ບໍ່ແຮ່ເຊໂປນ ຢູ່ແຂວງສວັນນະເຂດ ຂຸດຄົ້ນຄໍາໄດ້ຫລາຍຂຶ້ນ

ຈຳປາທອງ
2023.08.10
ບໍ່ແຮ່ເຊໂປນ ຢູ່ແຂວງສວັນນະເຂດ ຂຸດຄົ້ນຄໍາໄດ້ຫລາຍຂຶ້ນ ໂຕຢ່າງ ການຂຸດຄົ້ນ ບໍ່ຄໍາ-ທອງ ຢູ່ເຊໂປນ ເມືອງວິລະບູລີ ແຂວງສວັນນະເຂດ.
ຮູບພາບ: Public Domain

ບໍຣິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (Lane Xang Minerals Limited ຫລື LXML) ຊຶ່ງເປັນເຈົ້າຂອງບໍ່ຄໍາເຊໂປນ ຢູ່ແຂວງສວັນນະເຂດ ຕັ້ງເປົ້າໝາຍຈະຜລິດຄໍາໃຫ້ໄດ້ຫລາຍກ່ວາ 6 ຕັນ ແລະທອງ 7 ຕັນ ໃນປີ 2023 ນີ້ ຊຶ່ງປີກາຍ ຜລິດຄໍາໄດ້ 6.7 ຕັນ ແລະທອງ 6.6 ຕັນ. ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫານີ້ວ່າ ໃນພື້ນທີ່ເມືອງວິລະບູຣີ ແລະເມືອງເຊໂປນ ຍັງມີແຮ່ຄໍາຫລາຍ, ຈະສາມາດຂຸດຄົ້ນໄດ້ຢ່າງໜ້ອຍ 10 ປີ ຫາ 15 ປີ. ໃນແຕ່ລະປີ ຈະສາມາດຜລິດຄໍາໄດ້ປະມານ 250,000 ອອນ (ຄໍາ 1 ກິໂລເທົ່າກັບ 32 ອອນ), ແຕ່ຈະຜລິດໄດ້ໜ້ອຍຫລາຍເທົ່າໃດນັ້ນ ກໍຂຶ້ນຢູ່ກັບຄວາມສາມາດຂອງບໍຣິສັດ.

ເຂົາກະເຮັດຕາມເຂົາຂຸດຄົ້ນໄດ້ ເພາະວ່າເຂົາໄດ້ສັມປະທານທີ່ດິນໂຕນັ້ນແລ້ວ ຄັນຂຸດໄວແລ້ວໄວມັນກະໝົດໄວ ເຂົາຈະໄລ່ປາລິມານວ່າ ດິນທໍ່ນັ້ນແມັດກ້ອນມັນມີປາລິມານຄໍາທໍ່ນັ້ນທໍ່ນີ້ ເຂົາບໍ່ໄດ້ກໍານົດວ່າຈະໃຫ້ເຈົ້າຜລິດປີນຶ່ງ 2 ຕັນ ແລ້ວ 2 ຕັນແລ້ວເຊົາ.

ທ່ານກ່າວຕື່ມວ່າ ນັບແຕ່ເຣີ່ມຂຸດຄົ້ນ ແລະຜລິດຄໍາ ແລະທອງ ໃນປີ 2002 ເປັນຕົ້ນມາ ທາງໂຄງການສາມາດຜລິດຄໍາໄດ້ຫລາຍກວ່າ 1.2 ລ້ານອອນ ແລະຜລິດແຜ່ນທອງໄດ້ຫລາຍກວ່າ 1 ລ້ານຕັນ. ປັດຈຸບັນ ທາງບໍຣິສັດໄດ້ຮັບສັມປະທານທີ່ດິນ ແລະປ່າໄມ້ໄປແລ້ວ ຫລາຍກວ່າ 5,000 ເຮັກຕາ.

ເມື່ອທ້າຍປີ 2018 ບໍຣິສັດ MMG ຂອງອອສເຕຣເລັຍ ໄດ້ຂາຍກິຈການບໍ່ຄໍາເຊໂປນ 90% ຂອງຕົນ ເປັນມູນຄ່າ 270 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ບໍຣິສັດ Chifeng Jilong Gold ຊຶ່ງເປັນບໍຣິສັດຂອງຈີນ. ສ່ວນຣັຖບານລາວ ຍັງຖືຫຸ້ນ 10% ຢູ່ຄືເກົ່າ.

​ພາຍຫລັງທີ່ບໍຣິສັດຈີນ ເຂົ້າມາຊື້ກິຈການບໍ່ຄໍາເຊໂປນແລ້ວ ກໍໄດ້ຫັນປ່ຽນຈາກການຜລິດທອງແດງ ແລະແຮ່ຫາຍາກອື່ນໆ ມາເນັ້ນໃສ່ການຜລິດຄໍາ ແລະທອງເປັນຫລັກ ຊຶ່ງຣັຖບານຈີນໄດ້ຂໍນໍາຣັຖບານລາວ ໃຫ້ສໍາປະທານເນື້ອທີ່ຂຸດຄົ້ນເພີ່ມຕື່ມ ແລະຕໍ່ອາຍຸສັມປະທານໄປຈົນເຖິງປີ 2033 ໂດຍມີການເຊັນສັນ ຍານໍາກັນ ເມື່ອປີ 2020. ສ່ວນການຜລິດຄໍາ ແລະທອງ ທີ່ທາງບໍຣິສັດຕັ້ງເປົ້າໝາຍວ່າຈະຜລິດໃຫ້ໄດ້ຫລາຍຂຶ້ນກວ່າປີທີ່ຜ່ານມານັ້ນ ກໍຂຶ້ນຢູ່ກັບຄວາມສາມາດຂອງບໍຣິສັດ ເພາະແຮ່ຄໍາ ແລະທອງ ມີປາລິມານຫລາຍຢູ່ແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ບໍຮິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້.

ໂຕນີ້ນິເພິ່ນຈະບໍ່ມີກໍານົດ ເຈົ້າ ດຽວນີ້ເຮົາກະຜລິດແຕ່ຄໍານີ໋ ທອງເນາະ ສິນແຮ່ອີ່ຫຍັງມັນກະຍັງເຫລືອໜ້ອຍແລ້ວຫັ້ນນ່າ ແຕ່ວ່າໂຕນີ້ນິ໋ຖ້າວ່າໝົດອາຍຸ ສັມປະທານເຮົາກະສາມາດຕໍ່ໄດ້.

ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງວິລະບູຣີ ເວົ້າວ່າ ນັບແຕ່ຄົນຈີນ ເຂົ້າມາຊື້ກິຈການບໍ່ຄໍາເຊໂປນໄປແລ້ວ ກໍມີການຜລິດຄໍາ ແລະທອງຫລາຍຂຶ້ນ ເພາະຈະສັງເກດເຫັນເນື້ອທີ່ປ່າໄມ້ ແລະພູ ຖືກຂຸດຄົ້ນເພີ່ມຂຶ້ນຫລາຍ ຈົນເຮັດໃຫ້ເນື້ອທີ່ປ່າໄມ້ ຢູ່ບໍຣິເວນເຂດເມືອງວິລະບູຣີ ຫລຸດໜ້ອຍລົງເລື້ອຍໆ.

ເຂົາເລັ່ງໃສ່ຄໍາດຽວນີ້ ຄໍາຫັ້ນເຂົາໃຫ້ໄດ້ເດືອນນຶ່ງ 2 ຕັນ 5 ຈີນຫັ້ນເຂົາຈົກໄປ 100 ແມັດ 200 ແມັດເຂົາເອົາໝົດແຫລະ.

ຊາວລາວອີກຜູ້ນຶ່ງ ຢູ່ເມືອງດຽວກັນນີ້ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້ ເຖິງເຣື່ອງຣັຖບານລາວ ໃຫ້ຈີນສໍາປະທານທີ່ດິນ, ປ່າໄມ້ ແລະພູເປັນຈໍານວນຫລາຍເຮັກຕາວ່າ ເຮັດໃຫ້ເນື້ອທີ່ທໍາການກະເສດ ແລະປ່າໄມ້ໃນເມືອງນີ້ ເຫລືອໜ້ອຍລົງ ຂະນະທີ່ຊາວບ້ານຍັງມີຊີວິດການເປັນຢູ່ລໍາບາກ, ບາງຄອບຄົວກໍຍັງທຸກຍາກຄືເກົ່າ, ການພັທນາໂຄງຮ່າງພື້ນຖານຫລາຍຢ່າງ ກໍບໍ່ໄດ້ຮັບການພັທນາໃຫ້ດີ ສົມກັບການເປັນເມືອງບໍ່ຄໍາ.

ໂອ. ບໍ່ຢາກໄດ້ປານໃດແຫລະ ມັນບໍ່ມີບ່ອນເຮັດນາ ກະຍັງນ້ອຍດິນຫັ້ນນ່າ ສ່ວນຫລາຍມັນກະເປັນຂອງບໍຣິສັດໝົດແລ້ວ ເອົາໝົດແລ້ວ ເຂົາກະບໍ່ແກ້ໄຂອັນໃດ ຜົນກະທົບກະຫລາຍ.

ນອກຈາກບໍ່ຄໍາເຊໂປນແລ້ວ ກໍຍັງມີບໍ່ຄໍາພູເບັ້ຍ ຢູ່ແຂວງໄຊສົມບູນ ທີ່ຣັຖບານລາວ ຂຍາຍເວລາສັມປະທານຂຸດຄົ້ນຄໍາ ຈົນເຖິງປີ 2030. ບໍຣິສັດພູເບັ້ຍມາຍ ນິງ ຂຍາຍໂຄງການຂຸດຄົ້ນ ແລະປຸງແຕ່ງຄໍາ ແລະເງິນ ຢູ່ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງ ພາຍຫລັງທີ່ໄດ້ສໍາຣວດພົບແຮ່ຄໍາ ມີຄຸນນະພາບດີ.

ຊາວບ້ານຜູ້ນຶ່ງຢູ່ເມືອງລ່ອງແຈ້ງ ເວົ້າໃນມື້ດຽວກັນນີ້ວ່າ ແຕ່ກ່ອນ ຕາມເຂດປ່າ ເຂດຫ້ວຍ ມີຊາວບ້ານຫລາຍຄົນໄປຮ່ອນຄໍາ, ແຕ່ວ່າປັດຈຸບັນ ບໍຣິສັດພູເບັ້ຍມາຍນິງ ໄດ້ເຂົ້າມາສັມປະທານເອົາໝົດແລ້ວ, ເຮັດໃຫ້ຊາວບ້ານ ບໍ່ສາມາດເຂົ້າໄປຮ່ອນຄໍາໄດ້ຄືເກົ່າ.

ແຕ່ວ່າຂະເຈົ້າຫາກະຫລາຍຢູ່ໄດ໋ ບ້ານລ່ອງແຈ້ງຫັ້ນ ເຫັນຂະເຈົ້າໄປຮ່ອນຄໍາກະໄດ້ຫລາຍຢູ່ ຂະເຈົ້າມາແບບຖືກຕ້ອງຕາມກົດໝາຍ ຂະເຈົ້າມີໜັງສືເນາະ ຈັ່ງໄດ້ຂຸດຄົ້ນ.

ທີ່ນະຄອນຫລວງວຽງຈັນ ປະຊາຊົນຜູ້ນຶ່ງ ເວົ້າເຖິງແຮ່ຄໍາວ່າ ຖືເປັນຊັພຍາກອນທໍາມະຊາດຂອງລາວ ທີ່ມີມູນຄ່າສູງ ແລະຍັງເປັນແຫລ່ງຄໍ້າປະກັນໃຫ້ປະເທດ ຊຶ່ງຣັຖບານ ບໍ່ຄວນໃຫ້ນັກລົງທຶນສໍາປະທານຂຸດຄົ້ນເອົາໄປຈົນໝົດ ເພາະໃນອະນາຄົດ ແຮ່ຄໍາເຫລົ່ານັ້ນ ຈະສ້າງມູນຄ່າໃຫ້ປະເທດໄດ້ຢ່າງມະຫາ ສານ.

ທີ່ຂຸດຄົ້ນຜ່ານມານີ້ກະຣັຖບານລາວນີ້ເສັຽປຽບ ຖືວ່າຫລາຍກວ່າໄດ້ ຂຸດຄົ້ນໝົດແລ້ວ ເຊັ່ນລູກເຊັ່ນຫລານເດ໋ສິເອົາໃນໃສມາເຮັດ ມາກິນ.

ໃນປີ 2022 ທີ່ຜ່ານມາ ປະເທດລາວໄດ້ສົ່ງຄໍາແທ່ງ ແລະຄໍາປະສົມອອກໄປຕ່າງປະເທດ ເປັນມູນຄ່າ 805 ລ້ານໂດລ້າຣ໌ສະຫະຣັຖ, ທອງ 336 ລ້ານໂດລາສະຫະຣັຖ, ເປັນສິນຄ້າສົ່ງອອກອັນດັບ 1 ຂອງລາວ ແລະໃນໄລຍະ 6 ເດືອນຕົ້ນປີ 2023 ນີ້ ປະເທດລາວສົ່ງຄໍາອອກເປັນມູນຄ່າປະມານ 381 ລ້ານໂດລາສະຫະຣັຖ. ປະເທດທີ່ໄດ້ສົ່ງອອກໄປຫລາຍທີ່ສຸດ ຄື ຈີນ ແລະໄທຍ. ສະເພາະເດືອນມິຖຸນາທີ່ຜ່ານມານີ້ ສປປ ລາວ ຂາຍຄໍາໄປຕ່າງປະເທດ ເປັນມູນຄ່າ 48 ລ້ານໂດລ້າຣ໌ສະຫະຣັຖ. ເວັບໄຊຕ໌ Trading Economics ຣາຍງານວ່າ ແຕ່ປີ 2010 ຫາປີ 2016 ປະເທດລາວ ມີຄໍາສໍາລອງຢູ່ເກືອບເຖິງ 9 ຕັນ ແລະແຕ່ປີ 2016 ມາເຖິງປັດຈຸບັນ ຄໍາສໍາລອງຂອງລາວ ໄດ້ຫລຸດລົງມາຍັງເຫລືອພຽງ 0.88 ຕັນ, ຄິດເປັນມູນຄ່າປະມານ 31 ລ້ານໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.