ເຂື່ອນໄຟຟ້າ ນ້ຳພາກ ເຣີ່ມການກໍ່ສ້າງແລ້ວ

ໄຊຍາ
2022.08.02
ເຂື່ອນໄຟຟ້າ ນ້ຳພາກ ເຣີ່ມການກໍ່ສ້າງແລ້ວ ບໍຣິເວນ ທີ່ຕັ້ງໂຄງການເຂື່ອນ ນ້ຳພາກ ບ້ານຫ້ວຍບັງລຽງ, ເມືອງປາກຊ່ອງ, ແຂວງຈຳປາສັກ.
ຮູບພາບ: CS ENERGY CO., LTD

ບໍຣິສັດ ຈະເຣີນເຊກອງ ພລັງງານ ຈຳກັດ ໄດ້ເຣີ່ມລົງມືກໍ່ສ້າງ ໂຄງການເຂື່ອນໄຟຟ້າ ນໍ້າພາກຢູ່ບໍຣິເວນຂອບເຂດ ລະຫວ່າງເມືອງປາກຊ່ອງ ແລະເມືອງປະທຸມພອນ ແຂວງຈຳປາສັກ ໂດຍພາກສ່ວນທີ່ກ່ຽວຂ້ອງ ທາງບໍຣິສັດ ແລະ ຜແນກພລັງງານ ແລະບໍ່ແຮ່ແຂວງຈຳປາສັກ ກຳລັງຢູ່ໃນລະຫວ່າງລົງພື້ນທີ່ ພາກສນາມເພື່ອປະຕິບັດໜ້າວຽກຕ່າງໆ ແຕ່ຍັງບໍ່ສາມາດເປີດເຜີຍຣາຍລະອຽດ ກ່ຽວກັບຄວາມຄືບໜ້າໃຫ້ຊາບໄດ້ເທື່ອ.

ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ສິງຫາ ນີ້ວ່າ:

ນີ້ກາຖືກລົງວຽກ ລົງພາກສນາມຢູ່ບ້ານຫຼັກ 43 ພີ້. ຂໍ້ມູນມັນກາຢູ່ໃນອັນນັ້ນໝົດເລີຍ ຄວາມຄືບໜ້າໄປເບິ່ງ ກວດເບິ່ງຄືນ ເພິ່ນຕິດຕາມເບິ່ງວ່າຮອດໃສ.

ໃນຂະນະທີ່ພນັກງານ ຂອງບໍຣິສັດຈະເຣີນເຊກອງ ພລັງງານຈຳກັດ ທ່ານນຶ່ງກ່າວວ່າ ປັດຈຸບັນບໍຣິສັດໄດ້ເຣີ່ມລົງມື ກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າພາກແລ້ວແລະກຳລັງເປີດຮັບ ສະມັກນັກວິຊາການແລະຄົນງານໃນຂແນງການຕ່າງ ໆ ເພື່ອສົ່ງໄປເຮັດວຽກປະຈຳການຢູ່ ພາກສນາມຂອງໂຄງການແຕ່ບໍ່ສາມາດເປີດເຜີຍຂໍ້ມູນຫຼາຍໄປກ່ວານີ້ໄດ້ເທື່ອ. ດັ່ງທ່ານໄດ້ ກ່າວວ່າ.

ເຮົາສ້າງແລ້ວ! ໂອ, ເຣີ່ມສ້າງແລ້ວ ບາງຕຳແໜ່ງເຮົາກາຮັບແລ້ວ ບາງຕຳແໜ່ງກາຍັງບໍ່ທັນຮັບ. ມັນກາອີງຕາມ ຂອດຂອງການຮັບຮອງ ຂອງເຮົາ ບາງຕຳແໜ່ງດ່ວນ ເຮົາກາຮັບ ບາງຕຳແໜ່ງ ມັນຍັງບໍ່ດ່ວນເຮົາກາຍັງບໍ່ທັນຮັບ ກາຢູ່ໃນແຜນຂອງເຮົາ.

ທາງດ້ານຊ່າງໄຟຟ້າ ທ່ານນຶ່ງທີ່ເຄີຍເຮັດວຽກ ກ່ຽວກັບຕິດຕັ້ງລະບົບ ສາຍໄຟຟ້າ ຢູ່ໂຄງການເຂື່ອນດັ່ງກ່າວ ກໍຢືນຢັນວ່າ ທາງໂຄງການດັ່ງກ່າວ ໄດ້ເຣີ່ມກໍ່ສ້າງແຄ້ມພນັງານ ແລະຕິດຕັ້ງລະບົບຕ່າງໆ ພາຍໃນໂຄງການ ມາຕັ້ງແຕ່ກ່ອນໄລຍະປີໃໝ່ລາວ ປີນີ້ ແຕ່ຫຼັງຈາກນັ້ນ ທ່ານກໍບໍ່ໄດ້ມີການຕິດຕໍ່ ພົວພັນກັບບໍຣິສັດ ເຈົ້າຂອງໂຄງການຕື່ມອີກເລີຍ.

ດັ່ງທ່ານໄດ້ກ່າວວ່າ:

ໄປ! ເຮົາໄປຊ່ວງກ່ອນປີໃໝ່ ຕອນເຮົາໄປເພິ່ນເຮັດບ່ອນພັກຄົນງານແລ້ວ ກາເປັນແຄ້ມບ່ອນພັກວິຊາການ ເພິ່ນໂອດຽວນີ້ເຮົາບໍ່ໄດ້ໄປ.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການປົກຄອງ ເມືອງປາກຊ່ອງ ແລະເມືອງປະທຸມພອນ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບຜົລກະທົບ ຈາກໂຄງການດັ່ງກ່າວ ຮວມທັງຂໍ້ມູນ ທີ່ກ່ຽວກັບຊາວບ້ານ ຈະໄດ້ຮັບຜົລກະທົບ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງ ບໍ່ສາມາດເປີດເຜີຍ ຣາຍລະອຽດໃຫ້ຮູ້ໄດ້ເທື່ອ.

ມາຮອດປັດຈຸບັນ ຊາວບ້ານຫຼາຍຄົນທີ່ຢູ່ໃກ້ຄຽງ ກັບພື້ນທີ່ກໍ່ສ້າງໂຄງການ ເຂື່ອນໄຟຟ້ານໍ້າພາກ ກໍຍັງບໍ່ທັນຮູ້ເທື່ອວ່າ ຈະມີຊາວບ້ານໄດ້ຮັບຜົລກະທົບ ເທົ່າໃດແຕ່ກໍເຊື່ອວ່າອາຈມີບາງສ່ວນ ທີ່ຕ້ອງໄດ້ຍ້າຍບ່ອນຢູ່ອາສັຍ ໂດຍສະເພາະຜູ້ທີ່ຢູ່ທ້າຍເຂື່ອນ.

ດັ່ງຊາວບ້ານເມືອງ ປາກຊ່ອງທ່ານນຶ່ງກ່າວວ່າ:

ເຂື່ອນນໍ້າພາກ ບໍຣິສັດຈະເຣີນເຊກອງ ເຮັດປະຈຳຢູ່ນີ້ເນາະ ຢູ່ທາງພູໝາກກໍເດ້ຢູ່ຫັ້ນ ມັນຈະມີທາງແບ່ງເມືອງເຊກອງ ດິນຂ້ອຍມັນຈະຢູ່ເບື້ອງທາງແບ່ງ ເບື້ອງຂວາມືແຍກໄປທາງເຂື່ອນນໍ້າພາກຫັ້ນ ຈະຢູ່ເທິງອີກ.

ສ່ວນຊາວບ້ານ ອີກທ່ານນຶ່ງທີ່ອາສັຍ ຢູ່ຮອຍຕໍ່ລະຫວ່າງເມືອງປາກຊ່ອງ ກັບເມືອງປະທຸມພອນ ຊຶ່ງຢູ່ບໍ່ຫ່າງໄກ ຈາກໂຄງການກໍ່ສ້າງເຂື່ອນ ໄຟຟ້ານໍ້າພາກ ກໍຍັງບໍ່ທັນຮູ້ເທື່ອວ່າ ຄອບຄົວຂອງເຂົາເຈົ້າ ຕ້ອງໂຍກຍ້າຍອອກໄປບ່ອນອື່ນ ຫຼືບໍ່, ແຕ່ກໍເຊື່ອວ່າ ບ່ອນຢູ່ອາສັຍຂອງເຂົາເຈົ້າ ໜ້າຈະບໍ່ໄດ້ຮັບຜົລກະທົບ ຫຼືຖືກໂຍກຍ້າຍ.

ດັ່ງທ່ານໄດ້ກ່າວວ່າ:

ໂອ! ເຂື່ອນນໍ້າພາກ ມັນຢູ່ເບື້ອງພຸ້ນແຫຼະເດ້ ມັນເປັນເບື້ອງພູໝາກກໍພຸ້ນເດ້ເນາະ ຂຶ້ນກັບເມືອງ ປາກຊ່ອງ ຢູ່ແຕ່ວ່າທາງມັນເປັນເຂດດົງ ປ່າສງວນຢູ່ເບື້ອງນັ້ນ ແຕ່ເບື້ອງນີ້ ມັນບໍ່ໄດ້ຖ້ວມເດ່.

ວັນທີ 11 ມົກກະຣາທີ່ຜ່ານມານີ້ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍອົງການປົກຄອງເມືອງປາກຊ່ອງ ແລະເມືອງປະທຸມພອນ ແລະ ຄະນະກັມການ ໂຍກຍ້າຍຈັດສັນ, ການຊົດເຊີຍ ແລະ ຟື້ນຟູຊີວິຕ ການເປັນຢູ່ຂອງປະຊາຊົນ ຂອງໂຄງການ ພັທນາເຂື່ອນໄຟຟ້າ ນໍ້າພາກໄດ້ລົງເຄື່ອນໄຫວ ຕິດຕາມໂຄງການດັ່ງກ່າວ ແຕ່ບໍ່ໄດ້ເປີດເຜີຍຣາຍລະອຽດ ກ່ຽວກັບຊາວບ້ານທີ່ໄດ້ຮັບຜົລກະທົບ ຫຼືການຊົດເຊີຍແນວໃດ.

ໂຄງການເຂື່ອນໄຟຟ້ານໍ້າພາກ ຂອງບໍຣິສັດ ຈະເຣີນເຊກອງ ພລັງງານ ຈຳກັດ ຕັ້ງຢູ່ບ້ານ ຫ້ວຍບັງລຽງ ເມືອງປາກຊ່ອງ ເປັນເຂື່ອນທີ່ມີກຳລັງການຕິດຕັ້ງຂນາດ 128 ເມກາວັຕຕ໌ ໂດຍກວມເອົາເນື້ອທີ່ເມືອງປາກຊ່ອງ ແລະ ເມືອງປະທຸມພອນທັງໝົດ 304 ເຮັກຕ້າຣ໌ ຊຶ່ງມູນຄ່າການກໍ່ສ້າງ ປະມານ 234 ລ້ານໂດລ້າຣ໌ສະຫະຣັຖ. ໃນນີ້ ຣັຖວິສາຫະກິຈໄຟຟ້າລາວ ຖືຫຸ້ນໃນໂຄງການນີ້ 15% ຕາມແຜນຄາດວ່າໂຄງການນີ້ ຈະກໍ່ສ້າງສຳເຣັດ ແລະ ສົ່ງຂາຍໄຟຟ້າໃນປີ 2025 ຊຶ່ງຈະສາມາດຜລິຕໄຟຟ້າໄດ້ 586 ກິໂລວັຕຕ໌ໂມງຕໍ່ປີ ໂດຍຈະຂາຍໄຟຟ້າ ໃຫ້ປະເທດກັມພູຊາ. ອີງຕາມຂໍ້ມູນ ຂອງບໍຣິສັດ ຈະເຣີນເຊກອງ ພລັງງານ ຈຳກັດ.

ສຳລັບ ບໍຣິສັດ ຈະເຣີນເຊກອງ ພລັງງານຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ມີທຶນຈົດ ທະບຽນ 330 ຕື້ກີບ. ປັດຈຸບັນໄດ້ລົງທຶນສ້າງເຂື່ອນ ພລັງງານໄຟຟ້ານໍ້າຕົກ ໃນລາວແລ້ວ 11 ເຂື່ອນ ໃນນັ້ນໄດ້ມີການຜລິຕ ແລະສົ່ງຂາຍໄຟຟ້າແລ້ວ 4 ເຂື່ອນ ເປັນຕົ້ນເຂື່ອນນໍ້າກົງ 2, ຕັ້ງຢູ່ເມືອງພູວົງ ແຂວງອັດຕະປື ແລະ ເຂື່ອນເຊນໍ້ານ້ອຍ 1, ຕັ້ງຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ຍັງມີໂຄງການເຂື່ອນກຳລັງຢູ່ໃນໄລຍະການກໍ່ສ້າງອີກ 5 ເຂື່ອນ ແລະ ຢູ່ໃນໄລຍະການພັທນາອີກ 2 ເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.