ເຣື້ອງທີ່ເກັບບັນທຶກໄວ້
2023-08-11
ມາຮອດປັດຈຸບັນເສັ້ນທາງ ເຊື່ອມຕໍ່ລະຫວ່າງ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ເມືອງຄຳເກີດ ແຂວງບໍຣິຄຳໄຊ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດການນໍ້າຖ້ວມ ຍັງມີສະພາບເປ່ເພ ຢ່າງໜັກໜ່ວງ ແລະ ກໍຍັງປິດການສັນຈອນ.
2023-08-11
ຕັ້ງແຕ່ຕົ້ນເດືອນສິງຫາ 2023 ມານີ້ ໄດ້ເກີດຝົນຕົກໜັກ ນໍ້າຖ້ວມໃນຫຼາຍເມືອງ ແລະຫຼາຍແຂວງຂອງລາວ ກໍເຮັດໃຫ້ລະບົບໄຟຟ້າ ຖືກຕັດຂາດໃນຫຼາຍພື້ນທີ່ ບາງພື້ນທີ່ ກໍກັບມາໃຊ້ໄຟຟ້າໄດ້ປົກກະຕິ ແຕ່ບາງເມືອງ ຍັງບໍ່ສາມາດໃຊ້ໄຟຟ້າໄດ້ເປັນປົກກະຕິເທື່ອ.
2023-08-10
ທາງການ ແຂວງອຸດົມໄຊ ຫາລືກ່ຽວກັບຜົລກະທົບ ຈາກໂຮງງານຊີເມັນ ຂອງຈີນ ເພາະໂຮງງານ ຈະກັບມາຂຸດຄົ້ນ ວັດຖຸດິບຄືນໃໝ່ ແລະກ່ອນກັບມາເປີດໃໝ່ ຂະນະທີ່ ປະຊາຊົນທີ່ຖືກຜົລກະທົບ ໃນໄລຍະທຳອິດ ຍັງບໍ່ໄດ້ຄ່າຊົດເຊີຍ.
2023-08-10
ລະດັບນໍ້າຂອງຂຶ້ນຢ່າງໄວ ເຮັດໃຫ້ກັນເຈື່ອນແຕກ ແລ້ວນໍ້າໄຫຼຖ້ວມສວນຜັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນອກຈາກນີ້ຍັງໄຫຼຖ້ວມ ສວນສະນຸກ ທ່າວັດຈັນ ເມືອງຈັນທະບູຣີ ແລະ ທົ່ງນາຢູ່ກ້ອງເຂື່ອນຫີນບູນ ຂອງປະຊາຊົນນໍາດ້ວຍ.
2023-08-10
ບໍຣິສັດຈີນ ຢູ່ເຊໂປນ ສວັນນະເຂດ ຈະຂຸດຄົ້ນຄໍາໃຫ້ໄດ້ຫລາຍຂຶ້ນ ແຕ່ຊາວບ້ານໃນເຂດນັ້ນ ຍັງທຸກຍາກຢູ່ ເຊິ່ງປີນີ້ເວົ້າວ່າ ຈະຜລິດຄໍາໃຫ້ໄດ້ຫລາຍກ່ວາ 6 ຕັນ ແລະທອງ 7 ຕັນ. ປີກາຍຜລິດ ຄໍາໄດ້ 6.7 ຕັນ ແລະທອງ 6.6 ຕັນ.
2023-08-09
ເຂື່ອນໄຟຟ້າຫຼາຍແຫ່ງຂອງລາວ ໂດຍສະເພາະຫຼາຍແຂວງທາງພາກເໜືອ ເຣີ່ມລະບາຍນໍ້າອອກຈາກເຂື່ອນແລ້ວ ແລະ ສົ່ງຜົລເຮັດໃຫ້ລະດັບນ້ຳສູງຂຶ້ນ ໄຫຼເຂົ້າຖ້ວມບ້ານເຮືອນ ແລະ ພືດພັນທັນຍາຫານ ຊັບສິນຂອງປະຊາຊົນ.
2023-08-08
ໄລຍະຣະດູຝົນນີ້ ນ້ຳຖ້ວມຫຼາຍໃນທົ່ວປະເທດ ເຮັດໃຫ້ສະພາບເສັ້ນທາງຫຼາຍສາຍ ເປ່ເພ ເປັນຂຸມເປັນບວກ ຂນາດນ້ອຍໃຫຍ່ ບາງບ່ອນມີດິນເຈື່ອນທັບຖົມທາງ ແລະຂົວເພພັງ ຍານພາຫະນະໄດ້ຮັບຄວາມເສັຽຫາຍ.
2023-08-08
ຝົນທີ່ຕົກລົງມາຫຼາຍມື້ ເຮັດໃຫ້ເຂື່ອນຫຼາຍແຫ່ງ ທາງພາກເໜືອຂອງລາວ ປ່ອຍນ້ຳອອກຈາກເຂື່ອນ ເຊິ່ງຊາວບ້ານບາງສ່ວນ ທີ່ຢູ່ຕາມແຄມນ້ຳ ໄດ້ຮັບຜົລກະທົບ ຂະນະທີ່ບາງແຂວງ ເກີດດິນເຈື່ອນທັບເສັ້ນທາງ ເຮັດໃຫ້ເກີດອຸບັດຕິພັຍຂຶ້ນ.
2023-08-07
ຝົນຕົກໜັກເປັນເວລາຫຼາຍມື້ ນັບແຕ່ທ້າຍເດືອນກໍຣະກະດາ ຫາວັນທີ 07 ສິງຫາ 2023 ນີ້ເຮັດໃຫ້ນໍ້າປ່າໄຫຼຼຫຼາກ ແລະ ແມ່ນໍ້າຫຼາຍສາຍມີປະຣິມານ ເພີ່ມຂຶ້ນຢ່າງໄວຈົນໄຫຼລົ້ນຝັ່ງ ເຊິ່ງໄດ້ສົ່ງຜົລເຮັດໃຫ້ນ້ຳຖ້ວມ ຖນົນຫຼາຍສາຍ, ເສົາໄຟຟ້າ, ເຄືອຂ່າຍໂທລະຄົມມະນາຄົມ, ເຮືອນ, ໄຮ່, ນາ, ຮົ້ວສວນ ແລະ ສັດລ້ຽງ ຂອງປະຊາຊົນໃນຫຼາຍເມືອງ.
2023-08-04
ຣັຖບານອັງກິດ ແລະ ຣັຖບານລາວຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ພາຍໃຕ້ກອງທຶນຄວາມຫຼາກຫຼາຍດ້ານຊີວະນາໆພັນ ໂດຍຣັຖບານອັງກິດ ຈະສນອງທຶນຊ່ອຍເຫຼືອລາວ 5 ລ້ານຢູໂຣ ເພື່ອຄຸ້ມຄອງ, ຮັກສາປ່າສງວນ, ປັບປຸງຊີວິດການເປັນຢູ່ ແລະ ພັທນາເສຖກິຈ.
2023-08-04
ມາຮອດປັດຈຸບັນ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ທີ່ສູນເສັຍທີ່ດິນ ໃຫ້ແກ່ໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ໄດ້ຮັບຄ່າຊົດເຊີຍແລ້ວ ປະມານ 82.27% ຫຼື ດິນປະມານ 1,430 ຕອນ ໃນຈໍານວນດິນທັງໝົດ ທີ່ຖືກໂຄງການດັ່ງກ່າວ.
2023-08-03
ເກີດເຫດນ້ຳຖ້ວມກະທັນຫັນ ຢູ່ຫຼາຍແຂວງທາງພາກາງ ແລະ ພາກໃຕ້ ສົ່ງຜົລເຮັດໃຫ້ເຮືອນ, ທົ່ງນາ ແລະ ສັດລ້ຽງ ຂອງປະຊາຊົນ ຖືກນ້ຳຊຸ ໄດ້ຮັບຄວາມເສັຍຫາຍ ຈຳນວນຫຼາຍ ຂະນະນີ້ ຍັງບໍ່ສາມາດປະເມີນຄວາມເສັຍຫາຍໄດ້ ເນື່ອງຈາກນ້ຳຍັງບໍ່ແຫ້ງ, ແຕ່ຄາດວ່າ ຈະມີຄວາມເສັຍຫາຍໜັກສົມຄວນ.
2023-08-03
ບໍຣິສັດຈາກປະເທດຈີນ ສິງກະໂປ ແລະ ບໍຣິສັດ ຈາກ ສປປ ລາວ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ຄວາມເປັນໄປໄດ້ ໃນໂຄງພະລັງງານແສງຕາເວັນ ຢູ່ເຂດ 4 ເມືອງໃນແຂວງອຸດົມໄຊ ຂະນະທີ່ ຍັງບໍ່ມີຂໍ້ມູນລະອຽດ ກ່ຽວກັບຜົລກະທົບ ທາງດ້ານທີ່ດິນ ຂອງປະຊາຊົນເທື່ອ.
2023-08-01
ທາງການ ແຂວງເຊກອງ ຢັ້ງຢືນວ່າ ບໍ່ໄດ້ອະນຸຍາດໃຫ້ບຸກຄົນ ຫຼື ນິຕິບຸກຄົນ ໃດ ຕັດໄມ້ຊະຊາຍ ແຕ່ໄມ້ທັງໝົດ ແມ່ນໄດ້ມາຈາກໂຄງການ ພັທນາຕ່າງໆ ທີ່ທາງການຂາຍໃຫ້ບໍຣິສັດ ສ່ວນນາຍົກ ຣັຖມົນຕຣີ ໄດ້ອອກຄຳສັ່ງ ໃຫ້ເຂັ້ມງວດ ໃນການຄຸ້ມຄອງປ່າໄມ້.
2023-07-31
ຝົນຕົກໜັກ ນໍ້າຖ້ວມຫລາຍບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ແລະ ບ້ານທີ່ໄດ້ຮັບຜົລກະທົບ ຫລາຍກວ່າໝູ່ແມ່ນບ້ານແທ່ນຄໍາ ແລະ ບ້ານສີບຸນເຮືອງ, ແຕ່ໂດຍລວມແລ້ວ ນໍ້າຖ້ວມບໍ່ໜັກ, ແລະ ຍັງບໍ່ມີຣາຍງານ ຜົລເສັຍຫາຍ ຢ່າງເປັນທາງການ.