ເຣື້ອງທີ່ເກັບບັນທຶກໄວ້
2023-02-28
ມີການເຂົ້າໄປບຸກລຸກຕັດໄມ້ ຢູ່ເຂດປ່າສງວນເຊປຽນ-ເຊນ້ຳນ້ອຍ ເມືອງສນາມໄຊ ແຂວງອັດຕະປື ເພື່ອເຮັດໂຄງການກະສິກັມ.
2023-02-28
ເຣີ່ມການກໍ່ສ້າງໂຮງງານ ພະລັງງານຄວາມຮ້ອນ ຖ່ານຫິນນໍ້າພານ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ ເຊິ່ງຈະກວມເນື້ອທີ່ຂຸດຄົ້ນຖ່ານຫິນ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແລະ ບ້ານຄັງພະນຽນ ເມືອງໜອງແຮດ, ປັດຈຸບັນ ຍັງບໍ່ຮູ້ວ່າມີຊາວບ້ານ ຈັກຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ແລະສູນເສັຍທີ່ດິນຈັກເຮັກຕ້າຣ໌.
2023-02-27
ໄດ້ເກີດເຫດໄຟໄຫມ້ ສນາມຂີ້ເຫຍື້ອ ຢູ່ເຂດບ້ານຫລັກ 8 ນະຄອນຫຼວງພຣະບາງ ມາຕັ້ງແຕ່ວັນທີ 13 ກຸມພາ 2023 ຈົນມາຮອດປັດຈຸບັນ ຍັງບໍ່ສາມາດມອດໄຟ ໃຫ້ດັບສະນິດໄດ້, ຍັງມີຄວັນໄຟ ແລະຍັງມີກິ່ນເຫມັນຂີວ ເຮັດໃຫ້ປະຊາຊົນ ໃນເຂດບ້ານໃກ້ຄຽງ ໄດ້ຮັບຜົນກະທົບ ຈາກມົນລະພິດທາງອາກາດ.
2023-02-27
ນັກທ່ອງທ່ຽວຈີນ ທີ່ຂີ່ຣົຖເຮືອນເຄື່ອນທີ່ ເຂົ້າມາທ່ອງທ່ຽວ ພາຍໃນ ນະຄອນຫຼວງພຣະບາງ ໄດ້ສ້າງບັນຫາ ດ້ວຍການປ່ອຍນ້ໍາເສັຍ ແລະ ຖິ້ມຂີ້ເຫຍື້ອຊະຊາຍ ຕາມສະຖານທີ່ຕ່າງໆ ແລະຈອດຣົຖ ບໍ່ເປັນລະບຽບ ສ້າງຄວາມເດືອດຮ້ອນ.
2023-02-24
ຊາວບ້ານ ບ້ານທາດອີງຮັງ ຢູ່ນະຄອນໄກສອນພົມວິຫານ ຖືກເຈົ້າໜ້າທີ່ໂອ້ລົມ ເພື່ອຈະນໍາດິນການກະເສດ ເຂດປ່າສງວນແຫ່ງນຶ່ງ ໃຫ້ກັບບໍຣິສັດເອກກະຊົນ ສັມປະທານ ເຊິ່ງມີຊາວບ້ານ ໄດ້ຮັບຜົລກະທົບ 33 ຄອບຄົວ ແລະ ທຸກຄອບຄົວບໍ່ຍອມ ຍົກດິນກະເສດ ໃຫ້ແກ່ໂຄງການດັ່ງກ່າວ.
2023-02-23
ລິ່ນເປັນສັດປ່າ ທີ່ຫວງຫ້າມ ແຕ່ກໍຍັງມີການລັກຄ້າຂາຍ ທາງອອນລາຍຢູ່ລາວ ຍ້ອນໄດ້ກໍາໄລດີ ເຊິ່ງເກັດລິ່ນລາຄາຊື້ ກິໂລລະ 1,00-2,000 ບາທ, ສ່ວນລາຄາຂາຍຕໍ່ 6,000-8,000 ບາທ ຫຼື ປະມານ 3 ລ້ານກີບ ແລະ ລິ່ນທີ່ມີນໍ້າໜັກຫລຸດ 3 ກິໂລ, ກິໂລລະ 5 ແສນກີບ, ຖ້າໜັກເກີນ 3 ກິໂລ, ກິໂລລະ 3 ແສນກີບ.
2023-02-22
ເຂດພັທນາເສຖກິຈໃໝ່ ສີພັນດອນ ເຣີ່ມກັບມາພັທນາດ້ານຕ່າງໆແລ້ວ ຂນະທີ່ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ກັງວົນໃຈຫລາຍ ທັງເຣື່ອງການຊົດເຊີຍ ແລະ ອະນາຄົດການເປັນຢູ່ ທີ່ຊາວບ້ານຈະໄດ້ຮັບຜົນກະທົບ ໂດຍສະເພາະເຣື່ອງທີ່ດິນ.
2023-02-22
ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີຊາວບ້ານຢູ່ເຂດຫ່າງໄກ ສອກຫລີກ ຈຳນວນນຶ່ງ ລັກລອບປູກຝິ່ນ ຊຶ່ງເປັນບ່ອນທີ່ເຈົ້າຫນ້າທີ່ ເຂົ້າເຖິງຍາກ ເພື່ອສ້າງລາຍໄດ້ໃຫ້ຕົນເອງ ເພາະເປັນພືດ ທີ່ປູກງ່າຍ ບໍ່ຕ້ອງໃຊ້ຕົ້ນທຶນສູງ, ສ່ວນພືດທົດແທນ ຕ້ອງໃຊ້ຕົ້ນທຶນສູງ, ໃຊ້ເວລາໃນການເບິ່ງແຍງດົນ ແລະສິ່ງສຳຄັນ ປູກພືກທົດແທນ ແຕ່ບໍ່ມີຕລາດຮອງຮັບ.
2023-02-22
ຄະນະກັມມາທິການ ແມ່ນໍ້າຂອງສາກົນ ໄດ້ເຜີຍແຜ່ເອກະສານສຳຄັນ ຈຳນວນ 2 ສະບັບປະກອບມີເອກະສານ ແນະນໍາການອອກແບບເບື້ອງຕົ້ນ ສໍາລັບບັນດາເຂື່ອນທີ່ສເນີ ກໍ່ສ້າງຕາມລຳແມ່ນໍ້າຂອງ ຫລື PDG ແລະ ເອກະສານແນະນຳ ສຳລັບການປະເມີນຜົນກະທົບ ດ້ານສິ່ງແວດລ້ອມຂ້າມຊາຍແດນ.
2023-02-17
ຊາວບ້ານຢູ່ເມືອງງາ ແຂວງອຸດົມໄຊ ທີ່ຈະຕ້ອງຍົກຍ້າຍ ຫຼີກທາງໃຫ້ແກ່ເຂື່ອນໄຟຟ້າ ຫຼວງພຣະບາງ ບໍ່ພໍໃຈຕໍ່ການປະເມີນ ຜົລກະທົບດ້ານສັງຄົມ ແລະ ເຣື່ອງເງິນຊົດເຊີຍ ຕໍ່ທີ່ດິນໃນລາຄາຕ່ຳ ເຊິ່ງບໍ່ສົມເຫດສົມຜົລ ແລະປະຊາຊົນ ຢາກໃຫ້ປະເມີນຄືນໃໝ່ ເພື່ອໃຫ້ຖືກຕ້ອງ ໃນລາຄາຊົດເຊີຍທີ່.
2023-02-16
ຕົ້ນປີນີ້ ຍັງພົບເຫັນປະຊາຊົນ ຫຼາຍຊົນເຜົ່າ ທີ່ທຸກຍາກ ລັກລອບປູກຝິ່ນຫຼາຍເຮັກຕ້າຣ໌ ໃນທົ່ວແຂວງຜົ້ງສາລີ ຍ້ອນຍັງຂາດງົບປະມານ ໃນການປາບປາມ ແລະ ບໍ່ມີໂຄງການ ເຂົ້າມາສນັບສນູນ ການປູກພືດອື່ນທົດແທນ.
2023-02-16
ທາງການລາວ ຢືນຢັນ ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຢູ່ເມືອງສນາມໄຊ ແຂວງອັດຕະປື ໄດ້ຜ່ານການພິຈາຣະນາ ຢ່າງຖືກຕ້ອງ ຕາມຫຼັກການ ຂອງຣັຖບານລາວແລ້ວ ຈຶ່ງໄດ້ອະນຸມັດໃຫ້ດໍາເນີນການກໍ່ສ້າງ.
2023-02-15
ຊາວບ້ານ ບໍ່ມີທີ່ດິນທຳກິນ ຈຳເປັນຕ້ອງເຂົ້າໄປບຸກເບີກ ທີ່ດິນໃໝ່ ເພື່ອໃຫ້ມີດິນທຳການຜລິດ ກະສິກັມລ້ຽງຊີບ ຍ້ອນວ່າ ທີ່ດິນສ່ວນຫຼາຍ ຖືກຣັຖບານໃຫ້ສັມປະທານ ແກ່ນັກລົງທຶນ ແລະ ຍິ່ງໄປກວ່ານັ້ນ ຍັງມີຄົນຕ່າງປະເທດ ເຂົ້າມາຊື້ທີ່ດິນໄວ້ຂາຍຕໍ່.
2023-02-14
ຫລ້າສຸດທາງການ ເມືອງນາແລ ແຂວງຫລວງນໍ້າທາ ກໍໄດ້ມອບໃບຕາດິນ ປະເພດເຮືອນຈັດສັນ ໃຫ້ກັບຊາວບ້ານ ຈຳນວນ 3 ບ້ານຄື ບ້ານເປື້ອນ, ບ້ານນາແລ ແລະ ບ້ານພູຄາ ທີ່ຖືກຜົນກະທົບຈາກ ໂຄງການ ສ້າງເຂື່ອນນ້ຳທາ 1 ຕັ້ງແຕ່ ປີ 2019 ຂະນະທີ່ຊາວບ້ານ ຍັງບໍ່ມີດິນ ເພື່ອການຜລິດ ກະສິກັມ.
2023-02-13
ຊາວບ້ານ ຈຳນວນ 39 ຄອບຄົວ ຢູ່ເມືອງຫລາ ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ສູນເສັຽທີ່ດິນ ທຳການກະເສຕ ເປັນຈຳນວນຫຼາຍສິບເຮັກຕ້າຣ໌ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ຊີເອັນພີ ສຳຣວດ ແລະ ຂຸດຄົ້ນແຮ່ ຂາເຂົ້າ-ຂາອອກ (CNP GROUP) ເຖິງປັດຈຸບັນ ຍັງບໍ່ໄດ້ຮັບເງິນຊົດເຊີຍ.