ຊາວບ້ານ ຢູ່ເມືອງອາດສະພອນ ຕ້ອງສ້ອມແປງຖນົນ ເອົາເອງ
2023.08.24
ຫລັງຈາກທີ່ຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ໃນໄລຍະສັປດາທີ່ຜ່ານມາ ເຮັດໃຫ້ເສັ້ນທາງສັນຈອນ ໃນຫລາຍບ້ານ ຢູ່ເມືອງ ອາດສະພອນ ແຂວງສວັນນະເຂດ ເປ່ເພເສັຍຫາຍ ບາງບ່ອນຖືກຕັດຂາດ ເປັນບວກ ເປັນຂຸມ ເຮັດໃຫ້ ການເດີນທາງໄປ-ມາ ໃນພື້ນທີ່ ປະສົບຄວາມຫຍຸ້ງຍາກ. ກ່ຽວກັບເຣື່ອງນີ້, ໃນໄລຍະສັປດາທີ່ຜ່ານມາ ປະຊາຊົນຫລາຍບ້ານ ພາຍໃນເມືອງອາດສະພອນ ໄດ້ຊ່ວຍກັນສ້ອມແປງເສັ້ນທາງຄືນໃໝ່ຫລາຍຈຸດ ເຊັ່ນ ເສັ້ນທາງຈາກບ້ານດົງນາງາມ ເຂົ້າຫາເຂດໂຕເມືອງ ແມ່ນໄດ້ມີການວາງກະສອບຊາຍ ກັ້ນໄວ້ ແລະ ຖົມຂຸມ ແຕ່ລະຈຸດຕາມເສັ້ນທາງ, ເສັ້ນທາງແຕ່ລະຈຸດ ສຸມນາເລົ່າ ໄປຫາບ້ານນາຂາມ ແລະເສັ້ນທາງແຕ່ຫົວຂົວ ຫ້ວຍສັງຄຽງ ໄປຫາບ້ານໜອງເດີ່ນ ແມ່ນໄດ້ມີ ການສ້ອມແປງເສັ້ນທາງ ແລະ ຂົວເຂົ້າບ້ານຂອງຕົນ, ແຕ່ເຖິງຢ່າງໃດກໍຕາມ ເສັ້ນທາງການສັນຈອນໄປມາຫາສູ່ລະຫວ່າງ ບ້ານຕໍ່ບ້ານ ແລະ ບ້ານຕໍ່ເມືອງ ກໍຍັງບໍ່ສາມາດໃຊ້ການໄດ້ ພໍເທົ່າໃດ ເນື່ອງຈາກ ຍັງມີຝົນຕົກໜັກ.
ດັ່ງ ຊາວບ້ານ ຢູ່ບ້ານທາດດອກແກ້ວ ເມືອງອາດສະພອນ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ:
“ບ້ານທາດດອກແກ້ວ ໄປຫາບ້ານຜັກຂະຫຍ່າຫັ້ນນ່າ ແຖວເດີ່ນ...ຫັ້ນນ່າ ແມ່ນຂົວແຖວນັ້ນ ມັນຖ້ວມທາງເບີດ ມັນຄັ້ງທີ 3 ແລ້ວນ່າ ມັນແປງແລ້ວ ມັນກະຖ້ວມອີກໆ ແມ່ນອັ່ງແລ້ວອັ່ງອີກ ຄືຝົນມັນຕົກຢູ່ເນາະ ແປງສະພານອັນນັ້ນເທື່ອນ່າ ສຸກເສີນຊື່ໆ ແກ້ໄຂໄປກ່ອນ ພໍໃຫ້ຣົຖຖ້ຽວໄດ້ຫັ້ນນ່າ ຄັນມັນຖ້ວມຫລາຍ ກໍຖ້ຽວບໍ່ໄດ້ ມັນຕ້ອງໄດ້ຂີ່ເຮືອເນາະ.”
ຍານາງກ່າວຕື່ມວ່າ ຈາກນັ້ນ ໃນລະຫວ່າງວັນທີ 18-21 ສິງຫາ ທີ່ຜ່ານມາ ອໍານາຈການປົກຄອງ ເມືອງອາດສະພອນ, ຈຸດສຸມ-ກຸ່ມບ້ານ, ອໍານາຈການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຫລາຍບ້ານ ໄດ້ຮ່ວມກັນສ້ອງແປງເສັ້ນທາງເລຂທີ 10 ໃນຂອບເຂດຮັບຜິດຊອບບ້ານນາແຄ, ສ້ອມແປງເສັ້ນທາງ ແລະ ຂົວເຂົ້າບ້ານບຶງຜະເໜາະ ເພື່ອໃຫ້ສາມາດສັນຈອນໄປມາໄດ້.
ສໍາລັບການສ້ອມແປງຖນົນ ທີ່ໄດ້ຮັບຜົລກະທົບ ຈາກໄພພິບັດ ນ້ໍາຖ້ວມດັ່ງກ່າວນີ້ ແມ່ນດໍາເນີນການໂດຍ ພໍ່ແມ່ປະຊາຊົນ ພາຍໃນພື້ນທີ່ ຍ້ອນທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນຈັດສັນງົບປະມານ ມານໍາໃຊ້ເທື່ອ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຢູ່ເມືອງອາດສະພອນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ສ້ອມກໍສະເພາະໃນບ້ານ ໃນເມືອງເພີ່ນພຸ້ນແຫລະ ຖົມໃຫ້ມັນພຽງກັນນີ້ແຫລະ ຜູ້ທີ່ມີເງື່ອນໄຂເນາະ ບາງບ້ານບາງເມືອງທີ່ວ່າ ໃນຄອບຄົວທີ່ວ່າມີກົນຈັກໜັກ ກໍຄືວ່າມີຣົຖຖອກດິນ ມີຣົຖເກຕ ຣົຖຫຍັງນີ້ແຫລະ ຣົຖແທກເຕີຣ໌ນີ້ແຫລະ ຮ້ອງຂໍກັນ ຈ້າງກັນລາຄາຖືກເນາະ ມາຊ່ວຍກັນໂຕນີ້ຫັ້ນນ່າ ຈ້າງກັນກໍບໍ່ແມ່ນຈໍານວນເຕັມດອກ ແບບຄວາມໝາຍວ່າ ກໍຊ່ອຍໆກັນ ພໍໄດ້ເອົາແຕ່ນ້ໍາມັນ ບາງເທື່ອກໍແບບນີ້ຫັ້ນນ່າ ຖ້າມັນມີໂຕຂາດ ໂຕຫຍັງເນາະ ຫົນທາງ ເອົາກະສອບປ້ານກ່ອນ ພໍໃຫ້ສັນຈອນໄປແບບສະດວກ.”
ທ່ານກ່າວຕື່ມວ່າ ເມື່ອພໍ່ແມ່ປະຊາຊົນ ຈໍາເປັນຕ້ອງໄດ້ມາອອກແຮງງານລວມ ສິ່ງສໍາຄັນແມ່ນອາຫານການກິນ ໂດຍພວກຂະເຈົ້າ ຕ້ອງໄດ້ຫໍ່ມາແຕ່ບ້ານ ເພື່ອນໍາມາລະດົມກັນ ເຊິ່ງຕ້ອງໄດ້ເສັຍເງິນຊື້ ຍົກເວັ້ນໜໍ່ໄມ້ ທີ່ຊອກຫາໄດ້ແຕ່ປ່າ ຍ້ອນການຊ່ອຍກັນສ້ອມແປງທາງ ໃນແຕ່ລະເທື່ອ ຕ້ອງໄດ້ໃຊ້ໄລຍະເວລາ ໝົດມື້ ເຖິງແມ່ນວ່າ ປະຣິມານນ້ໍາຝົນ ຈະບໍ່ຫລາຍຄືເກົ່າແລ້ວ ເມື່ອທຽບໃສ່ໄລຍະຕົ້ນເດືອນ ສິງຫາ ທີ່ຜ່ານມາ ແຕ່ເຖິງຢ່າງໃດກໍຕາມ ຝົນກໍຍັງຄົງຕົກລົງມາເລື້ອຍໆ ປະກອບກັບປະຣິມານນ້ໍາຂອງ ທີ່ເພີ່ມສູງຂຶ້ນ ສົ່ງຜົລຕໍ່ລະດັບນ້ໍາເຊງ, ນ້ຳສາຂາ ເຮັດໃຫ້ຖນົນ ທີ່ຊາວບ້ານໄດ້ສ້ອມແປງເປ່ເພ ເສັຍຫາຍຕື່ມອີກ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ຖ້າວ່າຝົນ ມັນເລັ່ງຂຶ້ນມາ ກໍອາດມີໂອກາສ ໜັກຂຶ້ນມາອີກເນາະ ເພາະວ່າເຣີ່ມໜັກມາແຕ່ນ້ໍາຂອງພຸ້ນເດ້ ຍັງບໍທັນໄດ້ຫລຸດ ຍູ້ຂຶ້ນມາແບບນີ້ຫັ້ນນ່າ ເຮັດໃຫ້ມັນອັ່ງ ຖ້າວ່າຝົນບໍ່ຕົກຫັ້ນ ຄືປົກກະຕິໄປ ຈະບໍ່ລົ້ນຝັ່ງ ເວົ້າງ່າຍໆສາ ນ້ໍາທາງພຸ້ນມາ ເຮົາກະຖືກຜົລກະທົບ.”
ທີ່ຜ່ານມາ ຖນົນຫົນທາງ ພາຍໃນເມືອງອາດສະພອນ ແຂວງສວັນນະເຂດ ຍັງບໍ່ທັນໄດ້ຮັບການປັບປຸງພໍເທົ່າໃດ ມີແຕ່ສະເພາະຖນົນ ໃນເຂດເທສບານເທົ່ານັ້ນ ທີ່ໄດ້ຮັບການປູຍາງ ສ່ວນໃນພື້ນທີ່ເຂດນອກທັງໝົດ ແມ່ນຍັງເປັນທາງດິນແດງ ແລະເມື່ອຮອດຣະດູຝົນ ຫລື ນ້ໍາຖ້ວມ ປະຊາຊົນໃນພື້ນທີ່ ບໍ່ສາມາດເດີນທາງໄດ້ ແລະ ຕ້ອງໄດ້ລໍຖ້າໃຫ້ນ້ໍາຫລຸດລົງ ເພື່ອສ້ອມແປງຖນົນ.
ດັ່ງ ຊາວບ້ານ ຢູ່ບ້ານດົງນາງາມ ເມືອງອາດສະພອນ ນາງນຶ່ງກ່າວວ່າ:
“ອັນ ຢູ່ອາດສະພອນ ແລ້ວກໍໄປ ຂີ່ຣົຖໄປອີກ 2 ຫລັກ ກໍຮອດບ້ານຜັກຂະຫຍ່າແລ້ວ ຕໍ່ໄປກໍຮອດເລີຍ ປັດຈຸບັນນີ້ ພໍຝົນຕົກນ້ໍາຫາກໍຂຶ້ນໜ້ອຍນຶ່ງ ແຕ່ກີ້ນີ້ຫາກໍຂຶ້ນແຮງອິຫລີ່. ພໍດີສອງເທື່ອ ນ້ໍາຖ້ວມເຂົ້າຕາຍເລີຍ ຍາມຝົນໄປບໍ່ໄດ້ເລີຍ ບ້ານຈໍາພວກນີ້ນ່າ ແມ່ນ ບ້ານດົງນາງາມ ບ້ານອິຫຍັງນີ້ນ່າ ໄປບໍ່ໄດ້ ໂຕທີ່ເຈົ້າເວົ້າມານີ້ນ່າ ທາງມັນເປື້ອນແຮງ ແມ່ນ ຈຸດສຸມ ເຮົາໄປຂາຍເຄື່ອງຢູ່ ອັນນີ້ມັນກໍຈົນບໍ່ໄດ້ໄປ ມັນໄປບໍ່ໄດ້ທາງຍາກ ຣົຖໄຖຍັງໄປບໍ່ຢາກໄດ້.”
ສໍາລັບເຫດນ້ໍາຖ້ວມ ໃນເຂດໂຕເມືອງອາດສະພອນ ບໍ່ທັນໄດ້ເປັນບັນຫາ ຫລາຍ ຄືເຂດນອກ ເນື່ອງຈາກທາງສັນຈອນເປັນຖນົນປູຍາງ ແລະ ນ້ໍາຂັງບໍ່ດົນກໍແຫ້ງ ອີກທັງ ທາງການລາວ ກໍມີແຜນຈະປູທາງຍາງເພີ່ມ ເພື່ອເຊື່ອມໂຍງເມືອງອາດສະພອນ ໄປຍັງບ້ານຕ່າງໆ ຫລາຍຂຶ້ນ.
ດັ່ງຊາວບ້ານ ຢູ່ເຂດໃນເຂດເທສບານ ເມືອງອາດສະພອນ ນາງນຶ່ງກ່າວວ່າ:
“ເປັນນ້ໍາຂັງຊື່ໆ ແລ້ວນ້ໍາຝົນມັນກໍຕົກຂັງຫັ້ນນ່າ ຖ້ວມກໍໄປມາບໍ່ໄດ້ຫັ້ນນ່າ ຄືວ່າຝົນຕົກ 3-4 ມື້ ມັນກໍຂັງໜ້ອຍນຶ່ງ 3-4 ມື້ ແລ້ວມັນກໍແຫ້ງແບບນັ້ນຫັ້ນນ່າ ກໍແຜນເພີ່ນຊິປູແລ້ວເດ້ ເພີ່ນອອກແລ້ວນ່າ ເພິ່ນລົງຄໍານວນຮຽບຮ້ອຍ ເພີ່ນຊິປູປີໜ້ານີ້ບໍ່.”
ອີງຕາມການຣາຍງານ ຂອງຫ້ອງການຖແຫລງຂ່າວ, ວັທນະທັມ ແລະ ການທ່ອງທ່ຽວ ເມືອງອາດສະພອນ ແຂວງສວັນນະເຂດ ໃນມື້ວັນທີ 3 ສິງຫາ 2023 ທີ່ຜ່ານນີ້ ລະບຸວ່າ ນັບແຕ່ ວັນທີ 31 ກໍຣະກະດາ ທີ່ຜ່ານມາ ຝົນຕົກໜັກຕິດຕໍ່ກັນຫລາຍມື້ ໃນເມືອງອາດສະພອນ ເຮັດໃຫ້ນ້ໍາຖ້ວມ, ນ້ໍາລົ້ນຝັ່ງ ຕາມສາຍເຊຈໍາພອນ, ເຊນ້ອຍ ແລະ ເຊສາຂາ ເປັນຕົ້ນ ຫ້ວຍພຸງ, ຫ້ວຍໄລ່, ຫ້ວຍກູ້ ແລະ ຫ້ວຍລະຮັງ ໄດ້ໄຫລປ່ອງໃສ່ກັນ ຈົນເກີດນ້ໍາລົ້ນຝັ່ງ ໄຫລເຂົ້າຖ້ວມເນື້ອທີ່ນາ, ເນື້ອທີ່ທໍາການຜລິດ, ຮົ້ວ, ສວນ ຕລອດ ຮອດເດີ່ນຫຍ້າ ລ້ຽງສັດຂອງປະຊາຊົນ ໃນນີ້ ມີ 28 ບ້ານ, 5,110 ຄອບຄົວ, ມີພົລເມືອງ 19,278 ຄົນ ໄດ້ຮັບຜົລກະທົບ ຈາກເຫດການດັ່ງກ່າວ.
ຈາກນັ້ນ ໃນລະຫວ່າງວັນທີ 13-15 ສິງຫາ ທີ່ຜ່ານມາ ເຂດຈຸດສຸມແກ້ງໝົ່ນ ເມືອງອາດສະພອນ ກໍໄດ້ຖືກຜົລກະທົບ ຈາກສະພາບນ້ໍາຖ້ວມເປັນຮອບທີ 2 ຂອງປີ 2023 ເຮັດໃຫ້ພື້ນທີ່ ທໍາການຜລິດຂ້າງນາປີ ແລະ ຮົ້ວ ໄດ້ຮັບຜົລກະທົບ ແລະ ເຖິງແມ່ນວ່າ ເຫຕຝົນຕົກໜັກ ຈະຜ່ານໄປແລ້ວຫລາຍມື້ ແຕ່ລະດັບນ້ໍາ ກໍຍັງເພີ່ມຂຶ້ນຫລາຍ ເຮັດໃຫ້ເສັ້ນທາງສັນຈອນໄປມາ ລະຫວ່າງ ບ້ານຫາບ້ານ ແລະ ເມືອງຫາເມືອງ ຖືກຕັດຂາດ ໂດຍສະເພາະ ແມ່ນສາຍທາງເລຂທີ 10.