ຊາວບ້ານຈຳນວນໜຶ່ງ ໄດ້ຮັບຄວາມເດືອດຮ້ອນ ຈາກໂຄງການທ່ອງທ່ຽວ ນ້ຳງື່ມ 1
2024.06.13
ສະຖານທີ່ທ່ອງທ່ຽວໃໝ່ ຢູ່ອ່າງນໍ້າງື່ມ 1 ຈະເປີດໃຊ້ບໍລິການ ໃນທ້າຍເດືອນມິຖຸນາ 2024 ນີ້ ຫຼັງຈາກກໍ່ສ້າງມາເປັນເວລາກວ່າສາມປີ. ທ່ານ ຄຳຟອງ ພັນປະດິດ, ປະທານບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ
ຊຶ່ງເປັນຜູ້ສຳປະທານສ້າງໂຄງການ ພັດທະນາແຫຼ່ງທ່ອງທ່ຽວ ອ່າງນ້ຳງື່ມ 1 ຢູ່ເຂດບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນລາວ ເມື່ອບໍ່ດົນຜ່ານມາວ່າທາງໂຄງການ ໄດ້ສຳເລັດການກໍ່ສ້າງ ທາງເບຕົງເສີມເຫຼັກ ລຽບແຄມອ່າງນ້ຳງື່ມ 1 ທີ່ມີໄລຍະທາງ 6.3 ກິໂລແມັດ ແລະ ໂຄງການສ້າງອາຄານຮ້ານຄ້າ ແລະຈຸດຊົມວິວ ທີ່ເອິ້ນວ່າ “ມາຣິນ້າໂຊນ” (Marina Zone) ມີຄວາມຄືບໜ້າກວ່າ 87% ແລ້ວ. ທາງການ ມີກຳນົດເປີດໃຊ້ບໍລິການແຫຼ່ງທ່ອງທ່ຽວ ດັ່ງກ່າວ ພ້ອມທັງທ່າເຮືອ
ພາຍໃນທ້າຍເດືອນມິຖຸນາ ປີ 2024 ນີ້. ທາງພາກລັດ ຈະໃຫ້ບູລິມະສິດ ແກ່ປະຊາຊົນຊາວບ້ານ ທີ່ເຄີຍໃຊ້ດິນບໍລິເວນນີ້ຄ້າຂາຍ ທຳມາຫາກິນຢູ່ບ່ອນນີ້ມາກ່ອນ ໃຫ້ກັບມາ ຈັບຈອງເຊົ່າຫ້ອງຮ້ານຄ້າກ່ອນຜູ້ອື່ນ.
ດັ່ງທ່ານ ໄດ້ກ່າວວ່າ.
“ເພື່ອເຮັດຂຶ້ນມາໃຫ້ອັ່ນນ່າ ປະຊາຊົນຜູ້ທີ່ຖືກຜົນກະທົບຜູ້ທີ່ຍົກຍ້າຍອອກໄປກ່ອນໜ້ານັ້ນ. ພັກ-
ລັດເພິ່ນຈະໃຫ້ບູລິມະສິດ ປະຊາຊົນພວກທີ່ທຳມາຫາກິນ ແຕ່ກ່ອນຫັ້ນເນາະ ເຂົ້າມາຈັບຈອງ, ເຂົ້າມານຳໃຊ້ສິດ. ຖ້າວ່າຜູ້ໃດບໍ່ເອົາ ກະຈະໃຫ້ອັ່ນນ່າບຸກຄົນທີ່ສົນໃຈຕໍ່ໄປ. ແຕ່ວ່າອາຄານດັ່ງກ່າວນີ້ລະແມ່ນເຊົ່ານຳລັດເນາະ.ຫຼັງຈາກແລ້ວແຫຼະ, ຂ້າພະເຈົ້ານີ້ຈະມອບໃຫ້ລັດຄືນ ແລ້ວພັກ-ລັດເພິ່ນ ຈະເກັບຄ່າເຊົ່າ ຜູ້ທີ່ເຂົ້າມາຢູ່ນີ້ເນາະ.”
ທີ່ຜ່ານມາ, ທາງການແຂວງວຽງຈັນ ໄດ້ປະກາດປິດທ່າເຮືອ ແລະຫ້າມຊາວບ້ານ ໃນເຂດບ້ານແສງສະຫວ່າງ ເມືອງແກ້ວອຸດົມແຂວງວຽງຈັນ ລົງເຮືອຫາປາໃນບໍລິເວນດັ່ງກ່າວ ມາເປັນເວລາປະມານ 3 ປີ
ເພື່ອໃຫ້ທາງບໍລິສັດຜູ້ຮັບສຳປະທານພັດທະນາ ແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ 1 ຊຶ່ງກໍໄດ້ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຫຼາຍສົມຄວນ. ນອກຈາກນີ້, ທາງການ ກໍໄດ້ຍົກຍ້າຍປະຊາຊົນທີ່ຢູ່ອາໄສ ແລະ
ຫາຢູ່ຫາກິນໃນເຂດແຄມອ່າງນ້ຳງື່ມ 1. ທາງການໄດ້ຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນເຫຼົ່ານີ້ ປະມານ 10 ລ້ານກີບ ຫາ 100 ລ້ານກີບ ຕໍ່ຄອບຄົວ ແລະປະກົດວ່າ ຜູ້ປະກອບການຮ້ານອາຫານ ແລະ ເຮືອນແພ ໄດ້ຄ່າຊົດເຊີຍຫຼາຍກວ່າໝູ່ ຍ້ອນມູນຄ່າທາງທຸລະກິດສູງກວ່າ.
ວິທຍຸເອເຊັຽເສຣີ ເຄີຍນຳສະເໜີ ເລື່ອງດັ່ງກ່າວ ໃນໄລຍະທ້າຍເດືອນພຶດສະພາ ປີ 2024 ທີ່ຜ່ານມາ.ກ່ຽວກັບເລື່ອງນີ້, ຊາວບ້ານ ຜູ້ໜຶ່ງ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມິຖຸນາ 2024 ນີ້ວ່າ ໂຄງການແຫຼ່ງທ່ອງທ່ຽວ ແລະ ທ່າເຮືອດັ່ງກ່າວຈະເປີດໃຊ້ ໃນໄລຍະປະມານຕົ້ນເດືອນກໍລະກົດ ປີ 2024. ນອກຈາກນັ້ນ, ທາງການ ຍັງຈະສືບຕໍ່ອະນຸຍາດໃຫ້ຊາວບ້ານ ທີ່ມີອາຊີບຫາປາອີກຈຳນວນໜຶ່ງ ສາມາດຢູ່ອາໄສໃນເຂດລຸ່ມຂອງ ໂຄງການໄດ້ແຕ່ກໍຍັງບໍ່ທັນຮູ້ວ່າ ຈະສາມາດອາໄສຢູ່ບ່ອນນີ້ໄດ້ອີກດົນເທົ່າໃດ.
“ເຮືອລົງນີ້ແມ່ນເດືອນ 7 ຈະເປີດ. ເພິ່ນຍັງເຮັດອັ່ນເທພື້ນແນ່ທາງລົງທ່າເຮືອຢູ່. ມາຣີນ້າເບຍ໌, ເພິ່ນເຮັດມາຣີນ້າໃໝ່. ມີໆຊຸມຊົນຫາປາ ຍັງບໍ່ຍົກຍ້າຍນ່າ ກະຍັງຢູ່, ຍັງຢູ່ໆ.”
ຊາວບ້ານ ອີກນາງໜຶ່ງ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນເຊັ່ນດຽວກັນກ່າວວ່າ ເບິ່ງຈາກສະພາບໂຕຈິງແລ້ວ, ໂຄງການແຫຼ່ງທ່ອງທ່ຽວດັ່ງກ່າວ ອາດຈະເປີດໃຊ້ບໍລິການ ພາຍໃນເດືອນກໍລະກົດ ຫາ ເດືອນສິງຫາຍ້ອນຍັງມີຫຼາຍໜ້າວຽກ ທີ່ຍັງບໍ່ທັນສຳເລັດດີ ແລະສາເຫດທີ່ທາງການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານໜ້ອຍຫຼືບໍ່ຈ່າຍເລີຍ ຍ້ອນດິນດອນນີ້ ເປັນດິນຂອງລັດ, ແຕ່ລັດກໍຈະໃຫ້ສິດແກ່ຊາວບ້ານທີ່ເຄີຍເປີດຮ້ານຄ້າໃນເຂດນີ້ ເຊົ່າຮ້ານຄ້າໄດ້ກ່ອນຄົນອື່ນໆ.
“ຍັງໆໆໆ, ກາວ່າເດືອນ 7 ເດືອນ 8. (ດິນ) ໂຕນັ້ນຫວາ? ເປັນຂອງລັດຖະບານ. ບໍ່ໆໆ, ບໍ່ມີ (ຈ່າຍຄ່າຊົດເຊີຍ). ລະເຂົາເຈົ້າແປງລະເຮົາຂຶ້ນໄປເຊົ່າເຂົາເຈົ້າ.”
ເຈົ້າໜ້າທີ່ກ່ຽວຂ້ອງ ນາງໜຶ່ງ ຢູ່ແຂວງວຽງຈັນຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນາງຍັງບໍ່ທັນຮູ້ລາຍລະອຽດ ກ່ຽວກັບກຳນົດການເປີດບໍລິການໂຄງການດັ່ງກ່າວ ແລະອັດຕາຄ່າເຊົ່າຮ້ານຄ້າ ໃນໂຄງການ ຢ່າງຄັກແນ່ເທື່ອ. ຢ່າງໃດກໍຕາມ, ດິນທີ່ນຳໃຊ້ໃນໂຄງການ ເປັນດິນຂອງລັດແຕ່ທີ່ຜ່ານມາ ຊາວບ້ານໄດ້ນຳໃຊ້ດິນດັ່ງກ່າວ ເປີດຮ້ານຄ້າ ແລະຮ້ານອາຫານ.
“(ກຳນົດເປີດ) ອັ່ນນີ້ກະບໍ່ຊາບ ເປັນຂອງວິຊາການເພິ່ນນ່າ. ໂອ້! (ຄ່າເຊົ່າ) ອັ່ນນີ້ ຍັງບໍ່ທັນຮູ້ເດີ້
ເພາະເພິ່ນຍັງບໍ່ທັນເປີດເດີ້ ໂຕນັ້ນນ່າ. ບໍ່ໆ (ດິນ) ເປັນຂອງລັດ. ແຕ່ວ່າຜ່ານມາມັນເຂົາເຈົ້າ (ຊາວບ້ານ) ເປີດຮ້ານແຖວນັ້ນ.”
ໂຄງການພັດທະນາ ແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາ ອາຊີ ຫຼື ADB. ໂດຍມີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການມີມູນຄ່າ ການກໍ່ສ້າງທັງໝົດ 5.33 ລ້ານໂດລ້າສະຫະລັດ ເລີ່ມກໍ່ສ້າງມາແຕ່ວັນທີ 1 ກໍລະກົດ 2021 ແລະ ກຳນົດສຳເລັດໃນວັນທີ 30 ມິຖຸນາ 2023 ແຕ່ໄດ້ມີການຕໍ່ສັນຍາ ອອກໄປອີກ 1 ປີ ຈົນຮອດວັນທີ 30 ມິຖຸນາ 2024, ລວມໄລຍະເວລາກໍ່ສ້າງທັງໝົດ 3 ປີ. ຢ່າງໃດກໍຕາມ, ທ່ານ ຄຳຟອງ ພັນປະດິດ, ປະທານບໍລິສັດ ຄຳຟອງກຣຸບກໍຍອມຮັບວ່າ ຍັງມີບາງວຽກງານທີ່ຍັງບໍ່ທັນສຳເລັດ ພາຍໃນເວລາສິ້ນສຸດສັນຍາ ກໍ່ສ້າງໃນທ້າຍເດືອນມິຖຸນານີ້ ເປັນຕົ້ນ ວຽກຕົບແຕ່ງ, ວຽກປ້າຍ ແລະວຽກທາສີ. ທ່ານ ຄໍາຟອງ ກ່າວຕື່ມວ່າ ຈະໄດ້ປະຕິບັດໜ້າວຽກທີ່ກ່າວມານັ້ນໃຫ້ສຳເລັດ ພາຍໃນໄລຍະເວລາສຳປະທານ. ນອກຈາກນັ້ນ, ທາງບໍລິສັດ ຄຳຟອງກຣຸບ ກໍຍັງມີແຜນສະເໜີ ຂໍສຳປະທານການສຳຫຼວດ, ອອບແບບ, ກໍ່ສ້າງ ແລະ ໃຫ້ບໍລິການກະເຊົ້າໄຟຟ້າສາຍສະລິງ ສຳລັບນັກທ່ອງທ່ຽວຈາກຕາຝັ່ງແຫຼ່ງທ່ອງທ່ຽວໃໝ່ ຂ້າມໄປຫາດອນຕ່າງໆ ຢູ່ໃນອ່າງນ້ຳງຶ່ມ 1 ນີ້ຕຶ່ມອີກ.