ສປປ ລາວ ມີຊ່ອງວ່າງ ລະຫວ່າງຄົນຮັ່ງມີ-ຄົນທຸກຍາກ ສູງຂຶ້ນ

ພອນ ພູມມີທອນ
2023.10.06
ສປປ ລາວ ມີຊ່ອງວ່າງ ລະຫວ່າງຄົນຮັ່ງມີ-ຄົນທຸກຍາກ ສູງຂຶ້ນ ຊາວບ້ານ ໃນເຂດຊົນນະບົດ ແຂວງຫຼວງພຣະບາງ, ເດືອນສິງຫາ 2022.
RFA

ທະນາຄານໂລກຣາຍງານວ່າ ຄວາມແຕກໂຕນ ລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກຢູ່ລາວ ກ້ວາງອອກ ໂຕຢ່າງ ໃນປີ 1992 ຄວາມແຕກໂຕນມີດັດຊະນີ 34.3 ກ້ວາງອອກ 4.5 ຂຶ້ນມາເປັນ 38.8 ໃນປີ 2018. ຫາກດັດຊະນີ ດັ່ງກ່າວ ແຮ່ງມີຄ່າຫລາຍ ກໍສແດງໃຫ້ຮູ້ວ່າ ຄວາມແຕກໂຕນ ລະຫວ່າງຜູ້ຮັ່ງມີ ແລະ ຜູ້ທຸກຍາກສູງ ຫລືກວ້າງອອກ ແລະສະເພາະປະເທດລາວ ຄວາມແຕກໂຕນ 38.8 ຖືວ່າເປັນໂຕເລກ ຂ້ອນຂ້າງສູງ ເຮັດໃຫ້ເກີດຄວາມບໍ່ສເມີພາບ ລະຫວ່າງ ຄົນຮັ່ງ ແລະ ຄົນທຸກ.

ດັ່ງນັກວິຊາການ ດ້ານສຖິຕິເສຖສາດ ກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີີ 7 ກັນຍາ ນີ້ວ່າ:

“ຢູ່ໃນລະດັບຂ້ອນຂ້າຈະສູງເນາະ ກໍສແດງວ່າ ຊ່ອງວ່າງລະຫວ່າງຄົນຮັ່ງມີ ກັບຄົນຈົນກັນ ມັນຈະແຕກໂຕນກັນ ຫ່າງກັນ ແລ້ວກໍອາຈຈະເກີດຄວາມເທົ່າທຽບ ບໍ່ສເມີພາບກັນ ກໍຊິສູງ ເພາະວ່າ ຄົນຊົນບົດ ກັບ ຄົນໃນເມືອງ ຫລື ຜູ້ທີ່ມີອາຊີບພາກຣັຖ ພາກເອກກະຊົນ ແລ້ວກໍການເຂົ້າເຖິງແຫລ່ງເງິນທຶນບໍ່ເທົ່າກັນ ຖ້າຄົນໃນເມືອງ ກໍໂອກາດໃນການເຂົ້າເຖິງການສຶກສາ ມີໂອກາດທີ່ຈະຮີບຮູ້ ກ່ຽວກັບແຫລ່ງທຶນ ແຕ່ຊາວຊົນບົດນີ້ ບໍ່ຮູ້ເລີຍ ໂຕເອງຫັ້ນ ຈະໄປກູ້ຍືມເງິນແນວໃດ ໄປລົງທຶນ ສືບຕໍ່ ສົມມຸດວ່າຢາກເຮັດກິຈການອິຫຍັງຕ່າງໆ ຂອງໂຕເອງຫັ້ນນ່າ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊຈຳພອນ ແຂວງບໍຣິຄຳໄຊ ກ່າວວ່າ ເມືອງໄຊຈຳພອນ ເປັນເມືອງທີ່ເປັນທົ່ງພຽງ ເພື່ອປູກເຂົ້າ ພຽງ 5% ບວກກັບປີນີ້ ສະພາບເສຖກິຈຝືດເຄື່ອງ ເຮັດໃຫ້ປີນີ້ ມີປະຊາຊົນພາຍໃນເມືອງທຸກຍາກ ເພີ່ມຂຶ້ນ 700 ຄອບຄົວ ຂະນະທີ່ປີ 2021 ທີ່ຜ່ານມາ ປະຊາຊົນພາຍໃນເມືອງທຸກຍາກ ປະມານ 400 ຄອບຄົວເທົ່ານັ້ນ.

ຈາກຂໍ້ມູນດັ່ງກ່າວ ຈຶ່ງກ່າວໄດ້ວ່າ ເມືອງໄຊຈຳພອນ ຄົນຮັ່ງແຮ່ງຮັັ່ງ ຄົນທຸກແຮ່ງທຸກ ຍ້ອນຄົນທຸກບໍ່ມີດິນປູກເຂົ້າກິນ ຈົນເຂົ້າຂັນບໍ່ມີເຂົ້າກິນກໍມີ. ຂະນະທີ່ຄົນຮັ່ງພັດມີທຶນ ຂະຍາຍທຸຣະກິຈ ລ້ຽງງົວລ້ອມພູຂະໜາດໃຫຍ່ ສົ່ງອອກໄປວຽດນາມ ມີເຮືອນ ມີຣົຖ ມີເຂົ້າກິນທຸກມື້. ດັ່ງທ່ານ ຂຍາຍຄວາມຕື່ມວ່າ:

“ປັຈຸບັນ ເສຖກິຈເຮົາ ມັນຟືດເຄືອງ ບາງທີມັນແຮ່ງໂຕນກັນຫລາຍ ຄ່າຄອງຊີບມັນຖີບຂຶ້ນສູງຫລາຍ ແລ້ວຜູ້ທີ່ເຂົາອືດເຂົ້າ ຈົກເຂົາຊິຢູ່ຈັ່ງໃດ ເງິນກໍບໍ່ມີຊື້ເຂົ້າກິນ ຄົນທີ່ມັນທຸກ ກໍແຮ່ງທຸກ ຕົງກັນຂ້າມກັບຄົນຮັ່ງມີນ່າ ເຂົາພໍໂຕແລ້ວ ເຂົາມີທຶນ ມັນກໍແຮ່ງຂຍາຍອອກໄປຕື່ມອີກແຫລະ ປີນີ້ ເຂົາລ້ຽງເປັນ 50-60 ໂຕ ເຂົາກໍເພີ່ມເນື້ອທີ່ຂຶ້ນແລ້ວ ກໍເພີ່ມສັດລ້ຽງເຂົາຂຶ້ນ ບາງຄອບຄົວ ກໍເປັນສາຍຣັຖເຮົານ່າ ເຂົາກໍມີເຮືອນ ມີຣົຖ ພໍແຕກໂຕນຈາກຜູ້ທີ່ທຸກຍາກ ໄປຫລາຍເຕີບຫັ້ນແຫລະ.

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະ ປ່າໄມ້ ກ່າວວ່າ ສະພາບເສຖກິຈປັຈຸບັນ ເຮັດໃຫ້ ບໍ່ມີນັກທຸຣກິຈ ເຂົ້າມາລົງທຶນຈັດຕັ້ງໂຮງຈັກໂຮງງານ ໃນເຂດຊົນນະບົດ ຈຶ່ງເຮັດໃຫ້ ຜູ້ທຸກຍາກ ໃນເຂດຊົນນະບົດ ບໍ່ມີບ່ອນຫາເງິນ ຄືຜູ້ຢູ່ໃນເມືອງໃຫຍ່, ຜູ້ທຸກຍາກມີແຕ່ບ່ອນທຳການຜລິດ ແຕ່ວ່າ ບ່ອນທຳການຜລິດຂອງເຂົາເຈົ້າ ກໍພະເຊີນກັບບັນຫາໄພທັມມະຊາຕ ເປັນຕົ້ນ ໄພແລ້ງ ໄພນໍ້າຖ້ວມ ເຮັດໃຫ້ຜູ້ທຸກຍາກບາງແຂວງ ມີເຂົ້າສານເພື່ອກິນພາຍໃນຄອບຄົວຕໍ່ປີ ບໍ່ກຸ້ມກິນ ຂະນະທີ່ຜູ້ຮັ່ງມີ ມີເຂົ້າສານກິນທຸກມື້ ຕລອດປີ.

ດັ່ງ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ນີ້ວ່າ:

“ໃນນາມສ່ວນໂຕ ກໍຄິດວ່າ ມັນແຕກໂຕນຫລາຍຢູ່ຫັ້ນແຫລະ ເພາະວ່າ ຢູ່ຊົນບົດ ເອີ້ນວ່າ ມີບ່ອນທຳການຜລິດ ແຕ່ບ່ອນຫາເງິນ ເຂົາເຈົ້າບໍ່ມີເດ້ ຊອກຫາຣາຍຮັບຫັ້ນນ່າ ແຕ່ວ່າ ຄັນມາຢູ່ນະຄອນຫລວງບໍ່ ມາຢູ່ເມືອງໃຫຍ່ ມັນຕ້ອງມີອັນນ່ານຶ່ງ ທຳການຜລິດ ສອງມາ ໄດ້ເຮັດວຽກນຳໂຮງຈັກໂຮງງານບໍ່ ອິຫຍັງຈັ່ງຊີ້ ແມ້ນແຕ່ກຸ້ມກິນ ກໍຍັງບໍກຸ້ມແລ້ວນ່າ ບາງແຂວງນ່າເນາະ ຄືເຂົ້ານີ້ນ່າ ບາງແຂວງ ບາງເມືອງ ເຂົາເຈົ້າກຸ້ມກິນ ປະມານ 4-5 ເດືອນນຶ່ງນ່າ ຕໍ່ປີນ່າ ການນັ້ນ ຈະບໍ່ມີເຂົ້າກິນ.”

ສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງບໍຣິຄຳໄຊ, ກ່າວຄືເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະ ປ່າໄມ່ ແລະ ເມືອງໄຊຈຳພອນ ວ່າ ແຂວງບໍຣິຄຳໄຊ ໂດຍສະເພາະ ເມືອງວຽງທອງ ແລະ ເມືອງໄຊຈຳພອນ ແມ່ນເປັນສອງເມືອງທີ່ຍັງບໍ່ທັນພົ້ນທຸກ.

ຄວາມແຕກໂຕນ ລະຫວ່າງຄົນຮັ່ງ ກັບ ຄົນທຸກ ຢູ່ສອງເມືອງດັ່ງກ່າວ ກວ້າງອອກ ຍ້ອນຄົນທຸກຍາກຂາດເຂົ້າກິນ ແລະ ບໍ່ມີທຶນສົ່ງລູກຮຽນນັ່ງສື ລວມໄປເຖິງຄວາມແຕກໂຕນ ດ້ານສິດຄອງທີ່ດິນ ແມ່ນຜູ້ທຸກຍາກຍັງມີດິນໜ້ອຍ ບໍ່ພໍສຳລັບເຮັດການຜລິດເພື່ອກຸ້ມກິນໝົດປີ ບວກກັບ ຖນົນຫົນທາງ ເຂົ້າ-ອອກ ແຕ່ບ້ານຫາເມືອງ ເມືອງຫາແຂວງ ຍັງເປ່ເພ ບໍ່ສາມາດສ້າງເສຖກິຈ ສົ່ງອອກສິນຄ້າ ເພື່ອສ້າງຣາຍຮັບ ຫລື ເພື່ອຊົມໃຊ້ໃນຊີວິຕປະຈຳວັນ ໄດ້.

ດັ່ງຍານາງ ກ່າວວ່າ:

“ບາງຄົນເນາະ ເຂົາເຈົ້າທຸກຍາກ ຂາດເຂີນ ເຂົາເຈົ້າອາຈບໍ່ໃຫ້ລູກເຂົ້າໂຮງຮຽນເລີຍກໍມີເຈົ້າ, ຂາດເຂີນ ຄື ເຄື່ອງນຸ່ງຫົ່ມບໍ່ ຫລືວ່າ ເປັນເຂົ້າສານ ມິຫຍັງ ກໍຍັງຫລາຍຢູ່ເຈົ້າ ເພາະວ່າ ເມືອງເຮົາ ມັນບໍ່ມີເສຖກິຈ ເພາະວ່າ ໄລຍະນີ້ ຝົນຕົກນີ້ ກໍເປັນທາງ ບ້ານຕໍ່ບ້ານ ມັນເປ່ເພ ມັນຂາດ ຫຍຸ້ງຍາກຢູ່, ບາງບ້ານ ກໍຍັງບໍ່ມີ ຍັງບໍ່ໄດ້ລົງ ອອກໃບຕາດິນນຳໃຊ້ໃຫ້ບ້ານ ມິຫຍັງນີ້ນ່າ ສ່ວນຫລາຍເພີ່ນກໍເຮັດໄຮ່ ໜ້ອຍໆ ເນາະ ສົມມຸດວ່າ ບາງຄອບຄົວກໍເຮັດໜ້ອຍ ເຮັດແລ້ວ ກໍບໍ່ໄດ້ກຸ້ມກິນໝົດປີ ມິຫຍັງນີ້່່ນ່າ.”

ເຈົ້າໜ້າທີ່ ອົງການຈັດຕັ້ງພາກສັງຄົມ ຫລື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກກ່ຽວກັບ ການພັທນາຊົນບົດ ໃນເມືອງ ດາກຈືງ ແຂວງເຊກອງ ກ່າວຕື່ມຈາກກະຊວງກະສິກັມ ແລະ ປ່າໄມ້ ກັບເຈົ້າໜ້າທີ່ແຂວງບໍຣິຄຳໄຊ ວ່າ ຄວາມແຕກໂຕນ ລະຫວ່າງຄົນຮັ່ງ ກັບຄົນທຸກຍາກ ທີ່ເບີ່ງໄດ້ຈາກ ສະພາບພາຍນອກ ຄືເຮືອນຢູ່ອາສັຍ.

ດັ່ງທ່ານກ່າວຕື່ມ ໃນມື້ດຽວກັນນີ້ວ່າ:

“ຊີວິຕຢູ່ຊົນບົດ ກັບຢູ່ໃນເມືອງ ມັນແຕກຕ່າງກັນຫລາຍ ທຽບສໍ່ານີ້ກໍໄດ້ແລ້ວ ຢູ່ຊົນບົດ ເບິ່ງຣາຍໄດ້ ແລ້ວກໍຊີວິຕການເປັນຢູ່ ເຮືອນຢູ່ມີຫຍັງຕ່າງໆ ນີ້ແຫລະ ມຸງຫຍ້າເດ້ ບາງເຮືອນ ບາງເຮືອນເຂົາເຈົ້າຂຶ້ນໄມ້ ເປັນຝາ ຝາກະແຕະ ອິຫຍັງນີ້ແຫລະ ໄມ້ປ່ອງ ໄມ້ຫຍັງ ພູມປັນຍາຊາວບ້ານກໍເຮັດ ພວກຢູ່ໃນເມືອງ ເຂົາເຈົ້າກໍຢູ່ເຮືອນກໍເຮືອນຫຍັງກັນນີ້ນ່າ.”

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງ ວິລະບຸຣີ ແຂວງສວັນນະເຂດ ກ່າວວ່າ ຄວາມແຕກໂຕນ ລະຫວ່າງຄົນຮັ່ງ ກັບຄົົນທຸກຍາກ ຢູ່ເມືອງວິລະບຸຣີ ຈະເຫັນໄດ້ຊັດເຈນຈາກດ້ານອາຊີພ ຄື ຄົນຮັ່ງມີ ຈະມີອາຊີບທີ່ໝັ້ນຄົງ ແລະ ເຂົ້າເຖິງຕລາດ ເພື່ອການຊື້ຂາຍ ຂະນະທີ່ ຄົນທຸກຍາກ ຈະຫາກິນຕາມທັມມະຊາຕ ແລະ ບໍ່ເຂົ້າເຖິງຕລາດ ເພື່ອຊື້ຂາຍຜົລຜລິຕ ຍ້ອນ ບໍ່ມີນັກລົງທຶນມາເກັບຊື້ຜົລຜລິຕ ເນື່ອງຈາກເສັ້ນທາງເພື່ອຂົນສົ່ງສິນຄ້າເປ່ເພ ເປັນທາງດິນແດງ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວິລະບຸຣີ ແຂວງສວັນນະເຂດ ກ່າວວ່າ:

“ຄົົນທຸກຍາກ ແບບວ່າ ເຂົາຈະບໍ່ມີອາຊີບໝັ້ນຄົງ ຫັ້ນນ່າ ແຕ່ຫາກິນໂດຍທັມມະຊາຕ ຕ່າງຈາກຄົນໃນເມືອງ ມີອາຊີບຄ້າຂາຍບໍ່ ຫລືວ່າ ອະຫຍັງຕ່າງໆ ຈະເຂົ້າເຖິງເຣື່ອງຕລາດໄດ້ດີກວ່າ ແຕ່ວ່າມາເບິ່ງ ແຕກໂຕນກັບເມືອງ ຈະໂຕນກັນຫລາຍ ເພາະວ່າ ເຂົາເອົາຜູ້ຮັ່ງມີມາສເລີ່ຍເດ້ ສເລີ່ຍລວມເດ້ ຖືວ່າ ໃນກຸ່ມນຶ່ງ ມີ 10 ປາຍບ້ານ ຖືວ່າ ມີບ້ານນຶ່ງ/ສອງບ້ານຫັ້ນນ່າ ບາງເຂດມັນມີອາຊີບ ເຂົາກໍໄປທຳງານຢູ່ໄທຍຫັ້ນເນາະ ກໍມາເຮັດໃນເມືອງແດ່ ແຕ່ວ່າ ຄ່າຄອງຊີບມັນກໍເພີ່ມຂຶ້ນຫັ້ນແຫລະ ຜົລກະທົບແຕ່ໂຄວິດມາ ມັນກໍຊໍ້າເຫື່ອມາເລີຍ ຢູ່ລາວກໍ.

ສ່ວນຊາວບ້ານຢູ່ເມືອງວຽງທອງ ແຂວງບໍຣິຄຳໄຊ ກ່າວວ່າ ປະຊາຊົນພາຍໃນເມືອງວຽງທອງ ທີ່ທຸກຍາກ ມີຣາຍຮັບຕໍ່າ ແລະ ຈະຮູ້ສຶກວ່າ ທຸກຍາກລຳບາກ ແລະ ດ້ອຍກວ່າຄົນຮັ່ງມີໃນເມືອງ ໂດຍສະເພາະ ຄ່າຄອງຊີບຢູ່ເຂດຊົນບົດ ຈະເເພງກວ່າໃນເມືອງ.

ດັ່ງຊາວບ້ານຢູ່ເມືອງ ວຽງທອງ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນ ນີ້ວ່າ:

“ມັນກໍທຸກກວ່າຢູ່ເມືອງຫັ້ນແຫລະ ເພາະວ່າ ຢູ່ນີນ່າ ມັນຫ່າງໄກສອກຫລີກ ຄືເຊັ່ນໂຕຢ່າງເວົ້າພື້ນຄື ໄຂ່ບໍ່ ມັນກໍເປັນແຕະນຶ່ງ 75 ຫລື 80 ພັນແລ້ວເຈົ້າ ແປ້ງນົວຢູ່ 60 ພັນກີບຕໍ່ຖົງຕໍ່ໂລ ຣົສດີໂຕ 80 ຂີດເນາະ ມັນກໍຕົກຢູ່ 65 ພັນກີບ ໃນເມືອງມັນກໍຈະບໍ່ຮອດຊໍ້ານີ້ຕີ້ ຢູ່ນີ້ ທີ່ເຂົາເຈົ້າຂົນມາ ເຂົາເຈົ້າກໍຄ່າ ມະຫຍັງບໍ່ ເຂົາເຈົາກໍໄລ່ໃສ່ແບບນັ້ນຈັ່ງຊີ້ບໍ່.

ເຖິງຢ່າງໃດກໍຕາມ ກະຊວງກະສິກັມ ແລະ ປ່າໄມ້ ກໍມີໂຄງການສາກົລ ເຂົ້າໄປຊ່ວຍເຫລືລ້າ ເພື່ອປັບປຸງຄວາມເປັນຢູ່ຂອງປະຊາຊົນ ໃນເຂດຫ່າງໄກ ໂດຍເນັ້ນໄສ່ ເຣື່ອງການປູກຝັງລ້ຽງສັດ ແລະ ໂພສະນາການຂອງເດັກນ້ອຍ ແຕ່ໂຄງການກໍມີຢ່າງຈຳກັດ ແລະ ເປັນໂຄງການໄລຍະສັ້ນ 2-5 ປີເທົ່ານັ້ນ ແລ້ວຫລັງຈາກສິ້ນສຸດໂຄງການ ຫາກໂຄງການມີທຶນຕື່ມ ແລະ ປະຊາຊົນຕ້ອງການຄວາມຊ່ວຍເຫລືອຕື່ມ ກໍຈະຕ້ອງລໍຖ້າການອານຸມັດ ທີ່ບໍ່ຮູ້ວ່າອີກດົນຈັກປີ ຈຶ່ງຈະໄດ້ຮັບການຊ່ວຍເຫລືອ, ແຕ່ເມືອເບີ່ງສະພາບໂຕຈິງ ເຂດໃດ ທີ່ມີໂຄງການສາກົລເຂົ້າໄປປັບປຸງຊີວິຕການເປັນຢູ່ ກໍຈະເຫັນໄດ້ຊັດເຈນວ່າ ປະຊາຊົນໃນເຂດນັ້ນ ມີຊີວິຕການເປັນຢູ່ດີຂຶ້ນກວ່າເກົ່າ ແບບວ່າ ບໍ່ເຄີຍມີ ກໍມີ ບໍ່ເຄີຍໄດ້ກິນ ກໍໄດ້ກິນ.

ດັ່ງ ເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ຜູ້ດຽວກັນຂ້າງເທິງ ຂຍາຍຄວາມຕື່ມວ່າ:

“ໄປຖາມປະຊາຊົນ ໂຕຈິງຫັ້ນນ່າ ເຂົາເຈົ້າເວົ້າວ່າ ແບ້ຫັ້ນ 20-30 ປີແລ້ວ ເຂົາເຈົ້າບໍ່ເຄີຍເຫັນ ຫາກໍເຫັນ ແຕ່ວ່າມີໂຄງການເຂົາໄປແລ້ວ ແລ້ວສົ່ງເສີມໃກ້ເຂົາເຈົ້າລຽ້ງແບ້ຫັ້ນ ແລ້ວເຂົາເຈົ້າກໍດີໃຈ ແລະ ພູມໃຈຫລາຍນ່າ, ຊີວິຕການເປັນຢູ່ຂອງປະຊາຊົນເຮົາກໍເອີ້ນວ່າ ຍັງຂາດໆເຂີນໆ ຢູ່ຫັ້ນແຫລະ ວ່າຊັ້ນສ່າ ເພາະວ່າ ເຮົາກໍຊ່ວຍບໍ່ໄດ້ເຕັມທີ່ເດ້ ເຣຶ່ອງງົປມານ ມັນບໍ່ພໍຕໍ່ຄວາມຕ້ອງການ ຂອງປະຊາຊົນຫັ້ນນ່າ ເອີ້ນວ່າ ເຂົາເຈົ້າມັນຕິດພັນ ກັບ ທັມມະຊາຕແລ້ວເດ້ ບາງທີ່ເຂົາເຈົາກໍຢາກເຮັດ ແຕ່ແນວເຂົາເຈົ້າເຮັດໄດ້ຫັ້ນນ່າ ແລ້ວກໍຫັນປ່ຽນໃຫ້ເຂົາເຈົ້າມີວຽກ ອາຊີພບໍ່ ທຳການຜລິດ ໃຫ້ ຊີວິຕການເປັນຢູ່ດີຂຶ້ນ ຖ້າວ່າເຫລືອກິນ ຕ້ອງໄດ້ຈຳໜ່າຍອອກໄປຫັ້ນນ່າ ສ້າງຣາຍຮັບໃຫ້ເຂົາເຈົ້າ.

ການຫລຸດຜ່ອນຄວາມແຕກໂຕນ ລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ ເປັນເປົ້າໝາຍ ການພັທນາແບບຍືນຍົງ ທີ່ 10 ຂອງຣັຖບານລາວ ທີ່ຈະກະຕຸ້ນ ການເຕີບໂຕທາງເສຖກິຈ ເປັນຕົ້ນ ຂຍາຍໂຕດ້ານຣາຍຮັບຂອງປະຊາຊົນທີ່ມີຣາຍຮັບຕໍ່າໃຫ້ໄດ້ 40% ຂອງປະຊາກອນທັງໝົດ ເພື່ອຍຸຕິຄວາມທຸຍາກ ແລະ ຫລຸດຜ່ອນຄວາມບໍ່ສເມີພາບ ພາຍໃນປີ 2030.

ມາຮອດປັຈຸບັນນີ້ ປີ 2030 ອີງຕາມສະພາບຄ່າຄອງຊີພສູງ ແລະ ເງິນກີບອ່ອນຄ່າ ກໍບໍ່ສາມາດເວົ້າໄດ້ວ່າ ເປົ້າໝາຍທີ່ 10 ຈະປະຕິບັດໄດ້ ຫລື ບໍ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊຈຳພອນ ຜູ້ດຽວກກັບຂ້າງເທິງ ກ່າວວ່າ:

“ໂອຍ ຈັກຊິເວົ້າຈັ່ງໃດເນາະ ເສຖກິຈ ຄັນຄື ທຸກມື້ນີ້ ບໍ່ຮູ້ຊິວ່າແຫລະ ຖ້າປະເທດຊາຕເຮົາກັບມາຄືເກົ່າບໍ່ ຄວາມແຕກໂຕນ ມັນກໍບໍ່ຫລາຍ ແຕ່ປັຈຸບັນນີ້ ຄວາມແຕກໂຕນ ລະຫວ່າງຜູ້ທຸກ ກັບຜູ້ຮັ່ງ ມັນແຕກໂຕນກັນຫລາຍ ຄືເຮົາລົມກັນມື້ກີ້ນີ້.

ເຖິງຢ່າງໃດກໍຕາມ ປັຈຸບັນ ປີ 2030 ສະພາບເສຖກິຈຢູ່ລາວຝືດເຄືອງ ເງີນກີບອ່ອນຄ່າ ຄ່າຄອງຊີພສູງ ສິນຄ້າລາຄາແພງ ແຮ່ງເຮັດໃຫ້ ດັດຊະນີ ມີຄວາມແຕກໂຕນລະຫວ່າງຜູ້ຮັ່ງມີ ແລະ ຜູ້ທຸກຍາກ ແຮ່ງກວ້າງອອກ  ໄປເລື້ອຍໆ ແລະ ດັຊຊະນີ ຄົງບໍ່ຫລຸດບໍ່ແຄບລົງໃນໄວໆ ຫລື ພາຍໃນປີ 2030.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.