ໂຄງການ ເຂື່ອນນໍ້າງື່ມ 1 ຝຶກຊ້ອມຮັບມື ເຫດສຸກເສີນ

ໄຊຍາ
2022.08.03
ໂຄງການ ເຂື່ອນນໍ້າງື່ມ 1 ຝຶກຊ້ອມຮັບມື ເຫດສຸກເສີນ ເຂື່ອນໄຟຟ້ານ້ຳງື່ມ 1 (ເຂື່ອນທ່າລາດ) ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພວມປ່ອຍນ້ຳອອກຈາກເຂື່ອນ ທັງ 4 ປະຕູ (TS).
RFA

ບໍຣິສັດ ຜລິຕໄຟຟ້າລາວ ມະຫາຊົນ ຫຼື EDL-Gen ເຈົ້າຂອງໂຄງການເຂື່ອນນໍ້າງື່ມ 1 ໄດ້ຈັດການຝຶກຊ້ອມການອົບພະຍົບ-ໂຍກຍ້າຍ ພາກສນາມໃຫ້ກັບພນັກງານ ໂຄງການຮ່ວມກັບຊາວບ້ານ ທີ່ອາສັຍຢູ່ເຂດໜ້າເຂື່ອນ ແລະເຂດລຸ່ມເຂື່ອນ ເພື່ອການແຈ້ງເຕືອນ ແລະຮັບມືກັບພັຍພິບັດນໍ້າຖ້ວມ ຈາກເຫດການເຂື່ອນແຕກ ຫຼືພັຍພິບັດທັມຊາຕ ທີ່ອາຈເກີດຂຶ້ນໄດ້ທຸກມື້. ການຝຶກຊ້ອມດັ່ງກ່າວ ຈັດໃນວັນທີ 28 ກໍຣະກະດາ 2022 ຜ່ານມາ.

ດັ່ງເຈົ້າໜ້າທີ່ບໍຣິສັດ ຜລິຕໄຟຟ້າລາວ ມະຫາຊົນ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນມີ 03 ສິງຫານີ້ວ່າ:

ແຜນກໍຣະນີສຸກເສີນ ຮັບມືສຸກເສີນ ໂຄງການນີ້ແຫຼະກ່ຽວກັບລຸ່ມເຂື່ອນ, ໜ້າເຂື່ອນຕ່າງໆ ນີ້ແຫຼະ. ເຮົາຈະຕິດຕາມເບິ່ງວ່າ ໂຄງການໂຕໃດມັນຂຶ້ນ ລະດັບເທົ່າໃດ ລະພວກເຮົາຈະເຮັດໜັງສື ແຈ້ງໂຄງການນັ້ນ ປ່ອຍເພື່ອ ຕຣຽມຮັບມືພະຍຸ.

ທ່ານກ່າວຕື່ມວ່າ ແຜນການຝືກຊ້ອມການອົບພະຍົບ-ໂຍກຍ້າຍ ພາກສນາມໃນຄັ້ງນີ້ ແມ່ນເປັນໄປຕາມລະບຽບ ແລະມາຕການ ຂອງໂຄງການເຂື່ອນນໍ້າງື່ມ 1 ທີ່ຖືປະຕິບັດມາໂດຍຕລອດ ແຕ່ໃນປີນີ້ກໍເໜັ້ນໜັກ ແລະໃຫ້ຄວາມສຳຄັນຫຼາຍຂຶ້ນ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ຕຣຽມພ້ອມຮັບມືໄດ້ຢ່າງມີປະສິທຕິພາບສູງສຸດ.

ສຳລັບການຝືກຊ້ອມ ພາກສນາມ ທາງບໍຣິສັດໄດ້ຝືກຊ້ອມ ຮ່ວມກັບຊາວບ້ານ ບ້ານຈຸ້ມ, ເມືອງທຸລະຄົມ, ແຂວງວຽງຈັນ ຊຶ່ງເປັນ 1 ໃນ 15 ບ້ານ ລຸ່ມເຂື່ອນນໍ້າງື່ມ 1 ແລະ ເປັນບ້ານທີ່ຢູ່ລຽບແຄມນໍ້າງື່ມ ແລະຍັງເປັນບ້ານທີ່ມີຄວາມສ່ຽງ ທີ່ອາຈເກີດພັຍນໍ້າຖ້ວມຫຼາຍທີ່ສຸດ. ສ່ວນບ້ານອື່ນໆ ຖ້າບໍຣິສັດ ມີງົບປະມານພຽງພໍ ກໍຈະເຂົ້າໄປຝຶກຊ້ອມເພີ່ມຕື່ມ.

ຂະນະທີ່ຊາວບ້ານຜູ້ນຶ່ງ ຢູ່ບ້ານຈຸ້ມກ່າວວ່າ ເຫັນທາງບໍຣິສັດ ແລະ ໂຄງການເຂື່ອນນໍ້າງື່ມ 1 ມາຝຶກຊ້ອມການອົບພະຍົບ-ໂຍກຍ້າຍ ແຕ່ບໍ່ເຫັນຊາວບ້ານ ໄດ້ເຂົ້າໄປຮ່ວມກິຈກັມດ່ັງກ່າວ ແລະບໍ່ໄດ້ຮັບຄຳເຊີນຊວນ ຈາກບໍຣິສັດ ຫຼື ໂຄງການເຂື່ອນນໍ້າງື່ມ 1 ໃຫ້ເຂົ້າໄປຮ່ວມ ການຝືກຊ້ອມ ການອົບພະຍົບ-ໂຍກຍ້າຍ ໃນຄັ້ງນີ້ນຳດ້ວຍ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ບ້ານຈຸ້ມ, ເມືອງທຸລະຄົມ, ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ສິງຫາ ນີ້ວ່າ:

ບໍ່! ບໍ່ໄດ້ໄປ. ເພິ່ນເອົາແຕ່ພນັກງານນ່າ ບໍ່ເຫັນເພິ່ນແຈ້ງ. ປະລະ ເອີ ເພິ່ນກາຊິເຊີນແຕ່ບ້ານຕິເບາະເພາະວ່າ ຮ້ານນີ້ບໍ່ຮູ້ຮ້ານ ນີ້ນ່າ.

ສ່ວນຊາວບ້ານອີກຜູ້ນຶ່ງ ຢູ່ບ້ານລາດ ທີ່ອາສັຍຢູ່ລຸ່ມເຂື່ອນນໍ້າງື່ມ 1 ກ່າວວ່າ ບໍ່ໄດ້ເຂົ້າຮ່ວມຝືກຊ້ອມການອົບພະຍົບ-ໂຍກຍ້າຍ ນຳໂຄງການເຂື່ອນນໍ້າງື່ມ 1 ໃນຄັ້ງນີ້ ຍ້ອນບໍ່ໄດ້ຮັບເຊີນຊວນ ແຕ່ບໍ່ໄດ້ມີຄວາມກັງວົນໃດໆ ຕໍ່ກັບໂຄງການເຂື່ອນນໍ້າງື່ມ 1 ເພາະໄລຍະ ຜ່ານມາ ກໍເຫັນວ່າພນັກງານຂອງໂຄງການ ຕິດຕາມ, ກວດກາຄວາມປອດພັຍ ຂອງເຂື່ອນເປັນປະຈຳທຸກປີ.

ເພື່ອຄວາມບໍ່ປມາດ ທາງບໍຣິສັດ ແລະ ໂຄງການເຂື່ອນນໍ້າງື່ມ 1 ກໍຄວນຈະຣາຍງານ ປະຣິມານນໍ້າໃນອ່າງໂຕ່ງ, ການປ່ອຍນໍ້າອອກຈາກເຂື່ອນ ເພື່ອແຈ້ງຊາວບ້ານໄດ້ຮັບຮູ້ນໍາດ້ວຍ ເພື່ອຄວາມສະບາຍໃຈ ແລະສ້າງຄວາມເຊື່ອໝັ້ນວ່າ ຈະບໍ່ເກີດຜົລກະທົບໃດໆ ຕໍ່ກັບຊາວບ້ານລຸ່ມເຂື່ອນ.

ດັ່ງຊາວບ້ານ ຢູ່ບ້ານລາດ ເມືອງທຸຣະຄົມ ແຂວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີໃນວັນທີ 03 ສິງຫາ ນີ້ວ່າ.

ສຳຄັນອັນ່າ ເປັນລະບົບຄັກແນ່ ໃຫ້ແຕ່ລະໂຄງການຫັ້ນ ຣາຍງານເປັນປະຈຳ ນໍ້າຂຶ້ນເທົ່າໃດ, ລົງເທົ່າໃດ ມັນຫຼາຍຊໍ່າໃດ ກວດການໍາກັນຫັ້ນນ່່າ ບໍ່ໃຫ້ມັນມີຜົລກະທົບ ຕ້ອງໄດ້ປ້ອງກັນກ່ອນ.

ນອກຈາກໂຄງການເຂື່ອນນໍ້າງື່ມ 1 ແລ້ວນັ້ນ, ທາງການແຂວງອັດຕະປື ຍັງໄດ້ຮ່ວມມືກັບ ກອງບັນຊາການທະຫານ ແຂວງ ກອນຕູມ ປະເທດວຽດນາມ ເພື່ອສຶກສາອົບຮົມ ວຽກງານກູ້ຊີພ-ກູ້ພັຍພິບັດ ທາງທັມຊາຕ ຢູ່ບ້ານໄຊສີ, ເມືອງໄຊເສດຖາ ແຂວງອັດຕະປື ຊຶ່ງເປັນບ້ານທີ່ຕິດລຽບກັບແມ່ນໍ້າເຊກະໝານ ແລະ ຍັງເປັນ 1 ໃນບ້ານລຸ່ມເຂື່ອນ ເຊກະໝານ 1 ເພື່ອທຳຄວາມເຂົ້າໃຈ ຂັ້ນຕອນການຮັບມື ກັບພັຍພິບັດ ທີ່ອາຈເກີດຂຶ້ນໃນຕໍ່ໜ້າ.

ການສຶກສາອົບຝືກຮົມ ວຽກງານກູ້ຊີພ-ກູ້ພັຍພິບັດ ທາງທັມຊາຕໃນຄັ້ງນີ້ ຄະນະຮັບຜິິດຊອບ ທັງສອງຝ່າຍ ໄດ້ຈຳລອງເຫດການນໍ້າຖ້ວມ ແລະລົມພະຍຸ ເພື່ອສະແດງຂັ້ນ ຕອນການຮັບມື ທັງການອົບພະຍົບ, ເຄື່ອນຍ້າຍຊີວິຕ ແລະ ຊັພສິນ ທີ່ມີຄ່າຂອງປະຊາຊົນ ໄປສູ່ເຂດປອດພັຍ ຮວມເຖິງການປະຖົມພະຍາບານ ຜູ້ບາດເຈັບນໍາດ້ວຍ.

ໂດຍຮວມແລ້ວ ການສຶກສາອົບຮົມ ວຽກງານກູ້ຊີພ-ກູ້ພັຍພິບັດ ທາງທັມຊາຕໃນຄັ້ງນີ້ ຖືວ່າເປັນການເຣີ່ມຕົ້ນທີ່ດີ ເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈເລິກເຊິ່ງໃຫ້ກັບຊາວບ້ານ ທີ່ອາສັຍຢູ່ລຸ່ມເຂື່ອນ ເພື່ອໃຫ້ຊາວບ້ານມີສະຕິ ເມື່ອເກີດເຫດສຸຸກເສີນຂຶ້ນ ຊຶ່ງຊາວບ້ານສ່ວນໃຫຍ່ ອາຈຍັງບໍ່ເຂົ້າໃຈເຫດການເທົ່າທີ່ຄວນ ກໍຍັງຕ້ອງສຶກສາອົບຮົມ ແລະຝຶກຊ້ອມຕໍ່ເນື່ອງທຸກປີ ເພື່ອເຮັດໃຫ້ຊາວບ້ານຄຸ້ນເຄີຍ ແລະຮູ້ຈັກຕື່ນໂຕຕລອດເວລາ.

ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ສິງຫາ ນີ້ວ່າ:

ເພິ່ນກາເຮັດໄປເປັນເຂື່ອນໆ ຕີ້. ເຊກະໝານ ເພິ່ນກາເຮັດແລ້ວ ບໍ່ເຮັດແຕ່ເຂື່ອນນ້ອຍ ເຂົາມີບົດຮຽນເດ້ ໂຕເຊປຽນ-ເຊນໍ້ານ້ອຍຫັ້ນ. ເຂົ້າໃຈກາຍາກເວີ້ຍ ເຣື່ອງການກູ້ພັຍ ແຕ່ວ່າເຂົາກາໄດ້ລົງເຜີຍແຜ່ນິຕິກັມຕ່າງໆ ວິທີການ ແລ້ວກາແຈ້ງເຕືອນ ໃຫ້ເຂົາແຕ່ລະບ້ານ ເຂົາກາຕິດການ ເຕືອນພັຍໃຫ້ເພິ່ນ.

ສ່ວນຊາວບ້ານ ໃນເມືອງໄຊເສດຖາ ແຂວງອັດຕະປື ກ່າວວ່າມີໂຄງການ ເຂື່ອນໄຟຟ້າ ເປັນຈຳນວນຫຼາຍແຫ່ງ ພາຍໃນແຂວງອັດຕະປື ແຕ່ບໍ່ເຫັນພາກສ່ວນໃດ ລົງມາເຊີນຊວນຊາວບ້ານ ທີ່ອາສັຍຢູ່ລຸ່ມເຂື່ອນ ເຂົ້າສຶກສາອົບຮົມ ວຽກງານກູ້ຊີພຽກູ້ພັຍພິບັດ ທາງທັມຊາຕເທື່ອ.

ດັ່ງຊາວບ້ານ ໃນເມືອງໄຊເສດຖາ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ສິງຫາ 2022 ນີ້ວ່າ:

ຈັ່ງວ່າ. ບໍ່ເຫັນເພິ່ນແຈ້ງໃດ໋ ການຝືກຊ້ອມອີ່ຫຍັງນີ້ ຄືບໍ່ເຫັນເພິ່ນແຈ້ງມາ ຄັນປົກກະຕິ ຄັນເພິ່ນວ່າຊິຮັບປະຊາຊົນໄປຝຶກເນາະ ໄປຫຍັງກະຄືບໍ່ເຫັນເອກສານ.

ກ່ອນໜ້ານີ້ ສະມາຊິກສະພາແຫ່ງຊາຕ ແລະ ພາກປະຊາສັງຄົມໃນລາວ ກໍເຄີຍສເນີໃຫ້ຣັຖບານລາວຈັດຕັ້ງ ກອງທຶນຊ່ອຍເຫຼືອປະຊາຊົນ ຜູ້ຖືກຜົລກະທົບ ຈາກນໍ້າຖ້ວມ ຈາກເຂື່ອນໄຟຟ້າ ທີ່ອາຈເກີດຂຶ້ນໄດ້ ອີກໃນຕໍ່ໜ້າ ແລະ ໃຫ້ຣັຖບານລາວ ຄຸ້ມຄອງເອົາໃຈໃສ່ ຕໍ່ບັນຫາການບໍຣິຫານ ຈັດການນໍ້າຢ່າງມີປະສິຕິພາບ. ຖ້າຣັຖບານລາວ ຍັງມີການກໍ່ສ້າງເຂື່ອນໄຟຟ້າຂຶ້ນຕື່ມ ເພື່ອຮັບປະກັນວ່າຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຫດການນໍ້າຖ້ວມ ຈາກເຂື່ອນແຕກ ຫຼືເຂື່ອນປ່ອຍນໍ້າ ຫຼືເຫດການສຸກເສີນຕ່າງໆ ຈະໄດ້ຮັບເງິນຊົດເຊີຍ ແລະໄດ້ຮັບການເບິ່ງແຍງທີ່ດີ. ສຳລັບແຜນການຈັດຕັ້ງ ກອງທຶນຊ່ອຍເຫຼືອປະຊາຊົນ ຜູ້ຖືກຜົລກະທົບ ຈາກນໍ້າຖ້ວມ ຈາກເຂື່ອນໄຟຟ້ານັ້ນ ກໍຍັງບໍ່ໄດ້ດຳເນີນການ ຈັດຕັ້ງປະຕິບັດຢ່າງ ເປັນຮູບປະທັມ ຈົນມາຮອດດຽວນີ້.

ພາຍຫຼັງທີ່ເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ທາງການລາວກໍເຣີ່ມຕິດຕາມກວດກາ ບັນຫາເຂື່ອນໄຟຟ້າຕ່າງໆ ເປັນປະຈຳທຸກປີໃນລະດູຝົນ ແລະ ບາງເຂື່ອນກໍມີການສ້ອມແປງຮັບມື ພັຍພິບັດ, ການອົບພະຍົບ-ໂຍກຍ້າຍ ແລະ ຫຼ້າສຸດນີ້ເຫດການນໍ້າຊຶືມ ເບື້ອງຂວາຂອງເຂື່ອນນໍ້າເທີນ 1 ທີ່ແຂວງບໍຣິຄຳໄຊ ເມື່ອເດືອນທີຜ່ານມາ ກໍຖືເປັນເຫດການນຶ່ງ ທີ່ເປັນສັນຍານເຕືອນ ໃຫ້ແກ່ປະຊາຊົນຮູ້ສຶກຕື່ນໂຕ ແລະເປັນກັງວົນຕໍ່ພັຍພິບັດ ທີ່ອາຈເກີດຂຶ້ນຈາກໂຄງການ ສ້າງເຂື່ອນໄຟຟ້າ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາວິທີຮັບປະກັນ ບໍ່ໃຫ້ພັຍພິບັດ ຫຼືເຂື່ອນແຕກເກີດຂຶ້ນເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.