ຫຼັງເຂື່ອນແຕກ 4 ປີ ປະຊາຊົນ ທຸກກວ່າເກົ່າ

ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ວັນ 23 ກໍຣະກະດາ 2018.
ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ວັນ 23 ກໍຣະກະດາ 2018. (Photo: RFA)

0:00 / 0:00

ປະ​ຊາ​ຊົນ ຢູ່​ເມືອງ​ສ​ນາມ ໄຊ​ແຂວງ​ອັດ​ຕະ​ປື ຈຳ​ນວນຫຼາຍ 1,000 ຄອບ​ຄົວ ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ເຫດ​ການ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ມາ​ເປັນ​ເວ​ລາ 4 ປີ ຍັງ​ບໍ່​ສາ​ມາດຟື້ນ​ຟູຊີ​ວິຕ ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໄດ້.

ປະ​ຊາ​ຊົນ​ບາງ​ຄົນ ກໍ​ບອກວ່າ ຊີ​ວິຕ​ການ​ເປັນ​ຢູ່​ ຂອງ​ເຂົາ​ເຈົ້າຍັງ​ບໍ່​ດີ​ຂຶ້ນ ແຕ່​ຍິ່ງ​ທຸກກວ່າ​ເກົ່າ, ບາງ​ຄົນ​ກໍ​ບອກວ່າ ຊີ​ວິຕ​ການ​ເປັນ​ຢູ່​ເຂົາ ​ບໍ່​ມີ​ວັນ​ທີ່​ຈະ​ກັບ​ໄປດີ​ຄື​ກັບ​ຊີ​ວິຕ​ການ​ເປັນ​ຢູ່ ກ່ອນ​ເຫດ​ການ​ເຂື່ອນ​ແຕກ.

ປະ​ຊາ​ຊົນ​ຊາວ​ເມືອງ ສ​ນາມ​ໄຊ ທ່ານນຶ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ເວົ້າ ​ເຣື່ອງ​ຄວາ​ທຸກ​ ຫຼັງ​ເຂື່ອນ​ແຕກ​ມາ ມັນ​ກະ​ທຸກກວ່າ​ເກົ່າ​ຫັ້ນ​ແຫຼ ກະ​ສ່ວນ​ຫຼາຍ​ກະ​ແມ່ນ​ຍັງ​ທຸກ​ຫັ້ນ​ແຫຼ ນາ​ບ້ານ​ເກົ່າ ກະ​ຍັງ​ເຮັດ​ບໍ່​ໄດ້ ມັນ​ຫຼົ່ມ​ມັນ​ຂີ້​ຕົມ ເຂື່ອນ​ແຕກ​ມາ​ໃສ່ ກະ​ຜູ້​ໃດ​ເຮັດ​ໄດ້ ກະ​ຫອຍ​ກິນ​ແດ່.

ດິນ ​ທີ່​ເພິ່ນມອບ​ໝາຍ​ໃຫ້ ດິນ​ທີ່​ເພິ່ນ​ປັນ​ໃຫ້ ​ກະ​ໄດ້​ແຕ່​ໃບ​ຕາ​ດິນ, ໃບ​ຕາ​ດິນ​ຂອບທອງ​ຄັກ​ແນ່​ແຫຼ​ ເພິ່ນ​ໃຫ້ ຫາກ​ແຕ່​ວ່າ​ດິນບໍ່​ໄດ້, ບ້ານ​ເຂົາ​ເອົາ ບ້ານ​ເຂົາ​ກະ​ວ່າ​ ໄປ​ບຸກ​ລຸກ​ບ້ານ​ເຂົາ ເຂົາ​ກະ​ບໍ່​ໃຫ້ ໃຜ​ໄປ​ເຮັດ​ເຂົາ​ກະ​ຊິ​ຂ້າ​ຊິ​ຟັນ ໄປ​ບຸກ​ເບີກ​ເຂດ​ບ້ານ​ເຂົາ ເຂົາ​ບໍ່​ໃຫ້."

ນັກ​ຂ່າວ: ຊີ​ວິຕ​ຫຼັງ​ຈາກ 4 ປີ ມັນ​ຈະ​ສາ​ມາດ​ກັບ​ຄືນ​ໄປ ດີ​ຄື​ເກົ່າ​ບໍ່?

ປະ ​ຊາ​ຊົນ: " ບໍ່ ​ດີ​ດອກ ຍັງ​ບໍ່​ທັນ​ດີ ຍັງ​ບໍ່​ທັນ​ໄດ້ ເພາະ​ວ່າ ບາງ​ຄອບ​ຄົວ​ນີ້ ເຂົາ​ຊິ​ກິນ​ກະ​ຍັງ​ບໍ່​ມີ ເຂົາ​ຊິ​ກິນ​ເງິນ​ຊິ​ໃຊ້​ຍັງ​ບໍ່​ມີ ຍິ່​ງ​ຕື່ມ ຄື​ເສ​ຖ​ກິ​ຈ ສູ່ມື້ນີ້ ແຕ່​ວ່າ ຄອບ​ຄົວ ມີ​ທ່າ​ແຮງ​ຂະ​ເຈົ້າ ໄປ​ຫາ​ເຮັດ​ສວນ​ແບບ​ວ່າບໍ່​ແມ່ນ ຂອງ​ຣັ​ຖ​ຊ່ອຍ ໄປ​ຫາ​ເອງ ໄປ​ຫາ​ຊື້​ດິນ​ຊື້ດອນ ຢູ່​ນຳ​ນອກ​ນຳ​ນາ​ຫັ້ນ. ກະ​ຍັງ​ໄຄ​ແດ່ ພວກ​ອອກ​ຈາກ​ສູນ ໄປ​ຫາ​ຢູ່​ບ້ານ​ອື່ນ ເຮື່ອນ​ທີ່​ເພິ່ນ​ເຮັດ​ໃຫ້​ຈຳ​ນວນ​ນຶ່ງ ຈຳ​ນວນ​ກະ​ຍັງ​ບໍ່​ທັນ​ແລ້ວ ເຂົາ​ກະ​ໄປ​ປຸກ​ຕຸບ​ປຸກ​ສັງ​ຢູ່ ສູນ​ພັກ​ຊົ່ວ​ຄາວ ເຂົາ​ກະ​ໃຫ້​ອອກ​ໝົດ."

ນັ​ກ​ຂ່າວ: ຊີ​ວິຕ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ລາວ ​ທັງ​ເຮົາ​ເອ​ງນີ້ ຊິ​ສາ​ມາດ​ກັບ​ຄືນ​ໄປດີ​ ຄື​ກັນ​ກັບ​ຊີ​ວິຕ​ກ່ອນ​ເຂື່ອນ​ແຕກບໍ່?

ປະ ​ຊາ​ຊົນ: " ກະ ​ຊິບໍ່​ໄດ້​ດອກ ໄດ້​ກະ​ຊິ​ໃຊ້​ເວ​ລາ​ຍາວ ຄູ່ມື້ນີ້​ເສ​ຖ​ກິ​ຈ​ກະ​ຄື ໄດ້​ຍິນ​ນຳ​ກັນ ແຕ່​ວ່າ ຄ່າ​ຂອງ 5,000 ກີບ ກະ​ຊິ​ຂຶ້ນ 10,000 ກີບ ຄື​ນານີ້ ກະ​ເຮັດ​ບໍ່​ໄດ້​ແຫຼ ຄື ​ນາ​ບ້ານ​ເກົ່າ​ນີ້​ກະ​ດາຍ.

ລາ ​ຄາ​ເຂົ້າ​ໂລ​ນຶ່ງກະ 10 ປາຍພັນ ລະ​ສູ່ມື້ນີ້ 15,000 ລະ​ໃດ ເຂົາ​ສານ ຄື​ເຮົາ​ຢູ່​ບ້ານ​ເກົ່າ ຍັງ​ວ່າ ຫາ​ເກັບ​ຜັກ​ຫັກ​ໜໍ່​ໄມ້ ຍັງ​ວ່າ ເຮົາ​ເຮັດ​ນາ​ກະ​ໄດ້​ຫຼາຍ​ເດ້​ເຂົ້າ​ແຕ່​ກ່ອນ."

ນັກ​ຂ່າວ: ທຽບ​ໃສ່​ ເຮັດ​ສວ​ນ​ມັນ​ຕົ້ນ​ ກັບ​ເຮັດ​ນາ ອັນ​ໃດ​ມັນ​ດີ​ກ່ອນນິ?

ປະ ​ຊາ​ຊົນ: " ເຮັດ ​ມັນ​ຕົ້ນ​ຫັ້ນ​ແຫຼ ມັນ​ດີ​ກ່ອນ ແຕ່​ວ່າ ມັນ​ກະ​ທ່າ​ແຮງ​ອີກ ເຮົາ​ຊິ​ໄປ​ຊອກ​ຫາ​ດິນ ເພາະ​ມັນ​ບໍ່​ມີ​ດິນ​ເປັນ​ຂອງ​ໂຕ​ເອງ ສ່ວນ​ຫຼານ​ຂະ​ເຈົ້າ​ກະ​ໄປ​ຫາ​ເຊົ່າ​ຂອງ​ໝູ່ ເພາະ​ວ່າ ຊາມ​ຊິ​ໄດ້​ດິນ​ເປັນ​ຂອງ​ໂຕ​ເອງ ມັນ​ກະ​ໄດ້​ລົງ​ທຶນ​ຫຼາຍ."

ນັ​ກ​ຂ່າວ: ຖື​ວ່າ 4 ປີນີ້ ຍັງ​ບໍ່​ຄື​ເກົ່າ​ເນາະ?

ປະ ​ຊາ​ຊົນ: " ຍັງ ​ຍັງ ຖື​ວ່າ​ຍັງ​ທຸກ​ຄື​ເກົ່າ ຜູ້​ທູກກວ່າ​ເກົ່າ​ກໍ​ມີ."

ນັກ​ຂ່າວ: ອັນ​ທຸກນີ້ ມັນ​ທຸກ​ຈັ່ງ​ໃດ​ກັນ​ແທ້ ເວົ້າ​ສູ່​ຟັງ​ແດ່ ທຸກ​ແນວ​ໃດ?

ປະ ​ຊາ​ຊົນ: "ນຶ່ງ​ມາ​ມັນ​ບໍ່​ແມ່ນ ບ້ານ​ໂຕ​ເອງ​ ທີ່​ເຄີຍ​ຢູ່ ບ່ອນ​ຫາ​ຢູ່​ຫາ​ກິນ​ມັນ​ກະ​ໄກ ອອກ​ຈາກ​ບ້ານ​ເກົ່າ​ມາ ມັນ​ກະ 10 ຫຼັກ ຈັ່ງ​ມີ​ບ່ອນ​ຫາ​ກິນ ເຂົ້າ​ກິນ​ກະ​ບໍ່​ມີ ເພາະ​ວ່າ ເຮົາ​ເຮັດ​ນາບໍ່​ໄດ້ ບໍ່​ຄື​ຢູ່​ບ້ານ​ເກົ່າ​ໃດ ມັນ​ບໍ່​ຄື​ເກົ່​າ​ໃດ​ແຕ່ກີ້. ເພາະ​ວ່າ ມັນ​ບໍ່​ມີ​ດິນ​ທຳ​ການ​ຜ​ລິຕ ດິນ​ທຳ​ການ​ຜ​ລິຕ ເພິ່ນ​ເບີກ​ໃຫ້​ຈ່າຍ​ໃຫ້ ມັນ​ກະ​ຍັງ​ບໍ່​ໄດ້ ມັນ​ກະ​ຍາດ​ແຍ່ງ​ກັນ​ຢູ່. "

ນັກ​ຂ່າວ: ມີ​ຈັກ​ຄອບ​ຄົວ ​ທີ່​ຍັງ​ບໍ່​ທັນ​ໄດ້​ດິນ ເຮັດ​ການ​ຜ​ລິຕນີ້?

ປະ ​ຊາ​ຊົນ: " ຂ້ອຍ ​ໄດ້​ຍິນ​ເພິ່ນ​ປະ​ຊຸມ​ຢູ່ວ່າ ມີ​ແຕ່ 10 ຄອບ​ຄົວ​ ນຶ່ງ​ໃດ ໄດ້​ເຮັດ. ບ້ານ 200 ປາຍ​ຄອບ​ຄົວ, 2 ບ້ານ ມັນ​ກະ 400 ປາຍ​ຄອບ​ຄົວ ບໍ່​ເຖິງ 50 ຄອບ​ຄົວໃດ ໄດ້​ໄປ​ເຮັດ."

ນັກ​ຂ່າວ: ໂດຍ​ສ​ເລັ່ຽ ເຂົາ​ເຈົ້າ​ຊົດ​ເຊີຍ​ ດິນ​ການ​ຜ​ລິດ​ໃຫ້​ຈັກ​ຄອບ​ຄົວນີ້ ໂດຍ​ສ​ເລັ່ຽ​ທັງ​ໝົດ​ນີ້?

ປະ ​ຊາ​ຊົນ: "ເພິ່ນ​ກະ​ໃຫ້​ໝົດ​ບ້ານນິ. ຂັ້ນ 3 ຄົນ ເພິ່ນ​ກະ​ໃຫ້ 2 ເຮັກ​ຕ້າຣ໌. ຂັ້ນ 2 ຄົນ ເພິ່ນ​ກະ​ໃຫ້ 2 ເຮັກ​ຕ້າຣ໌ ຄື​ກັນ, ຜູ້​ດຽວ ເພິ່ນ​ຈັ່ງ​ໃຫ້ ເຮັກຕ້າຣ໌ 5 ຄົນ​ຂຶ້ນ​ໄປ ເພິ່ນ​ໃຫ້ 3 ເຮັກ​ຕ້າຣ໌, ມັນ​ບໍ່​ໄດ້​ດິນ​ຫັ້ນ​ອີກ ມັນ​ກະ​ໄດ້​ແຕ່ ຊື້​ໃບ​ທະບຽນມາ​ໄວ້​ຊື່ໆ."

ນັກ​ຂ່າວ: ເພິ່ນ​ຄື​ວ່າ ເພິ່​ນ​ແຈກ​ຢາຍ​ໃຫ້ຫຼາຍ 1,000 ເຮັກ​ຕ້າ​ຣ໌ລະ?

ປະ ​ຊາ​ຊົນ: " ກະ ​ແມ່​ນ ດິນ​ທີ່​ວ່າ ເພິ່ນ​ໃຫ້ ຫາກ​ແຕ່​ວ່າ ມັນ​ບໍ່​ໄດ້​ໂຕ​ຈິງ ມັນ​ໄດ້​ຕັ້ງ​ແຕ່ຊື່​ມັນ ​ຄື​ເວົ້າ ຄັນ​ມັນ​ໄດ້​ດິນ​ໂຕ​ນັ້ນ ກະ​ໄດ້​ລົງ​ໄປ​ເຮັດ​ກະ​ໄຄ​ແດ່."

ຊີ​ວິດ​ການ​ເປັນ​ຢູ່ ເຂົາ​ເຈົ້າ ຍັງ​ບໍ່​ສາ​ມາດ​ກັບ​ຄື ໄປ​ເປັນ​ປົກ​ກະ​ຕິ​ໄດ້ ແລະ ຍາກ​ທີ່​ຈະ​ກັບຄືນ​ໄປ​ໃຫ້​ໄດ້​ດີ​ຄື​ເກົ່າ ເພາະ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ນາ​ໄດ້.

ປະ​ຊາ​ຊົນ ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ເຂື່ອນ​ແຕກ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ໂອ້ ​ໂຕນີ້ ອ້າຍ​ວ່າ ຢ້ານບໍ່​ທໍ່​ເກົ່າ ເພາະ​ວ່າ ເຮົາ​ມາ​ໃຊ້​ຊີ​ວິຕ​ແບບນີ້ ມັນ​ບໍ່​ຄົງ​ທີ່ ແຕ່ຄວາມ​ຈິງ​ກະ​ຢາກ​ໃຫ້​ມັນ ເຂົ້າ​ສູ່​ເດີມ​ຫັ້ນ​ແຫຼ ໂດຍ​ສະ​ເພາະ​ແມ່ນ ທຳ​ມາ​ຫາ​ກິນ​ຫັ້ນ​ນ່າ ໄຮ່​ນາ​ຕາ​ກ້າ​ຄື​ເກົ່າ​ຫັ້ນ​ແຫຼ.

ນັບ ​ແຕ່​ເກີດ​ເຫດ​ມາ ໄຮ່​ນາ​ຕາ​ກ້າ ຍັງ​ບໍ່​ທົດ​ເຮັດ​ຈັກ​ເທື່ອ​ນ່າ ສະ​ເພາະ​ນາ ຂອງ​ມັນ​ເຮັດ​ບໍ່​ໄດ້."

ນັກ​ຂ່າວ: ມັນ​ຄາ​ຫຍັງ ​ຄ່ອຍ​ເຮັດ​ບໍ່​ໄດ້?

ປະ ​ຊາ​ຊົນ: " ແບບ ​ວ່າ ເພິ່ນ​ຫັ້ນ​ກູ້​ໃຫ້​ເຮົາ​ບໍ່​ໄດ້​ຫັ້ນ​ນ່າ ມັນ​ເປັນ​ຫຼຸບ ເປັນ​ໂນນ ເປັນ​ໜອງ ຄວນ​ທີ່​ເພິ່ນ​ຊິກວາດ​ ຊິ​ສ້ອມ ຊິ​ແປງ​ໃຫ້​ເຮົາ ໃຫ້​ມັນ​ຄື​ນ​ສະ​ພາບ​ເດີມ ອັນ​ນີ້ ເພິ່ນ​ລອກ​ແຕ່​ທາງ​ໜ້າ​ມັນ ລະ​ກະ​ວ່າ​ໝົດ​ທຶນ.

ມາ ​ຮອດ​ປັດ​ຈຸ​ບັນ​ນີ້ ພໍ່​ແມ່​ປະ​ຊາ​ຊົນ​ນີ້ ອົດ​ຢາກ​ໝາກ​ແຄ້ນ​ກະ​ຫຼາຍ ຂອງ​ໄຮ່​ນາ​ຕາ​ກ້າ​ເພິ່ນ​ຟື້ນ​ຟູ​ໃຫ້​ກະ​ບໍ່​ແລ້ວ ແລ້ວ​ແຕ່​ຄອງ​ເໝືອງຝາຍ​ເນາະ ຄອງ​ຊົ​ລ​ປະ​ທານ ບາດນີ້ ນາ​ເຂົາ​ພັດ​ເຮັດ​ບໍ່​ໄດ້."

ນັກ​ຂ່າວ: ມີ​ຫຼາຍ​ຄອບ​ຄົວ​ປານ​ໃດ ທີ່ບໍ່​ສາ​ມາດ​ເຮັດ​ນາ​ໄດ້​ຕອນນີ້?

ປະ ​ຊາ​ຊົນ: " ໂອ້ ​ຢາກວ່າ ຄັນ​ເຮົາ​ທຽບ​ເປັນ​ເປີ​ເຊັນ 85 ເປີ​ເຊັນ ຂອງ​ມັນ​ໝັກ​ກວ່າ​ໝູ່ ຄອງ​ຊົ​ລ​ປະ​ທານ​ເພິ່ນ​ແລ້ວ ຫາກ​ແຕ່​ວ່າ ພື້ນ​ທີ່​ເຮົາ​ບໍ່​ສາ​ມາດ​ນຳ​ໃຊ້​ໄດ້ ຢ້ານ​ວ່າ ເພິ່ນ​ຟື້ນ​ຟູ​ໃຫ້​ເຮົາ​ບໍ່​ທັນ​ເຕັມ 100 ຫັ້ນ​ແຫຼ."

ນັກ​ຂ່າວ: ຄື​ວ່າ ແຂວງ​ເພິ່ນ​ວ່າ ເພິ່ນຟື້ນຟູ​ໃຫ້​ລະ​ໂຕນີ້?

ປະ ​ຊາ​ຊົນ: "ກະ​ເພິ່ນ​ເບີກ​ໄປ​ຊື່ໆ ເບີກ​ໄປ​ຊື່ໆ ແຕ່​ບ່ອນ​ມັນທັບ​ຖົມ​ໄປ​ແຮງໆ ກໍ​ຍັງ​ຄື​ເກົ່າ ເບີກ​ແບບ​ວ່າ ເສ​ດ​ເຫຼືອ​ຍູ້​ໄປ​ຊື່ໆ ແຕ່​ວ່າ ສິ່ງ​ທີ່​ມັນ​ຝັງ​ຢູ່​ໃນ​ດິນ ເປັນ​ໝາມ​ໝາກ​ຈັບ ເປັນ​ເສົາ​ໄຟ​ຟ້າ ເປັນ​ໄມ້​ນອນ​ຂອນ​ຕາຍ ມັນ​ຍັງ​ຄື​ເກົ່າ ປະ​ຊາ​ຊົນ​ເຂົາ​ກະ​ບໍ່​ສາ​ມາດ​ເຮັດ​ໄດ້."

ນັກ​ຂ່າວ: ຂັ້ນ​ບໍ່​ໄດ້​ເຮັດ​ໄຮ່ ເຮັດ​ນາ​ກິນ ເຮົາ​ຢູ່​ຈັ່ງ​ໃດ​ຊັ້ນ​ນະ?

ປະ ​ຊາ​ຊົນ: "ໂອ້ຍ​ນ້ອງ​ເອີຍ ເພິ່ນ​ແບ່ງ​ເນື້ອ​ທີ່​ກະ​ສິ​ກັມໃຫ້ ເຮັດ​ສວນ​ມັນ​ຕົ້ນ ຜູ້​ລະນຶ່ງ​ເຮັກ​ຕ້າຣ໌ໄປ​ກ່ອນ ຄັນ​ຊັ້ນ​ລະ ມັນ​ບໍ່​ກຸ້ມ​ກິນດອກ ໝົດ​ມັນນຶ່ງ​ເຮັກ​ຕ້າຣ໌ ມັນ​ກະ​ໝົດ​ເຂົ້າ​ກິນ ອີ່​ຫຍັງ​ກະ​ຢູ່​ໃນ​ຫັ້ນ. "

ນັກ​ວິ​ຊາ​ການ​ເຫັນ​ວ່າ ການ​ຟື້​ຟູ​ຊີ​ວິຕ​ການ​ເປັນ​ຢູ່ ຂອງ​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຈາກ​ເຂື່ອນ​ແຕກ ຍ້ອນ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ນາ​ໄດ້ ເຊິ່ງ​ປະ​ຊາ​ຊົນ​ສ່ວນ​ນຶ່ງ ກໍ​ໃຊ້​ດິນ ຫຼື ເຊົ່າ​ດິນ​ປູກ​ມັນ​ຕົ້ນ,

ສາສຕຣາຈານ Ian Baird ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ສະຫະຣັຖອາເມຣິກາ ໄດ້​ໃຫ້​ສັມ​ພາດ​ວ່າ:

" ຖ້າ ​ເວົ້າ​ເຖິງ​ແຜນ​ແຕ່​ກ່ອນ​ຫັ້ນ​ນ່າ ມັນ​ກະ​ຄື ປະ​ຊາ​ຊົນ​ ທີ່​ຖືກ​ຜົ​ລ​ກະ​ທົບ​ໄດ້​ໜ້ອຍ ໄດ້​ໜ້ອຍ​ຫຼາຍ ເພາະ​ວ່າ ມັນ ມັນ​ເກີດ​ຜົ​ລ​ກະ​ທົບ​ຕໍ່​ຊີ​ວິດຕ ຂອງ​ເຂົາ​ຫຼາຍ​ພໍ​ສົມ​ຄວນ. ແຕ່​ວ່າ ການ​ຊົດ​ເຊີຍນີ້ ມັນ​ບໍ່​ຄ່ອຍ ຖ້າ​ຄຶດ​ເຣື່ອງ​ເສັຽ​ເວ​ລາ​ຂອງ​ເຂົາ​ເຈົ້າ ເສັຽ​ໄປ​ຢູ່​ໃນແບບ​ສູນ​ອົ​ພ​ຍົບ​ໃຫ້​ຫັ້ນ ໃນ​ເວ​ລາ​ຫຼາຍ​ປີ​ເນາະ ອັນ​ນີ້ ໜ້າ​ຈະ​ມີ​ຄ່າ​ຊົດ​ເຊີຍ​ຫຼາຍກວ່ານີ້."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ ກໍ​ອ້າງວ່າ ໄດ້​ດຳ​ເນີນ​ການຟື້ນ​ຟູ​ຊີ​ວິຕ ​ການເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລ້ວ, ບໍ່​ວ່າ​ຈະເປັນ​ການ​ຈັດ​ສັນ​ທີ່​ດິນ ແລະ ການ​ສ້າງ​ຊົ​ລ​ປະ​ທານ ໃຫ້​ປະ​ຊາ​ຊົນ​ສາ​ມາ ດ​ຜ​ລິຕ​ກະ​ສິ​ກັມໄດ້.

ທ່ານ ສຸລິວົງ ອະໄພວົງ ເຈົ້າ​ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ເຮືອນນີ້ ກະ ​ຖື​ວ່າ ໄດ້ 90 ປາຍກວ່າເປີ​ເຊັນ."

ນັກ​ຂ່າວ: ເຈົ້າ​ແລ້ວ​ຈັກ​ຫຼັງ​ລະ ປັດ​ຈຸ​ບັນ​ນີ້?

ເຈົ້າ​ເມືອ : " 90 ປາຍ​ເປີ​ເຊັນ ກະ​ຊິບໍ່​ທັນ​ເຖິງ 700 ປະ​ມານ 500 ປາຍ​ຫຼັງ."

ນັກ​ຂ່າວ: ແຕ່​ວ່າ​ໂຕ​ທີ່​ນາ​ຄົງ​ທີ່​ເຂົາ​ເຈົ້າ​ເດ້ ເຂົາ​ເຈົ້າ​ຄືວ່າ ບໍ່​ໄດ້​ເຮັດ​ນາ ປັດ​ຈຸ​ບັນ​ນີ້ ເຂົາ​ເຈົ້າ​ຊິ​ມີ​ເຂົ້າ​ກິນ​ໄດ້​ແນວ​ໃດ​ ທ່ານ?

ເຈົ້າ ​ເມືອງ: "ເຮັດ​ຢູ່​ໃດ໋ນາ ໃຜ​ໃຜ​ວ່າບໍ່​ໄດ້​ເຮັດ ເຮັດ​ແຕ່​ລະ​ປີ ປີ​ກາຍນີ້ ກະ​ໄດ້​ເຂົ້າ​ໝາກ​ຫຼາຍໆ."

ນັກ​ຂ່າວ: ລະ​ບົບ​ຊົ​ລ​ປະ​ທານ ​ເປັນ​ແນວ​ໃດ?

ເຈົ້າ ​ເມືອງ: " ລະ ​ບົບ​ຊົ​ລ​ປະ​ມານ ກະ​ປົກ​ຕິ ຖື​ວ່າ​ສຳ​ເຣັດ​ແລ້ວ."

ນັກ​ຂ່າວ: ແຕ່​ວ່າ ນານີ້ ໄດ້​ເຮັດ​ຈັກ​ຄອບ​ຄົວ ທັງ​ໝົດ​ນີ້​ນະ ມັນ​ສາ​ມາດ​ເຮັດ​ໄດ້​ໝົດ​ຫວະ?

ເຈົ້າ ​ເມືອງ: "ມີ​ຈຳ​ນວນ​ນຶ່ງ​ມັນ​ກະ​ເຮັດບໍ່​ໄດ້ ແນວ​ວ່າ ນ້ຳ​ມັນ​ທະ​ລຸ​ລົງ​ມາແກ່​ຂີ້​ຫິນ ຫຼື​ວ່າ ຂີ້​ຊາຍ​ຫັ້ນ​ນ່າ. "

ນັກ​ຂ່າວ: ແກ້​ໄຂ​ໃຫ້​ເຂົາ​ເຈົ້າ​ແນວ​ໃດ ຖ້າ​ເຂົາ​ເຈົ້າ​ເຮັດ​ບໍ່​ໄດ້ ທ່ານ?

ເຈົ້າ ​ເມືອງ: "ແກ້​ໄຂ​ນີ້​ກະ​ແບບ​ດຽວ​ກັບ ຜ່ານ​ມາ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ຫັ້ນ​ແຫຼະ ທາງ​ພາກ​ຣັ​ຖ​ຂອງ​ເຮົາ​ກະ​ໄດ້​ບຸກ​ເບີກ​ເນື້ອ​ທີ່​ດິນ ທີ່​ທຳ​ການ​ຜ​ລິດຕ ໃຫ້​ຈຳ​ນວນ​ນຶ່ງ ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຫັ້ນ​ແຫຼະ ເພື່ອ​ເຂົາ​ເຮັດຊົດ​ເຊີຍ​ ໂຕ​ທີ່​ເຂົາ​ເຮັດ​ບໍ່​ໄດ້​ຫັ້ນ. "

ນັກ​ຂ່​າວ: ຫຼາຍ​ປານ​ໃດ​ລະ ບຸກ​ເບີກ​ເນື້ອ​ທີ່ ທ່ານ?

ເຈົ້າ ​ເມືອງ: "ເນື້ອ​ທີ່​ທຳ​ການ​ຜ​ລິດຕ ຂອງ​ພວກ​ເຮົາ​ກະ​ປະ​ມານ 1,000 ປາຍກວ່າ ເຮັກ​ຕ້າຣ໌."

ນັກ​ຂ່າວ: ໃຫ້​ຈັກ​ຄອບ​ຄົວ​ນີ້?

ເຈົ້າ ​ເມືອງ: " ຄອບ ​ຄົວ​ທີ່​ຢູ່​ໃນ​ບ້ານ​ປະ​ສົບ​ພັຍ​ນີ້ 4-5 ບ້ານນີ້​ແຫຼວ ມີ​ຈຳ​ນວນ​ນຶ່ງ​ ເຂົາ​ກະ​ເຮັດ​ນາ​ເກົ່າ ຈຳ​ນວນ​ນຶ່ງ ​ເຂົາ​ກະ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່."

ນັກ​ຂ່າວ: ໃຫ້​ເຂົາ​ເຈົ້າ​ມັນ​ຕົ້ນ​ນີ້ ຫຼາຍ​ຄອບ​ຄົວ​ນີ້ປູກມັນຕົ້ນ​ນີ້ ມັນ​ທົດ​ແທນ​ການ​ເຮັດ​ນາ ​ໄດ້​ຢູ່​ຫວະ​ທ່ານ?

ເຈົ້າ ​ເມືອງ: " ຖ້າ ​ທຽບ​ໃສ່​ຜົ​ລ​ຜ​ລິຕ ​ທີ່​ພວກ​ເຮົາ​ເຮັດ ປັດ​ຈຸ​ບັນ​ນີ້ ກະ​ຖື​ວ່າ​ໄດ້​ຫັ້​ນ​ແຫຼະ ຫາກ​ແຕ່​ວ່າ ເຮັກ​ຕ້າ​ຣ໌ນຶ່ງ​ ເຂົາ​ກະ​ໄດ້ 20-30 ລ້ານກີບ ເຂົາ​ກະ​ສາ​ມາດ​ຊື້​ໄດ້​ກະ​ກຸ້ມ."

ນັກ​ຂ່າວ: ສ່ວນ​ວ່າ ອັນ​ນາ​ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໄດ້ ດິນ​ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ໄປ​ເຮັດ​ໄດ້ເດ້ ເຂົາ​ເຈົ້າ​ກະ​ວ່າ ມັນ ເປັນ​ຈັ່ງ​ໃດ​ຄື​ວ່າ ​ບຸກ​ເບີກ​ໄປ​ຊື່ໆ ຫັ້ນ​ນ່າ ການ​ຊັບ​ຊົ່ວ ມັນ​ກະ​ຍັງ​ບໍ່​ຄົງ​ທີ່​ຢູ່​ຫັ້ນ​ນ່າ ໂຕນີ້​ທ່ານ​ເຈົ້າ​ເມືອງ​ເຫັນ​ວ່າ ຈັ່ງ​ໃດ​ນີ້​ນະ?

ເຈົ້າ ​ເມືອງ: " ມັນ ​ກະ​ຄ່ອຍ​ແກ້​ກັນ​ໄປ​ແນວ​ນັ້ນ​ແຫຼະ ຈະ​ໃຫ້​ໄດ້​ໝົດ​ທັງ​ເຣື່ອງຜົ​ລ​ກະ​ທົບ​ຫຍັງ​ຕ່າງໆ ຊິ​ໃຫ້​ພຶບ​ພັບ​ບາດ​ດຽວ ທ່ານ ກະ​ຊິ​ຮູ້ ທ່ານ​ເຄີຍ​ເຮັດ​ວຽກ​ວິ​ຊາ​ການ ​ທາງ​ດ້ານ​ອັນ​ອື່ນ​ມາ​ແລ້ວ​ເນາະ ໃຫ້​ມັນ​ຮອດ​ດິນ​ເໝືອນ​ ຂອງ​ເກົ່າ​ນີ້ ມັນ​ກະ​ເທວະ​ດາ​ເຮັດ​ ກະ​ຍັງ​ຢາກ​ຍາກ. ກະ​ຊິ​ຄ່ອຍ​ເຮັດ​ໄປ ຄ່ອຍ​ແກ້​ໄຂ​ໄປ ແຕ່​ລະ​ປີ​ມັນ​ເປັນ​ຈັ່ງ​ໃດ ພວກ​ເຮົາ​ກະ​ຄ່ອຍ​ເຮັດ​ໄປ​ຫັ້ນ​ແຫຼະ."

ນັກ​ຂ່າວ: ຊີ​ວິດ​ການ​ເປັນ​ຢູ່​ເຂົາ​ເຈົ້າ ມັນ​ຊິ​ກັບ​ຄື​ໄປ​ເປັນ​ປົກ​ຕິ​ ຄື​ກັບ ກ່ອນ​ເຫດ​ການ​ເຂື່ອນ​ແຕກບໍ່​ນິ?

ເຈົ້າ ​ເມືອງ: " ໂຕນີ້ ​ສະ​ພາບ​ເມືອງ​ສ​ນາມ​ໄຊ ຂອງ​ພວກ​ເຮົາ ທ່ານອາ​ຈ​ຮູ້ ເຫດ​ການ​ຫຼາຍ​ອັນ​ພວກ​ເຮົາ​ ກະ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແຕ່​ລະ​ປີ. ແຕ່​ລະ​ປີ ໂດຍ​ອີງ​ໃສ່​ແຜນ​ຍຸ​ທ​ສາ​ຕ ໃນ​ການ​ພັ​ທ​ນາ​ ຂອງ​ພວກ​ເຮົາ ກ້າວ​ໄປ​ໃສ່​ຈຸດ​ເດີມ​ແຕ່​ວ່າ ສະ​ພາບ​ດິນ​ຟ້າ​ອາ​ກາດ​ແຕ່​ລະ​ປີ ຊິ​ມີ​ຫຍັງ​ກະ​ທົບ​ໃສ່ ຄື​ນ້ຳ​ຖ້ວມ ຊິ​ໃຫ້​ມັນ​ກ້າວ​ໄປ​ສູ່​ຈຸດ​ເດີມ​ມັນ​ກະ​ຫາກ​ຍາກ. ໂດຍ​ລວມ​ລະ​ ພວກ​ເຮົາ​ກະ​ມີ​ແຜນ​ຫັ້ນ​ແຫຼະ ແລະ ເຮືອນ​ຊານ​ບ້ານ​ຊ່ອງ​ພວກ​ເຮົາ​ກະປຸກ​ໃຫ້ ບາງ​ເທື່ອ​ຜູ້​ໄດ້​ຊ່ຳ​ເກົ່າ ບາງ​ເທື່ອ​ຜູ້​ໄດ້​ຫຼຸດ​ເກົ່າ ລື່ນ​ເກົ່າ ສະ​ພາບ​ການ​ແກ້​ໄຂ ສົ່ງ​ເສີມ​ອາ​ຊີບ​ຈຳ​ນວນ​ນຶ່ງ​ ໃຫ້​ເຂົາ​ຫັ້ນ​ແຫຼະ."

ເຫດ​ການ​ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ ເກີດ​ຂຶ້ນ​ໃນ​ວັນ​ທີ 23 ກໍ​ຣະ​ກະ​ດາ 2018 ເຮັດ​ໃຫ້ມີ​ຜູ້​ເສັຽ​ຊີ​ວິຕ 71 ຄົນ ແລະ ມີ​ປະ​ຊາ​ຊົນ ໄດ້​ຮັບ​ຜົ​ລ​ກະ​ທົບ​ຫຼາຍ 1,000 ຄອບ​ຄົວ.