ຜົລຈາກນ້ຳຖ້ວມ ເຮັດໃຫ້ປະຊາຊົນຫຼາຍບ້ານ ບໍ່ມີໄຟຟ້າໃຊ້

ສຸພັດຕາ
2023.08.11
ຜົລຈາກນ້ຳຖ້ວມ ເຮັດໃຫ້ປະຊາຊົນຫຼາຍບ້ານ ບໍ່ມີໄຟຟ້າໃຊ້ ປະຊາຊົນກຳລັງເບິ່ງນ້ຳຂຶ້ນຖ້ວມສິ່ງຂອງ ທີ່ຢູ່ແຄມນ້ຳຂອງ, ນະຄອນຫຼວງວຽງຈັນ ວັນທີ 10 ສິງຫາ 2023.
ນັກຂ່າວ ພົລເມືອງ

ຕັ້ງແຕ່ຕົ້ນເດືອນສິງຫາ 2023 ມານີ້ ໄດ້ເກີດຝົນຕົກໜັກ ນໍ້າຖ້ວມໃນຫຼາຍແຂວງຂອງລາວ ເຮັດໃຫ້ລະບົບໄຟຟ້າ ຖືກຕັດຂາດໃນຫຼາຍພື້ນທີ່ ແລະບາງພື້ນທີ່ ໄຟຟ້າກັບມາໃຊ້ໄດ້ປົກກະຕິ, ແຕ່ບາງເມືອງ ຍັງໃຊ້ບໍ່ໄດ້ເປັນປົກກະຕິເທື່ອ ເປັນຕົ້ນ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ມີຊາວບ້ານ ຈໍານວນ 20 ບ້ານ ຍັງບໍ່ສາມາດກັບມາໃຊ້ໄຟຟ້າໄດ້ຢ່າງປົກກະຕິ ພາຍຫຼັງທີ່ເກີດດິນເຈື່ອນ ລົງມາທັບເສັ້ນທາງ ເຂດພູໄຮ ເມືອງຄູນຄໍາ ສູງເຖິງ 3-4 ແມັດ ແລະເສົາໄຟຟ້າ ກໍໄດ້ມາຫັກລົ້ມເສັຍຫາຍ ຈໍານວນຫຼາຍ ເຮັດໃຫ້ລະບົບໄຟຟ້າ ຖືກຕັດຂາດໄປທົ່ວເມືອງ ແລະປັດຈຸບັນ ເຈົ້າໜ້າທີ່ກໍາລັງເລັ່ງຂຸດດິນອອກ.

ເບື້ອງຕົ້ນ ພາກຣັຖ ນໍາເອົາກະແສໄຟຟ້າຈາກບໍຣິສັດນໍ້າເທີນ 2 ມາໃຊ້ກ່ອນ 1 ເມກາວັດ ໂດຍຈ່າຍໄຟຟ້າໄດ້ພຽງ 2 ບ້ານ ຄື ບ້ານໂພນຄໍາ ແລະບ້ານໂພນແກ້ວ ໃນເຂດເທສບານເມືອງຄູນຄໍາ ເທົ່ານັ້ນ ແລະ ຍັງບໍ່ສາມາດຈ່າຍໄຟຟ້າ ໄປທົ່ວເມືອງໄດ້.

ດັ່ງເຈົ້າໜ້າທີ່ໄຟຟ້າ ເມືອງຄູນຄໍາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 11 ສິງຫາ ນີ້ວ່າ:

“ດຽວນີ້ ເມືອງຄູນຄໍາ ເຮົາໃຊ້ໄດ້ແຕ່ 2 ບ້ານ ແລ້ວນອກຈາກນັ້ນ ແລ້ວຍັງບໍ່ທັນໄດ້ຈ່າຍອອກໄປເນາະ ເພາະວ່າເຮົາເອົາໄຟນໍ້າເທີນນັ້ນ ເພິ່ນໃຫ້ແຕ່ເມັກນຶ່ງເນາະ ຕາຂ່າຍເຮົາແລະຖືກຕັດຂາດໝົດບ່ອນຜາເຈື່ອນນີ້ນ່າ ກໍ່ສ້າງໄປຍັງບໍ່ໄດ້ ເພິ່ນທະລຸທາງກໍຍັງບໍ່ທັນ ໄດ້ຊັອດຊໍ້າຫັ້ນນ່າ ໄທເຮົາ ກໍຍັງທັນໄດ້ປະເມີນໄດ້ເນາະ.”

ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕຣຽມພ້ອມອຸປະກອນກໍ່ສ້າງພ້ອມແລ້ວ ແລະລໍຖ້າໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນໍາດິນເຈື່ອນທີ່ຖົມທັບເສັ້ນທາງ ພູໄຮ ອອກໃຫ້ໄດ້ໝົດກ່ອນ ແລ້ວກໍ່ສ້າງຕາຂ່າຍໄຟຟ້າຄືນໃໝ່ ເຊິ່ງການກໍ່ສ້າງຕາຂ່າຍໄຟຟ້າ ຄາດວ່າຈະສໍາເຣັດພາຍໃນ 2 ອາທິດ ແລະເມື່ອສໍາເຣັດແລ້ວ ສູນບໍຣິການໄຟຟ້າເມືອງຄູນຄໍາ ມີແຜນຈະດືງເອົາກະແສໄຟຟ້າ ມາຈາກສະຖານີໄຟຟ້າຄອນສົງ ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ມາໃຊ້ເພື່ອກະຈາຍໄຟຟ້າໃຫ້ຊາວບ້ານ.

“ດຽວນີ້ໄທເຮົານີ້ ກໍາລັງປະມວນອຸປະກອນ ສໍາຣວດແມ່ນຫຍັງ ແລ້ວໝົດແລ້ວ ຜອ ເພິ່ນຮັບຮູ້ໝົດແລ້ວ ເພິ່ນຈະຕໍາລົງແລ້ວເນາະ ກໍ່ສ້າງແທ້ໆມັນກໍ ຈະຢູ່ພາຍໃນ ອາທິດນຶ່ງ ສອງອາທິດກະແລ້ວເນາະ ເພິ່ນຕົກລົງກັນແລ້ວ ເພິ່ນຈະເອົາໄຟມາແຕ່ທາງສະຖານີຄອນສົງ ເມືອງປາກກະດິງ.”

ຂະນະທີ່ ຊາວບ້ານໃນເມືອງຄູນຄໍາ ທ່ານນຶ່ງ ກໍກ່າວວ່າ ຊາວບ້ານ ຍັງໃຊ້ຊີວິດຍາກລໍາບາກຫຼາຍ ເພາະບໍ່ມີໄຟຟ້າໃຊ້ ຍັງໃຕ້ທຽນໃຊ້ກັນຢູ່ ບາງຄົນມີເງິນ ກໍໃຊ້ລະບົບປັ່ນໄຟຂອງຕົນເອງ ສ່ວນໃຫຍ່ມີຜູ້ໃຈບຸນ ພາກັນຫຼັ່ງໄຫຼເຂົ້າມາບໍຣິຈາກ ເຄື່ອງຂອງໃຊ້ໃຫ້ຊາວບ້ານ ທີ່ຖືກຜົລກະທົບຈາກນໍ້າຖ້ວມ ຫຼາກຫຼາຍ:

“ຍັງບໍ່ມີເລີຍ ຍັງດໍາມືດຢູ່ ໄຟດັບເລີຍແຫຼະ ກະໃຊ້ທຽນຫັ້ນແຫຼະ ມັນກໍມີຫຼາຍພາກສ່ວນມາຊ່ວຍເຫຼືອບໍຣິຈາກ ເປັນທຽນເປັນຫຍັງ ເຂົາເຈົ້າກໍເອົາມາຕອນມັນສຸກເສີນ ກະບາງຄອບຄົວ ເຂົາເຈົ້າກະມີທ່າແຮງເຂົາເຈົ້າກະໃຊ້້ຈັກປັ່ນໄຟ ຂອງເຂົາເຈົ້າເອງ.”

ຂະນະດຽວກັນ ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ກໍກັບມາໃຊ້ໄຟຟ້າໄດ້ປົກກະຕິແລ້ວ ພາຍຫຼັງທີ່ດິນເຈື່ອນ ເສົາໄຟຟ້າຫັກລົ້ມ ເຮັດໃຫ້ໄຟຟ້າຖືກຕັດຂາດ ເຊິ່ງເຈົ້າໜ້າທີ່ໃຊ້ເວລາສ້ອມແປງໄຟຟ້າປະມານ 1 ອາທິດ.

ດັ່ງເຈົ້າໜ້າທີ່ ໄຟຟ້າເມືອງຄໍາເກີດ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:

“ໃຊ້ໄດ້ແລ້ວ ເຮົາສ້ອມແປງແລ້ວເດ້ ປະມານທິດນຶ່ງ ໄທເຮົາສ້ອມແປງ ມັນເປັນດິນເຈື່ອນເດ້ ດິນສະໄລ້ລົງ ແລ້ວເຮັດໃຫ້ເສົາເຮົາ ລົງນໍາເດ້.”

ນອກຈາກນີ້ ໃນວັນທີ 1 ຫາ ວັນທີ 8 ສິງຫາ 2023 ໃນແຂວງຊຽງຂວາງ ຂອບເຂດ 7 ເມືອງ ກໍປະສົບກັບໄຟຟ້າຖືກຕັດຂາດເຊັ່ນກັນ ຍ້ອນຝົນຕົກໜັກ ດິນເຊາະເສົາໄຟຟ້າລົ້ມລົງ, ຕົ້ນໄມ້ໃຫຍ່ລົ້ມທັບສາຍຕາຂ່າຍໄຟຟ້າ ເປ່ເພເສັຍຫາຍໄປຈໍານວນຫຼາຍ ແຕ່ທາງເຈົ້າໜ້າທີ່ໄຟຟ້າ ໃນແຂວງຊຽງຂວາງ ກໍເລັ່ງສ້ອມແປງໄດ້ສໍາເຣັດແລ້ວ ຊາວບ້ານກັບມາໃຊ້ໄຟຟ້າໄດ້ປົກກະຕິແລ້ວຄືເກົ່າ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ:

“ສ້ອມແປງໄດ້ປົກກະຕິແລ້ວ ອັນຢູ່ໃນເຂດເມືອງຄູນນີ້ ມັນມີ ມັນເກີດອຸບັດຕິເຫດ ທີ່ດິນສະໄລ້ລົງມາ ເຮັດໃຫ້ຕົ້ນໄມ້ມາທັບໃສ່ຕາຂ່າຍ ແລ້ວກະເຮັດໃຫ້ເກີດບໍ່ມີໄຟໃຊ້ ຊ່ວງໄລຍະນຶ່ງ.”

ສ່ວນທີ່ ທາງການໄຟຟ້າ ນະຄອນຫຼວງວຽງຈັນ ແຈ້ງການມອດໄຟໃນວັນທີ 10 ສິງຫາ 2023 ນັ້ນ ໃນເຂດບ້ານໂນນສະອາດ ເມືອງໄຊທານີ ບໍ່ໄດ້ກ່ຽວກັບນໍ້າຖ້ວມ ເຈົ້າໜ້າທີ່ ໄດ້ຍ້າຍຕາຂ່າຍໄຟຟ້າ ຈາກຈຸດເກົ່າໄປຕັ້ງບ່ອນໃໝ່ ໂດຍແຈ້ງມອດພຽງ 2 ຊົ່ວໂມງເທົ່ານັ້ນ ເຊິ່ງກໍສາມາດໃຊ້ໄດ້ປົກກະຕິແລ້ວ.

“ແມ່ນໆບໍ່ກ່ຽວນໍ້າຖ້ວມນ່າ ໃຊ້ໄດ້ປົກກະຕິແລ້ວ ເຮົາມອດບຶດດຽວນຶ່ງ ເມື່ອວານນີ້ ກໍມອດ 2 ຊົ່ວໂມງ ເມື່ອວານເຮົາໄດ້ກູ້ LSB ໄປຕິດຕັ້ງບ່ອນໃໝ່ເນາະ ເອົາຈາກຈຸດເກົ່າ ໄປຕິດຕັ້ງໃສ່ຈຸດໃໝ່”

ຢ່າງໃດກໍຕາມ ໃນເມືອງຄູນຄໍາ ແຂວງຄໍາມ່ວນ ນໍ້າກໍເຣີ່ມຫຼຸດລົງແລ້ວ ຊາວບ້ານທີ່ຢູ່ສູນອົພຍົບກໍໄດ້ກັບບ້ານກັນແລ້ວ ເພື່ອໄປເຮັດອານາໄມບ້ານເຮືອນ ແລະກໍຍັງມີຜູ້ໃຈບຸນ ທະຍອຍເຂົ້າມາບອກຣິຈາກ ເຂົ້າສານ, ອາຫານແຫ້ງຈໍານວນຫຼາຍ.

ອີງຕາມການຣາຍງານ ຂອງໜັງສືພິມ ຄໍາມ່ວນນິສ ຣາຍງານວ່າ ພາຍໃນແຂວງຄໍາມ່ວນ ທຸກເມືອງໄດ້ຮັບຜົລກະທົບ ຈາກຝົນຕົກ ນໍ້າຖ້ວມ ດິນເຈື່ອນ ຢ່າງໜັກໜ່ວງ ເປັນຕົ້ນ:

  • ເມືອງມະຫາໄຊ ໝໍ້ແປງໄຟຟ້າ ເສັຍຫາຍ 3 ໜ່ວຍ ເຊິ່ງໄດ້ແກ້ໄຂສໍາເຣັດແລ້ວ ແລະໄດ້ຮັບຜົລກະທົບຈາກນໍ້າຖ້ວມ 15 ບ້ານ ເຂດປ່າໝາມ, ບ້ານແກ້ງແປ.
  • ເມືອງບົວລະພາ ມີໝໍ້ແປງໄຟຟ້າເສັຍຫາຍ 1 ໜ່ວຍ ແລະມີເສົາໄຟຟ້າ 12 ແມັດລົ້ມ 1 ຕົ້ນ ແກ້ໄຂສໍາເຣັດແລ້ວ.
  • ເມືອງຫິນບູນ ມີເສົາໄຟຟ້າ 12 ແມັດ ລົ້ມ 4 ຕົ້ນ ເຂດບ້ານນາບົງ ຫາ ບ້ານອິນແປງເສັຍຫາຍ ພ້ອມດືງສາຍໄຟ 22 ກິໂລໂວ່ນ ແກ້ໄຂສໍາແລ້ວ ແລະເສົາໄຟຟ້າ 12 ແມັດ 2 ຕົ້ນ ຍັງບໍ່ສາມາດແກ້ໄຂສໍາເຣັດ ແລະພາບລວມໃນເມືອງຫິນບູນ ພົບວ່າ ຊາວບ້ານຖືກກະທົບ ລະບົບໄຟຟ້າ 24 ບ້ານ.
  • ເມືອງຍົມມະລາດ ມີໝໍ້ແປງໄຟຟ້າເສັຍຫາຍ 3 ໜ່ວຍ ແມ່ນຖືກໄຟໄໝ້.
  • ເມືອງໜອງບົກ ເສົາໄຟຟ້າ 14 ແມັດ ເສັຍຫາຍ 2 ຕົ້ນ ຢູ່ບ້ານທ່າມ່ວງ ເຊິ່ງມີຄວາມສ່ຽງ ຈະຖືກນໍ້າເຊາະເຈື່ອນ ຍັງບໍ່ທັນໄດ້ແກ້ໄຂ.
  • ເມືອງເຊບັ້ງໄຟ ຖືກນໍ້າຖ້ວມ 8 ບ້ານ ໄຟຟ້າຖືກຕັດຂາດໄລຍະນຶ່ງ ປັດຈຸບັນ ໄຟຟ້າກັບມາໃຊ້ໄດ້ເປັນປົກກະຕິແລ້ວ.
  • ເມືອງໄຊບົວທອງ ຕົ້ນໄມ້ຫັກທັບສາຍຕາຂ່າຍໄຟຟ້າ 22 ກິໂລໂວ່ນ ເຂດບ້ານຜາຂາດ ເຮັດໃຫ້ຟິວຂາດ ແກ້ໄຂສໍາເຣັດແລ້ວ.
  • ເມືອງຄູນຄໍາ ມີບ້ານຖືກນໍ້າຖ້ວມ 14 ບ້ານ ທົ່ວເມືອງ ມີ 22 ບ້ານ ໄຟຟ້າຖືກຕັດຂາດໝົດ ສາມາດແກ້ໄຂໄດ້ 2 ບ້ານ ແລະເມືອງນາກາຍ ຖືກນໍ້າຖ້ວມ 4 ຄຸ້ມບ້ານ ແລະສາມາດກັບມາໃຊ້ໄຟໄດ້ ປົກກະຕິແລ້ວ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.