ໃນມື້ວັນທີ 15 ສິງຫາ 2023 ນີ້ ທ່ານສົມລິດ ສຸພັດດີ ຮອງຫົວໜ້າແຜນການ ແລະການລົງທຶນ ແຂວງໄຊສົມບູນ ໄດ້ຣາຍງານໃນກອງປະຊຸມ ຖອດຖອນບົດຮຽນ ວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນເອກກະຊົນ ພາຍໃນ ແລະຕ່າງປະເທດ ຢູ່ແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ ວ່າ ມາຮອດປັດຈຸບັນ ທົ່ວແຂວງໄຊສົມບູນ ມີໂຄງການລົງທຶນທັງໝົດ ກວ່າ 100 ໂຄງການ ໃນນີ້ ປະກອບດ້ວຍ ໂຄງການຂຸດຄົ້ນບໍ່ແຮ່, ຊອກຄົ້ນແຮ່ທາດ, ໂຄງການສົ່ງເສີມກະສິກັມປ່າໄມ້, ໂຄງການສົ່ງເສີມການທ່ອງທ່ຽວ ແລະໂຄງການພະລັງງານແລະໄຟຟ້າ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫາ 2023 ນີ້ວ່າ:
“ກະມີຫຼາຍ ບໍ່ຈື່ນ່າ ມັນກໍມີຫຼາຍພາກສ່ວນຫັັ້ນແຫຼະ ຕາມທ່າແຮງຂອງແຂວງຫັ້ນແຫຼະ ກໍມີກະສິກັມ, ມີທ່ອງທ່ຽວ, ມີໄຟຟ້າ, ມີບໍ່ແຮ່ ແລ້ວກໍມີ ການເຊື່ອມຈອດເຊື່ອມໂຍງເນາະ ມັນກໍເປັນພັທນາພື້ນຖານໂຄງຮ່າງ ຄົມມະນາຄົມຫັ້ນແຫຼະ.”
ແຂວງໄຊສົມບູນ ເປັນແຂວງນຶ່ງ ທີ່ມີການຂຸດຄົ້ນແຮ່ທາດຫຼາຍ ໂດຍມີການຂຸດຄົ້ນແຮ່ທາດປະເພດຕ່າງໆ ເຖິງ 7 ໂຄງການ ທີ່ເປັນໂຄງການຂນາດໃຫຍ່ ຊຶ່ງສ່ວນຫຼາຍເປັນຂອງຈີນ ເປັນຕົ້ນ ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດບໍ່ແຮ່ ໄທຊານ ມິງຈີນ ລາວ ຂອງນັກລົງທຶນຈີນ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ, ໂຄງການສໍາຣວດແຮ່ຄໍາ ແລະແຮ່ຕິດພັນ ຂອງບໍຣິສັດ ລາວຍູນນານ ຫວູຖ່ານ ຂວາງເຍ່ ຂອງນັກລົງທຶນຈີນ ຢູ່ບ້ານພູກະທະ ເມືອງຮົ່ມ ແລະໂຄງການຊອກຄົ້ນ, ສໍາຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຂອງບໍຣິສັດ ໂຈ້ບຸນມີ ພັທນາແຮ່ທາດ ຈໍາກັດຜູ້ດຽວ ຢູ່ບ້ານນາດີ ເມືອງລ້ອງແຈ້ງ, ບ້ານລ່ອງແຈ້ງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ເປັນບໍຣິເວນທີ່ມີແຮ່ທາດຫຼາຍ ບໍ່ວ່າຈະເປັນ ເຫຼັກ, ຄໍາ, ທອງ ແລະຫິນກຣານິຕ ເຮັດໃຫ້ຫຼາຍບໍຣິສັດ ບໍ່ວ່າຈະເປັນ ຂອງນັກລົງທຶນລາວ ຮ່ວມກັບນັກລົງທຶນຈີນ ແລະນັກລົງທຶນວຽດນາມ ເຂົ້າມາສັມປະທານ ຂຸດຄົ້ນ ແລະສໍາຣວດແຮ່ທາດ.
ຊາວບ້ານສ່ວນໃຫຍ່ນັ້ນ ບໍ່ໄດ້ເຫັນດີກັບການຂຸດຄົ້ນ ແຮ່ທາດປານໃດ ຍ້ອນສ້າງຜົລກະທົບຫຼາຍດ້ານ ເປັນຕົ້ນ ເຮັດໃຫ້ຖນົນຫົນທາງ ໃນບໍຣິເວນບ້ານເປ່ເພ ຍ້ອນໃນແຕ່ລະມື້ ມີຣົຖບັນທຸກຂົນແຮ່ທາດແລ່ນຜ່ານ 100 ກວ່າຄັນ ໂຄງການຂຸດຄົ້ນບາງບ່ອນ ເຮັດຖືກທີ່ດິນເຮັດໄຮ່ເຮັດສວນປະຊາຊົນ ແລະທີ່ຊາວບ້ານກັງວົນຫຼາຍທີ່ສຸດ ແມ່ນຜົລກະທົບດ້ານສິ່ງແວດລ້ອມ ທີ່ຈະເກີດຂຶ້ນໃນໄລຍະຍາວ.
ດັ່ງຊາວບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທ່ານນຶ່ງ ກ່າວວ່າ:
“ໂດຍຮວມກະບໍ່ເຫັນດີ ແຕ່ວ່າມັນກະຍ້ອນວ່າ ນະໂຍບາຍຂອງຣັຖບານເນາະ ທີ່ອະນຸຍາດແລ້ວກໍຈໍາເປັນ ລະກະຕ້ອງໄດ້ໄປຕາມເນາະ ໂດຍລວມນີ້ ຜົລກະທົບຂະເຈົ້າກະບໍ່ມັກຫັ້ນແຫຼະ ເວົ້າແທ້ແຕ່ມັນກໍຈໍາເປັນ ເພາະການພັທນາ ຂອງຣັຖຫັ້ນນ່າ ໂດຍສະເພາະແລະມ່ນ ການຂຸດຄົ້ນແຮ່ເຫຼັກນີ້ ອັນຕລາຍຫຼາຍ ຫ້ວຍໜອງຄອງບືງບໍຣິເວນດັ່ງກ່າວ ບໍ່ມີການບໍາບັດເລີຍນໍ້າເສັຍເຂົາລ້າງແຮ່ເຫຼັກ ກໍປ່ອຍລົງໃສ່ນໍ້າທັມມະຊາຕ ກະທົບເຖິງໄຮ່ນາ ປ່າທ້າງ ປູ, ປາ, ກຸ້ງ, ຫອຍ ທີ່ຢູ່ໃນທັມມະຊາຕຫັ້ນ ຖືວ່າໝົດໂອ່ ຊິກະທົບປະຊາຊົນ ຍາວນານຢູ່ ບັນຫານີ້.”
ປັດຈຸບັນ ຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ມີບໍຣິສັດຈີນ ເຂົ້າມາຂຸດຄົ້ນແຮ່ຄໍາຫຼາຍ ເຖິງແມ່ນວ່າ ບໍ່ແຮ່ທີ່ຂຸດ ຈະບໍ່ໄດ້ກວມບໍຣິເວນກວ້າງ ແຕ່ມີການຂຸດຄົ້ນຫຼາຍຈຸດ ກະຈາຍຢູ່ໃນເຂດບ້ານ ແລະບ່ອນອ້ອມຂ້າງ.
ດັ່ງຊາວບ້ານ ບ້ານຜາລະແວກ ທ່ານນຶ່ງ ກ່າວວ່າ:
“ມີ ຂະເຈົ້າມີແຕ່ມາຂຸດ ແບບນ້ອຍໆຫັ້ນ ຄົນຈີນຂະເຈົ້າມາເຮັດ ເຮັດກະຈັດກະຈາຍຢູ່ຫັ້ນນ່າ ຂະເຈົ້າເຮັດຫຼາຍຈຸດ ເພາະວ່າ ຂະເຈົ້າວ່າ ຄໍາມັນບໍ່ຫຼາຍ ມັນຢູ່ກະຈັດກະຈາຍ ແລ້ວຂະເຈົ້າ ເຮັດຕາມແຕ່ລະຈຸດຫັ້ນນ່າ ຂະເຈົ້າເຂົ້າຫາກະມາສໍາຣວດໄດ້ 2-3 ປີນີ່ແຫຼະ ປີນີ້ຂະເຈົ້າວ່າ ຂະເຈົ້າສິເອົາຈິງເອົາຈັງ.”
ຜົລກະທົບຈາກການຂຸດຄົ້ນ ແລະສໍາຣວດແຮ່ທາດ ແມ່ນປະຊາຊົນຫຼາຍຄອບຄົວ ຕ້ອງສູນເສັຍທີ່ດິນເຮັດການກະເສດ ຍ້ອນບໍຣິສັດ ນໍາຣົຖຈົກດິນມາບຸກເບີກທາງ ເຂົ້າໄປຍັງບ່ອນສໍາຣວດ ປັດຈຸບັນ ຊາວບ້ານຫຼາຍຄອບຄົວ ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍໃດໆ.
ດັ່ງຊາວບ້ານຄົນດຽວກັນນີ້ ກ່າວຕື່ມວ່າ:
“ຖືກຫຼາຍ ຢູ່ບ້ານເຮົານີ້ ຖືກຫຼາຍຄອບຄົວເລີຍ ເກືອບທຸກຄົນ ຢູ່ບ້ານຫັ້ນແຫຼະ ເພາະວ່າຂະເຈົ້າຈະໄປຂຸດທົ່ວພື້ນທີ່ ບໍຣິເວນຫັ້ນເດ້ ສົງສັຍວ່າມີ ແລ້ວຂະເຈົ້າກໍເອົາຣົຖ ເຂົ້າໄປເລີຍ ໄປຈົກເບິ່ງວ່າ ມີບໍ່ຫັ້ນນ່າ ສະເພາະດຽວນີ້ ຍັງບໍ່ໄດ້ຊົດເຊີຍຫຍັງເລີຍ ຂະເຈົ້າມີແຕ່ເກັບກໍາໄວ້ວ່າ ເອີ່ ປະມານນີ້ໆ ແລ້ວຈະຄ່ອຍຈ່າຍເທົ່ານັ້ນ ລະຂະເຈົ້າຍັງບໍ່ໄດ້ຈ່າຍນ່າ.”
ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ກໍມີໂຄງການລົງທຶນຫຼາຍໂຄງການ ຈາກນັກລົງທຶນຈີນ ແລະວຽດນາມ ເຊັ່ນ: ໂຄງການຂຸດຄົ້ນບໍ່ເຫຼັກ, ບໍ່ຄໍາ ໂຮງງານແປຮູບມັນຕົ້ນ ແລະການສ້າງເຂື່ອນຂນາດນ້ອຍໃນແມ່ນໍ້າສາຂາ.
ດັ່ງຊາວບ້ານ ນາງນຶ່ງ ກ່າວວ່າ:
“ຂຸດຄົ້ນບໍ່ແຮ່ ມີຢູ່ ຮູ້ແຕ່ເຂົາຂຸດຄໍາ ກັບບໍ່ເຫຼັກ ລະບ່ອນຄໍາຫັ້ນ 3 ບ່ອນ ທຸກມື້ນີ້ມີແຕ່ເຂື່ອນ ກັບມັນຕົ້ນຫັ້ນແຫຼະ ເພິ່ນມາລົງທຶນ ເຮັດໂຮງງານມັນຕົ້ນ ທັງຈີນ ທັງວຽດ.”
ໃນໂຄງການ 100 ກວ່າໂຄງການ ໃນນັ້ນ ແມ່ນບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ທີ່ມີການສົ່ງອອກແຮ່ທອງເຂັ້ມຂົ້ນອອກຈໍາໜ່າຍ ກວ່າ 114 ລ້ານກິໂລກຣາມ ແລະໂຄງການ ຜລິດແຮ່ໂລຫະ ປະສົມຄໍາ-ເງິນ ໄດ້ 500 ກວ່າແທ່ງ ສົ່ງອອກໄປແລ້ວ 9 ຄັ້ງ ຮວມນໍ້າໜັກ 6 ລ້ານກວ່າກິໂລກຣາມ ຄິດເປັນມູນຄ່າ 70 ລ້ານກວ່າໂດລ້າຣ໌ສະຫະຣັຖ ນອກຈາກນີ້ ຍັງມີໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ເຫຼັກ ເພື່ອສົ່ງອອກທັງໝົດ ກວ່າ 2 ລ້ານກວ່າຕັ້ນ.
ທ້າຍປີ 2022 ຢູ່ລາວ ມີການຂຸດຄົົ້ນບໍ່ແຮ່ ກວມເອົາ 2.98% ຂອງເນື້ອທີ່ທົ່ວປະເທດ ໃນນັ້ນພາກເໜືອ ການຂຸດຄົ້ນບໍ່ແຮ່ ກວມເອົາ 0.44% ຂອງເນື້ອທີ່ພາກເໜືອ ທີ່ມີພື້ນທີ່ 112,805 ກິໂລຕາແມັດ. ພາກກາງການຂຸດຄົ້ນບໍ່ແຮ່ ກວມເອົາ 1.59% ຂອງເນື້ອທີ່ພາກກາງ ທີ່ມີພື້ນທີ່ 79,904 ກິໂລຕາແມັດ ແລະພາກໃຕ້ ການຂຸດຄົ້ນບໍ່ແຮ່ ກວມເອົາ 0.95% ຂອງເນື້ອທີ່ພາກໃຕ້ ທີ່ມີພື້ນທີ່ 44,091 ກິໂລຕາແມັດ ອີງຕາມການຣາຍງານຂ່າວ ຂອງສູນຂ່າວພະລັງງານ ແລະບໍ່ແຮ່.