ຄົນງານຍັງຖືກຂູດຮີດ ຄ່າຈ້າງ, ບໍ່ສາມາດ ຮຽກຮ້ອງສິດໄດ້

ຄົນງານ ກຳລັງເຮັດວຽກ ໃນເຂດນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023.
ຄົນງານ ກຳລັງເຮັດວຽກ ໃນເຂດນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023. (ນັກຂ່າວ ພົລເມືອງ)

0:00 / 0:00

ໃນລາວ ໃນປັດຈຸບັນ ມີຊາວລາວທີ່ຢູ່ໃນວັຍອອກແຮງງານ ທົ່ວປະເທດ 2,500,000 ຄົນ ໃນນີ້ມີພຽງ 17% ທີ່ເປັນພຽງຄົນງານໃນຣະບົບ ຂະນະທີ່ ຊາວລາວອີກ ປະມານ 2,075,000 ຄົນ ຫລື 83% ແມ່ນເປັນຄົນງານນອກຣະບົບ, ອີງຕາມ ການຣາຍງານຂອງກະຊວງແຮງງານ ແລະ ສວັດດິການສັງຄົມ ຮ່ວມກັບ ອົງການຈັດຕັ້ງສາກົລ ໃນປີ 2022

ທີ່ຜ່ານມາ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມັກຫລຸດຕົ້ນທຶນ ດ້ວຍການຈ້າງງານນອກຣະບົບ ແບບເໝົາ ຫລື ຣາຍມື້ ແລະ ບໍ່ມີສັນຍາ ການຈ້າງງານ ເຮັດໃຫ້ຄົນ

ງານລາວ ບໍ່ໄດ້ຮັບການຄຸ້ມຄອງດ້ານສິດທິ ແລະ ສວັດດີການຕາມກົດໝາຍ ແລະ ບໍ່ມີຄວາມໝັ້ນຄົງໃນອາຊີບ ອີກທັງ ຍັງບໍ່ສາມາດຮວມໂຕ ເພື່ອຕໍ່ຣອງຜົລປະໂຍດຂອງ

ໂຕເອງໄດ້, ດັ່ງ ກັມມະກອນ ຢູ່ ໂຮງງານປຸງແຕ່ງມັນຕົ້ນ ຢູ່ແຂວງທາງພາກໃຕ້ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 26 ເມສາ 2023 ນີ້ວ່າ

“ຢາກໃຫ້ມີອັນນັ້ນແຫລະ ສວັດດີການວັນພັກແນ່ ແລ້ວນື່ງມາກໍເຣຶ່ອງສຸຂພາບແນ່ ແບບວ່າເວລາເຈັບເປັນຈາກໃນໂຣງງານ ກໍຕ້ອງໄດ້ອອກຄ່າຢາ ຄ່າຫຍັງເອງຫັ້ນແຫລະ ເວລາ ເຮົາຂາດວຽກຂາດຫຍັງ ກໍບໍ່ມີນໂຍບາຍ ຍ້ອນວ່າເງິນເດືອນຫັ້ນ ເພີ່ນໄລ່ຕາມວັນເຮັດວຽກ ໂດຍບໍ່ມີອັນນັ້ນ ບໍ່ມີ ນະໂຍບາຍເຈັບເປັນອີ່ສັງຄັກ 30 ວັນ ເຮັດ 20 ວັນ ກໍໄດ້ແຕ່ 20 ວັນ ຫັ້ນແຫລະ ສເລັ່ຍ ຈາກເງິນເດືອນ ປະມານ 2 ລ້ານ ສ່ວນຫລາຍ ອ້າຍນ້ອງຄົນລາວເຮົານີ້ ເຮັດວຽກນໍາບໍຣິສັດ ຈະບໍ່ສັນຍາ ຫລືວ່າ ຕໍ່ຮອງ ຕໍ່ຮອງກໍບໍ່ໄດ້ດອກ ຈັ່ງວ່າສ່ວນຫລາຍກໍບໍ່ມີສິດຕໍ່ຮອງ ແບບເຂົາວາງຣະບົບເງິນເດືອນໃຫ້ແລ້ວ”

ໃນວັນທີ່ 1 ພືສພາ 2023 ເຊິ່ງ ເປັນວັນກັມມະກອນສາກົລ, ທາງກະຊວງແຮງງານ

ແລະ ສວັດດີການສັງຄົມ, ສູນກາງ ສະຫະພັນກັມມະບານລາວ ແລະ ສະພາການຄ້າ ແລະ ອຸຕສາຫກັມແຫ່ງຊາຕລາວ ໄດ້ມີ ມຕິເຫັນດີ ປັບຂຶ້ນຄ່າຈ້າງຂັ້ນຕ່ໍາ ສໍາລັບ ຜູ້ທີ່ບໍ່ເຄີຍມີປະສົບການ ການເຮັດວຽກ ຫລື ເອີ້ນວ່າ ແຮງງານດິບ ເປັນ 1.3 ລ້ານກີບ/ເດຶອນ ໂດຍບໍ່ຮວມ ການເຮັດວຽກກາຍໂມງ ແລະ ສວັດດີການ ອື່ນໆ ແລະ ໃນໄລຍະບໍ່ດົນມານີ້ ທາງ ຄະນະກັມມະການ 3 ຝ່າຍ ຈະປັບຄ່າຈ້າງຂັ້ນຕໍ່າ ອີກຄັ້ງນຶ່ງ 1.4–1.5 ລ້ານ/ເດືອນ

ດັ່ງ ເຈົ້າໜ້າທີ່ ສູນກາງ ສະຫະພັນກັມມະບານລາວ ຜູ້ບໍ່ປະສົງອອກຊື່ ແລະ ຕ່ໍາແໜ່ງ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ

“ເພາະວ່າສາມຝ່າຍໄດ້ຮ່ວມກັນຫັ້ນນ່າ ເຣຶ່ອງເງິນເຟີ້ນີ້ ກ່ຽວກັບນ້ໍາມອກນ້ໍາມັນຫັ້ນນ່າ ຄ່າໃຊ້ຈ່າຍນີ້ ເງິນຂຶ້ນ ຂື້ນກໍຂຶ້ນໜ້ອຍ ພັດລາຄາສິນຄ້າພັດຂຶ້ນຫລາຍຫັ້ນນ່າ ທາງເຮົາກໍເບິ່ງໂຕຈິງ ຖ້າວ່າເງິນເຟີ້ຫລາຍ ເປັນແຕ່ໄລຍະຫັ້ນແຫລະ ເຮົາກໍຕ້ອງໄດ້ສເນີ ໃນນາມເຮົາທີ່ເປັນຜູ້ຕ່າງໜ້າກັມມະກອນຫັ້ນນ່າ”

ຍານາງກ່າວຕື່ມວ່າ ທີ່ຜ່ານມາ ຄ່າຈ້າງຂັ້ນຕ່ໍາໃນປະເທດລາວ ພັດເປັນ ອັດຕຣາ ທີ່ຕ່ໍາທີ່ສຸດ ໃນພາກພື້ນເອເຊັຽ ຕະວັນອອກສ່ຽງໃຕ້ ຮອງຈາກປະເທດພະມ້າ ແລະ ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະປັບຂຶ້ນຄ່າຈ້າງຂັ້ນຕ່ໍາຕື່ມ 18% ແຕ່ເຖິງຢ່າງໃດກໍຕາມ ພັດບໍ່ສອດຄ່ອງກັບລາຄາສິນຄ້າ ອຸປໂພກ-ບໍຣິໂພກ ແລະ ນໍ້າມັນເຊື້ອໄຟ ທີ່ປັບຂຶ້ນ ປະມານ 50% ໃນໄລຍະ ເວລາ 1-2 ປີ ມານີ້

ໃນໄລຍະ 4 ເດືອນ ທໍາອິດຂອງປີ 2023 ນີ້, ຄົນງານລາວຈໍານວນຫລາຍ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບຂຶ້ນຄ່າຈ້າງຂັ້ນຕ່ໍາ ໃຫ້ສອດຄ່ອງ ກັບ ສະພາບ ເສຖກິຈໃນປະເທດ, ທັງນີ້ ສໍາລັບກຸ່ມຄົນງານທີ່ເຮັດວຽກໃນເຂດນອກ ຫລື ຢູ່ກິນນໍານາຍຈ້າງ ຕ້ອງການຄ່າຈ້າງ 2.0-2.5 ລ້ານ ກີບ ຕໍ່ເດືອນ ພ້ອມສວັດດີການ ຕາມກົດໝາຍ

ຂະນະທີ່ ຄົນງານທີ່ເຮັດວຽກໃນເຂດໂຕເມືອງ ທີ່ຈ່າຍຄ່າທີ່ພັກ ແລະ ຄ່າເງິນທາງ ຕ້ອງການຄ່າຈ້າງ 4.5-5.0 ລ້ານກີບ/ເດືອນ, ດັ່ງ ກັມມະກອນກໍ່ສ້າງ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ກ່າວວ່າ

“ຄ່າແຮງງານຢູ່ລາວຫັ້ນ ຂະເຈົ້າຈ້າງຖືກຫັ້ນນ່າດຽວນີ້ ກໍຢາກໃຫ້ເພິ່ນປັບຂຶ້ນແດ່ຫັ້ນແຫລະ ຄ່າຄອງຊີບມັນກໍສູງຫັ້ນນ່າ ປະມານ 4 ລ້ານ 5 ລ້ານ ນີ້ແຫລະ ກ່ອນຊິພໍກິນເນາະ ສເລັ່ຍແຕ່ເຮົາຊື້ຊີ້ນໝູ ມັນກໍກິໂລ ແສນກີບແລ້ວເດ້ 2.5 ນີ້ ຖ້າບ້ານເຮົາຄິດໃສ່ເນາະ ຄືຢູ່ບ້ານນອກ ມັນກໍຄືຈະກຸ້ມກິນຢູ່ ພໍກິນຢູ່ ຖ້າຢູ່ໃນເມືອງນີ້ ເຮົາຕ້ອງໄດ້ເຊົ່າຫ້ອງ ຊື້ຢູ່-ຊື້ກິນ ຄ່າທຽວການນີ້ ມັນກໍບໍ່ພໍ ເພາະວ່າເຮົາໄດ້ເສັຍຄ່ານ້ໍາຄ່າໄຟ ຊື້ຢູ່-ຊື້ກິນ ຄ່າຫ້ອງ ຄ່າ ອັນໃດເດ້”

ສໍາລັບວັນກັມມະກອນສາກົລ ປະຈໍາປີນີ້, ສູນກາງ ສະຫະພັນກັມມະບານລາວ ໄດ້ຈັດກິຈກັມ ສເລີມສລອງ ໃນຫົວຂໍ້ ສ້າງສະພາບການເຮັດວຽກທີ່ປອດພັຍ ແລະ ດີ ຕໍ່ສຸພາບ” ແມ່ນສິດທິຂັ້ນພື້ນຖານຂອງທຸກ​ຄົນ ຍ້ອນກັມມະກອນທີ່ເຮັດວຽກນໍາໂຮງຈັກ-ໂຮງງານຈໍານວນຫລາຍ ພັດຍັງບໍ່ທັນໄດ້ຮັບການຄຸ້ມຄອງ ໃນດ້ານດັ່ງກ່າວນີ້ ພໍເທົ່າໃດ, ດັ່ງ ນັກວິຊາການດ້ານແຮງງານ ທ່ານນຶ່ງ ກ່າວວ່າ

“ຍົກໂຕຢ່າງວ່າ ອອກແຮງງານຢູ່ສຖານທີ່ເຄມີ ອາຈເປັນແຮ່ທາດຕ່າງໆ ອາຈເປັນພະຍາດຜີວຫນັງອີ່ສັງຕ່າງໆ ມີຫລາຍ ແລ້ວກໍເປັນພຍາດອາຊີບ (ບັນຫາສຸຂພາບທີ່ເກີດທີ່ເກີດຈາກການເຮັດວຽກ) ໂຕຢ່າງວ່າ ເຈົ້າເຮັດຢູ່ໂຮງງານຜລິຕສີ ໂຕຢ່າງເນາະ ໂຮງງານຜລິຕສີ ພາໃຫ້ເກີດພຍາດ ພາເຮັດວຽກຜລິຕສີຫັ້ນ ກໍຍັງມີຢູ່ ອາຈເປັນແສງ ສີສີສຽງ ສະພາບແວດລ້ອມ ໃນສຖານທີ່ການອອກແຮງງານຫັ້ນ ກິ່ນ ອີ່ສັງຕ່າງໆ ນີ້ເຄື່ອງມືຂອງພວກເຮົາໃນການກວດການີ້ ຍັງບໍ່ທັນເຂົ້າເຖິງເທື່ອ ຢູ່ໃນໂຮງຈັກ-ໂຮງງານເຮົານີ້ ຈະເປັນແບບນັ້ນ”

ປັດຈຸບັນ ມີຄນງານລາວຈໍານວນຫລາຍ ທີ່ເຮັດວຽກພາຍໃນ ອຸຕສາຫກັມປຸງແຕ່ງສິນຄ້າ, ຂຸດຄົ້ນບໍ່ແຮ່ ແລະ ວຽກງານດ້ານການກະເສຕ ປະສົບບັນຫາດ້ານສຸຂພາບ ແຕ່

ບໍ່ໄດ້ຮັບການຊ່ອຍເຫລືອ ຈາກນາຍຈ້າງ ບໍ່ວ່າຈະເປັນເງິນອຸດຫນູນ ຫລື ມື້ພັກວຽກເພື່ອປິ່ນປົວ ແລະ ຟື້ນຟູສຸຂພາບ ຕາມທີ່ໄດ້ຣະບຸໄວ້ໃນກົດໝາຍ ວ່າດ້ວຍ ການປະກັນສັງຄົມ ສບັບປັບປຸງ ປີ 2018 ເທື່ອ. ດັ່ງ ກັມມະກອນ ທີ່ເຄີຍເຮັດວຽກ ດ້ານການຂຸດຄົ້ນບໍແຮ່ ຢູ່ແຂວງ ສວັນນະເຂດ ທ່ານນຶ່ງກ່າວວ່າ

“ພວກທີ່ເຮັດວຽກກ່ຽວກັບເຄມີ ຍົກໂຕຢ່າງ ພວກສວນກ້ວຍ ສວນໝາກໂມ ພວກນີ້ ມັນກ່ຽວກັບເຄມີທີ່ເຂົາໃຊ້ເຄມີ ໃບ້ຢາ ບາງຄົນມັນກໍຫລັງແຮ້ວ ໂດຍສະເພາະນີ້ນ່າ ຄືລົງມາຂ້າງຫລັງຄືໂຣກຕັບ ໂຣກພວກນີ້ແຫລະ ກໍຊິໄດ້ ບາງບ່ອນກໍຊິບໍ່ໄດ້ ໄປຫາໝໍເອງຫັ້ນນ່າ ຢູ່ລາວນີ້ບໍ່ໄດ້ແຫລະ ແມ່ນ ບໍ່ເຄີຍເລີຍ”

ສໍາລັບກົດໝາຍ ວ່າດ້ວຍ ແຮງງານຂອງປະເທດລາວ ທີ່ຖືກນໍາໃຊ້ແຕ່ປີ 2013 ຈົນມາຮອດປັດຈຸບັນ ບໍ່ອນຸຍາດໃຫ້ຄົນງານລາວ ສ້າງຕັ້ງ ແລະ ເຂົ້າຮ່ວມເປັນສມາຊິກ ກັມມະບານໃນຂແນງການຂອງໂຕເອງໄດ້ ແລະ ຖ້າຫາກຄົນງານຕ້ອງການຕໍ່ຮອງ ກ່ຽວກັບສິດທິ ແລະ ສວັດດີການ ຈະຕ້ອງແຈ້ງໃຫ້ສູນກາງສະຫະພັນກໍາມະບານລາວ ເຊິ່ງຢູ່ໃນການຄວບຄຸມຂອງທາງການລາວ ໄດ້ຮັບຮູ້ ແລະ ເປັນຜູ້ຕ່າງໜ້າ ໃນການເຈຣຈາ ກັບນາຍຈ້າງໃຫ້ເທົ່ານັ້ນ, ດັ່ງ ນັກຊ່ຽວຊານດ້ານກົດໝາຍແຮງງານ ທ່ານນຶ່ງກ່າວວ່າ

“ຄືວ່າຢູ່ບ້ານເຮົາຫັ້ນ ບໍ່ຄ່ອຍຮວມໂຕກັນ ກໍມີແຕ່ວ່າຖ້າເຮົາບໍ່ພໍໃຈ ເຮົາກໍແຈ້ງຕໍ່ຜູ້ໃຊ້ແຮງງານຫັ້ນ ແລ້ວກໍແລ້ວໄປ ຍັງບໍ່ມີແບບຮວມໂຕກັນປະທ້ວງຢຸດງານກັນ ຍັງບໍ່ມີ ເຣຶ່ອງຂໍຂຶ້ນ (ຄ່າຈ້າງ) ຫັ້ນ ອາຈມີ ແຕ່ເຣຶ່ອງພາກັນຮວມໂຕນັດຢຸດງານນີ້ມັນ ມັນບໍ່ຄ່ອຍມີ ເພາະວ່າມັນຜິດກົດໝາຍແດ່ ຖ້າອອກມາປະທ້ວງ ມັນຕ້ອງເຮັດແບບສັນຕິ ມັນຈະບໍ່ ອນຸຍາດ ໃຫ້ຮຸນແຮງ ຫລື ແບບວ່າພາກັນຕັ້ງ ພາກັນນັດ ໃຫ້ມັນເສັຍ ໃຫ້ຜູ້ໃຊ້ແຮງງານເສັຍຫາຍນີ້ ມັນຜິດກົດໝາຍ”

ທ່ານກ່າວຕື່ມວ່າ ກົດໝາຍວ່າດ້ວຍແຮງງານຂອງລາວ ຍັງບໍ່ໄດ້ອນຸຍາດ ໃຫ້ຄົນລາວ ໃນຂແນງອາຊີບຕ່າງໆ ນັດໝາຍເພື່ອຢຸດງານ ຫລື ຈັດກອງປະຊຸມເພື່ອປະທ້ວງ ຍ້ອນບໍ່ໄດ້ຮັບການຄຸ້ມຄອງຕາມກົດໝາຍ ອີກທັງ ຍັງບໍ່ທັນມີ ມາຕການ ໃນການຄຸ້ມຄອງຄົນງານຕ່າງປະເທດ ທີ່ເຮັດວຽກຢູ່ພາຍໃນປະເທດລາວນໍາ ເຊິ່ງສອດຄ່ອງ ກັບ ອນຸສັນຍາ ຂອງອົງການແຮງງານສາກົລ (International labour Organization:ILO) ສບັບເລກທີ 87 ແລະ 98 ວ່າດ້ວຍເສຣີພາບໃນການສມາຄົມ ແລະ ການຄຸ້ມຄອງສິດທິໃນການຮວມໂຕ ແລະ ວ່າດ້ວຍສິດທິໃນການຮວມໂຕ ແລະ ການເຈຣຈາຕໍ່ຣອງ ຮ່ວມໃນວາລະ ວັນ ກັມມະກອນສາກົລ, ທາງກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ອອກກົດໝາຍ ເປີດເຜີຍ ເຖິງຜູ້ອອກແຮງງານ ພ້ອມຣະບຸວ່າ ຄົນງານລາວຈໍານວນຫລາຍ ໃນຂແນງກໍ່ສ້າງ ແລະ ອຸຕສາຫກັມ ບໍຣິການ ຍັງບໍ່ສາມາດເຂົ້າເຖິງສິດທິ ແລະ ສວັດດິການທີ່ຄວນໄດ້ຮັບ ເປັນຕົ້ນ ບໍ່ໄດ້ຮັບຂໍ້ມູນກ່ຽວກັບການຈ້າງງານ, ເຮັດວຽກ ໃນສຖານທີ່ອັນຕຣາຍ, ຄ່າຈ້າງຕ່ໍາ ແລະ ບໍ່ມີສວັດດີການ, ແລະ ບໍ່ສາມາດຕໍ່ຮອງກັບນາຍຈ້າງ ຫລື ເຈົ້າໜ້າທີ່ທ້ອງຖິ່ນໄດ້ ທັງນີ້ ສ່ວນນຶ່ງ ຍ້ອນກຸ່ມຄົນງານບໍ່ມີຄວາມຮູ້ ກ່ຽວກັບສິດທິຂອງໂຕເອງ ແລະ ອີກສ່ວນ ເປັນຍ້ອນທາງການລາວ ບໍ່ສາມາດໃຫ້ການຊ່ວຍເຫລືອໄດ້ ເນື່ອງຈາກ ບໍ່ມີຂໍ້ມູນ ເຊິງສຖິຕິກ່ຽວກັບເຣຶ່ອງນີ້ເທື່ອ.