ບໍລິສັດເອກະຊົນ ສຶກສາໂຄງການ ພະລັງງານແສງຕາເວັນ ຢູ່ເຂື່ອນນ້ຳງື່ມ 1

ສຸພັດຕາ
2024.06.21
ບໍລິສັດເອກະຊົນ ສຶກສາໂຄງການ ພະລັງງານແສງຕາເວັນ ຢູ່ເຂື່ອນນ້ຳງື່ມ 1 ນ້ຳໜ້າເຂື່ອນນ້ຳງື່ມ 1. ເດືອນກໍລະກົດ ປີ 2023.
ຮູບພາບຈາກພົນລະເມືອງ

ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ອະນຸຍາດໃຫ້ບໍລິສັດ ຫຼຽນຄຳ ການຄ້າ ຈຳກັດຜູ້ດຽວ ເຂົ້າໄປ ສຶກສາຄວາມເປັນໄປໄດ້ ໃນໂຄງການ ໄຟຟ້າພະລັງງານແສງຕາເວັນ ຢູ່ເທິງໜ້ານໍ້າ ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ຕັ້ງແຕ່ ກາງເດືອນພຶດສະພາ 2024 ນີ້ ເປັນຕົ້ນມາ. ທັງນີ້, ແຜນການ ສຶກສາຄວາມເປັນໄດ້ດັ່ງກ່າວ ຈະໃຊ້ເວລາປະມານ 18 ຫາ 24 ເດືອນ.

ກ່ຽວກັບເລື່ອງ ທີ່ວ່ານີ້, ເຈົ້າຂອງເຮືອນພັກນາງໜຶ່ງ ໃກ້ກັບເຂື່ອນໄຟຟ້ານ້ຳງື່ມ ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິຖຸນາ ນີ້ວ່າ:

“ອັ່ນນີ້ ເຮົາກໍບໍ່ຮູ້ຄືກັນວ່າມີບໍ່. ແຕ່ວ່າ ຢູ່ບ່ອນເທິງເຮືອນພັກເຮົາຫັ້ນ ກະມີແບບເຂົາເຈົ້າເຮັດເຂື່ອນໄຟຟ້າ, ເຂົາເຈົ້າມາພັກໄລຍະຍາວ ເປັນພວກເຂື່ອນໄຟຟ້າເຈົ້າ. ໂດຍ, ໂຕນັ້ນ ໜ້າຈະແມ່ນໄປທາງເມືອງເຟືອງກະມີ ແຕ່ຂອງເຮົາຫັ້ນ ແມ່ນອອກມາທາງ ວັງວຽງຫັ້ນນ່າ. ທາງເບື້ອງອັ່ນ (ທ່າລາດ) ໜ້າຈະຍັງບໍ່ທັນເປີດ ເພາະວ່າ ຊ່ວງນີ້ຫັ້ນນ້ຳໜ້ອຍໂພດນ່າເຈົ້າ. ຖ້າລົງໄດ້ມີແຕ່ເຮືອໜ້ອຍໂຕອັ່ນນັ່ງໄດ້ 4 ຫາ 6 ຄົນ. ຖ້າເປັນເຮືອກາງ, ເຮືອໃຫຍ່ ລົງບໍ່ໄດ້ເທື່ອ.”

ສຳລັບການກໍ່ສ້າງ ໂຄງການໂຊລ້າເຊວ ຢູ່ເທິງໜ້ານນໍ້ານີ້ ຈະແບ່ງເປັນ 3 ໄລຍະ ໃຊ້ເວລາປະມານ 10 ປາຍປີ. ໂດຍຄາດວ່າ ໂຄງການດັ່ງກ່າວ ຈະໃຊ້ພື້ນທີ່ເທິງໜ້ານ້ຳ ປະມານ 1,565 ເຮັກຕາ, ມີມູນຄ່າການລົງທຶນ 1 ຕື້ ໂດລ້າສະຫະລັດ ແລະ ຈະສາມາດຜະລິດກະແສໄຟຟ້າ ໄດ້ 1,500 ຫາ 1,600 ເມກາວັດ. ຖ້າຫາກກໍ່ສ້າງສຳເລັດ ຈະຖືວ່າ ເປັນໂຄງການໂຊລ້າເຊວ ຢູ່ເທິງໜ້ານໍ້າ ທີ່ໃຫຍ່ທີ່ສຸດ ແລະ ມີກຳລັງການຜະລິດ ຫຼາຍທີ່ສຸດ ໃນໂລກ.

ເຖິງແມ່ນວ່າ ປະເທດລາວ ຈະມີໂຄງການແຫຼ່ງຜະລິດພະລັງງານໄຟຟ້າ ໃນຫຼາຍຮູບການ ທັງເຂື່ອນໄຟຟ້າ ພະລັງງານນ້ຳ, ໂຮງໄຟຟ້າຖ່ານຫີນ, ກັງຫັນລົມ ຜະລິດໄຟຟ້າ ແລະ ໂຄງການພະລັງງານ ແສງຕາເວັນ. ແຕ່ບັນດາໂຄງການດັ່ງກ່າວ ກໍ່ບໍ່ສາມາດຮັບປະກັນ ການສະໜອງໄຟຟ້າ ແກ່ປະຊາຊົນ ໄດ້ຢ່າງມີມາດຕະຖານ, ມີປະສິດທິພາບ ແລະ ລາຄາຖືກ. ເຮັດໃຫ້ຊາວບ້ານຈຳນວນຫຼາຍ ຍັງປະສົບບັນຫາລາຄາ ຄ່າໄຟຟ້າແພງ ຕາມສະພາບເງິນເຟີ້ ແລະ ບັນຫາໄຟຟ້າດັບເປັນປະຈຳ. ດັ່ງທີ່ຊາວບ້ານ ນາງໜຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ຄ່າໄຟພັດແພ໊ງແພງຊີ້ນ່າ. 7 ໂມງແລງ ຈົນຮອດ 7 ໂມງເຊົ້າ ວ່າຊັ້ນສາ ເຮົາໃຊ້ໄຟນີ້ນ່າ ແຕ່ວ່າຄ່າໄຟຂຶ້ນຫຼາຍແຮ່ງ. ແລະອັ່ນລະວ່າຄ່າໄຟແບບນັ້ນຫັ້ນນ່າ ແພງແບບນັ້ນລ່ະ ໄຟໃຊ້ປົກກະຕິບໍ່ ກະບໍ່ໄດ໋. ຊ່ວງຫຼັງຫັ້ນ ກະແຮ່ງວັນເສົາລະກະດັບ ວັນເສົາ-ວັນທິດລະກະດັບ ທຸກໆເສົາເລີຍ ຕ້ອງດັບ ແລະກະມາຊ່ວງນີ້ກະໄຟກະບໍ່ຄ່ອຍພໍ ວ່າຊີ້ນ່າ.”

ຂະນະທີ່ ເຈົ້າໜ້າທີ່ ຂະແໜງການພະລັງງານ ທ່ານນຶ່ງ ກ່າວພຽງສັ້ນໆ ວ່າ ໂຄງການພະລັງງານແສງຕາເວັນ ຢູ່ເທິງໜ້ານໍ້າ ຂອງອ່າງນ້ຳງື່ມດັ່ງກ່າວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງ ຂອງກົມນະໂຍບາຍ ພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່. ຊຶ່ງຮັບຜິດຊອບກ່ຽວກັບ ບັນດາໂຄງການກໍ່ສ້າງ ແຫຼ່ງຜະລິດພະລັງງານໄຟຟ້າ ໃນທົ່ວປະເທດ:----LSB240614NI3---“ພະລັງງານແສງຕາເວັນ ຢູ່ເທິງເຂື່ອນນ້ຳງື່ມບໍ່? ເຈົ້າໆ, ກົມນະໂຍບາຍ (ພະລັງງານ) ເດີ້, ເພິ່ນຈະ ຮັບຜິດຊອບວຽກນີ້ໂດຍກົງ.”

ທັງນີ້, ທ່ານ ອະດິສອນ ເສມແຍ້ມ, ນັກຊ່ຽວຊານ ກ່ຽວກັບໂຄງການ ດ້ານພະລັງງານໄຟຟ້າ ຢູ່ລາວ ຈາກຈຸລາລົງກອນ ມະຫາວິທະຍາໄລ ປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ບັນດາໂຄງການ ພະລັງງານໄຟຟ້າ ທີ່ມີການລົງທຶນຢູ່ລາວ ທັງໝົດນັ້ນ, ລັດຖະບານລາວ ຈະເຂົ້າໄປຖືຮຸ້ນໃນທຸກໂຄງການຢູ່ແລ້ວ ເພື່ອທີ່ລັດຖະບານ ໄດ້ມີລາຍຮັບ ຈາກເງິນປັນຜົນ ແລະ ຄ່າທຳນຽມ ສຳປະທານ. ຄັນເມື່ອໝົດສັນຍາ ສຳປະທານ ນັກລົງທຶນ ຈະຕ້ອງສົ່ງຄືນໂຄງການດັ່ງກ່າວ ໃຫ້ລັດຖະບານລາວ ຄຸ້ມຄອງຕໍ່ໄປ. ຢ່າງໃດກໍຕາມ, ເຮົາກໍບໍ່ອາດໝັ້ນໃຈໄດ້ ວ່າ ໂຄງການ ທີ່ຖືກໂອນຄືນກັບມາ ໃຫ້ແກ່ລັດຖະບານລາວນັ້ນ ຈະຍັງຢູ່ໃນສະພາບທີ່ສົມບູນ ຫຼືບໍ່. ແລະ ລັດຖະບານລາວ ຈະມີຄວາມສາມາດ ໃນການຄຸ້ມຄອງໂຄງການນັ້ນຫຼືບໍ່:

“ຄືລັດຖະບານລາວ ຈະມີລັກສະນະຢູ່ຢ່າງໜຶ່ງ ຢູ່ບ່ອນວ່າ ການລົງທຶນພວກເຂື່ອນ ຫຼື ພວກບໍ່ແຮ່ນີ້, ລັດຖະບານລາວ ຈະເຂົ້າໄປຖືຮຸ້ນນຳດ້ວຍ. ລັດຖະບານ ກໍຍັງໄດ້ ໜຶ່ງມາແມ່ນ ເງິນປັນຜົນ ຫຼື ກຳໄລ ໃນຖານະຜູ້ຖືຮຸ້ນ, ສອງມາກໍແມ່ນ ລັດຖະບານລາວ ໄດ້ຄ່າທຳນຽມ, ຄ່າສຳປະທານ ໃນໄລຍະຍາວ ໂຄງການມັນປະມານ 30 ປີ ກວ່າຈະກັບຄືນມາເປັນຂອງລັດຖະບານລາວ. ຄັນຖ້າເຖິງເວລານັ້ນ ມັນຈະເຫຼືອແຕ່ຊາກ ຫຼືບໍ່?”

ກ່ອນໜ້ານີ້, ທາງການລາວ ໄດ້ອະນຸຍາດໃຫ້ ບໍລິສັດ ຫາງໂຈວ ເຊຟຟາວ ເຕັກໂນໂລຈີ ຂອງຈີນ ດຳເນີນໂຄງການ ພັດທະນາໄຟຟ້າ ພະລັງງານແສງຕາເວັນ ເທິງອ່າງນ້ຳງື່ມ ເບື້ອງເມືອງລ້ອງຊານ ແຂວງໄຊສົມບູນ ໃນປີ 2020 ທີ່ຜ່ານມາ. ໂດຍຈະນຳໃຊ້ພື້ນທີ່ຫຼາຍກວ່າ 1,500 ເຮັກຕາ ແລະ ມີກຳລັງການຜະລິດ ສູງສຸດ 1,200 ເມກາວັດ.

ເຊັ່ນດຽວກັນນີ້, ບໍລິສັດ ຜະລິດໄຟຟ້າຝຣັ່ງ ຫຼື EDF ຊຶ່ງເປັນຜູ້ລົງທຶນ ໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ແຂວງຄຳມ່ວນ ກໍ່ໄດ້ເຊັນສັນຍາ ຮ່ວມກັບລັດຖະບານລາວ ໃນການພັດທະນາ ໂຄງການໄຟຟ້າ ພະລັງງານແສງຕາເວັນ ເທິງອ່າງນ້ຳເທີນ 2 ນຳດ້ວຍ. ໂດຍໂຄງການດັ່ງກ່າວ ມີລັດວິສາຫະກິດຖືຮຸ້ນລາວ ແລະ ບໍລິສັດ EGCO ຂອງໄທ ຮ່ວມລົງທຶນນຳດ້ວຍ. ຢ່າງໃດກໍຕາມ, ກໍ່ຍັງບໍ່ທັນມີຄວາມຄືບໜ້າ ຂອງທັງໂຄງການ ດັ່ງກ່າວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.