ເຣື້ອງທີ່ເກັບບັນທຶກໄວ້
2022-08-09
ເຖິງແມ່ນວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ຄວາມໝັ້ນໃຈ ກັບປະຊາຊົນວ່າ ເຂື່ອນນ້ຳເທີນ 1 ທີ່ມີການຮົ່ວໄຫຼຂອງນ້ຳນັ້ນ ໄດ້ຮັບການ ສ້ອມແປງແລ້ວ ກໍຕາມ ແຕ່ປະຊາຊົນຈຳນວນນຶ່ງ ກໍຍັງກັງວົນ ເພາະຢ້ານເກີດເຫດຊ້ຳຮ້ອຍ ຢ່າງທີ່ເຄີຍເກີດຂຶ້ນ ກັບເຂື່ອນເຊປຽນ-ເຊນ້ຳນ້ອຍ ມາແລ້ວນັ້ນ.
2022-08-08
ເກີດນ້ຳຖ້ວມໜັກຫຼາຍຈຸດ ໃນນະຄອນຫຼວງວຽງຈັນ ສາເຫດຍ້ອນມີສິ່ງປຸກສ້າງ ເກີດຂຶ້ນຫຼາຍ ແລະ ມີການຖົມດິນທັບທາງນ້ຳ ລວມທັງບັນຫາຮ່ອງລະບາຍນ້ຳຕັນ.
2022-08-05
ເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຜ່ານໄປເປັນເວລາ 4 ປີ ແລ້ວ, ແຕ່ ຊີວິຕການເປັນຢູ່ ຂອງປະຊາຊົນ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງບໍ່ສາມາດຟື້ນຟູ ໃຫ້ກັບຄືນໄປ ສະພາບເກົ່າ ກ່ອນເຫດການເຂື່ອນແຕກ.
2022-08-05
ຣັຖບານລາວ ອະນຸຍາດໃຫ້ ກຸ່ມບໍຣິສັດ HongKong Tianchi ຈາກຈີນ ເພື່ອສຶກສາສຳຣວດ ຄວາມເປັນໄປໄດ້ ໂຄງການປູກໄມ້ ອຸດສາຫະກັມ ແລະໂຄງການ ຜລິຕກະສິກັມ ຕິດພັນກັບ ການທ່ອງທ່ຽວ ໃນເນື້ອທີ່ 5,100 ເຮັກຕ້າຣ໌ ທີ່ເມືອງສນາມໄຊ ແຂວງອັດຕະປື ຫວັງໃຫ້ເປັນລາຍໄດ້ ເຂົ້າຣັຖບານ.
2022-08-04
ສານປົກຄອງສູງສຸດ ຂອງໄທຍ ນັດຟັງຄຳພິພາກສາ ກໍຣະນີ ອົງການ ພາກປະຊາສັງຄົມໄທຍ ທີ່ເປັນເຄື່ອຂ່າຍ ປະຊາຊົນໄທຍ 8 ແຂວງ ລຸ່ມແມ່ນ້ຳຂອງ ໄດ້ຟ້ອງຮ້ອງ ການໄຟຟ້າຝ່າຍ ຜລິຕແຫ່ງປະເທດໄທຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເພີກຖອນສັນຍາ ຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ໃນວັນທີ 17 ສິງຫາ 2022.
2022-08-03
ນ້ຳຖ້ວມຂັງ ຕາມຖນົນ ຢູ່ນະຄອນຫລວງວຽງຈັນ ຫຼັງຈາກເກີດຝົນຕົກໜັກ ເປັນເວລາຫຼາຍຊົ່ວໂມງ ແມ່ນບັນຫາຊ້ຳເຮື້ອ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງຫາທາງອອກ ຂອງບັນຫານີ້ ບໍ່ໄດ້ເທື່ອ, ຂະນະທີ່ ປະຊາຊົນ ໄດ້ຮັບຄວາມຫຍຸ້ງຍາກ ໃນການສັນຈອນ ໂດຍສະເພາະໃນຣະດູຝົນ.
2022-08-03
ເຂດພັທນາເສຖກິຈໃໝ່ ສີທັນດອນ ຂອງນັກລົງທຶນຈີນ ໄດ້ເປີດໂຕໂຄງການ ໂຮງແຮມແຄນຄູ່ ແລະ ໂຄງການສາງ ຄ່ຽນຖ່າຍສິນຄ້າ, ແຕ່ທັງສອງໂຄງການຈະກວມເອົາທີ່ດິນ ຂອງຊາວບ້ານຈຳນວນນຶ່ງ, ຂະນະທີ່ ອຳນາຈການປົກຄອງ ຍັງບໍ່ສາມາດລະບຸວ່າ ມີ່ຈັກຄອບຄົວ ທີ່ຖືກຜົລກະທົບ.
2022-08-03
ເຈົ້າຂອງໂຄງການ ເຂື່ອນນ້ຳງື່ມ 1 ໄດ້ຈັດການຝຶກຊ້ອມ ການອົບພະຍົບ-ໂຍກຍ້າຍ ພາກສນາມໃຫ້ກັບພນັກງານ ໂຄງການຮ່ວມກັບຊາວບ້ານ ທີ່ອາສັຍຢູ່ເຂດໜ້າເຂື່ອນ ແລະເຂດລຸ່ມເຂື່ອນ ເພື່ອການແຈ້ງເຕືອນ ແລະຮັບມືກັບພັຍພິບັດນໍ້າຖ້ວມ ຈາກເຫດການເຂື່ອນແຕກ ຫຼືພັຍພິບັດທັມຊາຕ.
2022-08-02
ການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳພາກ ຢູ່ລະຫວ່າງ ເມືອງປາກຊ່ອງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ ຂອງ ບໍຣິສັດ ຈະເຣີນເຊກອງ ພລັງງານ ຈຳກັດ ໄດ້ເຣີ່ມລົງມືກໍ່ສ້າງແລ້ວ ແຕ່ຊາວບ້ານ ຍັງມີຂໍ້ມູນ ເຖິງຜົລກະທົບ ແລະຄ່າຊົດເຊີຍ ໃນກໍຣະນີ ຖືກຜົລກະທົບ ຈາກໂຄງການດັ່ງກ່າວ.
2022-08-02
ມີການກວດພົບ ການລັກລອບຕັດໄມ້ ຢູ່ແຂວງອັດຕະປື 39 ກໍຣະນີ, ຍຶດໄມ້ຜິດກົດໝາຍ ໄດ້ເຖິງ 1,350 ແມັດກ້ອນ, ຍຶດຣົຖ 12 ຄັນ ແລະເລື່ອຍ 16 ອັນ ໃນ 6 ເດືອນຕົ້ນປີ 2022 ນີ້, ອີງຕາມຂໍ້ມູນ ກອງກວດກາ ປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື.
2022-08-01
ກອງທຶນ ສັດປ່າໂລກ ເວົ້າວ່າ ເສືອໃນປ່າສງວນ ແຫ່ງຊາຕນໍ້າປຸຍ ແຂວງໄຊຍະບູຣີ ໄດ້ໜີໄປຢູ່ປ່າ ຝັ່ງປະເທດໄທຍ ຍ້ອນປ່າຢູ່ລາວ ຖືກທໍາລາຍຫລາຍ, ແຕ່ທາງກອງທຶນ ຈະຮ່ວມມືກັບ ທາງການລາວ ໃນການຟື້ນຟູປ່າ ເພື່ອໃຫ້ພວກເສືອ ທີ່ວ່ານັ້ນກັບຄືນມາຢູ່ລາວ.
2022-08-01
ໂຄງກາພັທນາ ແຫຼ່ງທ່ອງທ່ຽວ ແລະສນາມກ໋ອຟ ເມືອງວັງວຽງ ທີ່ກວມເອົາດິນ ຂອງຊາວບ້ານ ຍັງບໍ່ມີພາກສ່ວນໃດ ເຈຣະນາເຣື່ອງຄ່າຊົດເຊີຍ ຂະນະທີ່ຊາວບ້ານ ເຂົ້າໃຈເຖິງຄວາມຈຳເປັນ ໃນການພັທນາ ຂອງໂຄງການ ແຕ່ຢາກໄດ້ຄ່າຊົດເຊີຍ ທີ່ສົມເຫດ ສົມຜົນ ນຳດ້ວຍ.