ທາງການລາວ ຢືນຢັນໂຄງການ ເຂື່ອນໄຟຟ້າ ເຊກອງຕອນລຸ່ມ ບໍ່ສົ່ງຜົລກະທົບ
2023.02.16

ທາງການລາວ ຢືນຢັນ ໂຄງການເຂື່ອນໄຟຟ້າ ເຊກອງ ຕອນລຸ່ມ A ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ຕິດ ຈອດກັບຊາຍແດນ ຂອງປະເທດກັມພູຊາ ປະມານ 2 ກິໂລແມັດ ແລະຫ່າງຈາກແມ່ນໍ້າຂອງ ປະມານ 100 ປາຍກິໂລແມັດນັ້ນ ໄດ້ຜ່ານການພິຈາຣະນາ ຢ່າງຖືກຕ້ອງ ຕາມຫຼັກການຂອງຣັຖບານລາວແລ້ວ ຈຶ່ງໄດ້ອະນຸມັດໃຫ້ດໍາເນີນການກໍ່ສ້າງ.
ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ກຸມພາ ນີ້ວ່າ:
“ໂຕເຂື່ອນເຊກອງຕອນລຸ່ມ A ມັນຈະຢູ່ໄກ ຈາກຊາຍແດນໃດ໋ ກໍບໍ່ກະທົບກັບນໍ້າ ເພາະວ່ານໍ້າມາທໍ່ໃດ ມັນກໍຈະອອກໄປທໍ່ນັ້ນ ຈະເປັນ Run-of-River ຜົລກະທົບຕ່າງໆນັ້ນ ຈະເປັນວຽກກະຊວງຊັພຍາກອນ ທີ່ຈະເປັນຜູ້ນໍາ ໂຕນີ້ກໍຣາຍງານ (MRC) ແຕ່ວ່າມັນຈະເປັນ່ຮ່າງງານຫຍໍ້ຊື່ໆ MRC ເພິ່ນຈະບໍ່ເຂົ້າຫຍຸ້ງ ກັບໂຕໂຄງການສາຂາ.”
ທ່່ານກ່າວຕື່ມວ່າ ສໍາລັບເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ແມ່ນໄດ້ມີການເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ MOU ຕັ້ງແຕ່ວັນທີ 28 ສິງຫາ ປີ 2010 ແລະມີການເຊັນສັນຍາ ພັທນາໂຄງການ PDA ໃນວັນທີ 20 ມີນາ ປີ 2015 ແລ້ວກໍມິດງຽບຫາຍໄປ ຈົນກະທັ້ງປີ 2018 ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ກັບມາສຶກສາຄວາມເປັນໄປໄດ້ຄືນໃໝ່ ດ້ານເຕັກນິກ, ອອກແບບ, ຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ ແລະສໍາເຣັດເມື່ອປີ 2019 ທີ່ຜ່ານມາ. ຫຼັງຈາກນັ້ນ ຣັຖບານລາວ ກໍໄດ້ນໍາຣາຍງານເບື້ອງຕົ້ນ ແຈ້ງໃຫ້ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ຮັບຮູ້ໂຄງການພັທນາ ເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ກ່ອນທີ່ຈະເຣີ່ມດໍາເນີນການ ກໍ່ສ້າງໂຕຈິງ ໃນໄລຍະຕົ້ນປີ 2021 ເປັນຕົ້ນມາ.
ສ່ວນເຣື່ອງການສຶກສາ ຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ, ມີເຈົ້າໜ້າທີ່ ກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຮ່ວມກັບຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອັດຕະປື ເປັນຜູ້ຮັບຜິດຊອບ ໂດຍຕຣົງ ສະເພາະໃນສ່ວນຂອງພື້ນທີ່ປະເທດລາວ, ສ່ວນຜົລກະທົບຂ້າມຊາຍແດນ ບໍ່ມີການເປີດເຜີຍ ຈາກທາງການລາວ ແລະຜູ້ພັທນາໂຄງການ.
ເຈົ້າໜ້າທີ່ ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອັດຕະປື ກ່າວວ່າ ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ແມ່ນຣັຖບານລາວ ເປັນຜູ້ອະນຸມັດ ໃຫ້ດໍາເນີນການກໍ່ສ້າງ ບໍ່ແມ່ນອໍານາດການປົກຄອງ ແຂວງອັດຕະປື ເປັນຜູ້ອະນຸມັດ ສ່ວນບົດຣາຍງານ ດ້ານເຕັກນິກ, ອອກແບບ ກໍບໍ່ມີການເປີດເຜີຍຂໍ້ມູນ ໃຫ້ກັບທາງການແຂວງອັດຕະປື ໄດ້ຮັບຮູ້ນໍາດ້ວຍ.
ເຖິງວ່າ ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຈະກໍ່ສ້າງ ຢູ່ໃກ້ກກັບຊາຍແດນ ປະເທດກັມພູຊາ ແຕ່ເຂດພື້ນທີ່ດັ່ງກ່າວ ບໍ່ໄດ້ມີຊຸມຊົນອາໄສຢູ່ ແລະປັດຈຸບັນ ຍັງບໍ່ໄດ້ຮັບໜັງສື ຫຼື ຂໍ້ທັກທ້ວງຈາກປະເທດກັມພູຊາເທື່ອ.
“ໂຕນີ້ມັນເຊັນຢູ່ກະຊວງ (ພະລັງງານແລະບໍ່ແຮ່) ກະແຈ້ງໝົດຫັ້ນແຫຼະ ມັນຢູ່ເໜືອກັມພູຊາໄດ໋ ຢູ່ແປະກັບຊາຍແດນກັມພູຊາ ໄປຫາປາກນໍ້າ ໄປກັມພູຊາ ມັນກະຫຼາຍກິໂລແມັດ ແຕ່ວ່າມັນຫາກຢູ່ດິນລາວພີ້ແຫຼະ ແຕ່ວ່າ ຈັກເພິ່ນຕົກແຕກກັນແນວໃດ ແລ້ວກະມາເຫັນເອກກະສານເພິ່ນ ມາໃຫ້ເຮັດວຽກ (ກໍ່ສ້າງ) 2024 ນີ້ກະໄດ້ແລ່ນຈັກແລ້ວໃດ໋.”
ກ່ຽວກັບໂຄງການກໍ່ສ້າງ ເຂື່ອນໄຟຟ້າເຊກອງ ຕອນລຸ່ມ A ຢູ່ຊາຍແດນລາວ-ກັມພູຊາ ນີ້ ທ່ານ ຫານນະລົງ ເຍົາວະເລິດ ປະທານມູນລະນິທິ ເພື່ອການບໍຣິຫານ ຈັດການນໍ້າ ແບບບູຣະນາການ ປະເທດໄທຍ ເຫັນວ່າ ໂຄງການເຂື່ອນໄຟຟ້າ ທຸກແຫ່ງ ທີ່ຈະກໍ່ສ້າງ ໃສ່ລໍານໍ້າສາຂາແມ່ນໍ້າຂອງ ຈະຕ້ອງໄດ້ແຈ້ງຕໍ່ ປະເທດສະມາຊິກ ລຸ່ມແມ່ນໍ້າຂອງໄດ້ຮັບຮູ້ ແລະຜ່ານຂະບວນການ ພິຈາຣະນາ ເຫັນດີຮ່ວມກັນ ເພື່ອຫຼຸດຜ່ອນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ, ຜົລກະທົບຂ້າມຊາຍແດນ ແລະຂໍ້ຂັດແຍ້ງລະຫວ່າງປະເທດ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໜ່ວຍງານຝ່າຍພາກຣັຖ ທີ່ມີການສ້າງເຂື່ອນນີ້ ຕ່າງຄົນກະຕ່າງເຮັດ ສະນັ້ນຂ້ອຍຄິດວ່າ ກໍຣະນີແບບນີ້ ມັນກະເປັນສຽງສະທ້ອນ ແລະຂ້ອຍຄິດວ່າ ມັນກໍຈະເກີດຂຶ້ນກັບທຸກໆພື້ນທີ່ ທີ່ຈິງແລ້ວ ມັນບໍ່ຄວນຈະມີແຕ່ການແຈ້ງໃຫ້ຮັບຮູ້ ມັນຄວນຈະເອົາທັງພາບລວມ ມາເບິ່ງນໍາກັນວ່າ ເມື່ອສ້າງແລ້ວ ໃນໄລຍະຍາວ ມັນຈະມີຜົລກະທົບແນວໃດ ຄວນຈະເອົາໂຄງການນັ້ນ ມາສຶກສາຜົລກະທົບ ແລ້ວກໍມີການແຈ້ງໃຫ້ ປະເທດເພື່ອນບ້ານ ຮັບຮູ້ຄືກັນ.”
ທ່ານຍັງກ່າວຕື່ມອີກວ່າ ບໍ່ພຽງແຕ່ປະເທດລາວ ທີ່ມີການກໍ່ສ້າງເຂື່ອນໄຟຟ້າ ໃສ່ລໍານໍ້າສາຂາແມ່ນໍ້າຂອງ ແຕ່ປະເທດໄທຍ ແລະກັມພູຊາ ກໍມີການກໍ່ສ້າງເຂື່ອນໄຟຟ້າ ໃສ່ລໍານໍ້າສາຂາເປັນຈໍານວນຫຼາຍ ແຫ່ງເຊັ່ນດຽວກັນ ໂດຍການຕັນເຂື່ອນຢູ່ຕາມລໍານໍ້າສາຂານັ້ນ ຈະສົ່ງຜົລກະທົບຕໍ່ລະບົບນິເວດແມ່ນໍ້າຂອງ ຢ່າງຮຸນແຮງ ເນື່ອງຈາກ ແມ່ນໍ້າຂອງຈະຂາດຝຸ່ນຕົມຂນາດນ້ອຍ (ຕະກອນ), ສັດນໍ້າ ສ່ຽງທີ່ຈະສູນພັນ.
ທີ່ສໍາຄັນ ຈະສົ່ງຜົລກະທົບຢ່າງໜັກ ຕໍ່ວິຖີການດໍາເນີນຊີວິດ ຂອງປະຊາຊົນຕາມລຸ່ມແມ່ນໍ້າຂອງ ທັງການຫາຢູ່-ຫາກິນ, ການເດີນເຮືອ, ຄວາມສ່ຽງໃນການພະເຊີນກັບພັຍແຫ້ງແລ້ງ ແລະພັຍນໍ້າຖ້ວມແບບກະທັນຫັນ.
ອີງຕາມການປະເມີນ ຜົລກະທົບຕໍ່ສັງຄົມ ຂອງໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ລະບຸວ່າ ບ້ານທີ່ໄດ້ຮັບຜົລກະທົບສູນເສັຍທີ່ດິນ ທັງແບບຖາວອນ ແລະແບບຊົ່ວຄາວ ຮວມປະມານ 192,000 ຕາແມັດ ມີທັງໝົດ 5 ບ້ານ ຈໍານວນ 163 ຄອບຄົວ ປະກອບມີ ບ້ານຄັນໝາກນາວ 26 ຄອບຄົວ, ບ້ານຫາດຊາຍສູງ 52 ຄອບຄົວ, ບ້ານນໍ້າກົງ 35 ຄອບຄົວ, ບ້ານຫາດຍາວ 30 ຄອບຄົວ ແລະບ້ານມິດສໍາພັນ 20 ຄອບຄົວ.
ສະເພາະບ້ານຄັນໝາກນາວ ທີ່ເປັນຈຸດກໍ່ສ້າງເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ມີປະຊາຊົນໄດ້ຮັບຜົລກະທົບ ສູນເສັຽທີ່ດິນແບບຖາວອນ ປະມານ 21 ເຮັກຕ້າຣ໌ປາຍ ແລະສູນເສັຽທີ່ດິນ ແບບຊົ່ວຄາວ ປະມານ 27 ເຮັກຕ້າຣ໌ປາຍ ຮວມມູນຄ່າຊົດເຊີຽຈໍານວນ 3 ຕື້ 800 ປາຍກີບ ແຕ່ປະຈຸບັນ ກໍຍັງບໍ່ມີທ່າທີ່ວ່າ ຊາວບ້ານຈະໄດ້ຮັບເງິນຊົດເຊີຽ ໃນມື້ໃດເທື່ອ.
ສ່ວນບ້ານອື່ນໆ ທີ່ຈະຖືກຜົລກະທົບ ຈາກໂຄງການດັ່ງກ່າວ ກໍບໍ່ມີການແຈ້ງຣາຍລະອຽດໃດໆ ໃຫ້ກັບຊາວບ້ານໄດ້ຮັບຮູ້ເທື່ອ ໂດຍສະເພາະ ເຣື່ອງການຈ່າຍເງິນຊົດເຊີຽ. +
ດັ່ງຊາວລາວຜູ້ນຶ່ງ ຢູ່ເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິດທໍາການກະເສດ ໃຫ້ກັບໂຄງການດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງບໍ່ໄດ້ຍິນຂ່າວເວົ້າຫຍັງ ມີແຕ່ວ່າ ເຂົາເກັບຂໍ້ມູນຊື່ໆ ກະຢາກຍາກແລ້ວ ຊາວບ້ານນີ້ກະເບື້ອງເໜືອນີ້ ມັນກະຖືກສ່ຽງໝົດ ການຜລິຕ ຄັນວ່າມັນນໍ້າອັ່ງໜ້າເຂື່ອນໝົດຫັ້ນນ່າເຈົ້າ.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນທໍາການກະເສດ ກ່າວວ່າ ເນື່ອງຈາກໂຄງການດັ່ງກ່າວ ໄດ້ເຣີ່ມກໍ່ສ້າງມາແຕ່ປີ 2021 ແລ້ວ ແຕ່ຊາວບ້ານຜູ້ສູນເສັຽທີ່ດິນທໍາການກະເສດ ກໍບໍ່ໄດ້ຮັບການຊົດເຊີຽທີ່ດິນ ແລະເງິນຊົດເຊີຽເທືື່ອ ຈຶ່ງເກີດຄວາມກັງວົນໃຈວ່າ ຊາວບ້ານອາຈສູນເສັຽທີ່ດິນທໍາການກະເສດ ໃຫ້ກັບໂຄງການໄປລ້າໆ. ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕຊົດເຊີຽນີ້ ບໍ່ທັນໄດ້ຊົດເຊີຽ ຍັງໆບໍ່ໄດ້ຈັກຄົນເລີຍ ເອີ່ໝາກພິກໝາກເຂືອກະປູກ ທໍ່ໃດກະບໍ່ຕິດດອກ ຂໍແຕ່ເພິ່ນຊົດເຊີຽໃຫ້ ເຂົາກະດີໃຈຢູ່ດອກ ກະສໍາຄັນທີ່ສຸດ (ຣັຖບານ)ເອົາໃຈໃສ່ຕື່ມເນາະ ມີຫຍັງກະ ຄົ້ນຄວ້ານໍາກັນ.”
ໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ສົ່ງຜົລກະທົບຕໍ່ຊາວບ້ານ ໃນເມືອງສນາມໄຊ ສະເພາະ ເຣື່ອງທີ່ດິນເທົ່ານັ້ນ ແລະບໍ່ມີຄອບຄົວໃດ ຖືກໂຍກຍ້າຍອອກຈາກພື້ນທີ່ ແຕ່ມີການຍົກເວັ້ນວ່າ ເມື່ອໂຄງການກໍ່ສ້າງສໍາເຣັດ ແລະມີການຕັນນໍ້າແລ້ວ ລະດັບນໍ້າຢູ່ໜ້າເຂື່ອນເພີ່ມສູງຂຶ້ນ ອາຈໄດ້ປະເມີນສະຖານະການ ແລະຜົລກະທົບຕໍ່ສັງຄົມເພີ່ມຕື່ມອີກເທື່ອນຶ່ງ.
ສ່ວນການຈ່າຍເງິນຊົດເຊີຽ ຜົລກະທົບເຣື່ອງທີ່ດິນ ທາງການລາວ ແລະຜູ້ພັທນາໂຄງການ ເຂື່ອນໄຟຟ້າ ຈະຈ່າຍຊົດເຊີຽເປັນເງິນສົດໃຫ້ກັບຊາວບ້ານ ໂດຍບໍ່ມີການບຸກເບີກ ແລະຈັດສັນທີ່ດິນຕອນໃໝ່ໃຫ້ກັບຊາວບ້ານ.
ເຣື່ອງການຈ່າຍເງິນຊົດເຊີຽ ໃຫ້ກັບຊາວບ້ານທີ່ຖືກຜົລກະທົບ ສູນເສັຽທີ່ດິນນັ້ນ ກໍຈະແຕກຕ່່າງກັນໄປ ບາງຄອບຄົວສູນເສັຽທີ່ດິນນາ, ບາງຄອບຄົວສູນເສັຽດິນສວນ ກໍຈະມີການຈ່າຍເງິນຊົດເຊີຽ ໃນລາຄາທີ່ແຕກຕ່າງກັນໄປ ໃນອັດຕຣາ 60-100 ລ້ານກີບຕໍ່ເຮັກຕ້າຣ໌.
ສໍາລັບໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຕັັ້ງຢູ່ບ້ານ ຄັນໝາກນາວ ເມືອງສນາມໄຊ ແຂວງອັດຕະປື ມີເນື້ອທີ່ພັທນາ ທັງໝົດ 3,342 ເຮັກຕ້າຣ໌ ໃນນີ້ ແບ່ງເປັນອ່າງເກັບນໍ້າ 3,254 ເຮັກຕ້າຣ໌ ແລະອີກ 88 ເຮັກຕ້າຣ໌ ຈະເປັນອາຄານ ສໍານັກງານຕ່າງໆ ຂອງໂຄງການ.
ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຫຼື Sekong A Downstream Hydropower Project ມີຂນາດກໍາລັງຕິດຕັ້ງ 86 ເມກາວັດ ລັກສະນະເປັນເຂື່ອນ ແບບຝາຍນໍ້າລົ້ນ ຫຼື Run-Of-River, ໂຄງການດັ່ງກ່າວ ແມ່ນບໍຣິສັດ V&H Corporation (Lao) ເປັນຜູ້ພັທນາໂຄງການ ໂດຍມີບໍຣິສັດ Innogreen Engineering ເປັນບໍຣິສັດທີ່ປຶກສາ ແລະບໍຣິສັດ Song Da ຂອງວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ.
ໂຄງການດັ່ງກ່າວ ມີມູນຄ່າການລົງທຶນ 152.88 ລ້ານໂດລ້າຣ໌ສະຫະຣັຖ ເຣີ່ມກໍ່ສ້າງເມື່ອຕົ້ນປີ 2021 ປັດຈຸບັນ ການກໍ່ສ້າງຄືບໜ້າໄປແລ້ວເກີນ 60% ແລະມີກໍານົດສ້າງສໍາເຣັດ ໃນປີ 2023 ນີ້. ສ່ວນໄຟຟ້າທີ່ຜລິດໄດ້ນັ້ນ ຈະຂາຍໃຫ້ກັບປະເທດກັມພູຊາ ແລະຣັຖວິສາຫະກິຈໄຟຟ້າລາວ.
Streamsion Center ອົງການ ຢູ່ນະຄອນຫຼວງ ວໍຊິງຕັ້ນ ດີຊີ ສະຫະຣັຖອາເມຣິກາ ຣາຍງານ ເມື່ອວັນທີ 07 ເດືຶຶຶຶຶອນຕຸລາ ປີ 2022 ວ່າ ຄະນະກັມມາທິການແມ່ນໍ້າຂອງ ຂອງວຽດນາມ ຄວນຮຽກຮ້ອງໃຫ້ລາວ ຍຸດຕິ ການສ້າງເຂື່ອນເຊກອງຕອນລຸ່ມ A ຈົນກວ່າວ່າ ຜູ້ສ້າງເຂື່ອນ ຈະຣາຍງານໃຫ້ ຄະນະກັມມາທິການແມ່ນໍ້າຂອງສາກົລ ຫຼື MRC ຮັບຮູ້ ແລະດໍາເນີນການຫາລືລ່ວງໜ້າ.