຂົາຂຽນດີ ເພາະວ່າ ປະຊາຊົນມັນຍັງທຸກຢູ່ ພັຍຂົ່ມຂູ່ຍັງມີຫລາຍ.” 

ອີງຕາມຣາຍງານ ຂອງສູນສຖິຕິແຫ່ງຊາຕ ປີ 2020 ໃຫ້ຮູ້ວ່າ ປເທດລາວ ມີອັຕຣາຄວາມທຸກຍາກ ຢູ່ທີ່ 18.9% ຂອງປະຊາກອນ ທັງໝົດທົ່ວປະເທດ ແຕ່ລະດັບຄວາມທຸກຍາກ ຍັງຖືວ່າສູງຢູ່ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫລີກ ແລະ ໃນກຸ່ມຊົນເຜົ່າຕ່າງໆ ແຕ່ຣັຖບານລາວ ມີແຜນຈະຫລຸດຜ່ອນ ຄວາມທຸກຍາກໃນທົ່ວປະເທດ ໃຫ້ຍັງເຫລືອ 13.9% ຂອງປະຊາກອນທັງໝົດ ໃນປີ 2025 ນີ້. 

ໃນປີດຽວກັນນັ້ນ ສູນສຖິຕິແຫ່ງຊາຕ ແລະ ທະນາຄານໂລກ ໄດ້ປະເມີນຄວາມທຸກຍາກ ຂອງລາວ ລະບຸວ່າ ຄວາມທຸກຍາກ ຈະເພີ່ມຂຶ້ນ 1.4 ຫາ 3.1 ໃນປີ 2020 ເນື່ອງຈາກ ໄດ້ຮັບຜົລກະທົບ ຮຸນແຮງທາງດ້ານເສຖກິຈ-ການເງິນ ຈາກການຣະບາດ ຂອງໂຄວິດ-19. 

ນອກຈາກນີ້ ທະນາຄານໂລກ ຍັງລະບຸອີກວ່າ ມີປະຊາຊົນລາວເຖິງ 40% ທີ່ຢູ່ເຂດຊົນບົດ ໃນທົ່ວປະເທດ ຍັງຢູ່ໃນສະພາບຄວາມທຸກຍາກ ຂະນະທີ່ຫລາຍບ້ານ ທີ່ໄດ້ຮັບ ການສນັບສນູນ ທັງວິຊາຊີບ ແລະ ເງິນທຶນໄປແລ້ວ ແຕ່ຊາວບ້ານ ບໍ່ໄດ້ຮັບການຊຸກຍູ້ ເພາະຂາດການເອົາໃຈໃສ່ ຢ່າງຕໍ່ເນື່ອງ ໂດຍເຈົ້າໜ້າທີ່ ລະດັບທ້ອງຖິ່ນ ຈຶ່ງເຮັດໃຫ້ການພັທນາ ບໍ່ບັນລຸຜົລ ແລະ ຊາວບ້ານ ບໍ່ສາມາດຫລຸດພົ້ນ ຈາກຄວາມທຸກຍາກ ໄດ້ຕາມເປົ້າໝາຍ. 

ການສໍາຣວດ ຂອງທະນາຄານໂລກ ຍັງພົບອີກວ່າ ມີບ້ານໃນຊົນບົດ ປະມານ 800 ປາຍບ້ານ ໃນທົ່ວປະເທດ ຍັງບໍ່ມີເສັ້ນທາງເຂົ້າໄປຮອດ ແລະ ພົບຫລາຍສຸດ ໃນແຂວງຫົວພັນ, ຜົ້ງສາລີ ແລະ ເຊກອງ. 

ປັດຈຸບັນທົ່ວປະເທດລາວ ມີທັງໝົດ 145 ເມືອງ ແລະ 3 ນະຄອນ , ມີ 8,426 ບ້ານ ແລະ 1,239,702 ຄອບຄົວ ໃນນີ້ ມີເມືອງພົ້ນທຸກ 53 ເມືອງ, ບ້ານພົ້ນທຸກ 4,792 ບ້ານ ແລະ ຄອບຄົວ ພົ້ນທຸກ 964,149 ຄອບຄົວ. ສ່ວນແຂວງເປົ້າໝາຍ ຂອງຣັຖບານລາວ ໃນການເຂົ້າໄປຊ່ວຍລົບລ້າງ ຄວາມທຸກຍາກໃນປັດຈຸບັນມີ ທັງໝົດ 10 ແຂວງ ປະກອບມີ ແຂວງຜົ້ງສາລີ, ຫລວງນ້ໍາທາ, ອຸດົມໄຊ, ຫລວງພຣະບາງ, ຫົວພັນ, ຊຽງຂວາງ, ສວັນນະເຂດ, ສາຣະວັນ, ເຊກອງ ແລະ ອັດຕະປື. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.