ຫຼັງເຂື່ອນແຕກ 4 ປີ ປະຊາຊົນ ທຸກກວ່າເກົ່າ

ອຸ່ນແກ້ວ
2022.08.05
ຫຼັງເຂື່ອນແຕກ 4 ປີ ປະຊາຊົນ ທຸກກວ່າເກົ່າ ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ວັນ 23 ກໍຣະກະດາ 2018.
Photo: RFA

ປະ​ຊາຊົນ ຢູ່ເມືອງນາມ ໄຊແຂວງອັດຕະປື ຈຳນວນຫຼາຍ 1,000 ຄອບຄົວ ຜູ້ທີ່ໄດ້ຮັບຜົກະທົບຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ມາເປັນເວລາ 4 ປີ ຍັງບໍ່ສາມາດຟື້ນຟູຊີວິຕ ການເປັນຢູ່ຂອງເຂົາເຈົ້າໄດ້.

ປະ​ຊາຊົນບາງຄົນ ກໍບອກວ່າ ຊີວິຕການເປັນຢູ່ ຂອງເຂົາເຈົ້າຍັງບໍ່ດີຂຶ້ນ ແຕ່ຍິ່ງທຸກກວ່າເກົ່າ, ບາງຄົນກໍບອກວ່າ ຊີວິຕການເປັນຢູ່ເຂົາ ບໍ່ມີວັນທີ່ຈະກັບໄປດີຄືກັບຊີວິຕການເປັນຢູ່ ກ່ອນເຫດການເຂື່ອນແຕກ.

ປະ​ຊາຊົນຊາວເມືອງ ສນາມໄຊ ທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ເວົ້າເຣື່ອງຄວາທຸກຫຼັງເຂື່ອນແຕກມາ ມັນກະທຸກກວ່າເກົ່າຫັ້ນແຫຼ ກະສ່ວນຫຼາຍກະແມ່ນຍັງທຸກຫັ້ນແຫຼ  ນາບ້ານເກົ່າ ກະຍັງເຮັດບໍ່ໄດ້ ມັນຫຼົ່ມມັນຂີ້ຕົມ ເຂື່ອນແຕກມາໃສ່ ກະຜູ້ໃດເຮັດໄດ້ ກະຫອຍກິນແດ່.

ດິນທີ່ເພິ່ນມອບໝາຍໃຫ້ ດິນທີ່ເພິ່ນປັນໃຫ້ ກະໄດ້ແຕ່ໃບຕາດິນ, ໃບຕາດິນຂອບທອງຄັກແນ່ແຫຼ ເພິ່ນໃຫ້ ຫາກແຕ່ວ່າດິນບໍ່ໄດ້, ບ້ານເຂົາເອົາ ບ້ານເຂົາກະວ່າ ໄປບຸກລຸກບ້ານເຂົາ ເຂົາກະບໍ່ໃຫ້ ໃຜໄປເຮັດເຂົາກະຊິຂ້າຊິຟັນ ໄປບຸກເບີກເຂດບ້ານເຂົາ ເຂົາບໍ່ໃຫ້.”

ນັກ​ຂ່າວ: ຊີວິຕຫຼັງຈາກ 4 ປີ ມັນຈະສາມາດກັບຄືນໄປ ດີຄືເກົ່າບໍ່?

ປະຊາຊົນ: ບໍ່ດີດອກ ຍັງບໍ່ທັນດີ ຍັງບໍ່ທັນໄດ້ ເພາະວ່າ ບາງຄອບຄົວນີ້ ເຂົາຊິກິນກະຍັງບໍ່ມີ ເຂົາຊິກິນເງິນຊິໃຊ້ຍັງບໍ່ມີ ຍິ່ຕື່ມ ຄືເສກິຈ ສູ່ມື້ນີ້ ແຕ່ວ່າ ຄອບຄົວ ມີທ່າແຮງຂະເຈົ້າ ໄປຫາເຮັດສວນແບບວ່າບໍ່ແມ່ນ ຂອງຣັຊ່ອຍ ໄປຫາເອງ ໄປຫາຊື້ດິນຊື້ດອນ ຢູ່ນຳນອກນຳນາຫັ້ນ. ກະຍັງໄຄແດ່ ພວກອອກຈາກສູນ ໄປຫາຢູ່ບ້ານອື່ນ ເຮື່ອນທີ່ເພິ່ນເຮັດໃຫ້ຈຳນວນນຶ່ງ ຈຳນວນກະຍັງບໍ່ທັນແລ້ວ ເຂົາກະໄປປຸກຕຸບປຸກສັງຢູ່ ສູນພັກຊົ່ວຄາວ ເຂົາກະໃຫ້ອອກໝົດ.”

ນັ​ຂ່າວ: ຊີວິຕການເປັນຢູ່ ຂອງປະຊາຊົນລາວ ທັງເຮົາເອງນີ້ ຊິສາມາດກັບຄືນໄປດີ ຄືກັນກັບຊີວິຕກ່ອນເຂື່ອນແຕກບໍ່?

ປະຊາຊົນ: ກະຊິບໍ່ໄດ້ດອກ ໄດ້ກະຊິໃຊ້ເວລາຍາວ ຄູ່ມື້ນີ້ເສກິກະຄື ໄດ້ຍິນນຳກັນ ແຕ່ວ່າ ຄ່າຂອງ 5,000 ກີບ ກະຊິຂຶ້ນ 10,000 ກີບ ຄືນານີ້ ກະເຮັດບໍ່ໄດ້ແຫຼ ຄື ນາບ້ານເກົ່ານີ້ກະດາຍ.

ລາຄາເຂົ້າໂລນຶ່ງກະ 10 ປາຍພັນ ລະສູ່ມື້ນີ້ 15,000 ລະໃດ ເຂົາສານ ຄືເຮົາຢູ່ບ້ານເກົ່າ ຍັງວ່າ ຫາເກັບຜັກຫັກໜໍ່ໄມ້ ຍັງວ່າ ເຮົາເຮັດນາກະໄດ້ຫຼາຍເດ້ເຂົ້າແຕ່ກ່ອນ.”

ນັກ​ຂ່າວ: ທຽບໃສ່ເຮັດສວມັນຕົ້ນກັບເຮັດນາ ອັນໃດມັນດີກ່ອນນິ?

ປະຊາຊົນ: ເຮັດມັນຕົ້ນຫັ້ນແຫຼ ມັນດີກ່ອນ ແຕ່ວ່າ ມັນກະທ່າແຮງອີກ ເຮົາຊິໄປຊອກຫາດິນ ເພາະມັນບໍ່ມີດິນເປັນຂອງໂຕເອງ ສ່ວນຫຼານຂະເຈົ້າກະໄປຫາເຊົ່າຂອງໝູ່ ເພາະວ່າ ຊາມຊິໄດ້ດິນເປັນຂອງໂຕເອງ ມັນກະໄດ້ລົງທຶນຫຼາຍ.”

ນັ​ຂ່າວ: ຖືວ່າ 4 ປີນີ້ ຍັງບໍ່ຄືເກົ່າເນາະ?

ປະຊາຊົນ: ຍັງຍັງ ຖືວ່າຍັງທຸກຄືເກົ່າ ຜູ້ທູກກວ່າເກົ່າກໍມີ.”

ນັກ​ຂ່າວ: ອັນທຸກນີ້ ມັນທຸກຈັ່ງໃດກັນແທ້ ເວົ້າສູ່ຟັງແດ່ ທຸກແນວໃດ?

ປະຊາຊົນ: ນຶ່ງມາມັນບໍ່ແມ່ນ ບ້ານໂຕເອງທີ່ເຄີຍຢູ່ ບ່ອນຫາຢູ່ຫາກິນມັນກະໄກ ອອກຈາກບ້ານເກົ່າມາ ມັນກະ 10 ຫຼັກ ຈັ່ງມີບ່ອນຫາກິນ ເຂົ້າກິນກະບໍ່ມີ ເພາະວ່າ ເຮົາເຮັດນາບໍ່ໄດ້ ບໍ່ຄືຢູ່ບ້ານເກົ່າໃດ ມັນບໍ່ຄືເກົ່ໃດແຕ່ກີ້. ເພາະວ່າ ມັນບໍ່ມີດິນທຳການລິຕ ດິນທຳການລິຕ ເພິ່ນເບີກໃຫ້ຈ່າຍໃຫ້ ມັນກະຍັງບໍ່ໄດ້ ມັນກະຍາດແຍ່ງກັນຢູ່.

ນັກ​ຂ່າວ: ມີຈັກຄອບຄົວ ທີ່ຍັງບໍ່ທັນໄດ້ດິນ ເຮັດການລິຕນີ້?

ປະຊາຊົນ: ຂ້ອຍໄດ້ຍິນເພິ່ນປະຊຸມຢູ່ວ່າ ມີແຕ່ 10 ຄອບຄົວນຶ່ງໃດ ໄດ້ເຮັດ. ບ້ານ 200 ປາຍຄອບຄົວ, 2 ບ້ານ ມັນກະ 400 ປາຍຄອບຄົວ ບໍ່ເຖິງ 50 ຄອບຄົວໃດ ໄດ້ໄປເຮັດ.”

ນັກ​ຂ່າວ: ໂດຍເລັ່ຽ ເຂົາເຈົ້າຊົດເຊີຍດິນການລິດໃຫ້ຈັກຄອບຄົວນີ້ ໂດຍເລັ່ຽທັງໝົດນີ້?

ປະຊາຊົນ: “ເພິ່ນກະໃຫ້ໝົດບ້ານນິ. ຂັ້ນ 3 ຄົນ ເພິ່ນກະໃຫ້ 2 ເຮັກຕ້າຣ໌. ຂັ້ນ 2 ຄົນ ເພິ່ນກະໃຫ້ 2 ເຮັກຕ້າຣ໌ ຄືກັນ, ຜູ້ດຽວ ເພິ່ນຈັ່ງໃຫ້ ເຮັກຕ້າຣ໌ 5 ຄົນຂຶ້ນໄປ ເພິ່ນໃຫ້ 3 ເຮັກຕ້າຣ໌, ມັນບໍ່ໄດ້ດິນຫັ້ນອີກ ມັນກະໄດ້ແຕ່ ຊື້ໃບທະບຽນມາໄວ້ຊື່ໆ.”

ນັກ​ຂ່າວ: ເພິ່ນຄືວ່າ ເພິ່ແຈກຢາຍໃຫ້ຫຼາຍ 1,000 ເຮັກຕ້າຣ໌ລະ?

ປະຊາຊົນ: ກະແມ່ນ ດິນທີ່ວ່າ ເພິ່ນໃຫ້ ຫາກແຕ່ວ່າ ມັນບໍ່ໄດ້ໂຕຈິງ ມັນໄດ້ຕັ້ງແຕ່ຊື່ມັນ ຄືເວົ້າ ຄັນມັນໄດ້ດິນໂຕນັ້ນ ກະໄດ້ລົງໄປເຮັດກະໄຄແດ່.”    

ຊີ​ວິດການເປັນຢູ່ ເຂົາເຈົ້າ ຍັງບໍ່ສາມາດກັບຄື ໄປເປັນປົກກະຕິໄດ້ ແລະ ຍາກທີ່ຈະກັບຄືນໄປໃຫ້ໄດ້ດີຄືເກົ່າ ເພາະວ່າ ເຂົາເຈົ້າບໍ່ສາມາດເຮັດນາໄດ້.

ປະ​ຊາຊົນ ຜູ້ທີ່ໄດ້ຮັບຜົກະທົບ ຈາກເຂື່ອນແຕກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ໂອ້ໂຕນີ້ ອ້າຍວ່າ ຢ້ານບໍ່ທໍ່ເກົ່າ ເພາະວ່າ ເຮົາມາໃຊ້ຊີວິຕແບບນີ້ ມັນບໍ່ຄົງທີ່ ແຕ່ຄວາມຈິງກະຢາກໃຫ້ມັນ ເຂົ້າສູ່ເດີມຫັ້ນແຫຼ ໂດຍສະເພາະແມ່ນ ທຳມາຫາກິນຫັ້ນນ່າ ໄຮ່ນາຕາກ້າຄືເກົ່າຫັ້ນແຫຼ.

ນັບແຕ່ເກີດເຫດມາ ໄຮ່ນາຕາກ້າ ຍັງບໍ່ທົດເຮັດຈັກເທື່ອນ່າ ສະເພາະນາ ຂອງມັນເຮັດບໍ່ໄດ້.” 

ນັກ​ຂ່າວ: ມັນຄາຫຍັງ ຄ່ອຍເຮັດບໍ່ໄດ້?

ປະຊາຊົນ: ແບບວ່າ ເພິ່ນຫັ້ນກູ້ໃຫ້ເຮົາບໍ່ໄດ້ຫັ້ນນ່າ ມັນເປັນຫຼຸບ ເປັນໂນນ ເປັນໜອງ ຄວນທີ່ເພິ່ນຊິກວາດຊິສ້ອມ ຊິແປງໃຫ້ເຮົາ ໃຫ້ມັນຄືສະພາບເດີມ ອັນນີ້ ເພິ່ນລອກແຕ່ທາງໜ້າມັນ ລະກະວ່າໝົດທຶນ.

ມາຮອດປັດຈຸບັນນີ້ ພໍ່ແມ່ປະຊາຊົນນີ້ ອົດຢາກໝາກແຄ້ນກະຫຼາຍ ຂອງໄຮ່ນາຕາກ້າເພິ່ນຟື້ນຟູໃຫ້ກະບໍ່ແລ້ວ ແລ້ວແຕ່ຄອງເໝືອງຝາຍເນາະ ຄອງຊົປະທານ ບາດນີ້ ນາເຂົາພັດເຮັດບໍ່ໄດ້.”

ນັກ​ຂ່າວ: ມີຫຼາຍຄອບຄົວປານໃດ ທີ່ບໍ່ສາມາດເຮັດນາໄດ້ຕອນນີ້?

ປະຊາຊົນ: ໂອ້ຢາກວ່າ ຄັນເຮົາທຽບເປັນເປີເຊັນ 85 ເປີເຊັນ ຂອງມັນໝັກກວ່າໝູ່ ຄອງຊົປະທານເພິ່ນແລ້ວ ຫາກແຕ່ວ່າ ພື້ນທີ່ເຮົາບໍ່ສາມາດນຳໃຊ້ໄດ້ ຢ້ານວ່າ ເພິ່ນຟື້ນຟູໃຫ້ເຮົາບໍ່ທັນເຕັມ 100 ຫັ້ນແຫຼ.”

ນັກ​ຂ່າວ: ຄືວ່າ ແຂວງເພິ່ນວ່າ ເພິ່ນຟື້ນຟູໃຫ້ລະໂຕນີ້?

ປະຊາຊົນ: ກະເພິ່ນເບີກໄປຊື່ໆ ເບີກໄປຊື່ໆ ແຕ່ບ່ອນມັນທັບຖົມໄປແຮງໆ ກໍຍັງຄືເກົ່າ ເບີກແບບວ່າ ເສເຫຼືອຍູ້ໄປຊື່ໆ ແຕ່ວ່າ ສິ່ງທີ່ມັນຝັງຢູ່ໃນດິນ ເປັນໝາມໝາກຈັບ ເປັນເສົາໄຟຟ້າ ເປັນໄມ້ນອນຂອນຕາຍ ມັນຍັງຄືເກົ່າ ປະຊາຊົນເຂົາກະບໍ່ສາມາດເຮັດໄດ້.”

ນັກ​ຂ່າວ: ຂັ້ນບໍ່ໄດ້ເຮັດໄຮ່ ເຮັດນາກິນ ເຮົາຢູ່ຈັ່ງໃດຊັ້ນນະ?

ປະຊາຊົນ: “ໂອ້ຍນ້ອງເອີຍ ເພິ່ນແບ່ງເນື້ອທີ່ກະສິກັມໃຫ້ ເຮັດສວນມັນຕົ້ນ ຜູ້ລະນຶ່ງເຮັກຕ້າຣ໌ໄປກ່ອນ ຄັນຊັ້ນລະ ມັນບໍ່ກຸ້ມກິນດອກ ໝົດມັນນຶ່ງເຮັກຕ້າຣ໌ ມັນກະໝົດເຂົ້າກິນ ອີ່ຫຍັງກະຢູ່ໃນຫັ້ນ.

ນັກ​ວິຊາການເຫັນວ່າ ການຟື້ຟູຊີວິຕການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົກະທົບ ຈາກເຂື່ອນແຕກ ຍ້ອນວ່າ ເຂົາເຈົ້າບໍ່ສາມາດເຮັດນາໄດ້ ເຊິ່ງປະຊາຊົນສ່ວນນຶ່ງ ກໍໃຊ້ດິນ ຫຼື ເຊົ່າດິນປູກມັນຕົ້ນ,

ສາສຕຣາຈານ Ian Baird ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ສະຫະຣັຖອາເມຣິກາ ໄດ້ໃຫ້ສັມພາດວ່າ:

ຖ້າເວົ້າເຖິງແຜນແຕ່ກ່ອນຫັ້ນນ່າ ມັນກະຄື ປະຊາຊົນທີ່ຖືກຜົກະທົບໄດ້ໜ້ອຍ ໄດ້ໜ້ອຍຫຼາຍ ເພາະວ່າ ມັນ ມັນເກີດຜົກະທົບຕໍ່ຊີວິດຕ ຂອງເຂົາຫຼາຍພໍສົມຄວນ. ແຕ່ວ່າ ການຊົດເຊີຍນີ້ ມັນບໍ່ຄ່ອຍ ຖ້າຄຶດເຣື່ອງເສັຽເວລາຂອງເຂົາເຈົ້າ ເສັຽໄປຢູ່ໃນແບບສູນອົຍົບໃຫ້ຫັ້ນ ໃນເວລາຫຼາຍປີເນາະ ອັນນີ້ ໜ້າຈະມີຄ່າຊົດເຊີຍຫຼາຍກວ່ານີ້.”

ເຖິງ​ຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍອ້າງວ່າ ໄດ້ດຳເນີນການຟື້ນຟູຊີວິຕ ການເປັນຢູ່ຂອງປະຊາຊົນແລ້ວ, ບໍ່ວ່າຈະເປັນການຈັດສັນທີ່ດິນ ແລະ ການສ້າງຊົປະທານ ໃຫ້ປະຊາຊົນສາມາ ດລິຕກະສິກັມໄດ້.

ທ່ານ ສຸລິວົງ ອະໄພວົງ ເຈົ້າ​ເມືອງນາມໄຊ ແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເຮືອນນີ້ ກະຖືວ່າ ໄດ້ 90 ປາຍກວ່າເປີເຊັນ.”

ນັກ​ຂ່າວ: ເຈົ້າແລ້ວຈັກຫຼັງລະ ປັດຈຸບັນນີ້?

ເຈົ້າ​ເມືອ: 90 ປາຍເປີເຊັນ ກະຊິບໍ່ທັນເຖິງ 700 ປະມານ 500 ປາຍຫຼັງ.”

ນັກ​ຂ່າວ: ແຕ່ວ່າໂຕທີ່ນາຄົງທີ່ເຂົາເຈົ້າເດ້ ເຂົາເຈົ້າຄືວ່າ ບໍ່ໄດ້ເຮັດນາ ປັດຈຸບັນນີ້ ເຂົາເຈົ້າຊິມີເຂົ້າກິນໄດ້ແນວໃດທ່ານ?

ເຈົ້າເມືອງ: “ເຮັດຢູ່ໃດ໋ນາ ໃຜໃຜວ່າບໍ່ໄດ້ເຮັດ ເຮັດແຕ່ລະປີ ປີກາຍນີ້ ກະໄດ້ເຂົ້າໝາກຫຼາຍໆ.”

ນັກ​ຂ່າວ: ລະບົບຊົປະທານ ເປັນແນວໃດ?

ເຈົ້າເມືອງ: ລະບົບຊົປະມານ ກະປົກຕິ ຖືວ່າສຳເຣັດແລ້ວ.”

ນັກ​ຂ່າວ: ແຕ່ວ່າ ນານີ້ ໄດ້ເຮັດຈັກຄອບຄົວ ທັງໝົດນີ້ນະ ມັນສາມາດເຮັດໄດ້ໝົດຫວະ?

ເຈົ້າເມືອງ: “ມີຈຳນວນນຶ່ງມັນກະເຮັດບໍ່ໄດ້ ແນວວ່າ ນ້ຳມັນທະລຸລົງມາແກ່ຂີ້ຫິນ ຫຼືວ່າ ຂີ້ຊາຍຫັ້ນນ່າ.

ນັກ​ຂ່າວ: ແກ້ໄຂໃຫ້ເຂົາເຈົ້າແນວໃດ ຖ້າເຂົາເຈົ້າເຮັດບໍ່ໄດ້ ທ່ານ?

ເຈົ້າເມືອງ: ແກ້ໄຂນີ້ກະແບບດຽວກັບ ຜ່ານມາທີ່ເຮົາເຄີຍໄດ້ຍິນຫັ້ນແຫຼະ ທາງພາກຣັຂອງເຮົາກະໄດ້ບຸກເບີກເນື້ອທີ່ດິນ ທີ່ທຳການລິດຕ ໃຫ້ຈຳນວນນຶ່ງ ໃຫ້ແກ່ພໍ່ແມ່ປະຊາຊົນຫັ້ນແຫຼະ ເພື່ອເຂົາເຮັດຊົດເຊີຍ ໂຕທີ່ເຂົາເຮັດບໍ່ໄດ້ຫັ້ນ.

ນັກ​ຂ່າວ: ຫຼາຍປານໃດລະ ບຸກເບີກເນື້ອທີ່ ທ່ານ?

ເຈົ້າເມືອງ: ເນື້ອທີ່ທຳການລິດຕ ຂອງພວກເຮົາກະປະມານ 1,000 ປາຍກວ່າ ເຮັກຕ້າຣ໌.”

ນັກ​ຂ່າວ: ໃຫ້ຈັກຄອບຄົວນີ້?

ເຈົ້າເມືອງ: ຄອບຄົວທີ່ຢູ່ໃນບ້ານປະສົບພັຍນີ້ 4-5 ບ້ານນີ້ແຫຼວ ມີຈຳນວນນຶ່ງ ເຂົາກະເຮັດນາເກົ່າ ຈຳນວນນຶ່ງ ເຂົາກະຍ້າຍໄປຢູ່ບ່ອນໃໝ່.”

ນັກ​ຂ່າວ: ໃຫ້ເຂົາເຈົ້າມັນຕົ້ນນີ້ ຫຼາຍຄອບຄົວນີ້ປູກມັນຕົ້ນນີ້ ມັນທົດແທນການເຮັດນາ ໄດ້ຢູ່ຫວະທ່ານ?

ເຈົ້າເມືອງ: ຖ້າທຽບໃສ່ຜົລິຕ ທີ່ພວກເຮົາເຮັດ ປັດຈຸບັນນີ້ ກະຖືວ່າໄດ້ຫັ້ແຫຼະ ຫາກແຕ່ວ່າ ເຮັກຕ້າຣ໌ນຶ່ງເຂົາກະໄດ້ 20-30 ລ້ານກີບ ເຂົາກະສາມາດຊື້ໄດ້ກະກຸ້ມ.”

ນັກ​ຂ່າວ: ສ່ວນວ່າ ອັນນາທີ່ເຂົາເຈົ້າບໍ່ສາມາດເຮັດໄດ້ ດິນທີ່ເຂົາເຈົ້າບໍ່ສາມາດໄປເຮັດໄດ້ເດ້ ເຂົາເຈົ້າກະວ່າ ມັນ ເປັນຈັ່ງໃດຄືວ່າບຸກເບີກໄປຊື່ໆ ຫັ້ນນ່າ ການຊັບຊົ່ວ ມັນກະຍັງບໍ່ຄົງທີ່ຢູ່ຫັ້ນນ່າ ໂຕນີ້ທ່ານເຈົ້າເມືອງເຫັນວ່າ ຈັ່ງໃດນີ້ນະ?

ເຈົ້າເມືອງ: ມັນກະຄ່ອຍແກ້ກັນໄປແນວນັ້ນແຫຼະ ຈະໃຫ້ໄດ້ໝົດທັງເຣື່ອງຜົກະທົບຫຍັງຕ່າງໆ ຊິໃຫ້ພຶບພັບບາດດຽວ ທ່ານ ກະຊິຮູ້ ທ່ານເຄີຍເຮັດວຽກວິຊາການ ທາງດ້ານອັນອື່ນມາແລ້ວເນາະ ໃຫ້ມັນຮອດດິນເໝືອນຂອງເກົ່ານີ້ ມັນກະເທວະດາເຮັດກະຍັງຢາກຍາກ. ກະຊິຄ່ອຍເຮັດໄປ ຄ່ອຍແກ້ໄຂໄປ ແຕ່ລະປີມັນເປັນຈັ່ງໃດ ພວກເຮົາກະຄ່ອຍເຮັດໄປຫັ້ນແຫຼະ.”

ນັກ​ຂ່າວ: ຊີວິດການເປັນຢູ່ເຂົາເຈົ້າ ມັນຊິກັບຄືໄປເປັນປົກຕິຄືກັບ ກ່ອນເຫດການເຂື່ອນແຕກບໍ່ນິ?

ເຈົ້າເມືອງ: ໂຕນີ້ສະພາບເມືອງນາມໄຊ ຂອງພວກເຮົາ ທ່ານອາຮູ້ ເຫດການຫຼາຍອັນພວກເຮົາ ກະສະພາບດິນຟ້າອາກາດ ແຕ່ລະປີ. ແຕ່ລະປີ ໂດຍອີງໃສ່ແຜນຍຸສາຕ ໃນການພັນາ ຂອງພວກເຮົາ ກ້າວໄປໃສ່ຈຸດເດີມແຕ່ວ່າ ສະພາບດິນຟ້າອາກາດແຕ່ລະປີ ຊິມີຫຍັງກະທົບໃສ່ ຄືນ້ຳຖ້ວມ ຊິໃຫ້ມັນກ້າວໄປສູ່ຈຸດເດີມມັນກະຫາກຍາກ. ໂດຍລວມລະ ພວກເຮົາກະມີແຜນຫັ້ນແຫຼະ ແລະ ເຮືອນຊານບ້ານຊ່ອງພວກເຮົາກະປຸກໃຫ້ ບາງເທື່ອຜູ້ໄດ້ຊ່ຳເກົ່າ ບາງເທື່ອຜູ້ໄດ້ຫຼຸດເກົ່າ ລື່ນເກົ່າ ສະພາບການແກ້ໄຂ ສົ່ງເສີມອາຊີບຈຳນວນນຶ່ງ ໃຫ້ເຂົາຫັ້ນແຫຼະ.”       

ເຫດ​ການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເກີດຂຶ້ນໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ມີຜູ້ເສັຽຊີວິຕ 71 ຄົນ ແລະ ມີປະຊາຊົນ ໄດ້ຮັບຜົກະທົບຫຼາຍ 1,000 ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.