ສານໄທຍ ຈະພິພາກສາຄະດີ ເຂື່ອນໄຊຍະບູຣີ

0:00 / 0:00

ສານ​ປົກ​ຄອງ​ສູງ​ສຸດ ຂອງ​ໄທ​ຍ ນັດຟັງ​ຄຳ​ພິ​ພາກ​ສາ ກໍ​ຣະ​ນີ ອົງ​ການ​ພາກ​ປະ​ຊາ​ສັງ​ຄົມໄທ​ຍ ທີ່​ເປັນເຄື່ອ​ຂ່າຍປະ​ຊາ​ຊົນໄທ​ຍ 8 ແຂວງ ລຸ່ມແມ່​ນ້ຳ​ຂອງ ໄດ້​ຟ້ອງ​ຮ້ອ​ງ​ການ​ໄຟ​ຟ້າ​ຝ່າຍ​ຜ​ລິຕ ​ແຫ່ງ​ປະ​ເທດ​ໄທ​ຍ ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ໃຫ້​ເພີກ​ຖອນສັນ​ຍາ ​ຊື້​-ຂາຍ ໄຟ​ຟ້າຈາກ​ເຂື່ອນ​ໄຊ​ຍະ​ບູ​ຣີ ໂດຍໄດ້​ກຳ​ນົດ​ຟັງ​ ຄຳ​ພິ​ພາກ​ສາ ໃນ​ວັນ​ທີ 17 ສິງ​ຫາ 2022.

ຍາ​ນາງ ອ້ອມ​ບຸນ ທິບ​ສຸ​ນາ ທີ່​ເປັນ​ນຶ່ງໃນ​ແທນໂຕ​ແທນ ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ​ໄທ​ຍ ໃນ​ຖາ​ນະ​ເປັນ​ຜູ້​ຟ້ອງ​ລຳ​ດັບ​ທີ 4 ຂອງ​ຄະ​ດີນີ້ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ສິງ​ຫາ ວ່າ:

" ເດົາ ໃຈ ບໍ່ ຖືກວ່າ ສານ ຈະ ຕັດ ສິນ ອອກມ ແນວ ໃດ ຍັງ ຕ້ອ ລໍ ຖ້າລຸ້ນ ຢ່າງ ດຽວ ເຊິ່ງ ທາງ ເຄືອ ຂ່າຍ ຈະ ປຶກ ສາ ຫາ ລື ກັນ ໃນ ມື້ ວັນ ທີ 4 ສິງ ຫານີ້ ບໍ່ວ່າ ຈະ ເສັຽ ຫຼື ຊະ ນະ ຈະ ຍົ ຟ້ອງ ຫຼື ບໍ່ ຍົກ ຟ້ອງ ພວກ ເຮົາ ກໍ ຄົງ ຕ້ອງ ໄປ ຮັບ ຟັງ ຄຳ ພິ ພາກ ສາ ເພື່ອ ໃຫ້ ເຫັນ ວ່າ ປະ ເດັນ ນີ້ ມັນ ເປັນ ບັນ ຫາ ແມ່ນໄດ້ ເກີດ ຜົ ກະ ທົບ ຂຶ້ນ ແລ້ວ ແລະ ເຣື່ອງອະ ທິ ປະ ໄຕ ແຕ່ ລະ ປະ ເທດ ທີ່ ໃຊ້ ແມ່ ນ້ຳ ຂອງ ຮ່ວມ ກັນ ."

ເຂື່ອນໄຊ​ຍະ​ບູ​ຣີ ທີ່​ສ້າງ​ໃສ່ແມ່​ນ້ຳ​ຂອງ ມັນ​ເປັນ​ຜົ​ລ​ກະ​ທົບ​ ຂ້າມ​ຊາຍ​ແດນ. ທ່ານ ຈິ​ຣະ​ສັກ ອິນ​ທະ​ຍົດ ຜູ້​ປະ​ສານ​ງານ ​ເຄື່ອ​ຂ່າຍ​ກຸ່ມ​ຮັກ​ຊຽງ​ຂອງ ແຂວງຊຽງ​ຮາຍ ທີ່​ເປັນ​ອົງ​ການ ​ພາກ​ປະ​ຊາ​ສັງ​ຄົມ​ໄທ​ຍ ໄດ້​ກ່າວ​ວ່າ:

" ກະ ລໍ ຖ້າ ຟັງ ຢູ່ ຄື ກັນ ຊາວ ບ້ານ ກໍ ໄດ້ ແຕ່ ຫວັງວ່າ ສານ ຈະ ໃຫ້ ຄວາມ ເມດ ຕາ ພວກ ເຮົາ ກໍ ຄິດ ວ່າ ສານ ຈະ ຕ້ອງ ເຮັດ ໜ້າ ທີ່ ແຕ່ ກໍ ຫວັງ ວ່າ ຊາວ ບ້ານ ຈະ ໄດ້ ຮັບ ການ ປົກ ປ້ອງ ເພາະ ວ່າ ມັນ ເປັນ ຜົ ກະ ທົບ ຂ້າມ ຊາຍ ແດນ ເຊິ່ງ ຖ້າ ເບິ່ງ ຈຸດນີ້ ກໍ ຈະ ເຫັນ ເຣື່ອ ສິ່ງ ທີ່ ຈະ ຕາມ ມາ ວ່າສະ ຖານ ການ ແມ່ ນ້ຳ ຂອງ ຈະ ເປັນ ແນວ ໃດ ."

ປາ​ນ້ຳ​ຂອງ ​ກໍ​ເຣີ່ມ​ຫາ​ຍາກ​ຂຶ້ນກວ່າ​ເກົ່າ ຍ້ອນ​ມີ​ຈຳ​ນວນລົດ​ລົງ. ທ່ານ ຊານ​ນະ​ຣົງ ວົງ​ລາ ຜູ້​ຕາງ​ໜ້າ​ກຸ່​ມຮັກ​ຊຽງ​ຄານ ແຂວງ​ເລີຍ ປະ​ເທດ​ໄທ​ຍ ໄດ້​ກ່າວ​ວ່າ:

" ຄັນ ເວົ້າ ເຖິງ ຄາມ ຮູ້ ສຶກ ໃນ ເວ ລານີ້ ກໍ ບໍ່ ແຕກ ຕ່າງ ຫຍັງ ຈາກ ທີ່ ຜ່ານ ໆມາ ຄື ມີ ຄວາມ ຮູ້ ສຶກ ເສີຍໆ ຄື ກັນ ກັບ ທີ່ ຜ່ານ ມາ ເຊິ່ງຕອນນີ້ ຍົກ ໂຕ ຢ່າງ ເປັນ ຕົ້ນ ເວ ລາ ນັກ ທ່ອງ ທ່ຽວ ມາ ທ່ຽວ ເມືອງ ຊຽງ ຄານ ພວກ ເຮົາ ບໍ່ ​​ ສາ ມາດ ຈັດ ຫາ ປາ ໃນ ແມ່ ນ້ຳ ຂອງ ເພື່ອ ມາ ຣຽມ ເປັນ ອາ ຫານ ໃຫ້ ແກ່ ນັກ ທ່ອງ ທ່ຽວໄດ້ ເພາະ ວ່າ ປາ ນ້ຳ ຂອງ ຫາ ຍາກ ຂຶ້ນ ຫຼາຍ ເຕີບ ."

ຊາວ​ບ້ານ​ເອງ ກໍ​ຫວັງ​ວ່າ ຈະ​ໄດ້​ຮັບ​ຄວາມ​ເປັນ​ທັມ ໃນ​ກໍ​ຣະ​ນີ​ດັ່ງ​ກ່າວ. ຍາ​ນາງ ສອນ ຈຳ​ປາ​ດອກ ຊາວ​ປະ​ມົງພື້ນບ້ານ ແຂວງ​ອຸ​ບົນ​ຣາ​ຊ​ທາ​ນີ ໃນ​ຖາ​ນະ​ຜູ້​ຟ້ອ​ງ​ລຳ​ດັບ​ທີ 37 ຂອງ​ຄະ​ດີນີ້ ໄດ້​ກ່າວ​ວ່າ:

" ກະ ຢາກ ໃຫ້ ຄວາມ ເປັນ ທັມ ກັບ ປາ ຫຼື ວ່າ ກັບ ຊຸມ ຊົນ ບ້ານ . ໂອ ! ດຽວນີ້ ຫາ ປາ ໜ້ອຍ ລົງ ຊຸມ ຊົນ ນີ້ ກະ ຫາ ແຕ່ບໍ່ ໄດ້ ກິນ . ກະ ເຄີຍ ໄດ້ ຫຼາຍ ກະ ບໍ່ ໄດ້ ຫັ້ນ ນ່າ ດຽວນີ້ ກະ ລົງ ຫາ ຄື ເກົ່າ ແຕ່ ມັນ ກະ ບໍ່ ໄດ້ ບາດ ຣາຍ ໄດ້ ຫຼາຍ ຢູ່ ຊູ່ມື້ນີ້ ."

ສຳ​ລັບ​ຄະ​ດີ​ຟ້ອງ​ຮ້ອງ ກ່ຽວ​ກັບ​ເຂື່ອນ​ໄຊ​ຍະ​ບູ​ຣີ ໄດ້​ມີ​ຂຶ້ນ​ນັບ​ແຕ່​ວັນ​ທີ 7 ສິງ​ຫາ ປີ 2012 ໂດຍແມ່ນ ໂຕ​ແທນ ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ທີ່​ເປັນ​ເຄືອ​ຂ່າຍ​ປະ​ຊາ​ຊົນ 8 ແຂວງ ລຸ່ມ​ແມ່​ນ້ຳ​ຂອງ​ຈຳ​ນວນ 37 ຄົນ ໄດ້​ຍື່ນ​ຟ້ອງຄະ​ດີ ຕໍ່​ສານປົກ​ຄງ​ກາງ​ຂອງ​ໄທ​ຍ ກ່ອນ​ທີ່​ຈະ​ມີ​ການກໍ່​ສ້າງ​ເຂື່ອນ​ ໄຊ​ຍະ​ບູ​ຣີ.

ມາ​ຮອດ​ວັນ​ທີ 25 ທັນ​ວາ 2015 ສານ​ປົກ​ຄອງ​ກາງ​ຂອງ​ໄທ​ຍ ກໍ​ໄດ້​ມີ​ຄຳ​ສັ່ງ​ຍົກ​ຟ້ອງ​ຄະ​ດີ​ ດັ່ງ​ກ່າວ, ແຕ່ ຜູ້​ຟ້ອງ​ຮ້ອງ​ຄະ​ດີ​ດັ່ງ​ກ່າວ ກໍ​ຄື ອົງ​ການ​ພາກ​ປະ​ຊາ​ສັງ​ຄົ​ມ​ໄທ​ຍ ໄດ້​ຍື່ນ​ອຸ​ທອນ ຕໍ່​ສານ​ປົກ​ຄອງ​ສູງ​ສຸດ​ຂອງ​ໄທ​ຍ ແລະ ຄະ​ດີ​ດັ່ງ​ກ່າວ​ກໍ​ແກ່​ຍາວ ​ມາ​ເຖິງ​ປັດ​ຈຸ​ບັນ.