ນັກລົງທຶນ ຕ່າງຊາຕສ້າງສນາມກັອຟ ແລະ ຣີສອດ ຫຼາຍບ່ອນໃນລາວ
2023.08.22
ປັດຈຸບັນມີບໍຣິສັດຕ່າງຊາຕ ເຂົ້າມາລົງທຶນສ້າງສນາມກັອຟ ຢູ່ຫຼາຍແຂວງໃນ ສປປ ລາວ ບໍ່ວ່າຈະເປັນໂຄງການ ຣີສອດ, ສນາມກັອຟສາກົລ ພູກີ່ວລົມ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂຄງການສນາມກັອຟ ສີທັນດອນ ຢູ່ເຂດເສຖກິຈພິເສດ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ ແລະ ຫຼ້າສຸດສນາມກັອຟ ໃນເຂດເສຖກິຈ ພິເສດບຶງທາດຫຼວງ ຢູ່ນະຄອນຫຼວງວຽງຈັນໂດຍທັງໝົດນີ້ ເປັນໂຄງການຂອງນັກລົງທຶນຈີນ ທີ່ເຂົ້າມາລົງທຶນ.
ໃນເດືອນເມສາປີ 2023 ທີ່ຜ່ານມາ ບໍຣິສັດ ລາວທາດຫຼວງລົງທຶນ ພັທນາ ຈໍາກັດ ໄດ້ຈັດພິທີລົງນາມສັນຍາຮ່ວມມືກັບບໍຣິສັດ ຟໍໂດ້ ດີຊາຍ ເພື່ອອກແບບສນາມກັອຟ 18 ຂຸມ ໃນເຂດເສຖກິຈພິເສດບຶງທາດຫຼວງ ເພື່ອພັທນາ ແລະ ດຶງດູດການທ່ອງທ່ຽວ ລວມໄປເຖິງການດຶງດູດ ການລົງທຶນເຂົ້າມາໃນ ສປປ ລາວ.
ປັດຈຸບັນ ຍັງຢູ່ໃນຂັ້ນຕອນຫາລື ແລະ ອອກແບບເຊິ່ງມີແຜນຈະເຣີ້ມສ້າງໃນປີ 2024 ສ່ວນກຳມະສິດຄວາມເປັນເຈົ້າຂອງນັ້ນຍັງບໍ່ຮູ້ຄັກແນ່ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຜູ້ຂໍສງວນ ສື່ແລະຕຳແໜ່ງກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 21 ສິງຫາ 2023 ນີ້ວ່າ.
“ຍັງບໍ່ທັນແລ້ວເທື່ອເນາະ ເພາະວ່າຕອນນີ້ແມ່ນຢູ່ໃນຂັ້ນຕອນ ອອກແບບເພິ່ນກຳລັງວາງແຜນ ຄາດວ່າຈະສ້າງແມ່ນປີ 2024 ພຸ້ນແຫຼະເຈົ້າປີໜ້າໂຕນີ້ ເຮົາກໍບໍ່ຮູ້ຄືກັນເນາະເພາະວ່າ ມັນມີນັກລົງທຶນເຂົ້າມາແລ້ວແຕ່ວ່າຕອນນີ້ຍັງບໍ່ຮູ້ວ່າ ແມ່ນຜູ້ໃດຖືຮຸ້ນແນ່ເພິ່ນກໍຍັງລົມກັນ ເຈົ້າເຮົາກໍຍັງບໍ່ຮູ້ຣາຍລະອຽດ.”
ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມ ຊາວບ້ານບໍຣິເວນເຂດເສຖກິຈພິເສດ ບຶງທາດຫຼວງ ເພີ່ມ, ແຕ່ຊາວບ້ານສ່ວນໃຫຍ່ ຍັງບໍ່ທັນຮູ້ເທື່ອວ່າ ຈະມີການສ້າງສນາມກັອຟ ຢູ່ບໍຣິເວັນດັ່ງກ່າວ.
ໃນວັນທີ 04 ສິງຫາ ທີ່ຜ່ານມາ ສນາມກັອຟ ສາກົລ ພູກີ່ວລົມ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳໄດ້ທົດລອງເປີດໃຫ້ບໍຣິການ ສນາມກັອຟ ທີ່ສ້າງສຳເຣັດແລ້ວທັງ 9 ຂຸມ ແລະ ຄາດການວ່າຈະສືບຕໍ່ກໍ່ສ້າງໃຫ້ໄດ້ອີກ 9 ຂຸມໃນທ້າຍເດືອນຕຸລາທີ່ຈະມາເຖິງນີ້. ສນາມ ກັອຟແຫ່ງນີ້ມີເນື້ອທີ່ລວມ 153 ເຮັກຕ້າຣ໌ ຈຳນວນທັງໝົດ 18 ຂຸມ ເນື້ອທີ່ສ່ວນນຶ່ງຂອງສນາມກັອຟ ໄດ້ກວມເອົາດິນສວນດິນນາ ຂອງຊາວບ້ານບໍຣິເວັນ ບ້ານໃຫຍ່ສີເມືອງງາມ ບ້ານສີບຸນເຮືອງ ເຊິ່ງທີ່ຜ່ານມາ ທາງໂຄງການກໍມີການຊົດເຊີຍ ຄ່າດິນໃຫ້ຊາວບ້ານແລ້ວ ແຕ່ຊາວບ້ານບາງສ່ວນ ເຫັນວ່າຄ່າຊົດເຊີຍນັ້ນ ຍັງຖືວ່າຕໍ່າກ່ວາ ລາຄາຕລາດ.
ຫຼັງຈາກທົດລອງ ໃຫ້ບໍຣິການມາແລ້ວ ໄລຍະນຶ່ງສນາມກັອຟສາກົລ ພູກີ່ວລົມ ມີນັກທ່ອງທ່ຽງຫຼາຍສັນຊາຕ ໃຊ້ບໍຣິການແລ້ວ ເປັນຕົ້ນນັກທ່ອງທ່ຽວຈີນ ແລະໄທຍ.
ດັ່ງຄົນຂັບຣົຖຕູ້ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ:
“ເປີດໃຊ້ແລ້ວເຈົ້າ. ແມ່ນມີສນາມດຣາຍຟ໌ ພ້ອມ ແມ່ນຍັງບໍ່ເສັດ 9 ຫຼຸມ ເສັດອີກ 9 ຫຼຸມຍັງບໍ່ເສັດຊ່ວງນີ້ມັນມີຈີນສ່ວນໃຫຍ່ ຈີນກໍມີ ໄທຍກໍມີ ແມ່ນຫຼາຍສັນຊາຕໝົດແຫຼະ.”
ມີຊາວບ້ານສ່ວນນຶ່ງເທົ່ານັ້ນ ທີ່ໄດ້ປໂຍດຈາກການກໍ່ສ້າງ ສນາມກັອຟສາກົລພູກີ່ວລົມ ຜ່ານການຮັບສມັກງານຕ່າງໆເປັນຕົ້ນ ແຄດດີ້ສນາມກັອຟ ແຕ່ຊາວບ້ານອ້ອມຂ້າງ ທີ່ເຮັດທຸຣະກິຈອື່ ໆ ອາດບໍ່ໄດ້ຮັບປໂຍດຫຼາຍປານໃດ ຈາກນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍຣິການ ສນາມກັອຟ ເປັນຕົ້ນທຸຣະກິຈເຮືອນພັກ ແບບທົ່ວໄປ ທີ່ບໍ່ສາມາດຮັບຮອງນັກທ່ອງທ່ຽວເຫຼົ່ານີ້ໄດ້ ຍ້ອນນັກທ່ອງທ່ຽວເຫຼົ່ານີ້ ຈະພັກຢູ່ໂຮງແຮມ ທີ່ມີຄວາມສະດວກສະບາຍ ຫຼາຍກ່ວາ.
ດັ່ງຜູ້ປະກອບການ ທີ່ພັກຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ:
“ກໍບໍ່ຮູ້ວ່າຄົນໃນພື້ນທີ່ໄດ້ປໂຍດຫຍັງ ບໍ່ຄືເປັນອານາຈັກຂອງສນາມກັອຟແລ້ວເນາະ ຄົນໃນພື້ນທີ່ກໍອາດຈະບໍ່ໄດ້ປໂຍດອິຫຍັງຫຼາຍ ດອກຄືປໂຍດກໍຄືພວກເຂດນີ້ ອາດຈະມີວຽກເຮັດງານທຳຂຶ້ນ ທີ່ເຂົາໃຫ້ເປັນເງິນເດືອນເຂົາມາຕີກັອຟ ຕີຫຍັງ ເຂົາລະດັບນັ້ນບ້ານພັກເອື້ອຍ ບໍ່ແມ່ນລະດັບ 5 ດາວ 6 ດາວອິຫຍັງຫັ້ນນ່າ. ພວກຜູ້ໃຫຍ່ ເຂົາມາ ເຂົາກໍຕ້ອງໄປພັກທີ່ມັນດີໆຫັ້ນນ່າ.”
ສນາມກັອຟ ຂອງ ບໍຣິສັດ ຮ່ວມພັທນາ ສີທັນດອນ ຈຳກັດ ຂອງນັກລົງທຶນຈີນຢູ່ເຂດເສຖກິຈ ພິເສດສີທັນດອນ ເມືອງໂຂງແຂວງຈຳປາສັກ ປັດຈຸບັນຍັງບໍ່ທັນສ້າງເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວວ່າເ
“ຕອນນີ້ເພິ່ນຍັງກະກຽມລົງມືຢູ່ ແຕ່ວ່າຂັ້ນຕອນແລ້ວສໍາເຣັດ ຍັງບໍ່ທັນຮູ້ຣາຍລະອຽດນໍາເພິ່ນ ເພິ່ນກຳລັງສ້າງຢູ່ຫັ້ນແຫຼະປັບປຸງ ໃຫ້ເປັນແຫຼ່ງທ່ອງທ່ຽວ ໃຫ້ນັກທ່ອງທ່ຽວເຂົ້າມາຊົມໃຊ້.”
ປັດຈຸບັນ ສນາມກັອຟຢູ່ເຂດເສຖກິຈພິເສດ ສີທັນດອນນັ້ນ ທໍາພິທີວາງສີລາຣຶກ ແລະ ຕິດປ້າຍໂຄງການໄວ້ແລ້ວ ແຕ່ຍັງບໍ່ທັນມີການບຸກເບີກເທື່ອ ໂດຍເນື້ອທີ່ໂຄງການສ່ວນນຶ່ງ ກວມເອົາດິນສວນ ຂອງຊາວບ້ານ ແລະຍັງມີຊາວບ້ານບາງສ່ວນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
ດັ່ງຊາວ ບ້ານຢູ່ເມືອງໂຂງ ແຂວງຈຳປາສັກກ່າວວ່າ:
“ບໍ່ທັນເຮັດເຂົາຕິດປ້າຍສື່ ໆ ເຂົາກໍມາເປີດວາງສີລາເລີກ ແຕ່ວ່າເຂົາບໍ່ທັນໄດ້ບຸກເບີກ ເຫັນແຕ່ເຂົາເຮັດຕົ້ນທາງເຂົ້າສື່ໆ ດຶງຫຼັກເຂົ້າສື່ໆ ດຶງສາຍໄຟເຂົ້າສື່ໆ ຂັ້ນເທີງເຂົາກໍເຫັນດີດອກ ນາຍທຶນເຂົາເຮັດປະຊາຊົນດິນດອນ ຕອນຫຍ້າ ເຂົາບໍ່ໄດ້ຊົດເຊີຍໃຫ້ເຂົາກໍມີບາງອັນນີ້.”
ນອກຈາກສນາມກັອຟດັ່ງກ່າວຍັງມີການສໍາຣວດຄວາມເປັນໄປໄດ້ໃນການສ້າງສນາມກັອຟອີກຫຼາຍບ່ອນໃນ ສປປ ລາວ ເປັນຕົ້ນໃນປີ 2020 ນັກລົງທຶນຈີນໄດ້ຮັບອະນຸຍາດໃຫ້ສຳຣວດສຶກສາຄວາມເປັນໄປໄດ້ໃນການສ້າງສນາມກ໊ອຟ ຢູ່ເຂດບໍ່ເຕັນ ເມືອງ ແລະ ແຂວງຫລວງນ້ຳທາ ທີ່ຢູ່ໃນໂຄງການເຂດເສຖກິດພິເສດບໍ່ເຕັນ
ໃນປີ 2022 ຊາວຢູ່ເຂດບ້ານປາກເປາະ ແລະ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ໄດ້ຖືກໂຄງການ ພັທນາອຸດສາຫະກັມ ທ່ອງທ່ຽວ ແລະສນາມກັອຟ ຂອງ ບໍຣິສັດ ວັງ ວິລລີ ຮິວ ຈຳກັດ (Vang Villy Hill Company Limited) ກວມເອົາທີ່ດິນ ເຮັດການກະເສດ ແລະດິນ ສຳລັບລ້ຽງສັດ ເປັນຈຳນວນຫຼາຍ ເຮັກຕ້າຣ໌ ຊາວບ້ານບາງສ່ວນບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ແລະ ຫຼ້າສຸດໃນປີ 2023 ນີ້ ບໍຣິສັດ Seojin Engineering and Construction ຈໍາກັດ ຂອງເກົາຫລີໃຕ້ ກໍມີແຜນກໍ່ສ້າງສນາມກັອຟ ແລະຣີສອດ ຢູ່ບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາກມີການກໍ່ສ້າງຈະມີຊາວບ້ານ 200 ຄອບຄົວໄດ້ຮັບຜົລກະທົບ.