ເສືອ ໜີຂ້າມໄປຢູ່ ຝັ່ງໄທຍ ຍ້ອນປ່າ ຖືກທຳລາຍ
2022.08.01

ທາງການລາວ ຮ່ວມກັບກອງທຶນສັດປ່າໂລກ ຫລື World Wildlife Fund (WWF) ປະຈໍາລາວ ເລັ່ງຟື້ນຟູປ່າ ໄມ້ ແບບຍືນຍົງ ໃນເຂດປ່າສງວນແຫ່ງຊາຕນໍ້າປຸຍ ແຂວງໄຊຍະບູຣີ ເພື່ອເຮັດໃຫ້ມີປ່າໄມ້ ອັນກວ້າງໃຫຍ່ ສໍາລັບເສືອຢູ່ອາສັຍ ເນື່ອງຈາກຫລາຍປີມານີ້ ປ່າໄມ້ໃນເຂດປ່າສງວນແຫ່ງນີ້ ຖືກບຸກລຸກຫລາຍພັນເຮັກຕ້າຣ໌, ເຮັດໃຫ້ເສືອຕ້ອງໄດ້ຍ້າຍຖິ່ນ ຂ້າມໜີໄປຢູ່ຝັ່ງປະເທດໄທຍ.
ດັ່ງເຈົ້າໜ້າທີ່ກອງທຶນສັດປ່່າໂລກ ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ສິງຫານີ້ວ່າ:
“ພວກເຮົາຫວັງວ່າ ເສືອຈະກັບມາ ເພາະນໍ້າປຸຍສ່ວນຫລາຍ ເສືອມັນຈະອາສັຍຢູ່ຝັ່ງໄທຍພຸ້ນເນາະ ເພາະວ່າຝັ່ງລາວຖືກບຸກລຸກຫລາຍເນາະ. ບໍ່ມີການບຸກລຸກ ບໍ່ມີຫຍັງແລ້ວໃນອະນາຄົດ ອັນໃກ້ຫັ້ນນ່າ ເສືອຈາກຝັ່ງໄທຍກໍຈະກັບໄປກັບມາເນາະໄດ້.”
ທ່ານເວົ້າຕື່ມວ່າ ການວາງແຜນ ທີ່ຈະນໍາເສືອຄືນມາສູ່ປ່າທັມມະຊາຕ ຢູ່ລາວແມ່ນຈະເນັ້ນໜັກ ໃນເຣື່ອງການຟື້ນຟູປ່າໄມ້, ການກໍານົດເຂດປ່າ ແລະການໂຄສະນາ ໃຫ້ຄວາມຮູ້ແກ່ຊາວບ້ານ ທີ່ອາສັຍຢູ່ຕາມຂອບເຂດ ປ່າສງວນແຫ່ງຊາຕນໍ້າປຸຍ ໃຫ້ເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບການອະນຸຮັກປ່າໄມ້ ແລະສັດປ່າ, ການຫວງແຫນ ແລະຊ່ອຍກັນຄຸ້ມຄອງເອົາໄວ້.
ກອງທຶນສັດປ່າໂລກ ປະຈໍາລາວ ເຊື່ອໝັ້ນວ່າ ເຂດຂອງປ່າສງວນ ຊຶ່ງມີເນື້ອທີ່ປະ ມານ 1,900 ກິໂລແມັດມົນທົນ ຫລືປະມານ 190,000 ເຮັກຕ້າຣ໌ ຫາກພາກສ່ວນຕ່າງໆ ຊ່ອຍກັນຟື້ນຟູປ່າໄມ້ ທັມມະຊາຕຢ່າງຈິງຈັງ ໃຫ້ມັນກັບຄືນມາ ອຸດົມສົມບຸນຄືເກົ່າ ກໍອາຈເຮັດໃຫ້ເສືອ ທີ່ຂ້າມໄປອາສັຍຢູ່ໃນປະເທດໄທຍ ກັບຄືນມາຫາກິນແລະຢູ່ລາວ ຊຶ່ງກໍມີຄວາມເປັນໄປໄດ້ສູງ.
ແລະອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງໄຊຍະບູຣີ, ໄລຍະຜ່ານມາ ກໍເຄີຍໄດ້ຍິນຊາວບ້ານ ທີ່ຢູ່ໃນເຂດປ່າສງວນແຫ່ງຊາຕນໍ້າປຸຍ ເວົ້າວ່າ ເຄີຍພົບເຫັນຮອຍຕີນເສືອ ແລະເສືອອກຈາກປ່າ ມາກິນງົວ, ກິນຄວາຍ ຂອງຊາວບ້ານ ຊຶ່ງສະທ້ອນເຖິງ ຄວາມອຸດົມສົມບູນ ຂອງເຂດປ່າສງວນແຫ່ງນີ້ ແລະມີເສືອອາສັຍຢູ່ແທ້ໆ. ແຕ່ມາດຽວນີ້ ບໍ່ມີຄົນເວົ້າເຖິງເລີຍວ່າ ເຄີຍພົບເຫັນເສືອ ຫລືຮອຍຕີນເສືອ ຢູ່ໃນເຂດປ່າສງວນນັ້ນ, ເຮັດໃຫ້ສັນນິຖານໄດ້ວ່າ ຫາກເສືອບໍ່ສູນພັນໄປ ກໍອາຈອົພຍົບໄປຢູ່ປ່າ ຂອງປະເທດໄທຍ ທີ່ມີຄວາມອຸດົມສົມບູນ ແລະຫາກິນໄດ້ງ່າຍກວ່າ.
ດັ່ງທ່ານກ່າວວ່າ:
“ເຫັນເສືອຢູ່ຫັ້ນ. ມັນມາກິນງົວກິນຫຍັງຫັ້ນນ່າ ແຕ່ວ່າໄປໃສ່ກ້ອງດັກຖ່າຍແລ້ວ ບໍ່ເຫັນພາບຈັກບາດ ຢູ່ແຖວເມືອງທົ່ງມີໄຊນີ້ ມັນເຄື່ອນໄຫວຕາມຊາຍແດນ ປ່າສງວນລາວ-ໄທຍ ເຮົານີ້ນ່າ ກະຂ້າມໄປຂ້າມມາ.”
ທ່ານເວົ້າຕື່ມວ່າ ທີ່ຜ່ານມາ ກໍໄດ້ມີການບຸກລຸກເຂດປ່າໄມ້ ແລະລັກຕັດໄມ້ ຢູ່ໃນເຂດປ່າສງວນແຫ່ງຊາຕ ນໍ້າປຸຍນີ້ຫລາຍ ຊຶ່ງມີທັງກຸ່ມນາຍທຶນ, ເຈົ້າໜ້າທີ່ພັກ-ຣັຖບາງຄົນ ແລະຊາວບ້ານຈໍານວນນຶ່ງ. ແຕ່ໄລຍະຫລັງໆມານີ້ ກໍເຫັນວ່າ ການກະທໍາ ຄືດັ່ງກ່າວຂ້ອນຂ້າງຫລຸດລົງຫລາຍ ແຕ່ກໍບໍ່ໝາຍຄວາມວ່າໝົດໄປແລ້ວ. ທາງການລາວພະຍາຍາມທີ່ຈະປູກຈິຕສໍານຶກ ໃຫ້ຊາວບ້ານ ບໍ່ໃຫ້ເຂົ້າໄປຕັດໄມ້-ທໍາລາຍປ່າ ແລະລ່າສັດປ່າມາຂາຍ ເພື່ອສ້າງຄວາມສົມດູນໃຫ້ລະບົບນິເວດ ຂອງປ່າແຫ່ງນີ້.
ພ້ອມດຽວກັນນັ້ນ ຊາວບ້ານສ່ວນໃຫຍ່ ກໍຕ້ອງການໃຫ້ປ່າໄມ້ ກັບມາອຸດົມສົມບູນຄືເກົ່າ ແລະມີສັດປ່າຫລາກຫລາຍຊນິດ ຄືກັບໃນອາດີຕ ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງທົ່ງມີໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ສິງຫານີ້ວ່າ ເມື່ອຫລາຍສິບປີກ່ອນ ກໍເຄີຍໄດ້ຍິນວ່າ ມີເສືອອາສັຍຢູ່ໃນປ່າ ໃນເຂດນໍ້າປຸຍນີ້ຫລາຍ, ແຕ່ມາດຽວນີ້ ບໍ່ມີຊາວບ້ານຄົນໃດພົບເຫັນ ແລະເວົ້າເຖິງເສືອນັ້ນອີກເລີຍ.
“ໃກ້ໆນີ້ລະ ແມ່ນບໍ່ ບໍ່ເຄີຍໄດ້ຍິນວ່າ ເຂົາເຫັນເຂົາພໍ້ຈັກເທື່ອ ແຕ່ວ່າ ຫລືວ່າເຮົາບໍ່ຮູ້ ກະລອງຖາມເບິ່ງ ພວກປ່າໄມ້ ພວກຫຍັງເຂົາເບິ່ງ.”
ຊາວບ້ານຜູ້ນຶ່ງ ຢູ່ເມືອງພຽງ ເວົ້າວ່າ ຢາກໃຫ້ທຸກພາກສ່ວນ ເຂັ້ມງວດໃນການກວດກາ-ຕິດຕາມ ເຣື່ອງການຕັດໄມ້ທໍາລາຍປ່າ ເພາະສັດປ່າຊນິດຕ່າງໆ ຫລຸດລົງຫລາຍ ຊຶ່ງໄລຍະຜ່ານມາ ກໍເຄີຍມີຊາວບ້ານຫລາຍຄົນ ພົບເຫັນຮອຍຕີນເສືອ, ແຕ່ມາດຽວນີ້ບໍ່ໄດ້ເຫັນອີກ, ຄາດວ່າມັນຈະຂ້າມໄປຢູ່ປ່າ ໃນປະເທດໄທຍ.
“ໂອ໊ຍ ເສືອ! ມັນກະໄດ້ຍິນຂ່າວມາຕັ້ງແຕ່ດົນແລ້ວ ວ່າມີຮອຍ. ຈັກແມ່ນສົງສັຍຢູ່ວ່າ ຮອຍເສືອຫຍັງ ຂະເຈົ້າເຫັນຫັ້ນນ່າ ຄືຕີນເສືອນີ້ວ່າຊັ້ນ. ກະບໍ່ແນ່ນອນ ມັນຂ້າມໄປ ຂ້າມມາເດ່. ທາງຊາຍແດນຄົນເຂົ້າໄປບໍ່ໄດ້ ມັນອາດໄປຢູ່ແນວນັ້ນ.”
ເຈົ້າໜ້າທີ່ຄຸ້ມຄອງປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ໃນປະເທດລາວ ຍັງບໍ່ເຄີຍພົບເຫັນ ຫລືດັກຖ່າຍຮູບເອົາເສືອ ຫລືເສືອໂຄ່ງໄດ້ຈັກເທື່ອ ຊຶ່ງທີ່ຜ່ານມາ ທາງການລາວກໍບໍ່ໄດ້ເຫັນຄວາມສໍາຄັນ ເຣື່ອງການຕິດຕາມ-ກວດກາ ແລະຄຸ້ມຄອງເສືອປ່າເທົ່າທີ່ຄວນ, ເຫັນແຕ່ເສືອລ້ຽງໃນຟາມ.
“ມັນຍັງບໍ່ເຫັນຊັດເຈນຫັ້ນນ່າ ວ່າສມັນມີແທ້ຈິງຫລືບໍ່. ມີແຕ່ຂະເຈົ້າລ້ຽງໄວ້ ຟາມ-ສວນສັດ ຊິໃຫ້ຣັຖຄຸ້ມຄອງເລີຍມັນກະຍາກ. ເວົ້າເຣື່ອງງົບປະມານຂອງເຮົາ ເພາະວ່າລາວເຮົາກະວ່າ ຍັງເປັນປະເທດທຸກຍາກຢູ່ ບໍ່ມີງົບປະມານໃນການຄຸ້ມຄອງເຣື່ອງນີ້.”
ທ່ານເວົ້າວ່າ ສາເຫດທີ່ເຮັດໃຫ້ເສືອປ່າໃນລາວ ຍັງບໍ່ມີຄົນພົບເຫັນ ກໍຍ້ອນວ່າ ທີ່ຜ່ານ ມີການລ່າເສືອແບບຜິດກົດໝາຍ ເພື່ອນໍາໄປຂາຍໃຫ້ຕ່າງປະເທດ, ໄດ້ລາຄາດີ ເສືອໂຕນຶ່ງທີ່ໃຫຍ່ເຕັມວັຍ ຈະຂາຍໄດ້ແຕ່ 20,000-50,000 ໂດລ້າຣ໌ສະຫະຣັຖ.
ສ່ວນເສືອລ້ຽງໃນຟາມ ຊຶ່ງໄດ້ຮັບອະນຸຍາດ ຈາກຣັຖບານລາວ ທັງໝົດມີ 3 ແຫ່ງ ຄື ຢູ່ແຂວງຄໍາມ່ວນ, ບໍຣິຄໍາໄຊ ແລະເຂດເສຖກິດພິເສດ ຢູ່ແຂວງບໍ່ແກ້ວ ທັງໝົດມີ ປະມານ 500 ໂຕ.
ເສືອຖືເປັນສັດປ່າ ສງວນທີ່ມີອະນຸສັນຍາໄຊເຕສ ຫ້າມລ່າ ແລະຊື້-ຂາຍ, ຫາກມີໄວ້ຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ ກໍຈະຖືວ່າ ຜິດລະບຽບກົດໝາຍ ຄຸ້ມຄອງສັດປ່າ.
ວັນທີ 29 ກໍຣະກະດາ 2022 ເປັນວັນເສືອໂລກ ແລະເປັນປີແຫ່ງການເຣີ່ມຕົ້ນ ວາງແຜນ ແລະສຶກສາຄວາມເປັນໄປໄດ້ ໃນການຄຸ້ມຄອງເສືອ ຊຶ່ງກອງທຶນສັດປ່າໂລກ ລະບຸວ່າ ໃນອີກຫລາຍປີຂ້າງໜ້າ ມີຄວາມເປັນໄປໄດ່ສູງ ທີ່ຈະເຮັດໃຫ້ເສືອ ທີ່ໄດ້ຍ້າຍໄປຢູ່ປະເທດໄທຍ ກັບຄືນມາຢູ່ໃນເຂດປ່າ ສງວນແຫ່ງຊາຕນໍ້າປຸຍ ຂອງລາວຄືເກົ່າ.
ປະເທດລາວ ເປັນ 1 ໃນ 13 ປະເທດໃນໂລກ ທີ່ມີເສືອອາສັຍຢູ່. ແຕ່ກ່ອນ ຢູ່ເຂດປ່າສງວນແຫ່ງຊາຕນໍ້າປຸຍ ມີເສືອຢູ່ຫລາຍໂຕ, ແຕ່ມາດຽວນີ້ ອາຈສູນພັນໄປແລ້ວ ກໍເປັນໄດ້.