ປ່າໄມ້ຖືກທຳລາຍຫຼາຍ ເປັນເຫດໃຫ້ເສືອໂຄ່ງໃນລາວ ອາດດັບສູນໄປແລ້ວ
2023.08.18

ໃນໄລຍະ 10 ປີ ທີ່ຜ່ານມາ ເຈົ້າໜ້າທີ່ລາວ ຍັງບໍ່ພົບເຫັນເສືອໂຄ່ງໃນປ່າ ຂອງລາວເທື່ອ ຫລາຍຄົນຈຶ່ງຄິດວ່າເສືອໂຄ່ງ ອາດສູນພັນໄປແລ້ວ ຫລື ມີການໂຍກຍ້າຍຖິ່ນຖານໄປຍັງປະເທດໄທຍ ແລະ ປະເທດວຽດນາມ ເພາະປ່າມີຊາຍແດນຕິດກັນ ສະນັ້ນຈຶ່ງບໍ່ມີຣາຍງານວ່າ ໃນປະເທດລາວວ່າ ມີເສືອໂຄ່ງຍັງຄົງອາໄສຢູ່ຈັກໂຕ, ແຕ່ຫລ້າສຸດນີ້ ເຈົ້າໜ້າທີ່ ໃນເຂດປ່າສງວນແຫ່ງຊາຕນ້ໍາປຸຍ ແຂວງໄຊຍະບຸຣີ ກໍໄດ້ຂໍ້ມູນຈາກເຈົ້າໜ້າທີ່ຂັ້ນບ້ານ ວ່າ ມີຊາວບ້ານທີ່ອອກໄປຫາເຄື່ອງປ່າຂອງດົງ ພົບຮອຍຕີນເສືອໂຄ່ງ ໃນເຂດປ່າສງວນແຫ່ງຊາຕນ້ໍາປຸຍ ໃນແຂວງໄຊຍະບຸຣີ. ເຈົ້າໜ້າທີ່ປ່າສງວນແຫ່ງຊາຕນ້ໍາປຸຍ ໄດ້ຕິດຕາມມາຕັ້ງແຕ່ ປີ 2012 ພົບຮອຍຕີນເສືອໂຄ່ງ ຢູ່ເມືອງ ທົງມີໄຊ 1 ໂຕ, ໃນປີ 2017 ພົບຮອຍຕີນເສືອໂຄ່ງ ຢູ່ເມືອງພຽງ ອີກ 1 ໂຕ ແລະ ມີສັດລ້ຽງ ງົວຄວາຍ ຊາວບ້ານຖືກເສືອ ກິນຈໍານວນນຶງ, ແລະໃນປີ 2021 ພົບຮອຍຕີນເສືອໂຄ່ງ ຢູ່ລະຫວ່າງເມືອງພຽງ ແລະ ເມືອງທົງມີໄຊອີກ 1 ໂຕ ເຊິ່ງທັງ 3 ເມືອງນີ້ ພື້ນທີ່ກວມຢູ່ໃນເຂດ ປ່າສງວນແຫ່ງຊາຕ ນ້ໍາປຸຍ ໂດຍມີພື້ນທີ່ທັງໝົດປະມານ 191,000 ເຮັກຕ້າຣ໌ ແລະເປັນເຂດປ່າໄມ້ ທີ່ມີຊາຍແດນຕິດກັບແຂວງນານ ປະເທດໄທຍ, ແຕ່ຈໍານວນເສືອໂຄ່ງ ໃນເຂດປ່າສງວນນ້ໍາປຸຍ ຍັງບໍ່ສາມາດຢືນຍັນໄດ້ຄັກແນ່ ວ່າມີຈັກໂຕ ເພາະເຈົ້າໜ້າທີ່ ຍັງບໍ່ມີງົບປະມານສໍາຣວດ ຍ້ອນວ່າ ພື້ນທີ່ກວ້າງຫລາຍ ເຊິ່ງເຈົ້າໜ້າທີ່ຄາດວ່າ ຖ້າໃນເຂດປ່າສງວນແຫ່ງຊາຕນ້ໍາປຸຍ ມີເສືອໂຄ່ງ ດັ່ງທີ່ກ່າວມາ ແລະເສືອໂຄ່ງບໍ່ຍ້າຍຖິ່ນຖານຫນີໄປບ່ອນອື່ນ ກໍຄາດວ່າມີປະມານ 3 ໂຕ.
ດັ່ງ ເຈົ້າໜ້າທີ່ ປ່າສງວນແຫ່ງຊາຕນ້ໍາປຸຍ ທ່ານນຶ່ງ ກ່າວໃນວັນທີ 15 ສິງຫາ ນີ້ວ່າ:
“ຂ້ອຍລົງເຮັດວຽກກັບບ້ານຫັ້ນນ່າ ແຕ່ລະບ້ານເພິ່ນວ່າມີຢູ່ ໃນອ້ອມແອ້ມໂປງຫັ້ນນ່າ ຂ້ອຍນໍາມາແຕ່ປີ 2012 ມານີ້ ເບື້ອງຕົ້ນປະມານ 3 ໂຕ ແບບວ່າ 3 ຈຸດ ຫັ້ນນ່າ ແບບວ່າຄາດການຊື່ໆ ປີ 2012 ຫັ້ນ ໂຕນຶ່ງ ມາຮອດປີ 2017 ໂຕນຶ່ງ ກິນງົວຫັ້ນ ກິນຄວາຍເຂົາຫັ້ນ ບັດນີ້ ປີ 2021 ນີ້ໂຕນຶ່ງ ບ້ານເຂົາຣາຍງານຫັ້ນນ່າ ແຕ່ວ່າບໍ່ໄດ້ ສໍາຣວດໂຕຈິງ ບໍ່ມີທຶນສໍາຣວດ.”
ເຈົ້າໜ້າທີ່ ປ່າສງວນນ້ໍາປຸຍ ທ່ານນີ້ກ່າວຕື່ມວ່າ ທີ່ຜ່ານມາ ຍັງບໍ່ມີງົບປະມານລົງສໍາຣວດເທື່ອ ໄດ້ແຕ່ໃຫ້ຊາວບ້ານຊ່ອຍກັນ ເປັນຫູເປັນຕາ ແລະຊ່ວຍກັນ ອະນຸຮັກຮັກສາປ່າໄມ້ໄວ້ ບໍ່ເຂົ້າໄປລັກລອບ ຕັດໄມ້ທໍາລາຍປ່າ ແລະຫ້າມລ່າສັດປ່າທີ່ຫ່ວງຫ້າມ ແລະແນະນໍາໃຫ້ຊາວບ້ານ ບໍ່ຄວນເຂົ້າໃກ້ພື້ນທີ່ ພົບຮອຍຕີນເສືອໂຄ່ງ ຫລື ເຂົ້າໄປບຸກລຸກພື້ນທີ່ໃນເຂດນັ້ນ ເພື່ອເປັນການອະນຸຮັກໄວ້ ບໍ່ໃຫ້ເສືອໂຄ່ງຍ້າຍຖິ່ນຖານຫນີໄປ ບ່ອນອື່ນ. ຫລ້າສຸດ ໃນວັນທີ 29 ກໍຣະກະດາ 2023 ທີ່ຜ່ານມາ ເນື່ອງໃນວັນເສືອໂຄ່ງໂລກ ຣັຖບານລາວ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຟື້ນຟູປະຊາກອນເສືອໂຄ່ງ ຕາມຖິ່ນອາໄສທາງທັມຊາຕ ເພື່ອເຮັດໃຫ້ປະເທດລາວ ມີຈໍານວນປະຊາກອນ ເສືອໂຄ່ງເພີ່ມຂຶ້ນ ເພາະໃນໄລຍະ 10 ປີ ທີ່ຜ່ານມາ ຈໍານວນປະຊາກອນເສືອໂຄ່ງ ໃນລາວຫລຸດລົງ ເປັນຈໍານວນຫລາຍ ແລະອາດສູນພັນໄປ ເພາະ ບໍ່ເຄີຍເຫັນໂຕເສືອໂຄ່ງເທື່ອ ແຕ່ພາຍຫລັງ ທີ່ແຂວງໄຊຍະບຸຣີ ພົບຮອຍຕີນເສືອໂຄ່ງ ຣັຖບານລາວ ກໍໄດ້ຮ່ວມມື ກັບອົງການກອງທຶນອະນຸຮັກ ທັມຊາຕໂລກ ປະຈໍາລາວ (WWF-Laos) ເພື່ອ ຜັນຂຍາຍແຜນດໍາເນີນງານ ເສືອໂຄ່ງແຫ່ງຊາຕ(2022-2034) ອີງຕາມຣາຍງານຂອງ ທ່ານສົມຫວັງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ວ່າ ຈະເພີ່ມທະວີວຽກງານຄຸ້ມຄອງປ່າໄມ້ ໃຫ້ຊາວບ້ານມີສ່ວນຮ່ວມ ໃນການອະນຸຮັກ ສັດປ່າ ຊີວະນານາພັນ ໃຫ້ກັບມາອຸດົມສົມບູນ ຖ້າປະເທດລາວ ມີປ່າໄມ້ ອຸດົມສົມບູນ ພວກເສືອໂຄ່ງ ກໍຕ້ອງກັບມາອາໄສໃນປ່າໄມ້ຂອງລາວ ໂດຍສະເພາະໃນເຂດທີ່ມີຄວາມເປັນໄດ້ສູງ ຕໍ່ການຟື້ນຟູ ປະຊາກອນເສືອໂຄ່ງ ຄື ປ່າສງວນແຫ່ງຊາຕນ້ໍາປຸຍ ແຂວງໄຊຍະບຸຣີ ແລະ ອຸທຍານແຫ່ງຊາຕນ້ໍາແອດ-ພູເລີຍ ແຂວງຫົວພັນ ແຕ່ເຖິງຢ່າງໃດກໍຕາມ ຣັຖບານລາວ ຍັງບໍ່ມີການເວົ້າເຖິງ ແຜນການ ຈະລ້ຽງເສືອໂຄ່ງໃນຟາມ ເປັນພຽງແຜນການ ຟື້ນຟູປ່າໄມ້ ຊີວະນາໆພັນເທົ່ານັ້ນ.
ດັ່ງ ເຈົ້າໜ້າທີ່ ອົງການກອງທຶນ ອະນຸຣັກທັມຊາຕໂລກ ປະຈໍາລາວ (WWF-Laos) ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ວ່າ:
“ເພີ່ນພົບຮ່ອງຮອຍຕີນເສືອ ເພິ່ນມີຮູບພາບ ຈໍານວນນື່ງຢູ່ ເພີ່ນຄິດວ່າເສືອໂຄ່ງ ທີ່ພວກເຮົາຮ່ວມກັບຣັຖບານ ເພີ່ນຈະບໍ່ໄດ້ເວົ້າເຖິງເຣື່ອງຟາມ ພວກເຮົາໄປເວົ້າແຕ່ເຣື່ອງເສືອໂຄ່ງຢູ່ໃນປ່າ ການເຮັດວຽກຟື້ນຟູ ລະບົບນິເວດ ການຄຸ້ມຄອງປ່າໄມ້ ສັດປ່າ ຊີວະນາໆພັນ ຢູ່ໃນພື້ນທີ່ປ່າສງວນຫັ້ນ ຕັ້ງເປົ້າກໍຄືວ່າ ເຮົາຈະຟື້ນຟູ ໃຫ້ເສືອກັບຄືນມາອາໄສຢູ່.”
ເຈົ້າໜ້າທີ່ອົງການກອນທຶນ ອະນຸຣັກທັມຊາຕໂລກ ປະຈໍາລາວ (WWF-Laos) ທ່ານນີ້ຍັງກ່າວຕື່ມອີກວ່າ ທີ່ຜ່ານມາເຈົ້າໜ້າທີ່ ກໍຄິດວ່າ ເສືອໂຄ່ງໃນລາວສູນພັນໄປແລ້ວ ເພາະຍັງບໍ່ພົບເຫັນເທື່ອ ເຊິ່ງກໍຄາດວ່າ ເສືອໂຄ່ງອາດຈະ ໂຍກຍ້າຍຖິ່ນຖານໄປໄທຍ ຫລື ວຽດນາມ ເພາະມີເຂດປ່າໄມ້ ຊາຍແດນຕິດກັນ ສາເຫດ ທີ່ເສືອໂຄ່ງຍ້າຍຖິ່ນຖານ ສ່ວນນຶ່ງກໍມາຈາກ ປ່າໄມ້ຂອງລາວ ຖືກບຸກລຸກທໍາລາຍຫລາຍ ເຮັດໃຫ້ບ່ອນທີ່ຢູ່ອາໄສ ແຫລ່ງອາຫານຫາຍໄປ ລວມເຖິງມີການລ່າສັດປ່າ ພວກສັດປ່າກໍຕ້ອງຫນີໄປຍັງບ່ອນອື່ນ.
“ພື້ນທີ່ຂອງເສືສ່ວນໃຫຍ່ ມັນຈະເປັນປ່າສງວນ ຢູ່ເຂດຊາຍແດນເນາະ ອາດຈະມີການບຸກລຸກພື້ນທີ່ປ່າໄມ້ ແລ້ວສັດມັນກໍຈະເດີນທາງເຂົ້າໄປມາ ສອງຝາກ ໄທຍ ຫລື ວຽດນາມ ຖ້າການບຸກລຸກບໍ່ມີ ຕັດໄມ້ທໍາລາຍປ່າບໍ່ມີ ລ່າສັດບໍ່ຫລາຍ ເສືອແນ່ນອນມັນກໍຕ້ອງຫາກິນ ກັບມາຢູ່ພື້ນທີ່ປ່າ ຊາຍແດນ ລະຫວ່າງປະເທດ.”
ຂະນະດຽວກັນ ເຈົ້າໜ້າທີ່ອຸທຍານແຫ່ງຊາຕນ້ໍາແອດ-ພູເລີຍ ແຂວງຫົວພັນ ໄດ້ກ່າວວ່າ ສໍາລັບເສືອໂຄ່ງ ໃນເຂດອຸທຍານແຫ່ງຊາຕນ້ໍາແອດ-ພູເລີຍ ແຂວງຫົວພັນ ທີ່ຕິດກັບປະເທດວຽດນາມນີ້ ຕລອດໄລຍະເວລາເກືອບ 7 ປີ ກໍບໍ່ເຄີຍ ເຫັນເສືອໂຄ່ງຈັກເທື່ອ ແຕ່ໃນໄລຍະ ປີ 2016 ກໍພົບເສືອໂຄ່ງພຽງ 1 ໂຕເທົ່ານັ້ນ ຄາດວ່າຈະສູນພັນ ຫລື ອາດຈະໂຍກຍ້າຍບ່ອນທີ່ຢູ່ອາໄສ ໄປປ່າວຽດນາມ ຫລື ບໍ່ ກໍບໍ່ຮູ້ຄັກແນ່ ເຊິ່ງປັດຈຸບັນນີ້ ໃນເຂດອຸທຍານແຫ່ງຊາຕນ້ໍາແອດ-ພູເລີຍ ພົບເຫັນພຽງ ເສືອດາວ ເສືອລາຍເມກ ເສືອໄຟ ຢູ່ຈໍານວນນຶ່ງ ຜ່ານກ້ອງວີດີໂອ ທີ່ຕິດໄວ້.
“ເບື້ອງຕົ້ນປີ 2016 ມັນເຫລືອໂຕນຶ່ງຫັ້ນ ເຂົາເຫັນຢູ່ຮ່ອງຮອຍມັນ ບັດນີ້ມາປະເມີນ ປີ 2019 ນີ້ ບໍ່ເຫັນຮ່ອງຮອຍເລີຍ ກ້ອງມັນດັກ ມັນຖ່າຍບໍ່ໄດ້ຈັກໂຕເລີຍ ເຮົາຄິດວ່າມັນອາດສູນພັນໄປແລ້ວ ເສືອໂຄ່ງຫັ້ນນ່າ ບໍ່ຮູ້ຈະອອກໄປທາງວຽດນາມ ເຮົາບໍ່ມີຮົ້ວກັ້ນ ຮົ້ວກໍາແພງເດ້ເນາະ ປັດຈຸບັນຫາກເຫັນ ເສືອລາຍເມກ ເສືອແມວ ເສືອໄຟ ເສືອດໍານີ້ແຫລະ.”
ເຈົ້າໜ້າທີ່ອຸທຍານແຫ່ງຊາຕນ້ໍາແອດ-ພູເລີຍ ແຂວງຫົວພັນ ທ່ານກ່າວຕື່ມວ່າ ສາເຫດທີ່ເສືອສູນພັນ ຫລື ໂຍກຍ້າຍຖິ່ນຖານໄປບ່ອນອື່ນ ກໍຍ້ອນວ່າ ພວກມັນຖືກບຸກລຸກທີ່ຢູ່ອາໄສ ຖືກລ່າ ແລະ ປັດຈຸບັນນີ້ ກໍຍັງມີຄົນຍັງລັກລອບ ລ່າສັດປ່າຫາຍາກຢູ່ ຈາກທີ່ໄປປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງດ້ານ ອະນຸຮັກສັດປ່າ ແລະ ອົງການໄຊເຕສ (CITES) ພົບວ່າ ພວກໝີ ເສືອດໍາ ຊ້າງ ຍັງຖືກລ່າ ເອົາຊີ້ນສ່ວນໄປຂາຍ ເພາະມີລາຄາແພງ ສ່ວນໃຫຍ່ຈະສົ່ງຂາຍໄປຈີນ ໄປວຽດນາມ ເຊິ່ງບັນຫານີ້ ກໍຍັງເປັນເຣຶ່ອງທີ່ຫຍຸ້ງຍາກຫລາຍ ສໍາລັບເຈົ້າໜ້າທີ່ໃນອຸທຍານ ແຫ່ງຊາຕນ້ໍາແອດ-ພູເລີຍ ເພາະເຈົ້າໜ້າທີ່ ກໍມີໜ້ອຍ ເຊິ່ງມີພຽງ 70 ຄົນ ເທົ່ານັ້ນ ຂນາດທີ່ພື້ນປ່າ ມີເນື້ອທີ່ 400,000 ປາຍ ເຮັກຕ້າ ກ້ວາງໃຫຍ່ຫລາຍ ເຊິ່ງບາງພື້ນທີ່ກໍຍັງບໍ່ສາມາດເຂົ້າໄປໄດ້ຢ່າງທົ່ວເຖິງ.
“ຍັງມີ ຍັງມີ ສ່ວນຫລາຍກະຄົນລາວ ປະຊາຊົນພວກເຮົາ ກະໄປລ່າ ກະສົ່ງໃຫ້ແມ່ຄ້າຄົນກາງ ແລ້ວ ແມ່ຄ້າກາງ ສົ່ງໄປແມ່ຄ້າ ລະດັບຊາຕຫັ້ນນ່າ ເພາະນ້ໍາແອດ-ພູເລີຍ ຮ່ວມງານກັບລະດັບ ໄຊເຕສ (CITES) ກະໄດ້ປະຊຸມກັນທຸກໆປີ ກ່ຽວກັບການຄ້າຂາຍສັດປ່າ ຂ້າມຊາຕຫັ້ນເນາະ ຈັບໄດ້ຢູ່ເນາະ ເປັນ ງາຊ້າງເບາະ ເປັນເສືອດໍາ ອີ່ຫຍັງນີ້ນ່າ ເຮົາກໍຍັງມີບັນຫາເຮື້ອງ ເຈົ້າໜ້າທີ່ບໍ່ພຽງພໍ ກະແມ່ນພື້ນທີືເຮົາ 4-5 ແສນ ເຮັກຕ້າ.”
ສໍາລັບ ໃນອດິດທີ່ຜ່ານມາ ໃນໄລຍະປີ 2003 ແລະ 2004 ໃນເຂດປ່າສງວນແຫ່ງຊາຕ ນ້ໍາແອດ-ພູເລີຍ ເຄີຍພົບເສືອໂຄ່ງຈໍານວນ 7 ໂຕ ແຕ່ປັດຈຸບັນນີ້ແມ່ນບໍ່ເຫັນແລ້ວ ແລະ ປັດຈຸບັນນີ້ ໃນອຸທຍານແຫ່ງຊາຕນ້ໍາແອດ-ພູເລີຍ ເຈົ້າໜ້າທີ່ກໍໄດ້ພົບຊ້າງປ່າ 3 ໂຕ ຈາກທີ່ບໍ່ເຄີຍພົບເຫັນຊ້າງປ່າມາກ່ອນ ຄາດວ່າຍ້າຍຖິ່ນຖານມາຈາກເຂດອື່ນ ເພື່ອມາຫາກິນໃນເຂດອຸທຍານ ແຫ່ງຊາຕນ້ໍາແອດ-ພູເລີຍນີ້ ສ່ວນເຣື່ອງເສືອໂຄ່ງມີຄວາມຫວັງວ່າ ຈະໄດ້ເຫັນ ເພາະພື້ນທີ່ປ່າໄມ້ໃນອຸທຍານແຫ່ງຊາຕ ນ້ໍາແອດ-ພູເລີຍນີ້ ຍັງມີຄວາມອຸດົມສົມບຸນຫລາຍ ກ່ຽວກັບເຣື່ອງເສືອໂຄ່ງນີ້ ຊາວລາວສ່ວນໃຫຍ່ ກໍບໍ່ເຊື່ອວ່າ ປະເທດລາວຈະຍັງມີເສືອໂຄ່ງອາໄສຢູ່ແລ້ວ ໃນປັດຈຸບັນນີ້ ເພາະບໍ່ເຄີຍເຫັນພັກຣັຖ ເວົ້າວ່າ ພົບເສືອໂຄ່ງໃນລາວ ວ່າຍັງຄົງມີ ສາເຫດກໍຍ້ອນວ່າ ທີ່ຜ່ານມາໃນອດິດ ມີຄົນ ລ່າເອົາຊີ້ນສ່ວນໄປຂາຍໃຫ້ຕ່າງປະເທດ.
ດັ່ງ ຊາວລາວ ໃນແຂວງຄໍາມ່ວນ ທ່ານນຶ່ງກ່າວວ່າ:
“ຄັນເວົ້າເຣື່ອງເສືອໂຄ່ງນີ້ ຕາມການຕິດກ້ອງຂອງພວກສໍາຣວດສັດຫັ້ນ ບໍ່ພົບເຫັນ ຮ່ອງຮອຍຂອງມັນ ເພາະວ່າຜ່ານມານີ້ ມັນກະມີຊາວວຽດນາມ ແລະກໍຊາວລາວຂອງໄທເຮົາ ຄ້າກະດູກເສືອ ໃນເມື່ອກ່ອນ ເອົາໜັງ ແລະ ກໍເອົາດູກໄປຂາຍ.”
ດ້ານຊາວລາວ ອີກທ່ານນຶ່ງ ກໍກ່າວວ່າ ສາເຫດສ່ວນນຶ່ງ ທີ່ປະເທດລາວບໍ່ມີເສືອໂຄ່ງອາໄສຢູ່ ຍ້ອນ ປ່າໄມ້ໃນລາວຖືກທໍາລາຍ, ຖືກບຸກລຸກ. ແນ່ນອນພວກສັດ ປະເພດເສືອ ກໍຕ້ອງຫນີໄປຢູ່ບ່ອນອື່ນ ທີ່ຍັງອຸດົມສົມບຸນ ກວ່າ.
“ບໍ່ມີແລ້ວ ຄັນວ່າຖ້າແມ່ນເສືອໂຄ່ງນີ້ ບໍ່ຄອຍຈະໄດ້ຍິນ ບໍ່ຄ່ອຍໄດ້ຍິນຂ່າວແລ້ວດຽວນີ້ ມັນບໍ່ມີປ່າໄມ້ແລ້ວດຽວນີ້ ເພາະວ່າມັນເປັນບ້ານເຮືອນຂອງປະຊາຊົນຫລາຍແລ້ວ ເສືອໂຄ່ງ ສັດພວກນີ້ແທ້ໆ ມັນກໍຕ້ອງຢູ່ແບບເຂົາເຈົ້າບໍ່ຕັດໄມ້.”
ຊາວບ້ານ ໃນແຂວງຫົວພັນ ທ່ານນຶ່ງ ກ່າວວ່າ ເສືອໂຄ່ງໃນລາວ ບໍ່ມີແລ້ວ ຄິດວ່າມັນນ່າຈະຍ້າຍໄປບ່ອນອື່ນ ແພາະປັດຈຸບັນນີ້ ຄົນເຂົາໄປບຸກລຸກຜືນປ່າຫລາຍ ລວມເຖິງ ຍັງມີຄົນລັກລອບລ່າສັດອີກ ເພື່ອສົ່ງຂາຍຕ່າງປະເທດ.
“ໂອ້ ຄືຊິ້ບໍ່ມີແລ້ວ ມັນຍ້າຍບ່ອນຢູ່ ນ່າ ບໍ່ເຫັນ ສ່ວນຫລາຍເຂົາກະ ບຸກລຸກປ່າແດ່ ແລ້ວ ກະມີການລ່າເນື້ອ ຊ່ອງຫວ່າງ ມັນມີ ມັນໄດ້ ສ່ວນຫລາຍອອກຕ່າງປະເທດພຸ້ນ ແຫລະເນາະ.”
ໃນວັນທີ 15 ພືສຈິກາ ປີ 2022 ຕໍາຣວດສູນປາບປາມ ການລັກລອບຕັດໄມ້ ທໍາລາຍປ່າ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ຂອງໄທຍ ຈັບຄົນໄທຍ ໄດ້ 1 ຄົນ ພ້ອມຂອງກາງ ເປັນລູກເສືອໂຄ່ງສາຍພັນ ເບັ້ງກອລ ອາຍຸ ປະມານ 2 ເດືອນ ຈໍານວນ 4 ໂຕ ຕົວຜູ້ 2 ຕົວແມ່ 2 ໂດຍລັກລອບນໍາເຂົ້າ ມາຈາກປະເທດລາວ ແຕ່ບໍ່ລະບຸວ່າແຂວງໃດ ເພື່ອມາຂາຍຢູ່ແຂວງມຸກດາຫານ ປະເທດໄທຍ ໂຕລະ 5 ແສນບາທ. ຈາກນັ້ນ ວັນທີ 18 ມົກກະຣາ ເຈົ້າໜ້າທີ່ ປກສ ແລະ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງຄໍາມ່ວນ ໄດ້ຍຶດຊາກເສືອໂຄ່ງໄດ້ຈໍານວນ 3 ໂຕ ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ກໍາລັງຈະຖືກນໍາສົ່ງໄປຂາຍ ໃຫ້ກັບນາຍທຶນຊາວວຽດນາມ ໂດຍເສືອແຕ່ລະໂຕຢູ່ໃນສະພາບທີ່ຕາຍແລ້ວ ແລະຖືກຄົວເອົາເຄື່ອງໃນອອກຈົນໝົດ ຣວມນ້ໍາໜັກທັງໝົດ 434 ກິໂລກຣາມ.
ໃນປີ 2022 ທີ່ຜ່ານມາ ທ່ານບຸນທອນ ແສງທອງ ຕອນນັ້ນດໍາຣົງຕໍາແໜ່ງຮັກສາການ ກົມປ່າໄມ້ ກ່າວເຖິງເສືອໂຄ່ງໃນລາວວ່າ ແມ່ນ ປັດຈຸບັນນີ້ ພົບເຫັນໄດ້ຍາກ ຖ້າທຽບໃສ່ອດີດ ຖືວ່າຫລຸດໜ້ອຍຖອຍລົງຫລາຍ ເຖິ່ງເຫັນຜົນທີ່ພົບໂຕເສືອໂຄ່ງໄດ້ຍາກ ກໍຍ້ອນວ່າ ລະບົບນິເວດອ້ອມຂ້າງທີ່ຢູ່ອາໄສປ່ນແປງໄປ ລວມເຖິງແຫລ່ງອາຫານ ແລະຄວາມປອດພັຍບໍ່ມີ ສະນັ້ນ ເສືອໂຄ່ງ ແມ່ນຈັດຢູ່ໃນບັນຊີ ສັດຫວງຫ້າມ ຫ້າມຊື້-ຂາຍ ໂດຍອີງໃສ່ກົດໝາຍ ແລະຕາມສົນທິສັນຍາ ທີ່ປະເທດລາວ ເປັນພາຄີຮ່ວມກັບສາກົລ ໄຊເຕສ (CITES) ແມ່ນຫ້າມຄ້າຂາຍ ລະຫວ່າງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນສັທີ່ຕ້ອງອະນຸຣັກໄວ້ ປົກປັກຮັກສາບໍ່ໃຫ້ສູນພັນ ໂດຍທີ່ຜ່ານມາ ຣັຖບານລາວ ກໍມີການເຜີຍແຜ່ໂຄສະນາ ປູກຈິດສໍານຶກ ໃຫ້ຊາວລາວຮັບຮູ້ກົດໝາຍ ແລະ ຮູ້ຈັກ ຄຸ້ມຄອງປົກປັກຮັກສາສັດປ່າຫວງຫ້າມຕ່າງໆ ນອກຈາກເສືອໂຄ່ງ ນໍາດ້ວຍ ແລະ ທຸກປີ ຣັຖບານລາວກໍພຍາຍາມປູກປ່າ ໃຫ້ໄດ້ 70% ຂອງເນື້ອທີ່ປ່າທົ່ວປະເທດ. ເຖິງຢ່າງໃດກໍຕາມ ມາຕການ ຂອງພາກຣັຖທີ່ຜ່ານມາ ກໍຍັງບໍ່ໄດ້ຜົລດີເທົ່າທີ່ຄວນ ເພາະກໍຍັງ ມີຊາວລາວ ຍັງລັກລອບລ່າສັດປ່າ ບຸກລຸກປ່າໄມ້ ແລະການປູກປ່າຂອງພາກຣັຖ ກໍບໍ່ໄດ້ ບໍຣິການຮັກສາ ຕິດຕາມຕໍ່ເນື່ອງ ແລະກໍຍັງເກີດໄຟໄມ້ປ່າທຸກປີ. ເຖິງຢ່າງໃດກໍຕາມ ໃນປີ 2021 ອົງການກອງທຶນສັດປ່າໂລກ WWF ເຄີຍຖແຫລງການ ເຖິງເຣື່ອງ ເປົ້າໝາຍຂອງການເພີ່ມປະຊາກອນເສືອໂຄ່ງ ໃຫ້ໄດ້ 2 ເທົ່າ ທີ່ເຄີຍໃຫ້ຄໍາໝັ້ນສັນຍາເມື່ອ 12 ປີ ທີ່ແລ້ວ ຍັງໜ້າເປັນຫ່ວງຫລາຍ ເພາະໃນເຂດ ຕະເວັນອອກສ່ຽງໃຕ້ ຈໍານວນເສືອໂຄ່ງ ຍັງບໍ່ເພີ່ມຂຶ້ນ ເພາະເສືອໂຄ່ງ ຍັງພົບບັນຫາພັຍຄຸກຄາມຈາກຄົນທີ່ເຂົ້າໄປບຸກລຸກພື້ນທີ່ປ່າ ເຮັດໃຫ້ເສືອໂຄ່ງສູນເສັຍ ບ່ອນທີ່ຢູ່ອາໄສ ແລະ ອາຫານ ລວມເຖິງຍັງມີການລັກລອບຕັດໄມ້ທໍາລາຍປ່າ ການຂຍາຍພື້ນທີ່ ກະສິກັມຂອງຜູ້ຄົນ ແລະຍັງມີຂບວນການຄ້າເສືອໂຄ່ງ ແລະການວາງກັບດັກຂອງນັກລ່າສັດໄວ້ໃນປ່າ.
ໃນໄລຍະ 25 ປີ ຜ່ານມາ ງານວິຈັຍໄດ້ຣະບຸວ່າ ເສືອໂຄ່ງສູນພັນໄປຈາກກັມພູຊາ ລາວ ວຽດນາມ ແລະຍັງຄົງຫລຸດລົງ ໃນ ມາເລເຊັຍ ພະມ້າ ແລະຈະພົບໃນປະເທດໄທຍ ແຕ່ກໍບໍ່ຫລາຍ. ການວາງກັບດັກ ຂອງນັກລ່າສັດ ໃນພູມມີພາກຕາເວັນອອກສ່ຽງໃຕ້ ພົບວ່າມີຫລາຍກວ່າ 12 ລ້ານຊີ້ນ ໃນເຂດປ່າອະນຸຮັກ ໃນກັມພູຊາ ລາວ ວຽດນາມ ສ່ວນໃຫຍ່ເປັນປະເທດທີ່ພົບວ່າເສືອໂຄ່ງໄດ້ສູນພັນໄປຈາກປ່າແລ້ວ. ໃນໄລຍະປີ 2000 ຫາ 2018 ພູມມີພາກຕະເວັນອອກສ່ຽງໃຕ້ ພົບວ່າມີເສືອໂຄ່ງ ໃນກົງຂັງ 8,000 ໂຕ ໃນນັ້ນ ມີຈີນ ລາວ ໄທຍ ວຽດນາມ ກົດໝາຍ ກໍຍັງມີຊ່ອງໂຫວ່ ແຕ່ລະປະເທດ ຍັງບໍ່ເຂັ້ມແຂງ.