ລັດຖະບານ ອະນຸມັດໃຫ້ບໍລິສັດເອກະຊົນ ສ້າງເຂື່ຶອນໄຟຟ້ານໍ້າເນີນ 1
2024.06.21
ລັດຖະບານລາວ ເຊັນສັນຍາໃຫ້ບໍລິສັດເອກະຊົນ ສໍາປະທານ ໂຄງການເຂື່ອນນໍ້າເນີນ 1 ຂະໜາດ 124 ເມກາວັດ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ແລະແຂວງຫົວພັນ ເມື່ອວັນທີ 19 ມິຖຸ ນານີ້ ໂດຍແມ່ນກຸ່ມບໍລິສັດ ພົງຊັບທະວີກຣຸບ ຈໍາກັດ ເປັນຜູ້ລົງທຶນ ແລະເປັນເຈົ້າຂອງໂຄງການ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກະຊວງ ພະລັງງານ ແລະບໍ່ແຮ່ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ມິຖຸນານີ້.
“ຕົວນັ້ນ ຄົນລາວນີ້ແຫລະ ເປັນພົງຊັບ ບໍລິສັດພົງຊັບທະວີ ເບື້ອງຕົ້ນ ໄຟແມ່ນຈະສົ່ງໄປຫວຽດ ແລ້ວກະໃຫ້ຫວຽດກໍ່ສ້າງ ສຶກສາຫຍັງຕ່າງໆ ແຕ່ໃນເບື້ອງຕົ້ນ ມັນກະຜົນສຶກສາຫັ້ນ ມັນກະຖືກຜົນກະທົບຫລາຍຢ່າງເນາະ ມັນມີປ່າສະຫງວນ ປ່າຫຍັງນ່າ ຂະເຈົ້າກະເລີ້ມໄປບຸກເບີກ ໄປເຮັດອັນ ພື້ນທີ່ຕ່າງໆ ກະເຂົ້າໄປເຮັດແລ້ວ.”
ທ່ານກ່າວຕື່ມວ່າ ການສຶກສາຜົນກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ເບື້ອງຕົ້ນພົບວ່າ ມີຜົນກະທົບຫລາຍຢ່າງ, ຜົນກະທົບ ທາງດ້ານສິ່ງແວດລ້ອມ ຄາດວ່າ ຈະໜັກໜ່ວງສົມຄວນ ເພາະຈະມີປ່າໄມ້ຖືກທໍາລາຍຫລາຍ, ນໍ້າຈະຖ້ວມປ່າໄມ້ ເສັຽຫາຍຫລາຍ ໃນເຂດປ່າສະຫງວນ ແລະປ່າປ້ອງກັນ. ແຕ່ກໍຈະບໍ່ມີການໂຍກຍ້າຍປະຊາຊົນ ອອກຈາກພື້ນທີ່ ເພາະເປັນເຂດພູສູງ ແລະຕິດກັບຊາຍແດນຫວຽດນາມ.
ຈຸດທີ່ຕັ້ງ ຂອງໂຄງການເຂື່ອນນໍ້າເນີນ 1 ທີ່ຢູ່ໃກ້ກັບຊາຍແດນຫວຽດນາມ ນັ້ນ ເຈົ້າໜ້າທີ່ ຜະແນກກະສິກໍາ ແລະປ່າໄມ້ ເມືອງໜອງແຮດ ເວົ້າວ່າ ເປັນເຂດພູສູງ ແທບຈະບໍ່ມີບ້ານເຮືອນປະຊາຊົນ ອາໄສຢູ່ຖາວອນ, ແຕ່ອາດຈະມີຊາວ ບ້ານຈໍານວນນຶ່ງ ທີ່ເຂົ້າໄປຖາງປ່າ ເຮັດໄຮ່ເຮັດສວນ ຢູ່ແຄມແມ່ນໍ້າເນີນນັ້ນ. ທ່ານເວົ້າວ່າ ຫາກໂຄງການເຂື່ອນນໍ້າເນີນ 1 ສ້າງຜົນກະທົບຕໍ່ສັງຄົມ ເຊັ່ນ ຊາວບ້ານສູນເສັຽ ທີ່ດິນທໍາການກະເສດນັ້ນ ທາງໂຄງການ ກໍຕ້ອງຈ່າຍຄ່າຊົດເຊີຍໃຫ້ ຫລືບຸກເບີກທີ່ດິນຕອນໃໝ່ ໃຫ້ຊາວບ້ານເຫລົ່ານັ້ນ.
“ພື້ນທີ່ຜົນກະທົບ ໂຄງການມັນເປັນຂອບເຂດພູສູງເນາະ ຄັນວ່າມີບ່ອນທີ່ວ່າຂະເຈົ້າ ເປັນໄຮ່ເປັນສວນ ຂະເຈົ້າກະເປັນໄປໄດ໋ນີ້ ກະບຸກເບີກໃຫ້ຂະເຈົ້າ ມັນຫລາຍອັນ. ໂອ໋ ກະຫຍູ້ງຍາກຫລາຍອັນ.”
ແລະເຈົ້າໜ້າທີ່ພະແນກຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ຫົວພັນ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ເຖິງ ໂຄງການເຂື່ອນນໍ້າເນີນ 1 ວ່າ ບໍ່ໄດ້ສົ່ງຜົນກະທົບ ຕໍ່ຊາວບ້ານໃນພື້ນທີ່ ເພາະມັນຕັ້ງຢູ່ຫ່າງໄກ ຈາກຊຸມຊົນຫລາຍສົມຄວນ. ແຕ່ເມື່ອໂຄງການສ້າງເສັດແລ້ວ ແລະມີການຕັນນໍ້າ ກໍຈະມີຜົນກະທົບ ຕໍ່ລະບົບນິເວດ ຕາມແລວແມ່ນໍ້າເນີນ ທັງເລື່ອງປ່າໄມ້, ປາ ແລະສັດນໍ້າສະໜິດອື່ນໆ ກໍຈະປ່ຽນແປງໄປແບບຖາວອນ ຊຶ່ງທາງການແຂວງ ແລະປະຊາຊົນ ທີ່ອາສັຍຢູ່ຕາມແລວແມ່ນໍ້າເນີນ ກໍຕ້ອງໄດ້ກຽມ ພ້ອມ ທີ່ຈະຮັບມື ກັບສະພາບການປ່ຽນແປງນັ້ນ.
“ນໍ້າເນີນ 1 ຢູ່ລຸ່ມພຸ້ນນ່າ ຕິດກັບຊາຍແດນຫວຽດພຸ້ນນ່າ ນໍ້າເນີນ 1 ບໍ່ກະທົບປານໃດດອກ ມັນກະເລື້ອງຊີວະນາໆພັນເນາະ ມັນສິປ່ຽນແປງໄປ ສະນິດພັນປາຫັນນ່າ ແລ້ວກະການຂຶ້ນມາ ທາງເດີນຂອງປາວ່າຊັ້ນສາເນາະ.”
ເລື່ອງການສ້າງເຂື່ອນໄຟຟ້ານີ້ ປະຊາຊົນຜູ້ນຶ່ງ ຢູ່ແຂວງຊຽງຂວາງ ເວົ້າວ່າ ບໍ່ວ່າຈະເປັນເຂື່ອນຂະໜາດນ້ອຍ ຫລືເຂື່ອນຂະໜາດໃຫຍ່ ແມ່ນຕ້ອງມີຜົນກະ ທົບເກີດຂຶ້ນ ບໍ່ຫລາຍກໍໜ້ອຍ ໂດຍສະເພາະ ຜົນກະທົບຕໍ່ສິ່ງແວດລ້ອມ ທີ່ຈະມີການຕັດໄມ້ທໍາລາຍປ່າຫລາຍ. ແລະເມື່ອສ້າງເຂື່ອນແລ້ວ ກໍຕ້ອງໄດ້ຕັນນໍ້າ ເພື່ອຜະລິດໄຟຟ້າ ອັນຈະເຮັດໃຫ້ປ່າໄມ້ ຕາມແລວແມ່ນໍ້າເນີນ ຖືກນໍ້າຖ້ວມເສັຽຫາຍຕື່ມອີກ. ດັ່ງນັ້ນຈຶ່ງຢາກໃຫ້ທາງການລາວ ສຶກສາຜົນກະທົບດ້ານສິ່ງແວດ ລ້ອມຄືນໃໝ່. ແລະວ່າ ສະເພາະສ່ວນຕົວແລ້ວ ເຫັນວ່າ ຕ້ອງມີການປົກປັກຮັກສາປ່າໄມ້ພາຍໃນປະເທດ ໃຫ້ມີຄວາມອຸດົມສົມບູນ, ເປັນແຫລ່ງສະບຽງອາຫານຂອງຊາວບ້ານ ດີກວ່າຈະໄປສ້າງເຂື່ອນ ເພື່ອຜະຫລິດໄຟຟ້າຂາຍ ແຕ່ຊາວບ້ານໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ ດັ່ງທີ່ທ່ານກ່າວວ່າ:
“ໜ້າຈະກະທົບໄດ໋ ລະບົບສິ່ງແວດລ້ອມ ມັນກະສິບໍ່ຄືເກົ່າໂລດແຫລ໋ວ ຄັນຖ້າມີເຂື່ອນກະ ກພທົບແນ່ນອນເລີຍ ພາກສ່ວນກ່ຽວຂ້ອງເນາະ ກະລອງມາກວດເບິ່ງຕົວຈິງເບາະເນາະ ເພື່ອວ່າມັນສິໄດ້ແກ້ໄຂທັນເວລາ ຄັນຖ້າຫາກເຂົາໄດ້ລົງມືແລ້ວ ບາດເຮົາຄັດຄ້ານມັນກະສິບໍ່ເກີດຜົນໄດ໋.”
ໂຄງການເຂື່ອນນໍ້າເນີນ 1 ຂະໜາດ 124 ເມກາວັດ ຕັ້ງຢູ່ເມືອງໜອງແຮດ ແຂວງຊຽງຂວາງ ແລະແຂວງຫົວພັນ ໂດຍມີກຸ່ມບໍລິສັດ ພົງຊັບທະວີກຣຸບຈໍາກັດ ເປັນຜູ້ລົງທຶນກໍ່ສ້າງ ດ້ວຍມູນຄ່າ 184 ລ້ານໂດລາສະຫະລັດ ແລະບໍລິສັດກໍ່ສ້າງຂອງຂອງຫວຽດນາມ 2 ບໍລິສັດ ຄືບໍລິສັດ C47 (Construction Joint Stock Company 47) ແລະບໍລິສັດ PECC3 (Power Construction Consulting Joint Stock Company 3) ເປັນຜູ້ຮັບເໝົາກໍ່ສ້າງທັງໝົດ ໂດຍຈະໃຊ້ເວລາກໍ່ສ້າງ 48 ເດືອນ ນັບແຕ່ມື້ເຊັນສັນ ຍາສໍາປະທານ ເປັນຕົ້ນໄປ, ຈະສ້າງສໍາເລັດພາຍໃນປີ 2027.
ຕາມສັນຍາຊື້-ຂາຍໄຟຟ້າ ໂຄງການນີ້ ຈະສົ່ງໄຟຟ້າທັງໝົດໄປປະເທດຫວຽດ ນາມ ຜ່ານລະບົບສາຍສົ່ງຂະໜາດ 220 ກິໂລໂວນ.
ອີງຕາມລາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ຂອງລາວ, ປະເທດລາວກັບປະເທດຫວຽດນາມ ເຊັນສັນຍາຊື້-ຂາຍໄຟຟ້ານໍາກັນ, ໃນ 2025 ຫວຽດນາມຈະຮັບຊື້ຈາກລາວ 3,000 ເມກາວັດ ແລະຮອດປີ 2030 ຈະຮັບຊື້ເພີ້ມຂຶ້ນເປັນ 5,000 ເມກາວັດ.