ຖ້າຄ່າຊົດເຊີຍ ຈາກເຂື່ອນເຊກອງ ຕອນລຸ່ມ ເອ
2022.09.27
ຊາວບ້ານຈຳນວນຫຼາຍ ຄອບຄົວທີ່ຖືກຜົລກະທົບ ໂຄງການກໍ່ສ້າງເຂື່ອນ ເຊກອງຕອນລຸ່ມ A ໃນເມືອງສນາມໄຊ ແຂວງອັດຕະປື ຍັງລໍຖ້າຮັບເງິນຊົດເຊີຍ ເນື່ອງຈາກຊາວບ້ານໄດ້ສູນເສັຽ ຊັພສິນ ແລະທີ່ດິນທຳການກະເສຕໃຫ້ກັບໂຄງການໄປແລ້ວ ແຕ່ປັດຈຸບັນ ຍັງບໍ່ທັນມີທ່າທີວ່າ ໂຄງການດັ່ງກ່າວ ຈະມອບເງິນຊົດເຊີຍ ໃຫ້ກັບຊາວບ້ານ ໃນມື້ໃດ ແລະຊົດເຊີຍໃຫ້ໜ້ອຍຫຼາຍຊໍ່າໃດ.
ດັ່ງຊາວບ້ານ ຜູ້ນຶ່ງໃນເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຜົລກະທົບ ສູນເສັຽທີ່ດິນ ໃຫ້ກັບໂຄງການກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 27 ກັນຍາ ນີ້ວ່າ:
“ຄືຢູ່ຫາດຊາຍສູງນີ້ ເຂົາກາຮ້ອງໂຮຢູ່ວ່າ ນາຍບ້ານນີ້ປານໃດຊິໄດ້ເງິນ ຄ່າຊົດເຊີຍຊັ້ນນ່າ ບໍຣິສັດເພິ່ນບໍ່ໄດ້ອອກຂໍ້ຕົກລົງ ໃຫ້ເຮົາມື້ນັ້ນມື້ນີ້ຫັ້ນນ່າ ກາບໍ່ກຸ້ມສິວ່າຈັ່ງໃດແຫຼະ ພາກຣັຖເພິ່ນສ້າງເນາະ ກາເຮັດຈັ່ງໃດແຫຼະ ຈະຂີນພັກ ຂີນຮັຖ ກາຂີນບໍ່ໄດ້ແລ້ວເນາະ.”
ຊາວບ້ານຜູ້ນີ້ ຍັງກ່າວຕື່ມອີກວ່າ ຊາວບ້ານສ່ວນໃຫຍ່ ກໍພາກັນເປັນກັງວົນວ່າ ຈະບໍ່ໄດ້ເງິນຊົດເຊີຍ ທີ່ສົມເຫດສົມຜົລ ເພາະໄລຍະຜ່ານມາກໍເຫັນວ່າ ມີຫຼາຍໂຄງການເຂົ້າມາ ລົງທຶນໃນລາວ ແລ້ວຊາວບ້ານ ໄດ້ຮັບເງິນຊົດເຊີຍໜ້ອຍ ບໍ່ກຸ້ມກິນ. ສະນັ້ນແລ້ວ ຫາກຊາວບ້ານທີ່ຖືກຜົລກະທົບ ໂຄງການ ກໍ່ສ້າງເຂື່ອນເຊກອງຕອນລຸ່ມ A ໄດ້ຮັບເງິນຊົດເຊີຍໜ້ອຍກວ່າ 60 ລ້ານກີບຕໍ່ເຮັກຕ້າຣ໌ ກໍຖືວ່າບໍ່ສົມເຫດ ສົມຜົລສ້າງໄປເສັຽຜົລປໂຍດລ້າໆ ຊາວບ້ານບໍ່ສາມາດກຸ້ມຢູ່ ກຸ້ມກິນໄດ້.
ສ່ວນຊາວບ້ານອີກຄົນນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຜົລກະທົບ ສູນເສັຽທີ່ດິນທຳການກະເສຕ ກ່າວວ່າ ເນື້ອທີ່ດິນສູນເສັຽໃຫ້ກັບໂຄງການ ໄປຈົນໝົດແລ້ວ ຊຶ່ງມີຢູ່ປະມານເຮັກຕ້າຣ໌ ແຕ່ມາຮອດປັດຈຸບັນ ຍັງບໍ່ເຫັນເຈົ້າໜ້າທີ່ໂຄງການ ແລະທາງການລາວ ມາໂອ້ລົມ ເຣື່ອງການຈ່າຍ ເງິນຊົດເຊີຍ ໃຫ້ກັບຊາວບ້ານເທື່ອ ແລະປັດຈຸບັນກໍໄດ້ໄປເຮັດນາ ກັບຍາດພີ່ນ້ອງກ່ອນ.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງເຈົ້າ. ຍັງບໍ່ໄດ້ຮັບເງິນຊົດເຊີຍ ຖືກເຂດ ແບບເຂດດິນໄຮ່ ດິນນາ ແບບເຂົາບຸກເບີກແລ້ວຫັ້ນນ່າ ບໍ່ໄດ້ຍິນເຂົາເວົ້າຫຍັງ ມີແຕ່ເຫັນເຂົາເກັບຂໍ້ມູນ ເຂົາມາສັມພາດເຫັນຢູ່ດອກ ເຂົາມາສັມພາດ 2 ເທື່ອແລ້ວເຈົ້າ.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງສນາມໄຊ ທີ່ຖືກຜົລກະທົບ ສູນເສັຽທີ່ດິນນາ ໃຫ້ກັບໂຄງການກ່າວວ່າໄລຍະຜ່ານມາ ເຫັນແຕ່ທາງໂຄງການ ເຂື່ອນໄຟຟ້າ ກັບທາງການແຂວງອັດຕະປື ລົງພື້ນທີ່ສຳຣວດ ແລະປະເມີນຜົລກະທົບ ຕາມບ້ານຕ່າງໆ ແຕ່ບໍ່ເຫັນມີພາກສ່ວນ ທີ່ກ່ຽວຂ້ອງເລົ່ານັ້ນ ມາໂອ້ລົມເຣື່ອງການຈ່າຍເງິນ ຊົດເຊີຍກັບຊາວບ້ານເທື່ອ. ສະນັ້ນແລ້ວ ຈຶ່ງເຮັດໃຫ້ຊາວບ້ານ ສ່ວນໃຫຍ່ທີ່ຖືກຜົລກະທົບ ເປັນກັງວົນວ່າ ຈະບໍ່ໄດ້ຮັບເງິນຊົດເຊີຍ ທີ່ສົມເຫດສົມຜົລ ແລະມີຄວາມຊັກຊ້າ.
ດັ່ງຊາວບ້ານຜູ້ນີ້ກ່າວຕໍ່ ວິທຍຸເອ ເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖືກຢູ່ຢູ່ນາຫັ້ນເຮັກຕ້າຣ໌ປາຍ ເຈົ້າຂອງທົ່ງນາ ຂ້ອຍນີ້ແຫຼະ ນ້ອງນີ້ແຫຼະ ກາບໍ່ໄດ້ອີ່ສັງ ເຂົາບໍ່ບອກອີ່ສັງນ່າ ຄືບໍ່ເຫັນໄດ້ອີ່ຫຍັງຫັ້ນນ່າ.”
ຫຼ້າສຸດນີ້ໃນວັນທີ 23 ກັນຍາ 2022 ທີ່ຜ່ານມາ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ຣາຍງານວ່າ ຜົລກະທົບສະເພາະ ບ້ານຄັນໝາກນາວ ຊຶ່ງເປັນເຂດກໍ່ສ້າງ ໂຄງການເຂື່ອນໄຟຟ້າ ມີຊາວບ້ານໄດ້ຮັບຜົລກະທົບ ສູນເສັຽດິນນາ, ດິນສວນ ແລະ ດິນປຸກສ້າງ ຈຳນວນ 22 ຄອບຄົວແຍກເປັນ ຜົລກະທົບເນື້ອທີ່ດິນຖາວອນ ປະມານ 27 ເຮັກຕ້າຣ໌ ແລະ ຜົລກະທົບເນື້ອທີ່ດິນ ຊົ່ວຄາວປະມານ 28 ເຮັກຕ້າຣ໌ ຮວມມູນຄ່າ ການຊົດເຊີຍຈຳນວນ 3,800 ລ້ານກີບ.
ແນວໃດກໍຕາມ ມີຊາວບ້ານບ້ານຄັນໝາກນາວ ຈຳນວນ 4 ຄອບຄົວ ທີ່ບໍ່ຮວມຢູ່ໃນ 22 ຄອບຄົວນີ້ ໄດ້ເງິນຊົດເຊີຍໄປແລ້ວ ເພາະດິນນາຖືກຜົລກະທົບຖາວອນ ຈາກການກໍ່ສ້າງເຂື່ອນໄຟຟ້າ ໃນໄລຍະທຳອິດ.
ຂະນະທີ່ຊາວບ້ານ ທີ່ຜົລກະທົບສ່ວນທີ່ເຫຼືອ ຍັງບໍ່ໄດ້ຮັບເງິນຊົດເຊີຍເທື່ອ ເນື່ອງຈາກບາງບ້ານ ກໍຍັງຢູ່ລະຫວ່າງການສຳຣວດ ແລະປະເມີນຜົລກະທົບ ບໍ່ທັນສຳເຣັດເທື່ອ ແລະຍັງບໍ່ມີການກຳນົດ ຢ່າງຈະແຈ້ງເທື່ອວ່າ ຈະໄດ້ຮັບມື້ໃດແທ້ ເນື່ອງຈາກຍັງຕ້ອງລໍຖ້າ ບໍຣິສັດຜູ້ລົງທຶນ ຈາກວຽດນາມເຂົ້າມາສືບຕໍ່ໂຄງການ.
ດັ່ງເຈົ້າໜ້າທີ່ ແຂວງອັດຕະປືກ່າວຕໍ່ ວິທຍຸເອ ເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນໃຫ້ແຕ່ໄລຍະເບື້ອງຕົ້ນຫັ້ນ ທີ່ບໍ່ສາມາດເຮັດການຜລິຕໄດ້ ບ່ອນເນື້ອທີ່ນາຊື່ໆ ໃດ໊ຍັງບໍ່ທັນໄດ້ເວົ້າຜົລກະທົບ ດ້ານອື່ນ, (ຄືບໜ້າຂອງໂຄງການ) ໂຕເລຂເພິ່ນສລຸບ ຫວ່າງກ່ອນຫັ້ນໄດ້ 45% ເພາະວ່າເພິ່ນພັກໃນຊ່ວງຍາມຝົນນີ້ເດ້ ບໍ່ໄດ້ມີການດຳເນີນກໍ່ສ້າງອີ່ຫຍັງ ຄາດວ່າຈະມາໄດ້ປະມານ 75% ໃນຊ່ວງແລ້ງ.”
ອີງຕາມການປະເມີນ ຜົລກະທົບຕໍ່ສັງຄົມ ຂອງໂຄງການເຂື່ອນເຊກອງ ຕອນລຸຸ່ມ A ລະບຸວ່າບ້ານທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນໄປແບບຖາວອນ ເປັນຕົ້ນດິນນາ, ດິນສວນ ຮວມປະມານ 192,000 ຕາແມັດ ມີທັງໝົດໝົດ 5 ບ້ານ, ຈຳນວນ 163 ຄອບຄົວ ປະກອບມີບ້ານຄັນໝາກນາວ 26 ຄອບຄົວ, ບ້ານຫາດຊາຍສູງ 52 ຄອບຄົວ, ບ້ານນໍ້າກົງ 35 ຄອບຄົວ, ບ້ານຫາດຍາວ 30 ຄອບຄົວ ແລະ ບ້ານມິດສັມພັນ 20 ຄອບຄົວ.
ສຳລັບໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຕັ້ງຢູ່ບ້ານຄັນໝາກນາວ ເມືອງສນາມໄຊ ແຂວງອັດຕະປື ເຣີ່ມສຳຣວດ ແລະສຶກສາຄວາມເປັນໄປໄດ້ ມາແຕ່ປີ 2015 ແລະ ສຳເຣັດໃນປີ 2019 ໂດຍຈະມີເນື້ອທີ່ ພັທນາທັງໝົດ 3,342 ເຮັກຕ້າຣ໌ ໃນນີ້ແບ່ງເປັນອ່າງເກັບນໍ້າ 3,254 ເຮັກຕ້າຣ໌ ແລະ ອີກ 88 ເຮັຕ້າຣ໌ ຈະເປັນອາຄານ ສຳນັກງານຕ່າງໆຂອງໂຄງການ.
ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຫຼື ເຊກອງ ເອ ດາວສຕຣີມ ໄຮໂດຣພາວເວີ ໂປຣເຈັກ (Sekong A Downstream Hydropower Project) ມີຂນາດກຳລັງຕິດຕັ້ງ 86 ເມກາວັຕ ລັກສະນະເປັນເຂື່ອນ ແບບຝາຍນໍ້າລົ້ນ (Run-Off-River) ໂຄງການດັ່ງກ່າວແມ່ນບໍຣິສັດ ວີ ແອສ ເຮັສ ຄໍເປີເຣຊັນ ລາວ (V & H Corporation Lao) ເປັນຜູ້ພັທນາໂຄງການ ຊຶ່ງມີບໍຣິສັດ ອິນໂນກຣີນ ເອັນຈີເນັຽຣິງ (Innogreen Engineering) ເປັນບໍຣິສັດທີ່ປຶກສາ ແລະ ບໍຣິສັດ ຊົງດາ (Song Da) ຂອງວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ.
ໂຄງການດັ່ງກ່າວ ມີມູນຄ່າການລົງທຶນ 152,88 ລ້ານໂດລ້າຣ໌ສະຫະຣັຖ ເຣີ່ມກໍ່ສ້າງເມື່ອຕົ້ນປີ 2021 ປັດຈຸບັນການກໍ່ສ້າງ ຄືບໜ້າໄປແລ້ວເກີນ 45% ແລະ ມີກຳນົດສ້າງສຳເຣັດໃນປີ 2023 ນີ້ສ່ວນໄຟຟ້າທີ່ຜລິຕໄດ້ນັ້ນ ຈະຂາຍໃຫ້ກັບຣັຖວິສາຫະກິຈ ໄຟຟ້າລາວ ເພື່ອນຳໃຊ້ພາຍໃນ ແຂວງພາກໃຕ້ຂອງປະເທດລາວ.