ຣັຖບານອັງກິດ ມອບເງິນໃຫ້ ກອງທຶນຄວາມຫຼາກຫຼາຍ ດ້ານຊີວະນາໆພັນ

ໄຊຍາ
2023.08.04
ຣັຖບານອັງກິດ ມອບເງິນໃຫ້ ກອງທຶນຄວາມຫຼາກຫຼາຍ ດ້ານຊີວະນາໆພັນ ໜ່ວຍງານ ທ່ອງທ່ຽວຂອງອຸທະຍານ ແຫ່ງຊາຕ ນ້ຳແອດ-ພູເລີຍ ແລະ ກຸ່ມບໍຣິການ ນັກທ່ອງທ່ຽວ ຈາກບ້ານສົ້ນຂົວ ໄດ້ລົງປັບປຸງຄອນເຮືອ ຢູ່ແຫຼ່ງທ່ອງທ່ຽວ ລ່ອງເຮືອເບິ່ງສັດປ່າ ຢູ່ແຄມນ້ຳເນີນ ສຳເຣັດ. ວັນທີ 21-24 ກຸມພາ 2023.
ຂໍຂອບໃຈຮູບພາບຈາກ: ອຸທິຍານແຫ່ຊາດ ນ້ຳແອດ-ພູເລີຍ

ໃນວັນທີ 28 ກໍຣະກະດາ 2023 ຣັຖບານອັງກິດ ແລະ ຣັຖບານລາວຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ພາຍໃຕ້ກອງທຶນຄວາມຫຼາກຫຼາຍດ້ານຊີວະນາໆ ພັນໂດຍຣັຖບານອັງກິດ ຈະສນອງທຶນຊ່ອຍເຫຼືອ ໃຫ້ກອງທຶນດັ່ງກ່າວ 15 ລ້ານຢູໂຣ ແດ່ບັນດາປະເທດລຸ່ມແມ່ນໍ້າຂອງ ເຊິ່ງປະກອບດ້ວຍ ລາວ, ວຽດນາມ ແລະ ກັມພູຊາ ໂດຍລາວຈະໄດ້ຮັບເງິນທຶນ ຊ່ອຍເຫຼືອ 5 ລ້ານຢູໂຣ ຫຼືປະມານ 5.48 ລ້ານໂດລ້ຣ໌ສະຫະຣັຖ ເພື່ອຄຸ້ມຄອງ ແລະ ຮັກສາປ່າສງວນ ປັບປຸງຊີວິດການເປັນຢູ່ ແລະ ພັທນາເສຖກິຈ ໂດຍຈະຈັດຕັ້ງປະຕິບັດເປັນເວລາ 8 ປີ ແຕ່ປີ 2023 ຈົນເຖິງປີ 2030.

ປັດຈຸບັນພື້ນທີ່ປ່າສງວນແຫ່ງຊາຕ ຫຼາຍແຫ່ງຂອງລາວ ຕ້ອງປະເຊີນພັຍຄຸກຄາມ ຫຼາຍຢ່າງບໍ່ວ່າຈະເປັນການຕັດໄມ້ ຂອງນັກລົງທຶນການບຸກລຸກພື້ນທີ່ປ່າ ເພື່ອເຮັດສວນເຮັດໄຮ່, ລ້ຽງສັດ ລວມເຖິງການລ່າສັດປ່າເພື່ອຄ້າຂາຍ ແລະ ບໍຣິໂພກໃນຄົວເຮືອນຂອງຊາວບ້ານ ເຮັດໃຫ້ຊີວະນາໆ ພັນໃນພື້ນທີ່ປ່າສງວນແຫ່ງຊາຕເຊື່ອມໂຊມລົງ.

ດັ່ງເຈົ້າໜ້າທີ່ຄຸ້ມຄອງ ປ່າສງວນແຫ່ງຊາຕ ນໍ້າຫ້າ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 03 ສິງຫາ 2023 ວ່າ:

ກໍມີຈຳນວນນຶ່ງ ຂະເຈົ້າກໍຖາງຢູ່ເຂດອ້ອມແອ້ມ ຂ້າງປ່າສງວນຫັ້ນສ່ວນຫຼາຍ ກໍແມ່ນປູກຢາງລັກສະນະລ້າເປັນອາຊີບ ລ່າມາຂາຍກໍບໍ່ມີມີແຕ່ກໍມີໜ້ອຍ ສ່ວນຫຼາຍກໍລ່າມາປຸງແຕ່ງ ໃນຄອບຄົວ. ປັດຈຸບັນໄທເຮົາຍັງມີຈຳນວນນຶ່ງ ປະຊາກອນເຄື່ອນຍ້າຍ ຈະມາເຮັດລ້ຽງສັດ ປູກຫຍ້າ ບໍ່ນີ້ແຫຼະ. ເວົ້າຕາມະບຽບມັນກໍບໍ່ຖືກຫັ້ນແຫຼະ ນຶ່ງມາສັດບ້ານມັນລົບກວນສັດປ່າ.

ປ່າສງວນຖືກຄຸກຄາມ ເພາະຣັຖບານຂາດເຂີນງົບປະມານ ເບິ່ງແຍງດູ ແລພື້ນທີ່ປ່າສງວນກວ່າ 4 ລ້ານປາຍເຮັກຕ້າຣ໌. ສຳລັບປ່າສງວນແຫ່ງຊາຕ ນໍ້າຫ້ານັ້ນມີພື້ນທີ່ກວ່າ 222,400 ເຮັກຕ້າຣ໌ ມີພື້ນທີ່ປ່າຕິດກັບທັງ 5 ເມືອງໃນແຂວງຫຼວງນໍ້າທາ ແຕ່ເພາະຂາດເຂີນງົບປະມານ, ພະນັກງານ ແລະ ພາຫະນະ ເຮັດໃຫ້ບາງເທື່ອບໍ່ສາມາດລົງກວດກາ ລາດຕະເວນໃນຈຸດລໍ້ແຫຼມ ຫຼື ລົງໂຄສະນາເຜີຍແຜ່ ກົດໝາຍໄດ້ເຕັມທີ່.

ດັ່ງທ່ານໄດ້ຕື່ມວ່າ:

ມີແຕ່ 9 ຄົນພະນັກງານຣັຖກອນ ບໍ່ພຽງພໍ ສເນີຫຼາຍຢູ່ ບໍ່ໄດ້ໂຄຕ້າຣ໌ຣັຖບານ, ພາຫະນະຫັ້ນ, ຣົຖໃຫຍ່ຫັ້ນ ຍັງບໍ່ພຽງພໍ ກໍມີປະມານ 2 ຄົນສື່ໆ. ສອງຄັນກໍບໍ່ໄດ້ພັກໄດ້ຜ່ອນ ເມືອງໂທມາກໍຕ້ອງໄດ້ລໍຖ້າຫັ້ນດຽວນີ້. ມັນຫຍຸ້ງຍາກທີ່ສຸດເວົ້າເຣື່ຶອງງົບປະມານ ໃນການຄຸ້ມຄອງປ່າ ສງວນຂອງເຮົາຄັນມີສາມອັນ ນີ້ມັນກໍໄປແລ້ວແດ່.

 ຢູ່ອຸທິຍານແຫ່ງຊາຕ ນໍ້າແອດ-ພູເລີຍ ແຂວງຫົວພັນ ກໍຍັງມີການບຸກລຸກພື້ນທີ່ປ່າສງວນ ເພື່ອລັກລອບຕັດໄມ້ຢູ່ຫຼາຍບ່ອນ ນອກຈາກນີ້ຍັງມີການລັກລອບລ່າສັດ ທີ່ຢູໃນບັນຊີຄຸ້ມຄອງ ແລະ ຫວງຫ້າມ ເປັນຕົ້ນເສືອ ແລະ ກວາງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວໃນມື້ດຽວກັນວ່າ:

ມີ ປະຊາຊົນກໍຍັງມີການລ່າການໃຊ້ ຢູ່ການລ່າສັດກໍມີທົ່ວໆ ຫັ້ນແຫຼະຕັດໄມ້ ກໍມີຕັດໄມ້ຂາຍກໍມີຖາງປ່າເຮັດໄຮ່ ກໍມີຢູ່ເປັນປູກສາລີບໍ່ ຫຼືວ່າໄຮ່ເຂົ້າ.

ມັນຕົ້ນເປັນອີກນຶ່ງພືດເສຖກິຈ ທີ່ມີຄວາມຕ້ອງການໃນຕລາດສູງ ເຮັດໃຫ້ປະຊາຊົນຫຼາຍຄອບຄົວ ຫັນມາປູກມັນຕົ້ນຫຼາຍຂຶ້ນ ສຳລັບບາງຄອບຄົວ ທີ່ຍັງທຸກຍາກ ແລະບໍ່ມີທີ່ດິນທຳກິນຕ້ອງບຸກລຸກ ຖາງປ່າສງວນເພື່ອປູກມັນຕົ້ນ ຢູ່ອຸທິຍານແຫ່ງຊາຕເຊປຽນ-ເຊນໍ້ານ້ອຍ ແລະ ປ່າສງວນດົງຫົວສາວ ໃນແຂວງຈຳປາສັກກປະເຊີນບັນຫານີ້.

ດັ່ງເຈົ້າໜ້າທີ່ ຄຸ້ມຄອງປ່າສງວນແຫ່ງຊາຕ ແຫ່ງນີ້ກ່າວວ່າ:

ແຕ່ກ່ອນຖາງປ່າເຮັດໄຮ່ເນາະ ຖາງປ່າເຮັດໄຮ່ບໍ່ມີ ບາດນີ້ເຂົາປ່ຽນເປັນຖາງປ່າ ປູກມັນຕົ້ນ ເພາະວ່າສະພາບເສຖກິຈນີ້ ມັນຕົ້ນນີ້ ມັນມາແຮງເດ້. ມັນມີຕລາດຮອງຮັບຫຼາຍ ມີເທົ່າໃດກໍບໍຣິສັດເກັບຊື້ໝົດຫັ້ນນ່າ ເຮັດໃຫ້ປະຊາຊົນຈຳນວນນຶ່ງ ຈຳເປັນຕ້ອງເຂົ້າໄປບຸກລຸກເນື້ອທີ່ ອຸທິຍານປ່າຜລິດ, ອຸທິຍານແຫ່ງຊາຕ. ປີນີ້ຖ້າທຽບກັບປີຜ່ານມາກໍຫຼຸດລົງຫຼາຍ.

ທ່ານກ່າວຕື່ມວ່າ ໃນວຽກງານການປົກປ້ອງປ່າສງວນ ແລະ ການສະກັດກັ້ນປ່າໄມ້ນັ້ນ ຈະເຮັດວຽກ 3 ຢ່າງໄປພ້ອມໆ ກັນຄື:

  1. ການໂຄສະນາເຜີຍແຜ່ ຂໍ້ກົດໝາຍປ່າໄມ້ ໃນບ້ານເປົ້າໝາຍ ທີ່ບຸກລຸກພື້ນທີ່ປ່າ.
  2. ເກັບກຳຂໍ້ມູນ ຜູ້ບຸກລຸກພື້ນທີ່ປ່າໄມ້ ໃນບ້ານເປົ້າໝາຍ
  3. ດຳເນີນຄະດີຕໍ່ຜູ້ບຸກລຸກ ໂດຍອີງຈາກຄວາມເສັຍຫາຍ ຂອງແຕ່ລະກໍຣະນີ. ກໍຣະນີບໍ່ເສັຍຫາຍຫຼາຍປານໃດ ຈະສັ່ງໃຫ້ຢຸດ ແລະ ສົ່ງໄປສຶກສາອົບຮົມ, ຖ້າເກີດຄວາມເສັຍຫາຍຫຼາຍ ຈະສົ່ງອຍການດຳເນີນຄະດີ.

ອຸທິຍານແຫ່ງຊາຕນໍ້າແອດ-ພູເລີຍ ແລະ ອຸທິຍານແຫ່ງຊາຕເຊປຽນ-ເຊນໍ້ານ້ອຍ ກໍປະສົບບັນຫາງົບປະມານ ແລະພະນັກງານບໍ່ພຽງພໍຄືກັນ. ນອກຈາກນີ້ເຈົ້າໜ້າທີ່ ທັງໝົດກ່າວຄືກັນວ່າ ປັດຈຸບັນມີທຶນຈາກອົງການສາກົລ ເປັນຕົ້ນທະນາຄານໂລກ. ສະຫະປະຊາຊາຕ ແລະ IUCN ເຂົ້າມາຊ່ອຍເຫຼືອເຣື່ອງການສະກັດກັ້ນ ການບຸກລຸກປ່າໄມ້ ລວມເຖິງການສົ່ງເສີມສະພາບເສຖກິຈ ແລະສັງຄົມຂອງບ້ານທີ່ມີການບຸກລຸກປ່າ ນຳແຕ່ທັງໝົດບອກວ່າງົບປະມານ ຖືວ່າຍັງບໍ່ສາມາດຄວບຄຸມໄດ້ ທຸກບ້ານ. ຊາວບ້ານໃນແຂວງຈໍາປາສັກ ກ່າວວ່າບໍ່ແມ່ນມີພຽງຊາວບ້ານ ທີ່ບຸກລຸກປ່າບາງຄັ້ງ ຣັຖບານເອງເປັນຜູ້ໃຫ້ສັມປະທານ ພື້ນທີ່ແກ່ບໍຣິສັດ ເຂົ້າມາປູກພືດ ໃນພື້ນທີ່ປ່າສງວນ.

ດັ່ງທ່ານກ່າວວ່າ:

ມີເຢິ (ຫຼາຍ) ເລີຍເຂດນີ້ ປ່າດົງດິບເດີ້ບໍ່ ໃຫ້ຖາງເດີ້ ສຸດທ້າຍເອົາບໍຣິສັດຈີນ ມາພັນປາຍເຮັດຕ້າຣ໌. 150 ເຮັກຕ້າຣ໌ ແລ້ວມາບຸກເບີກມາປູກມັນຕົ້ນ ປູກທຸລຽນ ປູກກ້ວຍ ທັງໆທີ່ປ່າດົງດິບແຕ່ວ່າຕິດປ້າຍຂ້າງໜ້າຫັ້ນ ໃຫ້ບຸກເບີກແຕ່ເມື່ອເຂົ້າຂ້າງໃນຈີນ ບຸກເບີກໝົດເລີຍດຽວນີ້.

ຊາວບ້ານຢູ່ເມືອງພຽງ ແຂວງໄຊຍະບູຣີ ເຊິ່ງເປັນບ່ອນໃກ້ຄຽງ ກັບເຂດປ່າສງວນແຫ່ງຊາຕ ນໍ້າປຸຍກ່າວວ່າ ໃນເຂດບ້ານຂອງຕົນນັ້ນມີເຈົ້າໜ້າທີ່ ລົງກວດກາ ແລະເຜີຍແຜ່ຂໍ້ກົດໝາຍ ຕລອດດັ່ງທ່ານກ່າວວ່າ:

ພວກປ່າໄມ້ຫັ້ນແຫຼະ ມາພວກປ່າສງວນຫັ້ນແຫຼະ ມາກວດປ່າມາກວດວ່າ ຊາວບ້ານເຂົາຢູ່ແນວໃດ ບໍ່ໃຫ້ເຂົາໄປບຸກລຸກພື້ນທີ່ປ່າ ສງວນຫັ້ນແຫຼະ ແຕ່ລະເທື່ອເຣື່ອງຕັດໄມ້ ທຳລາຍປ່າ ຖືວ່າເຂົາບໍ່ຢາກໃຫ້ເຮັດແລ້ວເຂົາກໍໍລົງມາ ໂຄສະນາຕລອດ ຄັນວ່າຜູ້ໃດຝ່າຝືນ ເຖິງຂັ້ນຮຸນແຮງ ກໍຖືວ່າໄດ້ວ່າ ກັກຂັງຫັ້ນນ່າ.

ກ່ອນໜ້ານີ້ ໃນເດືອນມີຖຸນາ ເຈົ້າໜ້າທີ່ອຸທິຍານແຫ່ງຊາຕ ນາກາຍນໍ້າເທີນ ແຂວງຄຳມ່ວນ ຣາຍງານວ່າກວດພົບຊາວບ້ານ ເຂົ້າໄປບຸກລຸກທີ່ດິນປ່າສງວນ ໄດ້ຫຼາຍຄົນໂດຍຈັບຜູ້ຖືກກ່າວຫາ (ຜູ້ຕ້ອງສົງໄສ) ໄດ້ 2 ຄົນ ເຮັດບົດບັນທຶກຂອງກາງໄດ້ 192 ຄົນ, ສ້າງບົດບັນທຶກຕັກເຕືອນໄດ້ 181 ຄົນ, ພົບເຫັນຜູ້ຫຼົບໜີ 76 ຄົນ, ຕັກເຕືອກປາກເປົ່າ 29 ຄົນ, ສາມາດແກ້ໄຂຄະດີໄດ້ 18 ຄົນ ແລະ ຢູ່ໃນຂັ້ນຕອນການດຳເນີນຄະດີອີກ 20 ຄົນ.

ອີງຕາມຂໍ້ມູນຈາກກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ໄລຍະ 8 ປີຜ່ານມາຄື ປີ 2014-2022 ມີປ່າໄມ້ຖືກທຳລາຍຫຼາຍກ່ວາ 320,000 ເຮັກຕ້າຣ໌ ຍ້ອນຖືກໄຟໄໝ້ຈາກການຈູດໄຮ່, ຖາງປ່າເຮັດໄຮ່ ແລະ ການບຸກເບີກພື້ນທີ່ປ່າໄມ້ ເພື່ອເຮັດການກະເສດ ແລະຍ້ອນການພັທນາໂຄງການ ຂນາດໃຫຍ່ຕ່າງໆ, ສ່ວນການລ່າສັດ ແລະການຊື້ຂາຍສັດປ່ານັ້ນ ຖ້າເປັນການລ່າ ແລະຂາຍເພື່ອການບໍຣິໂພກ ໃນຄອບຄົວ ສາມາດເຮັດໄດ້ ແຕ່ຈະຕ້ອງປະຕິບັດຕາມຫຼັກກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ບໍ່ອະນຸຍາດໃຫ້ລ່າສັດ ປະເພດຫວງຫ້າມ ແລະສັດສງວນທຸກຊະນິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.