ຊາວບ້ານເສັຍດິນໃຫ້ ທາງຣົຖໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ບາງສ່ວນ ໄດ້ຮັບຄ່າຊົດເຊີຍ

ສຸພັດຕາ
2023.08.04
ຊາວບ້ານເສັຍດິນໃຫ້ ທາງຣົຖໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ບາງສ່ວນ ໄດ້ຮັບຄ່າຊົດເຊີຍ ຣົຖ 3 ລໍ້ ແລະຣົຖສ່ວນບຸກຄົນ ກຳລັງຮັບ-ສົ່ງ ຜູ້ໂດຍສານ ຢູ່ໜ້າສະຖານີຣົຖໄຟ ລາວ-ຈີນ, ນະຄອນຫຼວງວຽງຈັນ. ວັນທີ 18 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ທີ່ສູນເສັຍທີ່ດິນ ໃຫ້ແກ່ໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ໄດ້ຮັບຄ່າຊົດເຊີຍແລ້ວ ປະມານ 82.27% ຫຼື ດິນປະມານ 1,430 ຕອນ ໃນຈໍານວນດິນທັງໝົດ ທີ່ຖືກໂຄງການດັ່ງກ່າວ, ອີງຕາມການຣາຍງານ ຂອງຍານາງ ບົວວອນ ສຸກລາແສງ ຫົວໜ້າຜແນກແຜນການ ແລະການລົງທຶນ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ເມື່ອວັນທີ 2 ສິງຫາ ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຜແນກແຜນການ ແລະການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍກອງຄຸ້ມຄອງ ທາງຣົຖໄຟ ລາວ-ຈີນ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນຫຼາຍໄປກວ່ານັ້ນ.

ທາງດ້ານຊາວບ້ານ ຢູ່ເມືອງຫາດຊາຍຟອງ ທ່ານນຶ່ງ ທີ່ຢູ່ໃນເຂດທີ່ທາງຣົຖໄຟ ລາວ-ຈີນ ກໍ່ສ້າງຜ່ານ ກ່າວວ່າ ສໍາລັບຢູ່ເຂດບ້ານຂອງທ່ານ ກໍເຫັນວ່າ ຊາວບ້ານໄດ້ຮັບຄ່າຊົດເຊີຍ ຈາກໂຄງກໍ່ສ້າງທາງຣົຖໄຟ ລາວ-ຈີນ ໝົດທຸກຄອບຄົວແລ້ວ ແລະສໍາລັບດິນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍນັ້ນ ທ່ານເອງກໍບໍ່ຮູ້ຄັກແນ່ວ່າ ຢູູ່ບ້ານໃດ ແລະເມືອງໃດແດ່.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 4 ສິງຫາ ນີ້ວ່າ:

“ແມ່ນໆ ເຂົາເຈົ້າຊົດເຊີຍໝົດແລ້ວ ໄດ້ໝົດແລ້ວນ່າສ່ວນຫຼາຍ ຜູ້ຖືກແຖວນີ້ ເຂົາເຈົ້າຊົດເຊີຍໝົດແລ້ວ ບໍ່ໄດ້ຖືກນ່າຂອງໄທຂ້ອຍນ່າ ຂອງຂ້ອຍມັນຫ່າງຈາກທາງຣົຖໄຟຫັ້ນ 50 ແມັດ ບໍ່ໄດ້ຖືກ.”

ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນ ກໍຍັງມີຊາວບ້ານອີກຫຼາຍຄອບຄົວ ທີ່ຍັງບໍ່ໄດ້ເງິນຄ່າຊົດເຊີຍຈາກໂຄງການດັ່ງກ່າວ ຍ້ອນຍັງບໍ່ພໍໃຈກັບເງິນຄ່າຊົດເຊີຍ ທີ່ຖືກສເນີມາໃຫ້ ເຊິ່ງເປັນລາຄາທີ່ໜ້ອຍກວ່າລາຄາທີ່ດິນຕລາດ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ທັນປັບມູນຄ່າເງິນຊົດເຊີຍໃຫ້ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ວຽກງານຊົດເຊີຍ ຂອງໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຍັງຄ້າງຄາຢູ່ທຸກມື້ນີ້.

ດັ່ງຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ທີ່ຍັງບໍ່ຕັດສິນໃຈ ຮັບເອົາເງິນຊົດເຊີຍ ຈາກໂຄງການນີ້ ກ່າວວ່າ:

“ຊຸມບໍ່ໄດ້ ກະຍັງບໍ່ໄດ້ຈັກເທື່ອ 5 ປີແລ້ວເດ້ ເພິ່ນກະວ່າ ໃຫ້ແມັດກາເຣ້ນຶ່ງ 80,000 ກີບ ປະຊາຊົນຍອມຮັບເອົາບໍ່ໄດ້ ຄືເກົ່າຫັ້ນລະ ຕ້ອງໃຫ້ 150,000 ກີບ ເທົ່າກັນກັບໝູ່ ບໍ່ໄດ້ເງິນຈັກເທື່ອວ່າຊີ້ໂລດ ພັທນາໄປກະພັທນາ ແຕ່ຂອງເພິ່ນຫັ້ນລະ.”

ໃນຂະນະທີ່ ຊາວບ້ານອີກນາງນຶ່ງ ທີ່ຍັງລໍຖ້າເງິນຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ນັ້ນ ກ່າວວ່າ ຍັງບໍ່ມີຄວາມຄືບໜ້າ ແລະຄວາມຊັດເຈນວ່າ ນາງຈະໄດ້ຮັບເງິນຄ່າຊົດເຊີຍນັ້ນເມື່ອໃດ ແລະກໍຖືກປິດກັ້ນ ບໍ່ໃຫ້ວິພາກວິຈານ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ຄັນບໍ່ເຊັ່ນນັ້ນ ກໍຈະຖືກເຈົ້າໜ້າທີ່ມາຈັບ.

ດັ່ງນາງກ່າວວ່າ:

“ແມ່ນ ບໍ່ມີອິຫຍັງເກີດຂຶ້ນເລີຍ ບໍ່ມີຄວາມແກ້ໄຂອິຫຍັງເລີຍ ບໍ່ມີຄວາມຄືບໜ້າ ເພິ່ນບໍ່ໃຫ້ຊາວບ້ານລົງຂໍ້ມູນວ່າ ຊາວບ້ານບໍ່ໄດ້ເງິນຊົດເຊີຍອິຫຍັງ ເພິ່ນບໍ່ໃຫ້ລົງ ຄັນຜູ້ໃດລັງ ເພິ່ນກໍຊິຈັບແຫຼະ.”

ກ່ຽວກັບການຈ່າຍເງິນ ຄ່າຊົດເຊີຍທີ່ຫຼ້າຊ້າ ຂອງໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ນີ້, ນັກວິຊາການລາວ ທ່ານນຶ່ງ ກ່າວວ່າ ເປັນການເອົາປຽບຊາວບ້ານ ທີ່ເສັຍສະຫຼະທີ່ດິນ ໃຫ້ແກ່ໂຄງການດັ່ງກ່າວ ເຊິ່ງທ່ານເອງ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ສໍາເຣັດພາຍໃນປີນີ້ ເພື່ອໃຫ້ຄວາມເປັນທັມແກ່ພວກເຂົາເຈົ້າ.

ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນກ່ອນໜ້ານີ້ວ່າ:

“ຕິດຕາມຫັ້ນແຫຼະ ຈັກເຮັດແນວໃດ ຄວນຫາທາງອອກທີ່ດີໃຫ້ແກ່ເຂົາອັນນີ້ນ່າ ຖ້າວ່າຢາກເຮັດເນາະ ຢາກແກ້ໄຂບັນຫາ ຢາກຊ່ວຍເຫຼືອຜົລກະທົບຫັ້ນນ່າ ມັນຕ້ອງເຮັດໄດ້ ເພິ່ນເມີນເສີຍນີ້ ກໍຖືວ່າ ກໍບໍ່ຈັກຊິເຮັດແລ້ວແຫຼະ.”

ນອກຈາກນີ້ ທ່ານ ບຸນປີງ ປັນຍາຈິດ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ ໄດ້ໃຫ້ສັມພາດ ຕໍ່ໂທຣະພາບນະຄອນຫຼວງວຽງຈັນ ວ່າ ການຊົດເຊີຍ ແລະເວນຄືນທີ່ດິນ ໃຫ້ແກ່ຊາວບ້ານ ຢູ່ເມືອງໄຊເສດຖາ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໃນໄລຍະທີ 2 ນັ້ນ ກໍຍັງບໍ່ທັນສໍາເຣັດເທື່ອ ຫຼາຍຄົນກໍຮຽກຮ້ອງໃຫ້ມີການຊົດເຊີຍ ໃຫ້ສໍາເຣັດ ຕາມທີ່ໃຫ້ສັນຍາ ແກ່ພວກເຂົາເຈົ້າ.

ດັ່ງທ່ານກ່າວວ່າ:

“ການຊົດເຊີຍເງິນ ໃຫ້ແກ່ປະຊາຊົນທີ່ຖືກຜົລກະທົບ ຈາກໂຄງການ ຣົຖໄຟລາວ-ຈີນ ໄລຍະ 2 ປະຊາຊົນບໍ່ໄດ້ຮັບການຊົດເຊີຍເທື່ອ ດຽວນີ້ປະຊາຊົນຮຽກຮ້ອງໃຫ້ ທົດແທນ ໃຫ້ປະຊາຊົນ ຕາມກໍານົດເວລາ ທີ່ໄດ້ສັນຍາກັນ ຢູ່ໃນໂຄງການ MOU ຫັ້ນ ອັນນີ້ ປະຊາຊົນ ຮຽກຮ້ອງຄືແນວນັ້ນ.”

ສໍາລັບຢູ່ນະຄອນຫຼວງວຽງຈັນ ມີດິນທີ່ຖືກໂຄງການກໍ່ສ້າງທາງຣົຖໄຟທັງໝົດ 1,738 ຕອນ ເຊິ່ງຢູ່ໃນເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະເມືອງຫາດຊາຍຟອງ ເຊິ່ງໄລຍະຜ່ານມາ ໄດ້ຈ່າຍຄ່າຊົດເຊີຍໄປແລ້ວ ຈໍານວນ 1,430 ຕອນ ແລະຍັງເຫຼືອອີກ 308 ຕອນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ.

01.png
ຜືນດິນທີ່ເຄີຍເປັນທົ່ງນາ ຂອງຊາວບ້ານ ໃນເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ທີ່ໄດ້ເສັຽໃຫ້ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ (TS), ເດືອນມົກກະຣາ 2021. ຮູບພາບໂດຍ: RFA

ສ່ວນໃນທົ່ວປະເທດ ມີຜູ້ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ທັງໝົດ 6,855 ຄອບຄົວ ຢູ່ໃນໄລຍະ 1 ນະຄອນຫຼວງ ແລະອີກ 4 ແຂວງ ເຊິ່ງໄດ້ເບີກຈ່າຍເງິນຄ່າຊົດເຊີຍໃຫ້ຄອບຄົວທີ່ຖືກຜົລກະທົບແລ້ວ ຈໍານວນ 5,837 ຄອບຄົວ ມູນຄ່າ 1,483 ຕື້ກີບ ແລະຍັງຄ້າງຈ່າຍຄ່າຊົດເຊີຍອີກ 1,018 ຄອບຄົວ ມູນຄ່າ 232.86 ຕື້ກີບ, ອີງຕາມການຣາຍງານ ຂອງທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໃນກອງປະຊຸມສາພາແຫ່ງຊາຕ ລາວສໄມສາມັນທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 23 ທັນວາ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.