ເຊກອງ ແຈ້ງເຕືອນພັຍ ເຂື່ອນວຽດນາມ ຈະປ່ອຍນ້ຳ ລົງນ້ຳເຊກອງ

ແຜນທີ່ ແຂວງເຊກອງ
ແຜນທີ່ ແຂວງເຊກອງ (ແຜນທີໂດຍ: RFA created with Datawrapper)

0:00 / 0:00

ເນື່ອງຈາກມີຝົນຕົກໜັກ ໃນຫຼາຍພື້ນທີ່ ຫວ່າງ 2-3 ມື້ຜ່ານມານີ້, ໄດ້ເຮັດໃຫ້ບໍຣິສັດ ຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ (ເຂື່ອນອາເລື້ອຍ) ຂອງປະເທດວຽດນາມ ດຳເນີນການລະບາຍນ້ຳ ອອກຈາກອ່າງເກັບນ້ຳ ຂອງເຂື່ອນໄຟຟ້າ ມາຍັງລຳນ້ຳເຊກອງ ແລະ ລຳນ້ຳສາຂາ, ເຊິ່ງອາຈເຮັດໃຫ້ຊາວລາວ ທີ່ອາສັຍຢູ່ຫຼາຍບ້ານ ແລະ ບາງເມືອງ ພາຍໃນແຂວງເຊກອງ ໄດ້ຮັບຜົລກະທົບ ດັ່ງທີ່ເຄີຍເກີດຂຶ້ນມາແລ້ວ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບສິ່ງແວດລ້ອມ ໃນແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ສິງຫາ 2022 ນີ້ວ່າ:

“ສາຂາ ຂອງແມ່ນ້ຳເຊກອງ ອ່ວຍໄປທາງວຽດ, ຫັ້ນນ່າ. ເວລາຝົນຕົກຫຼາຍ ນ້ຳຫຼາຍ ເຂົາກໍລະບາຍມາທາງເຊກອງເຮົານີ້. ທາງວຽດເຂົາເຈົ້າມັນຫຼາຍຫັ້ນນ່າ ເຂົາກໍເລີຍລະບາຍມາທາງເຮົາ, ລະບາຍໄປທາງເຂົາຫຼາຍ ມັນກໍກະທົບທາງເຂົາ, ຫັ້ນນ່າ. ກະທົບນີ້ແມ່ນ 2 ແຂວງເນາະ ທີ່ວ່າຢູ່ຕອນລຸ່ມ ເຊກອງ ກັບອັດຕະປື, ແຕ່ສາຣະວັນ ນີ້ ບໍ່ຖືກກະທົບດອກ, ແຕ່ວ່າມັນນອນຢູ່ໃນເຂດອ່າງຮັບນ້ຳ ຂອງເຊກອງ.”

ເຂື່ອນອາເລື້ອຍ ຕັ້ງຢູ່ທາງພາກກາງ ຂອງປະເທດວຽດນາມ ຈະດຳເນີນການລະບາຍນ້ຳ ມາຍັງລຳນ້ຳເຊກອງ ແລະ ລຳນ້ຳສາຂາ ເປັນປະຈຳທຸກປີ, ເຊິ່ງເຮັດໃຫ້ຊາວບ້ານ ທີ່ຫາຢູ່ຫາກິນ ຢູ່ບໍຣິເວນແຄມນ້ຳ ບໍ່ສາມາດດຳຣົງຊີວິຕໄດ້ ຕາມປົກກະຕິ. ອີກທັງເຂື່ອນດັ່ງກ່າວນີ້, ເຄີຍສ້າງຜົລກະທົບ ຕໍ່ຊາວບ້ານຢ່າງຮຸນແຮງ ຈົນຊາວບ້ານ ທີ່ເຄີຍອາສັຍຢູ່ແຄມນ້ຳ ໃນຫຼາຍບ້ານ ຈຳເປັນຕ້ອງໂຍກຍ້າຍ ອອກຈາກບ້ານ ຂອງໂຕເອງ ເພື່ອໄປຢູ່ເຂດບ້ານໃໝ່ ຍ້ອນທຳມາຫາກິນ ບໍ່ໄດ້ຄືເກົ່າ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບສິ່ງແວດລ້ອມ ໃນແຂວງເຊກອງ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ເຊັ່ນ ບ້ານນາວາແສນ, ບ້ານທ່າຫຼວງ, ບ້ານວັດຫຼວງ, ບ້ານເພັຽໃໝ່, ບ້ານໂມ, ບ້ານປາກໂທນ, ບ້ານດ່ານ, ບ້ານດອນຈັນ ນີ້ແມ່ນໝົດແຫຼະ, ກະຊິປະມານ 10 ບ້ານ ຫັ້ນແຫຼະ. ຄັນແມ່ນມັນເກີດຄືປີ 2009 ນີ້, ໃນປັດຈຸບັນນີ້ ກໍຄືຊິຫຼຸດລົງ ເພາະວ່າຈຳນວນບ້ານ ສ່ວນນຶ່ງ ແມ່ນໄດ້ມີການໂຍກຍ້າຍແລ້ວ ເນື່ອງຈາກໄດ້ຮັບຜົລກະທົບ ໃນປີ 2009 ຫັ້ນ, ແຕ່ວ່າ ກໍຍັງຢູ່ປະມານ 6-7 ບ້ານນີ້ແຫຼະ ທີ່ວ່າຢູ່ໃນຄວາມສ່ຽງ. ຖ້າວ່າເພິ່ນປ່ອຍໃນປະຣິມານ ທີ່ວ່າຫຼາຍ ຄືປີ 2009 ຫັ້ນ.”

ທີ່ຜ່ານມາ, ພາກສ່ວນທີ່ກ່ຽວຂ້ອງ ຈະສາມາດຄາດຄະເນລ່ວງໜ້າໄດ້ວ່າ ເຂື່ອນອາເລື້ອຍ ຂອງວຽດນາມ ຈະລະບາຍນ້ຳອອກ ຈາກອ່າງເກັບນ້ຳ ຂອງເຂື່ອນໄຟຟ້າ ໃນໄລຍະໃດ, ແຕ່ບໍ່ສາມາດອອກແຈ້ງການ ໄປຍັງຊາວບ້ານໄດ້ ຍ້ອນຕ້ອງໄດ້ຮັບການຢັ້ງຢືນ ຈາກບໍຣິສັດວຽດນາມກ່ອນ ຈຶ່ງຈະສາມາດອອກແຈ້ງການເຕືອນພັຍ ໄປຍັງຊາວບ້ານ ທີ່ອາສັຍຢູ່ແຄມລຳນ້ຳເຊກອງ ແລະ ລຳນ້ຳສາຂາໄດ້. ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບສິ່ງແວດລ້ອມ ຢູ່ໃນແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ອີກນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຖ້າວ່າຈະປ່ອຍມື້ອື່ນ ກໍຄືວ່າແຈ້ງກ່ອນປະມານມື້ ສອງມື້ ນີ້ແຫຼະ. ໂອ້, ຕົກແຮງນ້ຳຖ້ວມໜັກໄດ໋ ທາງປະເທດລາວນີ້. ເຊກອງກໍບໍ່ອັນນັ້ນ ກໍບໍ່ຖ້ວມ, ແຕ່ວ່າຂຶ້ນໜ້ອຍນຶ່ງ, ຫັ້ນນ່າ ແບບວ່າເຂົາເຈົ້າປ່ອຍເຂື່ອນອີ່ຫຍັງ, ຫັ້ນນ່າ. ປ່ອຍແລ້ວເດ້, ພຽງ 2-3 ວັນກ່ອນນີ້ນ່າ ແຈ້ງການມາທາງຜແນກເຮົາ ແລ້ວເພິ່ນກໍອັນນັ້ນ ກໍເຂົາເຈົ້າປ່ອຍ ກໍປ່ອຍນ້ຳອັນນ່າ ວ່າທາງອັນນັ້ນ ອາເລື້ອຍເຂົາເຈົ້າໄດ້ປ່ອຍເຂື່ອນອີ່ສັງ, ຫັ້ນນ່າ.”

ຍານາງກ່າວຕື່ມວ່າ ເມື່ອທາງການລາວ ຕ້ອງລໍຖ້າເຂື່ອນອາເລື້ອຍ ຂອງວຽດນາມ ກ່ອນນັ້ນ ເຮັດໃຫ້ການແຈ້ງເຕືອນພັຍ ໄປຍັງຊາວບ້ານ ມີຄວາມຊັກຊ້າ ຍ້ອນບາງເທື່ອ ທາງບໍຣິສັດດັ່ງກ່າວນີ້ ໄດ້ດຳເນີນການລະບາຍນ້ຳ ເທື່ອລະໜ້ອຍໄປແລ້ວ ເປັນເວລາ 2-3 ມື້ ຈຶ່ງແຈ້ງການມາຍັງທາງການລາວ ຫຼືບາງເທື່ອ ກໍເປັນການແຈ້ງການ ມາຍັງທາງການລາວ ລ່ວງໜ້າພຽງ 1 ມື້ ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດປະຊາສັມພັນຂ່າວສານ ໄປຍັງຊາວບ້ານ ໃນບັນດາບ້ານ ແລະ ເມືອງຕ່າງໆ ໄດ້ຢ່າງທົ່ວເຖິງ ແລະ ທັນເວລາ.

ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະອອກແຈ້ງການເຕືອນພັຍ ໃຫ້ແກ່ປະຊາຊົນ ໄດ້ຮັບຮູ້ ຜ່ານທາງສື່ສັງຄົມອອນລາຍນ໌ ແລ້ວບາງສ່ວນ, ແຕ່ຊາວບ້ານຈຳນວນຫຼາຍ ໂດຍສະເພາະຜູ້ທີ່ອາສັຍ ຢູ່ໃນເຂດນອກ ແລະ ພື້ນທີ່ຫ່າງໄກສອກຫຼີກ ຍັງບໍ່ທັນໄດ້ຮັບຮູ້ ເຖິງແຈ້ງການເຕືອນພັຍດັ່ງກ່າວນີ້ເທື່ອ.

ດັ່ງຊາວບ້ານ ຢູ່ເມືອງກະລຶມ ນາງນຶ່ງ ກ່າວວ່າ:

“ບໍ່ທັນໄດ້ຮູ້ເດ້ ບໍ່ໄດ້ ບໍ່ໄດ້ເຂົ້າເຟສເດ້. ໄດ້ຍິນເວົ້າຢູ່, ແຕ່ກໍບໍ່ຮູ້ວ່າ ແມ່ນ ຫຼືບໍ່. ຢູ່ກະລຶມບາດນີ້.”

ມາຮອດປັດຈຸບັນ, ລະດັບນ້ຳເຊກອງ ແລະ ລຳນ້ຳສາຂາ ໄດ້ເພີ່ມຂຶ້ນແລ້ວ ເທື່ອລະໜ້ອຍ ພາຍຫຼັງທີ່ເຂື່ອນ ຂອງບໍຣິສັດວຽດນາມ ໄດ້ລະບາຍນ້ຳອອກ ຈາກອ່າງເກັບນ້ຳ. ແຕ່ຢ່າງໃດກໍຕາມ, ຊາວບ້ານໃນຫຼາຍບ້ານ ຍັງບໍ່ທັນໄດ້ຮັບຜົລກະທົບເທື່ອ, ແຕ່ພວກເຂົາເຈົ້າ ກໍມີຄວາມກັງວົນ ກ່ຽວກັບຄວາມສ່ຽງ ທີ່ອາຈເກີດຂຶ້ນ ໃນອະນາຄົດ ດັ່ງທີ່ເຄີຍເກີດຂຶ້ນແລ້ວ ໃນອະດີດ.

ຊາວບ້ານ ຢູ່ເມືອງກະລຶມ ອີກທ່ານນຶ່ງ ກ່າວວ່າ:

“ຜ່ານມາແຕ່ລະປີຫັ້ນ ກະເກືອບທຸກເມືອງ ພັຍພິບັດນ້ຳຖ້ວມ. ອັນນຶ່ງ ເກີດຈາກທັມມະຊາດຝົນຕົກ ອັນທີສອງ ລະແມ່ນນ້ຳເຂື່ອນນຳ, ແຕ່ກໍປະຊາຊົນ ອາສັຍຢູ່ລຸ່ມແມ່ນ້ຳຕ່ຳ. ແມ່ນ ສ່ວນຫຼາຍເປັນຢູ່ເຂດນອກ ທີ່ວ່າຊົນນະບົດ ທີ່ວ່າຫ່າງໄກສອກຫຼີກແນ່ ທີ່ວ່າໜັກ ເຂົ້າຊ່ອຍຍາກ, ຄັນວ່າມັນເກີດຂຶ້ນແຕ່ລະປີ, ແຕ່ລະປີກະດີ. ມັນເປັນແຂວງທີ່ວ່າ ເປັນພູດອຍ ຫຼັກໆ ກໍແມ່ນເມືອງກະລຶມ, ດາກຈຶງ.”

ໃນຂະນະດຽວກັນ, ບໍ່ແມ່ນແຕ່ສະເພາະ ແຂວງເຊກອງ ຈະໄດ້ຮັບຜົລກະທົບ ຈາກການລະບາຍນ້ຳ ຂອງເຂື່ອນອາເລື້ອຍ ເທົ່ານັ້ນ, ແຕ່ຍັງກວມເອົາຫຼາຍບ້ານ ແລະ ບາງເມືອງ ພາຍໃນແຂວງອັດຕະປື ນຳອີກ, ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຄາດຄະເນວ່າ ພື້ນທີ່ບາງສ່ວນ ໃນແຂວງອັດຕະປື ອາຈໄດ້ຮັບຜົລກະທົບ ຫຼາຍກວ່າແຂວງເຊກອງ ກໍເປັນໄປໄດ້ ຍ້ອນທາງແຂວງອັດຕະປື ມີແຫຼ່ງນ້ຳສົມທົບ ແລະ ເປັນພື້ນທີ່ຕ່ຳ. ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບສິ່ງແວດລ້ອມ ໃນແຂວງອັດຕະປື ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວາ:

“ມັນຂຶ້ນທາງເຊກອງ ເຮົາໂລດແຫຼະ ກັບອັດຕະປື ເພາະເຊກອງ ມັນເຊື່ອມໂຍງໃສ່. ບາດຢາກຫຼາຍນີ້ ກໍອັດຕະປື ຫັ້ນແຫຼະ ເພາະວ່າ ມີນ້ຳເຊກອງ ໄປເຊື່ອມໂຍງກັບເຊກະໝານ ເດ້, ແຕ່ວ່າເຊກອງ ກໍເບິ່ງຢູ່ ກໍຍັງຢູ່ໃນເກນທັມມະດາ ຍັງບໍ່ທັນຢູ່ໃນເງື່ອນໄຂອັນຕະລາຍ, ປົກກະຕິຢູ່.”

ເມື່ອວັນທີ 8 ສິງຫາ ທີ່ຜ່ານມາ, ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງເຊກອງ ໄດ້ອອກແຈ້ງການເຕືອນພັຍ ໃຫ້ພໍ່ແມ່ປະຊາຊົນ ທີ່ທຳມາຫາກິນ ຢູ່ບໍຣິເວນແຄມນ້ຳເຊກອງ ແລະ ບັນດາລຳນ້ຳສາຂາ ລະມັດລະວັງ ລະດັບນ້ຳ ທີ່ອາຈເພີ່ມສູງຂຶ້ນ ພາຍຫຼັງບໍຣິສັດ ຫຸ້ນສ່ວນເຂື່ອນໄຟຟ້າພາກກາງ (ເຂື່ອນອາເລື້ອຍ) ຂອງປະເທດວຽດນາມ ຈະປ່ອຍນ້ຳອອກ ຈາກອ່າງເກັບນ້ຳ ຂອງເຂື່ອນໄຟຟ້າ ໃນບໍຣິມາດ 100 ຫາ 500 ແມັຕກ້ອນ ຕໍ່ວິນາທີ.

ແຈ້ງການດັ່ງກ່າວນີ້ ຍັງລະບຸອີກວ່າ ລະຫວ່າງວັນທີ 8-11 ສິງຫາ 2022 ລະດັບນ້ຳເຊກອງ ຈະສູງຂຶ້ນເຖິງ 5.5 ຫາ 6.5 ແມັຕ. ທັງນີ້, ຖ້າຫາກບໍຣິສັດ ລະບາຍນ້ຳປະມານ 1,000 ແມັຕກ້ອນ ຕໍ່ວິນາທີ ກໍອາຈເຮັດໃຫ້ປະຣິມານນ້ຳ ສູງຂຶ້ນກາຍ 18.5 ແມັຕ, ເຊິ່ງຢູ່ໃນລະດັບອັນຕະລາຍໄດ້.