ເຣື້ອງທີ່ເກັບບັນທຶກໄວ້
2023-08-30
ຣັຖບານລາວເຊີນຊວນ ໃຫ້ນັກລົງທຶນ ເຂົ້າມາຂຸດຄົ້ນແຮ່ ໂປຕາສ ຢູ່ນະຄອນຫລວງວຽງຈັນ, ຂະນະທີ່ ຊາວບ້ານຄັດຄ້ານ ເນື່ອງຈາກວ່າ ຈະມີຜົລກະທົບຫລາຍດ້ານ ທັງຕໍ່ສິ່ງແວດລ້ອມ, ສັງຄົມ ແລະການຂຍາຍຕົວເມືອງ.
2023-08-30
ຣັຖບານລາວ ສ້າງປ້ອງກັນຕາຝັ່ງເຈື່ອນ ຕາມແຄມນໍ້າຂອງ ບໍ່ສາມາດບັນລຸ ໄດ້ຕາມແຜນການ ຍ້ອນການຂົນຂວາຍ ທຶນຈາກຕ່າງປະເທດ ຍັງມີຂອບເຂດຈຳກັດ.
2023-08-29
ນໍ້າຖ້ວມເຂດເມືອງຫີນບູນ ແລະເມືອງຄູນຄໍາ ແຂວງຄໍາມ່ວນ, ເຮັດໃຫ້ໂຄງຮ່າງພື້ນຖານ ເຊັ່ນຖນົນ, ໄຟຟ້າ, ນໍ້າປະປາ ແລະອື່ນໆເສັຍຫາຍຫລາຍ ແລະ ຍັງບໍ່ທັນໄດ້ສ້ອມແປງ, ບັນຫານີ້ກະທົບກັບຊາວບ້ານ ແລະການຄົມມະນາຄົມ ໃນທົ່ງຂົງເຂດທີ່ຖືກນ້ຳຖ້ວມ.
2023-08-24
ແມ່ນໍ້າເຊນ້ອຍ ຢູ່ແຂວງ ສວັນນະເຂດ ມີສະພາບຂຸ່ນ ສີແດງ ເຊິ່ງ ຫລາຍພາກສ່ວນເຊື່ອວ່າ ເປັນຍ້ອນ ໂຮງງານປຸງແຕ່ງເຫລັກ ປ່ອຍສານເຄມີລົງນໍ້າ ເຮັດໃຫ້ປະຊາຊົນບໍ່ກ້າໃຊ້ນ້ຳ ຫຼືຫາປາໃນແຫຼ່ງນ້ຳດັ່ງກ່າວ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີການກວດກາເທື່ອ.
2023-08-24
ຊາວບ້ານ ໃນຫລາຍບ້ານ ຢູ່ເມືອງ ອາດສະພອນ ແຂວງສວັນນະເຂດ ສ້ອມແປງຖນົນ, ແຕ່ບໍ່ສາມາດເດີນທາງໄດ້ສະດວກ ພໍເທົ່າໃດ ພາຍຫລັງໄດ້ຮັບຜົລກະທົບ ຢ່າງໜັກຈາກຝົນຕົກ ເຊິ່ງຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ.
2023-08-24
ໜ່ວຍງານ ບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ, ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງດາກຈຶງ ໄດ້ລົງກວດກາ ການລັກຂາຍສັດປ່າ ໂດຍສະເພາະສັດປ່າ ປະເພດຫວງຫ້າມ ຢູ່ໃນບັນຊີ 1 ແລະ ສັດປ່າປະເພດຄຸ້ມຄອງ ຢູ່ໃນບັນຊີ 2.
2023-08-22
ໂຄງການ ຣີສອດ, ສນາມກັອຟ ເກີດຂຶ້ນຫຼາຍໆແຫ່ງ ຕັ້ງແຕ່ເໜືອຮອດໃຕ້ ເຊິ່ງເປັນໂຄງການ ຂອງນັກລົງທຶນຈີນ ທີ່ສ້າງເພື່ອດຶງດູດ ນັກທ່ອງທ່ຽວ, ສ່ວນປະຊາຊົນ ທີ່ສູນເສັຍທີ່ດິນ ໃຫ້ໂຄງການເຫຼົ່ານີ້ ບາງສ່ວນຍັງບໍ່ໄດ້ຄ່າຊົດເຊີຍ ສ່ວນຜູ້ທີ່ໄດ້ແລ້ວ ກໍຖືກກົດລາຄາ.
2023-08-18
ໃນໄລຍະ 10 ປີ ທີ່ຜ່ານມາ ເຈົ້າໜ້າທີ່ ຍັງບໍ່ເຫັນເສືອໂຄ່ງໃນລາວ, ຫຼາຍຄົນຈຶ່ງຄິດວ່າເສືອໂຄ່ງ ອາດສູນພັນ ຈາກປະເທດລາວແລ້ວ ຫຼື ມີການໂຍກຍ້າຍຖິ່ນຖານ ໄປຢູ່ປະເທດທີ່ມີຜືນປ່າ ອຸດົມສົມບູນກວ່າ ສະນັ້ນຈຶ່ງບໍ່ມີຣາຍງານ ການພົບເຫັນເສືອໂຄ່ງ ຫຼົງເຫຼືອຢູ່ອີກ.
2023-08-18
ແຂວງໄຊສົມບູນ ມີບໍຣິສັດພາຍໃນ ແລະ ຕ່າງປະເທດ ລົງທຶນຫຼາຍກວ່າ 100 ໂຄງການປະກອບດ້ວຍ ໂຄງການຂຸດຄົ້ນບໍ່ແຮ່, ຊອກຄົ້ນແຮ່ທາດ, ໂຄງການສົ່ງເສີມກະສິກັມປ່າໄມ້, ໂຄງການສົ່ງເສີມການທ່ອງທ່ຽວ ແລະໂຄງການພະລັງງານ ແລະໄຟຟ້າ.
2023-08-16
ນໍ້າຖ້ວມເມືອງວິຣະບູຣີ, ເມືອງຈໍາພອນ ແລະເມືອງອາດສະພັງທອງ ແຂວງສວັນນະເຂດ ອີກຮອບສອງ ແຕ່ມື້ວັນທີ 14-16 ສິງຫານີ້ ເຮັດໃຫ້ຕະລ່າງເຮືອນ, ຫົນທາງ ແລະທົ່ງນາ ໄດ້ຮັບຜົລກະທົບ ແລະຢູ່ເມືອງວັງວຽງ ແຂວງວຽງຈັນ ນໍ້າກໍຖ້ວມບາງເຂດໃນຕົວເມືອງ ຮວມທັງຖ້ວມຕລາດເປັນຄັ້ງທໍາອິດ.
2023-08-14
ປັດຈຸບັນ ສະຖານນະການນໍ້າຖ້ວມ ໃນຫຼາຍແຂວງ ຍັງຕ້ອງເຝົ້າລະວັງ ເນື່ອງຈາກບາງພື້ນທີ່ ຍັງມີຝົນຕົກຕໍ່ເນື່ອງ ເຮັດໃຫ້ບາງພື້ນທີ່ເກີດນໍ້າຖ້ວມຂັງສູງ ປະມານ 20 ເຊັນຕີແມັດໂດຍສະເພາະ ຖນົນເລຂທີ 13 ບໍຣິເວັນຕລາດວັງວຽງ ນໍ້າໄດ້ໄຫຼເຂົ້າຖ້ວມຮ້ານຄ້າ ແລະ ບ້ານເຮືອນຂອງປະຊາຊົນ.
2023-08-11
ມາຮອດປັດຈຸບັນເສັ້ນທາງ ເຊື່ອມຕໍ່ລະຫວ່າງ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ເມືອງຄຳເກີດ ແຂວງບໍຣິຄຳໄຊ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດການນໍ້າຖ້ວມ ຍັງມີສະພາບເປ່ເພ ຢ່າງໜັກໜ່ວງ ແລະ ກໍຍັງປິດການສັນຈອນ.
2023-08-11
ຕັ້ງແຕ່ຕົ້ນເດືອນສິງຫາ 2023 ມານີ້ ໄດ້ເກີດຝົນຕົກໜັກ ນໍ້າຖ້ວມໃນຫຼາຍເມືອງ ແລະຫຼາຍແຂວງຂອງລາວ ກໍເຮັດໃຫ້ລະບົບໄຟຟ້າ ຖືກຕັດຂາດໃນຫຼາຍພື້ນທີ່ ບາງພື້ນທີ່ ກໍກັບມາໃຊ້ໄຟຟ້າໄດ້ປົກກະຕິ ແຕ່ບາງເມືອງ ຍັງບໍ່ສາມາດໃຊ້ໄຟຟ້າໄດ້ເປັນປົກກະຕິເທື່ອ.
2023-08-10
ທາງການ ແຂວງອຸດົມໄຊ ຫາລືກ່ຽວກັບຜົລກະທົບ ຈາກໂຮງງານຊີເມັນ ຂອງຈີນ ເພາະໂຮງງານ ຈະກັບມາຂຸດຄົ້ນ ວັດຖຸດິບຄືນໃໝ່ ແລະກ່ອນກັບມາເປີດໃໝ່ ຂະນະທີ່ ປະຊາຊົນທີ່ຖືກຜົລກະທົບ ໃນໄລຍະທຳອິດ ຍັງບໍ່ໄດ້ຄ່າຊົດເຊີຍ.
2023-08-10
ລະດັບນໍ້າຂອງຂຶ້ນຢ່າງໄວ ເຮັດໃຫ້ກັນເຈື່ອນແຕກ ແລ້ວນໍ້າໄຫຼຖ້ວມສວນຜັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນອກຈາກນີ້ຍັງໄຫຼຖ້ວມ ສວນສະນຸກ ທ່າວັດຈັນ ເມືອງຈັນທະບູຣີ ແລະ ທົ່ງນາຢູ່ກ້ອງເຂື່ອນຫີນບູນ ຂອງປະຊາຊົນນໍາດ້ວຍ.