ຊາວບ້ານ ທີ່ຢູ່ທ້າຍເຂື່ອນໄຟຟ້ານ້ຳງື່ມ 4 ຖືກສັ່ງຫ້າມເຮັດການກະເສດ
2024.08.22
ປະຊາຊົນ ທີ່ຢູ່ລຸ່ມເຂື່ອນໄຟຟ້ານໍ້າງື່ມ 4 ຂອງຈີນ ໃນເມືອງພູກູດ ແຂວງຊຽງຂວາງ ຖືກສັ່ງຫ້າມບໍ່ໃຫ້ເຮັດການຜະລິດ ທໍາການກະເສດ ຕາມແຄມນໍ້າງື່ມມາແລ້ວ ນັບຕັ້ງແຕ່ໄດ້ສ້າງເຂື່ອນນີ້ມາ ຍ້ອນຢ້ານຜົນກະທົບຈາກລະດັບນໍ້າງື່ມທີ່ຂຶ້ນ-ລົງ ບໍ່ເປັນປົກກະຕິ ເມື່ອມີການລະບາຍນໍ້າອອກຈາກເຂື່ອນ ເຮັດໃຫ້ວິຖີຊີວິດຂອງປະຊາຊົນ ທີ່ຕິດພັນກັບສາຍນໍ້າງື່ມນີ້ປ່ຽນແປງໄປ, ບໍ່ສາມາດເຮັດການຜະລິດໄດ້ຄືເກົ່າ ດັ່ງປະຊາຊົນຢູ່ບ້ານສົມບູນ ເມືອງພູກູດ ແຂວງຊຽງຂວາງ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ສິງຫານີ້ວ່າ:
“ແມ່ນ ເຂົາບໍ່ໃຫ້ປູກແລ້ວ ເພາະວ່າປູກແທ້ນໍ້າມັນເພີ້ມຂຶ້ນ ນໍ້າມັນຈະຖ້ວມໃສ່ສິນຄ້າ ເພິ່ນບໍ່ໃຫ້ປູກ ປະມານນັ້ນແຫລະ ປະມານ 2-3 ປີ ກ່ອນທີ່ເພິ່ນຈະວາງແຜນເຂົ້າ ລະແມ່ນເພິ່ນແຈ້ງລ່ວງໜ້າຫັ້ນແຫລະ ປະຊາຊົນລະແມ່ນ ອາຊີບເຂົາລະແມ່ນແຮງປູກ ສາລີແລ້ວກໍປູກເຂົ້າອີ່ຫຍັງ ໃຫ້ປູກໄລຍະຫ່າງຈາກແມ່ນໍ້າຂຶ້ນໄປ ເອີ ປູກໝາກເຜັດໝາກອຶ ແລ້ວກໍສາລີແລ້ວກໍເຂົ້າຫັ້ນແຫລະ ແຕ່ດຽວນີ້ແມ່ນເພິ່ນ ຫ່າງຈາກໄລຍະນໍ້າໄປໄກແລ້ວ ເພິ່ນກໍບໍ່ມີນໍ້າຫົດແທ້ ເພິ່ນກໍບໍ່ໄດ້ປູກແລ້ວ.”
ໃນຮອບເດືອນສິງຫາ 2024 ນີ້ ຢູ່ຫຼາຍເມືອງໃນແຂວງຊຽງຂວາງ ເປັນຕົ້ນເມືອງພູກູດ ແລະເມືອງແປກ ເກີດມີຝົນຕົກໜັກຕິດຕໍ່ກັນ ແລະເຂື່ອນໄຟຟ້ານໍ້າງື່ມ 4 ກໍລະບາຍນໍ້າລົງມາ ເຮັດໃຫ້ລະດັບນໍ້າ ຢູ່ລໍານໍ້າງື່ມ ສູງຂຶ້ນຮອດ 4-5 ແມັດ ແລະເຖິງແມ່ນວ່າ ລະດັບນໍ້າຈະຄ່ອຍໆຫຼຸດລົງແດ່ແລ້ວ ໃນມື້ວັນທີ 22 ສິງຫານີ້ ແຕ່ລະດັບນໍ້ານັ້ນ ກໍຍັງສູງຢູ່ ດັ່ງຊາວບ້ານ ຢູ່ບ້ານຊອງ ເມືອງພູກູດ ແຂວງຊຽງຂວາງ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມີ້ດຽວກັນນີ້ວ່າ:
“ນໍ້ານີ້ກໍາລັງລຸດລົງເດີ ບາມນີ້ນ່າ ເອີ ກ່ອນໜ້ານີ້ຂຶ້ນຫລາຍ ຂຶ້ນປະມານ 4 ແມັດບໍ່ 4-5 ແມດຫັ້ນນ່າ ຕອນນີ້ມັນລົງແລ້ວປະມານ 4 ແມັດແລ້ວ ເຫລືອ 3-4 ແມັດແລ້ວ ແຕ່ຫັ້ນກໍຍັງສູງຢູ່ ມັນຍັງບໍ່ມີນ່າໂຕນີ້ນ່າ ນໍ້າງື່ມບໍ່ ຍັງໆຍັງບໍ່ມີ ຜົນລະປູກ ຍັງບໍ່ທັນປູກຫຍັງ ບໍ່ໆ ບໍ່ມີຜົນກະທົບເທື່ອນ່າ ມັນບໍ່ມີຜົນກະທົບຫຍັງນ່າ ເພາະວ່າເພິ່ນແຈ້ງເຕືອນກ່ອນແລ້ວເດ້ ໂອ້ ໃຫ້ມັນກໍເປັນ 3-4 ປີແລ້ວເດ້ ເພິ່ນເຕືອນໄວ້ ເພິ່ນເຕືອນລ່ວງໜ້າໄວ້ ບໍ່ໃຫ້ປູກ ໂດຍ ທັງໝົດເທື່ອ.”
ໃນຊຸມປີທີ່ຜ່ານມານີ້ ໃນລະດູຝົນ ທາງຜູ້ບໍລິຫານ ໂຄງການເຂື່ອນໄຟຟ້ານໍ້າງື່ມ 4 ແລະລັດວິສາຫະກິດໄຟຟ້າລາວ ແຂວງຊຽງຂວາງ ມັກຈະອອກແຈ້ງການ ເຕືອນປະຊາຊົນ ທີ່ອາໄສຢູ່ເຂດລຸ່ມເຂື່ອນ ໃຫ້ລະມັດລະວັງ ລະດັບນໍ້າທີ່ຈະເພີ່ມຂຶ້ນ ຫາກມີການລະບາຍນໍ້າອອກຈາກເຂື່ອນ ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບໂຄງການເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງນາງນຶ່ງເວົ້າວ່າ:
“ທ້າຍເຄື່ອນເນາະ ເພາະວ່າເຫັນແຈ້ງການເພິ່ນວ່າໃຫ້ທ້າຍເຂື່ອນ ແມ່ນແລ້ວ ເຫັນຢູ່ແຈ້ງການພໍໄດ້ອ່ານໜ້ອຍນຶ່ງຫັ້ນນ່າ ແມ່ນໍ້າທ້ອງຖິ່ນຫັ້ນແຫລະ ແມ່ນ ເມືອງພູກູດ ເພິ່ນປ່ອຍທຸກປີເນາະ ເພິ່ນປ່ອຍທຸກປີເນາະ ເພິ່ນປ່ອຍທຸກປີເນາະ ເພິ່ນປ່ອຍທຸກປີເດີ ແລ້ວຊ້ວງນີ້ກໍຝົນຕົກເດ້ ແລ້ວນໍ້າ ມັນຫລາຍຂຶ້ນເນາະ ໂດຍ ຂຶ້ນຢູ່ເນາະຝົນຕົກຕະຫລອດ.”
ລັດວິສາຫະກິດໄຟຟ້າລາວ ຝ່າຍພັດທະນາ-ຄຸ້ມຄອງ-ບໍາລຸງຮັກສາ ໂຄງການເຂື່ອນນໍ້າງື່ມ 4 ໄດ້ອອກໜັງສືແຈ້ງການເຕືອນ ໃນມື້ວັນທີ 17 ສິງຫາ 2024 ກ່ຽວກັບເລື່ອງການເປີດປະຕູລະບາຍນໍ້າ ຂອງໂຄງການເຂື່ອນໄຟຟ້ານໍ້າງື່ມ 4 ໃຫ້ຫົວໜ້າຫ້ອງວ່າການ ເມືອງພູກູດ, ເມືອງແປກ ແລະຫຼາຍບ້ານ ທີ່ຢູ່ໃກ້ກັບໂຄງ ການເຂື່ອນ ຮວມທັງບ້ານຊຽງງາ, ບ້ານດຸກ ແລະບ້ານນໍ້າສາມ ນັ້ນຮູ້. ໃນແຈ້ງການນັ້ນ ລະບຸວ່າ ປັດຈຸບັນ ໂຄງການເຂື່ອນໄຟຟ້ານໍ້າງື່ມ 4 ຈະໄດ້ມີການເປີດປະຕູລະບາຍນໍ້າ ເນື່ອງຈາກປະລິມານນໍ້າໄຫຼເຂົ້າອ່າງ ມີປະລິມານຫຼາຍ ແລະລະດັບນໍ້າໜ້າອ່າງ ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ປະມານ 2-3 ຊັງຕີແມັດຕໍ່ຊົ່ວໂມງ ຍ້ອນຝົນຕົກໜັກຕໍ່ເນື່ອງ ໃນເຂດໜ້າອ່າງ ເຮັດໃຫ້ປະລິມານ ນໍ້າໄຫຼເຂົ້າອ່າງເພີ່ມຂຶ້ນ ດັ່ງນັ່ນຈຶ່ງເຫັນວ່າ ນັບຕັ້ງແຕ່ວັນທີ 18 ສິງຫາ 2024 ເວລາ 17:00 ເປັນຕົ້ນໄປ ຈະໄດ້ເລີ່ມລະບາຍນໍ້າ ອອກຈາກອ່າງເກັບນໍ້າ ເພື່ອຮັກສາລະດັບນໍ້າໃນອ່າງ ໃຫ້ຢູ່ໃນລະດັບທີ່ປອດໄພ ໄປຈົນກວ່າວ່າ ລະດັບນໍ້າໃນອ່າງ ແລະປະລິມານນໍ້າໄຫຼເຂົ້າອ່າງຈະຫຼຸດລົງ. ແລະທັງລະບຸວ່າ ການລະ ບາຍນໍ້າອອກຈາກເຂື່ອນທີ່ວ່ານີ້ ຈະເຮັດໃຫ້ປະລິມານນໍ້າໄຫຼ ໃນທ້າຍເຂື່ອນເພີ່ມຂຶ້ນຢ່າງກະ ທັນຫັນ. ເພື່ອຮັບປະກັນຄວາມປອດໄພ ໃຫ້ປະຊາຊົນ ທີ່ທໍາມາຫາກິນ ໃກ້ກັບສາຍນໍ້າງື່ມ ຕັ້ງແຕ່ທ້າຍເຂື່ອນ ຈົນເຖິງທ້າຍເຮືອນຈັກ ຫຼີກລ້ຽງການເຂົ້າໃກ້ເຂດດັ່ງກ່າວ ໃນຊ່ວງລະດູຝົນ ແລະຫ້າມປະຊາຊົນໃນເຂດທ້າຍເຂື່ອນ ແລະທ້າຍໂຮງຈັກ ເຂົ້າໃກ້ຢ່າງເດັດຂາດ.
ເຖິງແມ່ນ ລັດວິສາຫະກິດໄຟຟ້າລາວ ຝ່າຍພັດທະນາ-ຄຸ້ມຄອງ-ບໍາລຸງຮັກສາ ໂຄງການເຂື່ອນນໍ້າງື່ມ 4 ໄດ້ເຮັດແຈ້ງອອກມາເລື່ອງການປ່ອຍນໍ້າອອກຈາກເຂື່ອນລົງມາ ໃຫ້ປະຊາຊົນຮູ້ຫຼາຍມື້ແລ້ວກໍຕາມ ແຕ່ກໍຍັງມີປະຊາຊົນ ຜູ້ທີ່ຢູ່ຫ່າງຈາກສາຍນໍ້າງື່ມ ຈໍານວນນຶ່ງຍັງບໍ່ທັນຮູ້ການແຈ້ງເຕືອນນັ້ນ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ດັ່ງປະຊາຊົນ ຢູ່ບ້ານປຸ່ງໝັ້ນ ເມືອງພູກູດ ແຂວງຊຽງຂວາງ ຜູ້ນຶ່ງເວົ້າວ່າ:
“ເຂື່ອນບໍ່ ຫລືວ່າໂຕແມ່ນໍ້າງື່ມຫັ້ນບໍ່ ກໍບໍ່ໄກປານໃດກໍປະມານ 2 ກິໂລ 3 ກິໂລ ແມ່ນແຫລະ ໍບໍ່ຂຶ້ນຫລາຍປານໃດເພາະວ່າ ເຂດເຮົານີ້ມັນ ຝົນບໍ່ໄດ້ຫລາຍນ່າ ກໍບໍ່ແນ່ນ່າໂຕນີ້ ເພາະວ່າກໍບໍ່ໄດ້ເຄີຍໄປທາງໜ້າເຂື່ອນເບິ່ງ.”
ເຂື່ອນໄຟຟ້ານໍ້າງື່ມ 4 ຕັ້ງຢູ່ເມືອງພູກູດ ແຂວງຊຽງຂວາງ ພາກຕາເວັນອອກສ່ຽງເໜືອຂອງປະເທດລາວ, ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 480 ກິໂລແມັດ. ການກໍ່ສ້າງ ແບ່ງອອກເປັນ 2 ສ່ວນ ຄື ເຂື່ອນ ຕັ້ງຢູ່ບ້ານຊາຍ ເມືອງພູກູດ ແລະເຮືອນຈັກ ຕັ້ງຢູ່ບ້ານຊຽງງາ ເມືອງພູກູດ. ທັງສອງສະຖານທີ່ນີ້ ຕັ້ງຢູ່ຫ່າງຈາກເມືອງໂພນສະຫວັນ 40 ກິໂລແມັດ ແລະຫ່າງຈາກເມືອງແປກ 60 ກິໂລແມັດ. ອ່າງເກັບນໍ້າ ກວມເອົາເນື້ອທີ່ຂອງເມືອງພູກູດ ແລະເມືອງແປກ.
ໂຄງການເຂື່ອນໄຟຟ້ານໍ້າງື່ມ 4 ນີ້ ແມ່ນບໍລິສັດ ກົນຈັກໜັກແຫ່ງຊາດຈີນ (China National Machinery Industry Corporation) ເປັນຜູ້ສຶກສາສໍາຫຼວດ, ອອກແບບ ແລະຮັບເໝົາກໍ່ສ້າງ ພາຍໃຕ້ການຄຸ້ມຄອງ ຂອງລັດວິສາຫະກິດໄຟຟ້າລາວ, ມູນຄ່າການກໍ່ສ້າງ 706 ລ້ານປາຍໂດລາສະຫະຣັດ, ເປັນທຶນກູ້ຢືມ ຈາກທະນາຄານ China Eximbank ຂອງຈີນ.
ໂຄງການເຂື່ອນໄຟຟ້ານໍ້າງື່ມ 4, ຂະໜາດ 240 ເມກາວັດ ເປັນເຂື່ອປະເພດ ຄອນກຣີດອັດແໜ້ນ, ຕົວເຂື່ອນມີຄວາມຍາວ 238 ແມັດ, ສູງ 74 ແມັດ, ທາງເບື້ອງລຸ່ມ ມີຄວາມກວສ້າງຂອງຖານ 56 ແມັດ, ເບື້ອງເທິງມີຄວາມກວ້າງຂອງຖານ 8 ແມັດ, ມີຈັກປັ່ນໄຟ 3 ເຄື່ອງ, ແຕ່ລະເຄື່ອງ ຜະລິດກະແສໄຟ ຟ້າໄດ້ 80 ເມກາວັດ, ກໍ່ສ້າງສໍາເລັດ ໃນທ້າຍປີ 2022.