ຣັຖໃຫ້ສັມປະທານດິນ ແກ່ນັກລົງທຶນ ແຕ່ປະຊາຊົນ ບໍ່ມີດິນທຳກິນ

ຊາວບ້ານ ທີ່ຢູ່ໃກ້ກັບໂຄງການແຫ່ງ ໃນ ສປປ ລາວ ເຊິ່ງຊາວບ້ານສ່ວນໃຫຍ່ ຍັງທຸກຍາກ, ຫຼາຍຄອບຄົວ ບໍ່ມີດິນເພື່ອການຜລິດ ກະສິກັມ. ວັນທີ 15 ຕຸລາ ປີ 2022.
ຊາວບ້ານ ທີ່ຢູ່ໃກ້ກັບໂຄງການແຫ່ງ ໃນ ສປປ ລາວ ເຊິ່ງຊາວບ້ານສ່ວນໃຫຍ່ ຍັງທຸກຍາກ, ຫຼາຍຄອບຄົວ ບໍ່ມີດິນເພື່ອການຜລິດ ກະສິກັມ. ວັນທີ 15 ຕຸລາ ປີ 2022. (RFA)

0:00 / 0:00

ປັດ​ຈຸ​ບັນ ຣັ​ຖ​ບານ ມີ​ການ​ໃຫ້​ສັມ​ປະ​ທານ​ທີ່​ດິນ​ ແກ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ເປັນ​ຈຳ​ນວນ​ຫຼາຍ ເຮັກ​ຕ້າ​ຣ໌​ ແລະ ການ​ສັມ​ປະ​ທານ ໄດ້​ໄປ​ກວມ​ເອົາ​ທີ່​ດິນ​ທຳ​ກິນ ​ຂອງ​ປ​ະ​ຊາ​ຊົນ ເຮັດ​ໃຫ້ເຂົາ​ເຈົ້າ​ບໍ່​ມີ​ທີ່​ດິນ​ ທຳ​ກິນ ຈົນ​ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ໄປ​ບຸກ​ເບີກ ​ທີ່​ດິນໃໝ່.

ປະ​ຊາ​ຊົນ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

“ມັນ​ກະ​ຜົ​ລ​ກະ​ທົບ​ແຫຼະ ປະ​ຊາ​ຊົນ​ບໍ່​ມີ​ເນື້ອ​ທີ່​ທຳ​ການ​ຜ​ລິດ ມັນ​ຜົ​ລ​ກະ​ທົບ​ແນວ​ນັ້ນ​ແຫຼວ ບາດນີ້ ປະ​ຊາ​ຊົນ​ກະ​ໄປ​ບຸກ​ລຸກ​ປ່າ​ສະຫງອກ ສະ​ຫງວນ ອຶກ​ກະ​ທຶກ​ຄຶກ​ໂຄມ. ຂອງ​ແນວບໍ່​ມີ​ໃຫ້​ເຮັດ ເຮັດ​ຈັ່ງ​ໃດ ມີ​ແຕ່​ເຂົາ​ບຸກ​ລຸກ​ເລີຍ ຂັ້ນ​ບຸກ​ລຸກ​ແນວ​ນັ້ນ ກະ​ວ່າ ຖືກ​ຈັບ ຖືກ​ປັບໃໝ​ຜູ້​ລະ 20, 30 ລ້ານ ກີບ, 70 ລ້ານ ກີບກະ​ມີ ຄັນ​ບໍ່​ເຮັດ ກະ​ບໍ່​ມີ​ບ່ອນ​ເຮັດ ຊິ​ເຮັດ​ຈັ່ງ​ໃດ.”

ການ​ໃຫ້​ສັມ​ປະ​ທານ ທີ່​ດິນ​ແກ່​ນັກ​ລົງ​ທຶນ ​ເປັນ​ຈຳ​ນວນ​ຫຼາຍ ຕໍ່​ໜ້າ ກໍ​ຈະ​ບໍ່​ມີ​ທີ່​ດິນ​ ໃຫ້​ແກ່​ປະ​ຊາ​ຊົນ ໄດ້​ຜ​ລິດ​ກະ​ສິ​ກັມ ເພື່ອ​ລ້ຽງ​ຊີບ ຍ້ອນ​ວ່າ ທີ່​ດິນ​ສ່ວນ​ຫຼາຍຖືກ​ນັກ​ລົງ​ທຶນ ​ຕ່າງ​ປະ​ເທດ ຈັບ​ຈອງ​ເອົາ​ໝົດ​ແລ້ວ.

ປະ​ຊາ​ຊົນ ທ່ານນີ້ ກ່າວ​ຕື່ມ​ວ່າ:

“ກະ​ມີ​ຫັ້ນ​ແຫຼະ ມີ​ແຕ່​ເວົ້າ​ເລື່ອງ​ທີ່​ດິນ​ຫັ້ນ​ແຫຼະ ມີ​ບັນ​ຫາ ກະ​ຍ້ອນ​ວ່າ ດິນນີ້ ບໍ​ຣິ​ສັດ​ນີ້ ສັມ​ປະ​ທານ​ຫຼາຍ​ບ່ອນ ຈົນ​ໝົດ​ຫັ້ນ​ນ່າ ບໍ່​ວ່າ​ເຂດ​ໃດ ເຂດ​ໃດ ຖືກ​ບໍ​ຣິ​ສັດ​ສັມ​ປະ​ທານ​ໝົດ ວຽດ, ຈີນ ນັບ​ມື້​ນັບ​ໝົດ​ນ່າ​ດິນ ອາ​ດ​ຊິບໍ່​ມີ​ແລ້ວ.”

ເນື້ອ​ທີ່​ດິນ​ສ່ວນ​ໃຫຍ່​ ທີ່​ຣັ​ຖ​ບານ ໃຫ້​ນັກ​ລົງ​ທຶນ​ສັມ​ປະ​ທານນັ້ນ ສ່ວນ​ຫຼາຍ​ເປັນ​ດິນ​ ທີ່​ປະ​ຊາ​ຊົນເຄີຍ​ຈັບ​ຈອງ​ມາ​ກ່ອນ.

ປະ​ຊາ​ຊົນ ທ່ານ​ນີ້ ກ່າວ​ຕື່ມ​ວ່າ:

“ດິນ​ຫັ້ນ ມັນ​ເປັນ​ດິນ​ຂອງ​ປະ​ຊາ​ຊົນ​ ແຕ່​ກ່ອ​ນ​ຫັ້ນ ບາດນີ້ ການ​ບຸກ​ເບີກ ໃຫ້​ບໍ​ຣິ​ສັດ ທັງ​ໝົດ​ຫັ້ນ​ນ່າເນື້ອ​ທີ່ ບາດນີ້ ປະ​ຊາ​ຊົນ ບໍ່​ມີ​ດິນ​ທຳ​ການ​ຜ​ລິດ​ ກະມັນ​ກະ​ມີ​ບັນ​ຫາເດັກ​ນ້ອຍ​ໄວ​ຣຸ້ນ ມີ​ແຕ່​ຫາ​ລັກ​ກິນ​ຫັ້ນ​ແຫຼະ.”

ປະ​ຊາ​ຊົນ ບໍ່​ມີ​ໃບ​ຕາ​ດິນ​ຖາ​ວອນ ຈຶ່ງ​ເກີດ​ຊ່ອງວ່າງ ທີ່​ເຈົ້າ​ໜ້າ​ທີ່​ຣັ​ຖ ເອົາ​ດອນ​ເຂົາ​ເຈົ້າ​ໃຫ້​ນັກ​ລົງ​ທຶນ​ສັມ​ປະ​ທານ. ບາງ​ກໍ​ລະ​ນີ ນາຍ​ບ້ານ ແລະ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຂາຍ​ໃຫ້​ນັກ​ລົງ​ທຶນ​ໂດຍ​ຕຣົງ. ໂຕ​ຢ່າງ ທີ່​ດິນ​ຢູ່​ບ້ານ​ຢຶບ ​ເມືອງ​ທ່າ​ແຕງ​ ແຂວງ​ເຊກອງ ທີ່​ນາຍ​ບ້ານ ແລະ ເຈົ້າ​ໜ້າ​ທີ່​ເມືອງ ແລະ ແຂວງ ເຊັນ​ຂາຍ​ດິນ​ໃຫ້​ບໍ​ຣິ​ສັດ ຢາງ​ພາ​ຣາວຽດ​ນາມ.

ປະ​ຊາ​ຊົນ ທີ່ບໍ່​ມີ​ທີ່​ດິນ​ ຈຳ​ເປັນ​ຕ້ອງ​ໄດ້​ໄປ​ເຊົ່າ​ທີ່​ດິນ ​ນຳ​ບໍ​ຣິ​ສັດ ເພື່ອ​ມາ​ຜ​ລິດ​ກະ​ສິ​ກັມ ເພື່ອ​ລ້ຽງ​ຊີບ ຈາກ​ທີ່​ແຕ່ກ່ອນ ເຂົາ​ເຈົ້າ​ເປັນ​ເຈົ້າ​ຂອງ​ທີ່​ດິນ ແຕ່ປັດ​ຈຸ​ບັນ ປະ​ຊາ​ຊົນ ຈຳ​ນວນ​ນຶ່ງ ຕ້ອງ​ໄດ້​ເຊົ່າ​ທີ່​ດິນ​ນຳ​ຄົນ​ຕ່າງ​ປະ​ເທດ.

ປະ​ຊາ​ຊົນອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

“ຍາມນີ້​ກະ​ບໍ່​ມີ​ທີ່​ດິນ ໝົດ​ລະ​ບໍ່​ມີ​ບ່ອນເຮັດ ບໍ​ຣິ​ສັດ​ຍຶດ​ໝົດ ເອົາ​ໝົດ ຫາ​ເຊົ່າ​ດິນ​ເຂົາ​ຢູ່ ເຊົ່າ​ຢູ່​ນຳ​ບໍ​ຣິ​ສັດ.”

ຢູ່​ເຂດ​ເມືອງປາກ​ຊ່ອງ ແຂວງ​ຈຳ​ປາ​ສັກ ມີ​ຄົນ​ຈີນ​ໄປ​ເລາະ​ຊື້​ທີ່​ດິນ​ນຳ​ຊາວ​ບ້ານ ໃນ​ລາ​ຄາ 10 ລ້ານ​ກີບ​ຕໍ່​ເຮັກ​ຕ້າ​ຣ໌ ໂດຍການ​ໃສ່​ຊື່​ຄົນ​ລາວ​ແທນ ອີງ​ຕາມ​ຂໍ້​ມູນ​ຈາກ​ປະ​ຊາ​ຊົນ ​ເມືອງ​ປາກ​ຊ່ອງ.

ປະ​ຊາ​ຊົນ ຈະ​ເຂົ້າ​ໄປ​ບຸກ​ເບີກ​ເນື້ອ​ທີ່​ດິນ​ໃໝ່​ ເພື່ອ​ເຮັດ​ການ​ຜ​ລິດ​ກະ​ສິ​ກັມ ແຕ່ເຈົ້າ​ໜ້າ​ທີ່ບໍ່​ອະ​ນຸ​ຍາດ​ໃຫ້​ເຮັດ ຍ້ອນ​ ເຈົ້າ​ໜ້າ​ທີ່​ອ້າງວ່າ ເປັນ​ດິນ​ປ່າ​ຜ​ລິດ ປະ​ຊາ​ຊົນບໍ່​ສາ​ມາດ​ເຂົ້າ​ໄປ​ບຸກ​ເບີກ​ໄດ້.

ເຖິ​ງວ່າ ຣັບ​ຖານ ພະ​ຍາ​ຍາມ ສົ່ງ​ເສີມ​ວຽກ​ງານ​ ເພື່ອ​ປູກ​ພືດ​ເປັນ​ສິນ​ຄ້າ ແລະ ປູກ​ພືດ​ ເພື່ອ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ, ແຕ່ ໃນ​ໂຕ​ຈິງ​ແລ້ວ ບໍ​ຣິ​ສັດຕ່າງ​ປະ​ເທດເປັນ​ຜູ້​ທີ່​ໄດ້​ຮັບ​ສັມ​ປະ​ທານ ແລະ ບໍ່​ໄດ້​ໃຫ້​ຜົ​ລ​ປ​ໂຍດ​ຕໍ່​ປະ​ຊາ​ຊົນ ຢູ່​ຊົນ​ບົດ​ທີ່​ເປັນ​ຄົນ​ສ່ວນ​ໃຫຍ່.

ຍາ​ນາງ Shalmali Guttal ຜູ້​ອຳ​ນວຍ​ການ ອົງ​ການ Focus on the Global South ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ​ທີ່​ເຄີຍເຮັດ​ວຽກ​ຢູ່​ປະ​ເທດ​ລາວ ມາ​ຫຼາຍ​ປີ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ມີ​ການ​ຕັດ​ໄມ້​ອອກ​ມາ ເພື່ອ​ເຮັດ​ກະ​ສິ​ກັມ ແລະ ອຸດ​ສາ​ຫະ​ກັມ​ແລ້ວ ມັນ​ກໍ​ເກີດ​ຜົ​ລ​ກະ​ທົບ​ຕໍ່​ລະ​ບົບ​ນິ​ເວດ​ວິ​ທະ​ຍາ ສົ່ງຜົ​ລ​ກະ​ທົບ​ຕໍ່​ຕາ​ຝັ່ງ​ເຈື່ອນ ຜົ​ລ​ກະ​ທົບ​ຕໍ່​ແມ່​ນ້ຳ ມີ​ການ​ໃຊ້​ສານ​ເຄ​ມີ​ຫຼາຍເຂົ້າ​ໃນ​ທຸ​ຣະ​ກິ​ຈ ​ກະ​ສິ​ກັມ ຜົ​ລ​ກະ​ທົບ​ດັ່ງ​ກ່າວ ມີ​ຄວາມ​ຮ້າຍ​ແຮງ ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ຢູ່​ເຂດ​ຊົນ​ບົດ ສະ​ນັ້ນ ເມື່ອ​ເບິ່ງ​ຄືນ​ຫຼັງ​ແລ້ວ 15 ປີ ຜ່ານ​ມາ ການ​ເຮັດ​ທຸ​ຣະ​ກິ​ຈ​ກະ​ສິ​ກັມ ບໍ່​ໄດ້​ຮັບ​ໃຊ້​ປະ​ຊາ​ຊົນທ້ອງ​ຖິ່ນ​ແຕ່​ຢ່າງ​ໃດ.”

ຕໍ່​ກັບ​ການ​ທີ່ ຣັ​ຖ​ບານ​ລາວ ຕ້ອງ​ການ​ຢາກ​ສົ່ງ​ເສີມການ​ປູກ​ພືດ​ເປັນ​ສິນ​ຄ້າ ແລະ ຄ້ຳ​ປະ​ກັນ​ສ​ຽງ​ອາ​ຫານນັ້ນ ໃນ​ທາງ​ນຶ່ງ ກໍ​ເປັນ​ສັນ​ຍານ​ທາງບວກ.

ຍາ​ນາງ Shalmali Guttal ກ່າ​ວ່າ :

“ຄິດ​ວ່າ ມັນ​ເປັນ​ສິ່ງ​ທີ່​ດີ ທີ່​ຜູ້​ນຳ​ປະ​ເທດ ຮັບ​ຮູ້​ຄວາມ​ສັມ​ຄັນໃນ​ການເພີ່ມ​ທະ​ວີ ວຽກ​ງານ​ກະ​ສິ​ກັມ ແລະ ການ​ດຳ​ລົງ​ຊີ​ວິດ​ປະ​ຊາ​ຊົນ ຢູ່​ເຂດ​ຊົນ​ນະ​ບົດ ແລະ ໃຫ້​ຄວາມ​ສົນ​ໃຈ ຍົກ​ບັນ​ຫານີ້ ເຮັດໃຫ້​ສາ​ກົນ​ໃຫ້​ຄວາມ​ສົນ​ໃຈ ວ່າ ຈະ​ຕ້ອງ​ມີ​ການ​ປູກ​ພືດ​ຫຼາຍ​ຂຶ້ນ​ໃນ​ປະ​ເທດ​ລາວ ແລະ ເພື່ອຫລຸດ​ຜ່ອນ​ກາ​ນ​ນຳ​ເຈົ້າ​ສິນ​ຄ້າ ແລະ ເພີ່ມ​ການຜ​ລິດ​ສະ​ບຽງ​ອາ​ຫານ​ໃນ​ລາວ.”

ໃນ​ອີກ​ທາງ​ນຶ່ງ ກໍ​ຄື ຣັ​ຖ​ບານພຽງ​ແຕ່ ຕ້ອງ​ການ​ຢາກ​ສົ່ງ​ເສີມ ການປູກ​ພືດ​ເປັນ​ສິນ​ຄ້າ ແລະ ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ຫຼື ການ​ພັ​ທ​ນາ​ກະ​ສິ​ກັມ ແລະ ປ່າ​ໄມ້, ແຕ່ ບໍ່​ໄດ້​ເວົ້າ​ເຖິງ​ການ​ປະ​ຕິ​ຮູບ​ທີ່​ດິນ ການ​ນຳ​ໃຊ້​ທີ່​ດິນ​ໃຫ້​ເກີດ​ຄວາມ​ຍືນ​ຍົງ ແກ່​ປະ​ຊາ​ຊົນ​ທ້ອງຖິ່ນ.

ຍາ​ນາງ Shalmali Guttal ໄດ້​ກ່າວ​ວ່າ:

“ສິ່ງ​ທີ່​ອອກ​ເປັນ​ຂ່າວ​ປະ​ກົດ​ວ່າ ສ່ວນ​ຫຼາຍຈະ​ເລັງ​ໃສ່​ແຕ່ ການ​ຫັນ​ປຽນ​ກະ​ສິ​ກັມ ແລະ ປ່າ​ໄມ້ ເພື່ອ​​ຮັບ​ໃຊ້​ການປູກ​ພືດ​ເປັນ​ສະ​ບຽງ​ຫາ​ຫານ, ແຕ່ ບໍ່​ໄດ້​ເວົ້າ​ເຣື່ອງການ​ນຳ​ໃຊ້​ທີ່​ດິນ​ແນວ​ໃດ ໃຫ້​ເກີດ​ຄວາມ​ຍືນ​ຍົງ.”

ປະ​ຊາ​ຊົນ ຢູ່​ເຂດ​ຊົນ​ນະ​ບົດອາ​ໄສ ​ທີ່​ດິນ​ປ່າ​ໄມ້​ເປັນ​ແຫຼ່ງ​ສະ​ບຽງ​ ອາ​ຫານ​ຂອງ​ເຈົ້າ​ເຈົ້າ.

ຍ​າ​ນາງ Shalmali Guttal ກ່າວ​ວ່າ:

“ປະ​ຊາ​ຊົນ​ສ່ວນ​ຫຼາຍ ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ຊົນ​ນະ​ບົດ ເຮັດ​ການ​ຜ​ລິດ​ ແບບ​ຄອບ​ຄົວ ແລະ ເພື່ອ​ຈະ​ໃຫ້​ເຂົ້າ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ນັ້ນ ເຂົາ​ເຈົ້າ​ຕ້ອງ​ມີ​ທີ່​ດິນ​ເປັນ​ຂອງ​ໂຕ​ເອງ ແລະ ສິ່ງ​ທີ່​ສັມ​ຄັນ​ກໍ​ຄື ເຂົາ​ເຈົ້າຕ້ອງ​ການທີ່​ດິນ​ປ່າ​ໄມ້​ຊຸມ​ຊົນ ເພື່ອ​ໃຫ້​ສາ​ມາດ​ເກັບ​ເຄື່ອງ​ປ່າ​ຂອງ​ດົງ​ ມາ​ເປັນ​ອາ​ຫານ ຍ້ອນ​ວ່າ ແຫຼ່ງ​ອາ​ຫານ​ສ່ວນ​ຫຼາຍຂອງ​ປະ​ຊາ​ຊົນ ຢູ່​ເຂດ​ຊົນ​ນະ​ບົດ ແມ່ນ​ມາ​ຈາກ​ປ່າ.”

​ປະ​ເທດ​ລາວ ​ມີ​ການ​ລົງ​ທຶນ​ທາງ​ດ້ານກະ​ສິ​ກັມ ມີ​ການ​ເຮັດ​ທຸ​ຣະ​ກິ​ຈ​ ທາງ​ດ້ານ​ກະ​ສິ​ກັມ ບໍ່​ວ່າ​ຈະ​ເປັນ​ບໍ​ຣິ​ສັດ ລາວ​ເອງ ແລະ ບໍ​ຣິ​ສັດ​ຂອງ​ຕ່າງ​ປະ​ເທດ ທີ່​ເຂົ້າ​ມາ​ສັມ​ປະ​ທານ​ທີ່​ດິນ ທີ່ກວ້າງ​ໃຫຍ່. ບາງ​ກໍ​ລະ​ນີ ຣັ​ຖ​ບານ​ໃຫ້​ສັມ​ປະ​ທານ ແກ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ແຕ່ຫຼັງ​ຈາກ​ມີ​ການ​ຕັດ​ໄມ້​ອອກ​ໝົດ​ ແລ້ວ ເນື້ອ​ທີ່​ປ່າ​ໄມ້ ແລະ ເນື້ອ​ທີ່​ດິນ ກໍ​ມີ​ການ​ເຊື່ມ​ໂຊມ.

ຍ​າ​ນາງ Shalmali Guttal ກ່າວ​ວ່າ:

“ທີ່​ດິນ​ປ່າ​ໄມ້ກວ້​າງ​ໃຫຍ່ ຖືກ​ຫັນ​ປ່ຽນ​ມາ​ເປັນ​ການ​ຕັດ​ໄມ້​ອອກ ແລະ ຫຼັງ​ຈາກ​ຕັດ​ໄມ້​ອອກ​ໝົດ​ແລ້ວ ເນື້ອ​ທີ່​ປ່າ​ໄມ້​ກໍ​ມີ​ການ​ເຊື່ອ​ໂຊມ ບໍ່​ວ່າ ຣັ​ຖ​ບານ​ຈະ​ພິ​ຈາ​ລະ​ນາ​ບັນ​ຫານີ້​ຫຼືບໍ່ ແຕ່ ຄວາມ​ຈິງ​ກໍ​ຄື ເນື້ອ​ທີ່​ດິນ​ປ່າ​ໄມ້ກໍ​ຖືກ​ນຳ​ໃຊ້​.”

20221016_103458.jpg

ເຂດ​ພັ​ທ​ນາ​ນັ້ນ ມີ​ການ​ເຕີບ​ໂຕ​ຢູ່ ໂດຍ​ສະ​ເພາະ​ໂຕ​ເມືອງ, ປະ​ຊາ​ຊົນສ່ວນ​ນຶ່ງ ກໍ​ໄດ້​ຄ່າ​ຊົດ​ເຊີຍ ​ສ່ວນ​ໃດ​ສ່ວນ​ນຶ່ງ ຫຼື ລາ​ຍ​ໄດ້​ຈາກ​ການ​ເຮັດ​ກະ​ສິ​ກັມ ແບບ​ພັ​ນ​ທະ​ສັນ​ຍາ ປະ​ຊາ​ຊົນ​ສ່ວນ​ນຶ່ງ ມີການ​ດຳ​ລົງ​ຊີ​ວິດດີ​ຂຶ້ນ ແຕ່ ປະ​ຊາ​ຊົນ ສ່ວນ​ໃຫຍ່ ຢູ່​ເຂດ​ຊົນ​ບົດ ກໍ​ຍັງ​ມີ​ຊີ​ວິດ​ການ​ເປັນ​ຢູ່ບໍ່​ດີ​ຂຶ້ນ.

ຍ​າ​ນາງ Shalmali Guttal ໄດ້ກ່າວ​ວ່າ:

“ຂ້ອຍ​ກໍ​ຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ ປະ​ຈັກ​ຕາ​ວ່າ ການ​ເຮັດ​ທຸ​ຣະ​ກິ​ຈ ​ດ້ານ​ກະ​ສິ​ກັມ ສົ່ງ​ຜົ​ລ​ດີ​ຕໍ່​ປະ​ຊາ​ຊົນ ​ສ່ວນ​ໃຫຍ່ ໂດຍ​ສະ​ເພາະ ຜູ້​ທີ່​ທຸກ​ຍາກ.”

ເຈົ້າໜ້າທີ່ກະຊວງ ຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່່າວວ່າ ທົ່ວປະເທດລາວ ມີການຂຶ້ນທະບຽນໃບຕາດິນແລ້ວ 1.6 ລ້ານປາຍຕອນ ແລະຍັງບໍ່ຂຶ້ນທະບຽນ ອອກໃບຕາດິນຖາວອນ 1.3 ລ້ານປາຍຕອນ.

ບັນ​ຫາ​ທີ່​ເກີດ​ຂຶ້ນ​ກໍ​ຄື ຊາວ​ບ້ານບໍ່​ໃບ​ຕາ​ດິນ ເປັນ​ຊ່ອງວ່າງ​ໃຫ້ເຈົ້າ​ໜ້າ​ທີ່​ບາງ​ຄົນ ແລະ ບໍ​ຣິ​ສັດ​ເອກ​ຊົນ ເຂົ້າ​ມາ​ສັມ​ປະ​ທານ ແລະ ເຂົາ​ດິນ​ຂອງ​ເຂົາ​ເຈົ້າໄດ້.

ຍານາງ ບົວຄຳ ທິບພະວົງ ອະ​ດີດ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫຼວງວຽງຈັນ ເຄີຍສເນີ ໃຫ້ຣັຖບານກວດຄືນ ທີ່ດິນໃນທົ່ວປະເທດ ທີ່ມີການຈັບຈອງ ແລະບຸກລຸກທີ່ດິນ ແບບບໍ່ຖືກຕ້ອງ ຕາມກົດໝາຍ ໂດຍສະເພາະກັບເຈົ້າໜ້າທີ່ຣັຖ ບາງຄົນ ທີ່ໄປຈັບຈ່ອງເອົາທີ່ດິນຣັຖ ມາເປັນຂອງໂຕເອງ ຫລື ສວຍໃຊ້ໜ້າທີ່ຕຳແໜ່ງ ເອື້ອຜົລປະໂຫຍດໃຫ້ກັບພັກພວກ ແລະກຸ່ມນາຍທຶນ.

ອີງ​ຕາມ​ຂໍ້​ມູນ​ຈາກ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທັມມະ​ຊາຕ ແລະ ສິ່ງ​ແວດ​ລ້ອມ, ຣັ​ຖ​ບານ​​ໄດ້ໃຫ້​ສັມ​ປະ​ທານ​ທີ່​ດິນ​ແກ່​ນັກ​ລົງ​ທຶນ​ ເພື່ອເພື່ອ​ປູກ​ໄມ້​ອຸດ​ສາ​ຫະ​ກັມ ຫຼາຍກວ່າ 1 ລ້ານ​ເຮັກ​ຕ້າຣ໌ ເຊິ່ງ​ຍັງ​ບໍ່​ລວມ​ເອົາ​ທີ່​ດິນ​ໃຫ້​ສັມ​ປະ​ທານ​ສຳ​ລັບ​ໂຄງ​ການ​ເຂື່ອນ ແລະ ໂຄງ​ການບໍ່​ແຮ່.

ເຖິງ​ຢ່າງ ໃດ​ກໍ​ຕາມ, ຜູ້​ສັງ​ເກດ​ການ​ເລື່ອງ​ໃຫ້​ການ​ສັມ​ປະ​ທານ ​ທີ່​ດິນ ກໍ​ເຫັນ​ວ່າ ເນື້ອ​ທີ່​ສັມ​ປະ​ທານ​ທີ່​ດິນ​ໃນ​ໂຕ​ຈິງ ຈະ​ສູງກວ່າຂໍ້​ມູນ​ຈາກ​ທາງ​ການ​ລາວ ຍ້ອນ​ວ່າ ການ​ເຊົ່າ ແລະ ສັມ​ປະ​ທານ ທີ່​ດິນ​ຢູ່​ບາງ​ເຂດ ບໍ່​ໄດ້​ແຈ້ງ​ໃຫ້​ທາງ​ການ​ລາວ ຂັ້ນ​ສູນ​ກາງ​ໄດ້​ຮັບ​ຮູ້.

ບັນຫາທີ່ດິນ ທີ່ບໍ່ສາມາດແກ້ໄຂໄດ້ ແລະ ເປັນບັນຫາຊໍາເຮື້ອມາຫຼາຍປີ ຍ້ອນວ່າ ຍັງມີການຈັບຈອງດິນຂາຍໃຫ້ເອກຊົນ ແລະ ການປະຕິບັດກົດໝາຍ ຍັງບໍ່ສັກສິດ.

ເຈົ້າໜ້າທີ່ ​ກ່ຽວຂ້ອງ ທ່ານນຶ່ງ ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ເລື່ອງບັນຫາທີ່ດິນເນາະ ເຮົາຊິປະຕິຮູບແນວໃດກະແນວ ເລື່ອງການປະຕິຮູບທີ່ດິນ ຖ້າວ່າ ຍັງໃຫ້ມີເອກຊົນມາຜູກຂາດບໍ່ ຫຼືວ່າ ຣັຖຍັງຂາຍໃຫ້ເອກຊົນບໍ່ ອັນນີ້ນິ ຄືຊິບໍ່ສງົບຈັກເທື່ອດອກ.​”

ມີການດັດແກ້ກົດໝາຍທີ່ດິນ ແຕ່ ບໍ່​ມີ​ການ​ບັງ​ຄັບ​ໃຊ້ກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ, ເຈົ້າ​ໜ້າ​ທີ່​ມີ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ ກັບ​ປະ​ຊາ​ຊົນ ແຕ່ ບໍ່​ບັງ​ຄັບ​ໃຊ້​ກັບ​ເຈົ້າ​ໜ້າ​ທີ່​ຜູ້​ກະ​ທຳ​ຜິດ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ກ່າວຕື່ມວ່າ:

“ກົດໝາຍເພື່ອປະຊາຊົນ ບໍ່ແມ່ນກົດໝາຍຂອງພະນັກງານ ພະນັກງານເຮັດອິຫຍັງ ກະຍົກເວັ້ນ ຍົກໂຕຢ່າງ ບໍ່ແມ່ນເພື່ອພນັກງານທະຫານ.”

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ຍັງ​ຍົກໂຕ​ຢ່າງວ່າ:

“ດິນຂອງເຈົ້ານາຍ 1,000 ເຮັກຕ້າ​ຣ໌ 2,000 ເຮັກຕ້າຣ໌ ລະກົດໝາຍໝາຍ ກໍານົດແນວນັ້ນບໍ່ ແຕ່ ບາດເສັຽພາສີ ພັດບໍ່ມີຄົນເສັຽ.”

ເຈົ້າ​ໜ້າ​ທີ່ກະ​ຊວງ​ ຊັບ​ພະ​ຍາ​ກອນ​ທັມ​ມະ​ຊາຕ ແລະ ສິ່ງ​ແວດ​ລ້ອມ ​ເຄີຍ​ເປີດ​ເຜີຍ​ຂໍ້​ມູນ​ວ່າ ເຈົ້າ​ໜ້າ​ທີ່​ແຂວງ ໃຫ້​ສັມ​ປະ​ທານທີ່​ດິນ​ ເຂດ​ປ່າ​ສ​ງວນ​ແຫ່ງ​ຊາຕ ແກ່​ນັກ​ລົງ​ທຶນເພື່ອ​ປູກ​ຢ່າງ​ພາ​ຣາ ແລະ ນອກ​ຈາກນີ້ ກໍ​ມີ​ເກີດ​ມີ​ຂໍ້​ຂັດ​ແຍ່ງ​ ດ້ານທີ່​ດິນລະ​ຫວ່າງ ເຈົ້າ​ຂອງ​ໂຄງ​ການ ແລະ ປະ​ຊາ​ຊົນທ້ອງ​ຖິນ ຈົນ​ເຮັດ​ໃຫ້ປະ​ຊາ​ຊົນ ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນຖືກ​ຈັບ​ຂັງ​ຄຸກ.