ນ້ຳຖ້ວມຖນົນ ຢູ່ນະຄອນຫລວງ ຍັງເປັນບັນຫາ ຊຳເຮື້ອ

ອຸ່ນແກ້ວ
2022.08.03
ນ້ຳຖ້ວມຖນົນ ຢູ່ນະຄອນຫລວງ ຍັງເປັນບັນຫາ ຊຳເຮື້ອ ຮູບໂຕຢ່າງ: ເກີດນ້ຳຖ້ວມຂັງ ຢູ່ຫຼາຍພື້ນທີ່ ໃນນະຄອນຫຼວງວຽງຈັນ ພາຍຫຼັງທີ່ຝົນຕົກໜັກ ຕິດຕໍ່ກັນຫຼາຍຊົ່ວໂມງ ປີທີ່ຜ່ານໆມາ.
Photo: RFA

ນ້ຳ​ຖ້ວມ​ຂັງ​ຕາ​ມ​ຖ​ນົນ​ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຫຼັງ​ຈາກ​ເກີດ​ຝົນ​ຕົກ​ໜັກ ເປັນ​ເວ​ລາຫຼາຍຊົ່ວ​ໂມງ ແລະ ​ປັດ​ຈຸ​ບັນ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ. ນ້ຳ​ຖ້ວມ​ຂັງ​ຢູ່​ເຂດ​ໂຕ​ເມືອງ ໃນ​ເວ​ລາ​ຝົນ​ຕົກ ເປັນ​ຜົ​ລ​ມາ​ຈາກ ຂາດ​ງົບ​ປ​ມານ ໃນ​ການ​ປັບ​ປຸງ ​ທໍ່​ລະ​ບາຍ​ນ້ຳ ທີ່ບໍ່​ພຽງ​ພໍ​ກັບ​ຂ​ນາດ ​ຂອງ​ເມືອງ ແລະ ເຮັດ​ໃຫ້​ນ້ຳ ​ບໍ່​ສາ​ມາດ​ລະ​ບາຍ​ໄດ້​ທັນ ​ໃນ​ເວ​ລາ​ຝົນ​ຕົກ​ໜັກ.

ເຈົ້າ​ໜ້າ​ທີ່​ ກົມ​ເຄ​ຫາ-ຜັງ​ເມືອງ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ສິງ​ຫາ ວ່າ:

ຫ້ອງການນີ້ ຕັ້ງຂຶ້ນມາແລ້ວ ມັນບໍ່ມີງົບມານສນອງຂະເຈົ້າ ຂະເຈົ້າຢາກສ້າງ ໂຕເມືອງ ຢາກພັນາໂຕເມືອງ ອັນວຽກເຮົາມີຢູ່ ອັນເນີເພິ່ນຢູ່ວ່າ ບ້ານເມືອງຕ້ອງພັນາແບບນີ້ ສອງມາແບບນີ້ນິ ທໍ່ລະບາຍນ້ຳແນວນີ້ນິ ແຕ່ວ່າ ສ່ວນໃຫຍ່ຂຶ້ນງົບໄປແຕ່ວ່າ ເພິ່ນບໍ່ສນອງໃຫ້ ທາງເຮົາກໍຈຳເປັນ ຕ້ອງໄດ້ເຂົາຫັ້ນນ່າ ທຶນຈາກຕ່າງປະເທດເນາະ ອັນນຶ່ງ. ອັນທີສອງມາແມ່ນເປັນ ເຣື່ອງການເກັບຂີ້ເຫຍື້ອ ບໍ່ອີ່ຫຍັງ ຂະເຈົ້າມີລາຍໄດ້ສູງ.”

ທ່ານ ກ່າວ​ຕື່ມ​ວ່າ ພາກ​ສ່ວນ​ທີ່​ເຮັດ​ວຽກ ​ໃນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຮັບ​ງົບ​ປ​ມານ ສ​ນັບ​ສ​ນູນ​ຈາ​ກ​ອົງ​ການ​ສາ​ກົນ ແລະ ຈາກ​ການ​ເຮັດ​ສັນ​ຍາ​ເກັບ​ຊື້ ​ຂີ້​ເຫຍື້ອ​ຈາກ​ປະ​ຊາ​ຊົນ ແຕ່​ທີ່​ຜ່ານ​ມາ ງົບ​ປ​ມານ​ດັ່ງ​ກ່າວນີ້ ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ ໃນ​ການ​ແກ້​ໄຂ​ບັນ​ຫານ້ຳ​ຖ້ວມ​ຂັງ ໃນ​ຂະ​​ທີ່ ຄອນ​ຫລວງວຽງ​ຈັນ ແລະ ທຸກ​ແຂວງ​ໃນ​ປະ​ເທດ​ລາວ ທີ່​ມີ​ການ​ຂ​ຍາຍ​ໂຕ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເຖິງວ່າ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ມີ​ແຜນ​ໃນ​ການ​ພັ​ທ​ນາ​ໂຕ​ເມືອງ ແຕ່ ບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ ຍ້ອນບໍ່​ມີ​ງົບ​ປ​ມານ.

ແຕ່​ລະ​ປີ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຈະ​ປະ​ສົບ​ກັບ​ບັນ​ຫາ​ນ້ຳ​ຖ້ວມ​ຂັງ. ເຈົ້າ​ໜ້າ​ທີ່​​ຫ້ອງ​ການ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ສິງ​ຫາ ວ່າ: 

ເອີ ກໍມີຢູ່ ມີຢູ່ໃດ ເອີມັນກໍເປັນທາງຫລວງນີ້ແຫຼະ ທາງຢູ່ໃນໂຕເມືອງ ຢູ່ໃນນະຄອນຫລວງວຽງຈັນ ມັນກໍອັນພຽງພໍ ທໍ່ລະບາຍນ້ຳບໍ່ພຽງພໍ ກໍເລີຍເຮັດໃຫ້ນ້ຳອັ່ງ.”

ກ່ຽວ​ກັບ​ເຣື່ອງນີ້ ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ຣິ​ຫານ ໂຕ​ເມືອງວຽງ​ຈັນ ເພື່ອ​ຖາມ​ກ່ຽວ​ກັບ​ແນວ​ທາງ​ໃນ​ການ​ແກ້​ໄຂ ບັນ​ຫາ​ນ້ຳ​ຖ້ວມ​ຂັງ​ຕາມ​ຖ​ນົນຫົນ​ທາງ ຢູ່ບ້ານ ແລະ ເມືອງ ຕ່າງໆ ພາຍ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ຍ້ອນ​ວ່າ ມັນ​ເປັນ​ບັນ​ຫາ ກະ​ທົບ​ຕໍ່​ຊີ​ວິຕ ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ ແຕ່ ເຈົ້າ​ໜ້າ​ທີ່​ ຮັບ​ຜິດ​ຊອບບໍ່​ສະ​ດວກ​ໃຫ້​ຂໍ້​ມູນ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ຈຳ​ນວນ​ນຶ່ງ​ກໍ​ຢາກ​ໃຫ້ ​ພາກ​ສ່ວນ​ກ່ຽວ​ຂ້ອງ ດຳ​ເນີນ​ການ​ແກ້​ໄຂ ​ບັນ​ຫາ​ດັ່ງ​ກ່າວ ຢ່າງ​ຈິງ​ຈັງ ຍ້ອນ​ວ່າ ມັນ​ເປັນ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ມາ​ດົນ​ແລ້ວ.

ຊາວ​ນະ​ຄອນ​ຫລວງວ​ຽງ​ຈັນ ທ່ານ​ນຶ່ງ ໄດ້ກ່າວ​ວ່າ:

ແຕ່ວ່າ ນ້ຳຖ້ວມຂັງມັນແລ້ວແຕ່ໂຊນ ມັນແລ້ວແຕ່ເຂດ ທີ່ເຫັນລົງພາບອັນນ່າ ມັນຈະເປັນທີ່ໄປທາງສີໄຄ ໄປພຸ້ນນ່າ. ເລີຍສີໄຄໄປອອກທາງດ່ວນ ໄປວັງວຽງ ບໍ່ ມັນກໍເປັນໄລຍະ ຄັນເຮົາຢູ່ໃນຄອນຫລວງວຽງຈັນ ມັນກໍມີຫຼາຍເສັ້ນທາງໃຫ້ເຮົາໄດ້ແລ່ນໄດ້ ກໍຊິບໍ່ທັນໄດ້ມີອັນໄດ້ຕ້ອງແກ້ໄຂທີ່ເລັ່ງດ່ວນດອກ ເພາະວ່າ ບັນຫາໂຕນີ້ ມັນກໍເກີດຂຶ້ນຢູ່ຫຼາຍປີແລ້ວ ແຕ່ລະປີ ມັນກໍຈະມີ ຝົນຕົກນ້ຳຂັງ ມັນກໍຈະລະບາຍບໍ່ທັນ.”

ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ແກ້​ໄຂ​ບັນ​ຫາ​ສະ​ເພາະ​ຈຸດ​ເທົ່າ​ນັ້ນ ແຕ່ບໍ່​ແມ່ນ​ການ​ແກ້​ໄຂ​ບັນ​ຫາ​ໄລ​ຍະ​ຍາວ. ແມ່​ຄ້າ​ຂາຍ​ເຄື່ອງ ຢູ່​ຕ​ລາດ​ສີ​ໄຄ ເມືອງ​ສີ​ໂຄດ​ຕະ​ບອງ ໄດ້​ກ່າວ​ວ່າ:

ປີຜ່ານມາ ກໍຖ້ວມກໍບຶດດຽວ ກໍລົດລົງຄືເກົ່າ ເພາະວ່າ ມັນເປັນນຳທໍ່ ທໍ່ທີ່ວ່າລະບາຍນ້ຳ ທີ່ມັນບໍ່ທັນບໍ່ ເວລາຝົນມັນແຮງຫັ້ນນ່າ ຄັນນັ້ນ ແລ້ວຂະເຈົ້າກໍມາກວນ ມາຫຍັງແລ້ວ ມັນກໍລົງຄືເກົ່າ ເພາະວ່າ ຂະເຈົ້າອັນນ່າ ກໍມາແກ້ແຕ່ລະຈຸດ ລະຈຸດ.”

ບັນ​ຫາ​ນ້ຳ​ຖ້ວມ​ຂັງ​​ ເກີດ​ຂຶ້ນ​ມາ​ຫຼາຍ​ປີແລ້ວ ຍ້ອ​ນ​ວ່າ ມີ​ການກໍ່​ສ້າງຫຼາຍ​ຂຶ້ນ ແລະ ບາງ​ຈຸດ​ກໍ​ເປັນ​ຕັນ​ທາງ​ນ້ຳ​ໄຫຼ.

ຊາວ​ບ້ານ​ໜອງ​ໜ້ຽວ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ເຣີ່ມຈະຖ້ວມ 2-3 ປີ ນີ້ແຫຼະ ເພາະວ່າ ຂະເຈົ້າກໍສ້າງດິນ ກໍສ້າງໂກດັງແລ້ວ ຂະເຈົ້າ ບໍ່ເຮັດຄອງລະບາຍນ້ຳ ມັນລະບາຍບໍ່ທັນ ຕອນທີ່ຝົນຕົກໜັກ ມັນຈະຂັງ 4-5 ມື້ພຸ້ນ ແຫຼະ ແລ້ວໃຫ້ມັນແຫ້ງໄປເອງ ທີ່ນັ້ນ ມັນຈະເປັນຄອງນ້ຳເສັຽຢູ່ແລ້ວ ແຕ່ວ່າ ມັນກະທົບຕໍ່ການສັນຈອນ ແຕ່ວ່າຍຸງລາຍກໍໜ້າຈະ ກໍໜ້າຈະມີບັນຫາພໍສົມຄວນ ຫັ້ນແຫຼະ ເພາະວ່າ ໂຕນັ້ນມັນເປັນນ້ຳຂັງ ທີ່ມັນຈະບໍ່ລະບາຍໄດ້.

ບັນ​ຫາ​ນ້ຳ​ຖ້ວມ​ສ່ວນ​ນຶ່ງ ເກີດ​ມາ​ຈາກ​ຂີ້​ເຫຍື້ອ ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄປ​ອຸດ​ຕັນ​ທໍ່​ລະ​ບາຍ​ນ້ຳ ແລະ ບໍ່​ມີ​ການ​ເກັບ​ມ້ຽນ ​ຂີ້​ເຫຍື້ອເປັນ​ລະ​ບົບ.

ເມື່ອບໍ່​ດົນ​ຜ່ານ​ມາ, ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ (ແກ້ວສີທັມມະ) ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ຣິ​ຫານ​ໂຕ​ເມືອງວຽງ​ຈັນ ກ່າວ​ວ່າ ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ ​ກ່ຽວ​ກັບ​ການ​ເກັບ​ມ້ຽນ​ ຂີ້​ເຫຍື້ອ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ ຍ້ອນ​ວ່າ ຍັງ​ມີ​ປະ​ຊາ​ຊົນ ​ຈຳ​ນວນ​ນຶ່ງ ບໍ່​ເຮັດ​ສັນ​ຍາ ​ເກັບ​ມ້ຽນ​ຂີ້​ເຫຍື້ອ ເນື່ອງ​ຈາກບໍ່​ຢາກ​ຈ່າຍ​ເງິນ ເຮັດ​ໃຫ້​ເກີດ​ມີ​ການ​ລັກ​ເອົາ ​ຂີ້​ເຫຍື້ອ​ໄປ​ຖິ້ມ​ໃສ່​ ເນື້ອ​ທີ່​ດິນ​ເປົ່າ​ວ່າງ​ຕ່າງໆ ຂະ​ນະ​ດຽວ​ກັນ ກໍ​ມີ​ຄົນ​ຂັບ​ຣົ​ຖ ແລະ ແອັດ​ຣົ​ຖເກັບ​ມ້ຽນ​ຂີ້​ເຫຍື້ອ​ຈຳ​ນວນ​ນຶ່ງ ສວຍ​ໃຊ້​ຊ່ອງວ່າງ ຫາ​ຜົ​ລ​ປ​ໂຍດ​ສ່ວນ​ໂຕ ດ້ວຍ​ການ​ລັກ​ເຮັດ​ສັນ​ຍາ ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ກັບ​ປະ​ຊາ​ຊົນ.

ຫຼ້າ​ສຸດ, ຫຼັ​ງ​ເກີດ​ຝົນ​ຕົກ​ໜັກ​ ໃນ​ເວ​ລາ​ປະ​ມານ 14 ໂມງ ຂອງວັນ​ທີ 2 ສິງ​ຫາ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ຂັງ 2 ຈຸດ ບໍ​ຣິ​ເວນ​ເສັ້ນ​ທາງ ໂຮງ​ໝໍ ​ປົວ​ຕາ​ທົ່ງ​ໂປ່ງ ແລະ ຈຸດ​ຕ​ລາດ​ໂອ​ຊີ ນະ​ຄອນ​ຫລວງວຽ​ງ​ຈັນ ເຮັດ​ໃຫ້​ການ​ເດີນ​ທາງ​ ສັນ​ຈອນ ​ໄປ​ມາ ​ຂອງ ພໍ່​ແມ່​ປະ​ຊາ​ຊົນ ໃນ​ພື້ນ​ທີ່ປະ​ສົບ ​ຄວາມ​ຫຍຸ້ງ​ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.